ວິສະວະກອນໂຍທາ
ນິຍາມອາຊີບ
ວິສະວະກອນໂຍທາ ແມ່ນຜູ້ຊ່ຽວຊານທີ່ສາມາດວິເຄາະ, ວາງແຜນ, ອອກແບບ, ຄວບຄຸມກ່ຽວກັບການກໍ່ສ້າງ ແລະ ຕັດສິນບັນຫາຕາມຫຼັກການ-ເຫດຜົນ ເນື່ອງຈາກວ່າວິສະວະກອນໂຍທາມີຄວາມຮູ້ສະເພາະດ້ານກ່ຽວກັບໂຄງສ້າງ ເຊັ່ນ: ໂຄງສ້າງຕຶກອາຄານ, ຂົວ, ເຂື່ອນ, ໂຄງລ່າງພື້ນຖານອື່ນໆ ລວມໄປເຖິງສະພາບຄວາມສໍາຄັນໃນການກໍ່ສ້າງ ເປັນຕົ້ນແມ່ນສະພາບດິນຟ້າອາກາດ, ການເກີດປະຕິກິຍາທາງດ້ານເຄມີ ແລະ ການຮັບແຮງຕ່າງໆ, ພາຍຸ ແລະ ສິ່ງຕ່າງໆທີ່ມີຜົນຕໍ່ການກໍ່ສ້າງ ເພື່ອໃຫ້ການກໍ່ສ້າງມີຄວາມປອດໄພ ແລະ ມີຄວາມທົນທານທີ່ສຸດ.
ການເຮັດວຽກ
ລັກສະນະວຽກ
ຄວາມຈິງແລ້ວວິສະວະກຳໂຍທາ ແມ່ນອາຊີບທີ່ມີຄວາມກວ້າງຫຼາຍ ເພາະວຽກເປັນວຽກໃຫຍ່ ເຊິ່ງລັກສະນະວຽກທີ່ເຮົາໄດ້ຍິນແມ່ນເອີ້ນວ່າ: ໂຄງການ (Project). ດັ່ງນັ້ນ, ວິສະວະກອນໂຍທາຈຶ່ງແບ່ງອອກເປັນ 5 ສາຍອາຊີບຍ່ອຍດັ່ງນີ້:
-
ວິສະວະກໍາໂຄງສ້າງ: ເຮັດວຽກກ່ຽວກັບອາຄານ, ຂົວ, ທາງ, ອຸມົງ, ທາງດ່ວນ ແລະ ໂຄງລ່າງພື້ນຖານອື່ນໆ
-
ວິສະວະກໍາກໍ່ສ້າງ ແລະ ບໍລິຫານ: ເຮັດວຽກກ່ຽວກັບການບໍລິຫານຄຸ້ມຄອງ, ການປະເມີນລາຄາໃນການກໍ່ສ້າງ ແລະ ເຮັດວຽກກ່ຽວກັບການຈັດການການກໍ່ສ້າງ.
-
ວິສະວະກໍາທໍລະນີວິທະຍາ: ເຮັດວຽກກ່ຽວກັບດິນ, ທໍລະນີວິທະຍາ ໂດຍສະເພາະແມ່ນໂຄງສ້າງຂອງດິນ, ຫີນ ແລະ ເຮັດກ່ຽວກັບກັນເຈື່ອນເປັນຕົ້ນ.
-
ວິສະວະກໍາສໍາຫຼວດວັດແທກ: ເຮັດກ່ຽວການສຳຫຼວດສະພາບຂອງພື້ນທີ່ທີ່ຈະດຳເນີນການກໍ່ສ້າງໂດຍມີການນຳໃຊ້ເຄື່ອງມືຕ່າງໆເຂົ້າຊ່ວຍ ເຊັ່ນ: ລະບົບດາວທຽມ, ລະບົບ GIS, ກ້ອງມຸມ, ກ້ອງລະດັບ ແລະ ແຜນທີ່ ເພື່ອລະບຸສິ່ງກໍ່ສ້າງໃຫ້ຢູ່ໃນຈຸດທີ່ຕັ້ງ ແລະ ຄວາມສູງຂອງສິ່ງກໍ່ສ້າງຖືກຕ້ອງຕາມການອອກແບບ.
-
ວິສະວະກໍານໍ້າ ແລະ ສິ່ງແວດລ້ອມ: ສຶກສາກ່ຽວກັບສິ່ງແວດລ້ອມ ແລະ ນໍ້າເປັນຫຼັກ.
ໜ້າທີ່ຮັບຜິດຊອບ
-
ຕິດຕໍ່ ແລະ ປະສານງານ, ໂອ້ລົມກັບລູກຄ້າ ເພື່ອເກັບກໍາຂໍ້ມູນທີ່ຈໍາເປັນ ແລະ ວິເຄາະຄວາມຕ້ອງການຂອງລູກຄ້າ
-
ປະຊຸມລວມກັບທີມ ເພື່ອປະເມີນລັກສະນະຕ່າງໆຂອງໂຄງການ ແລະ ເດີນທາງໄປສໍາຫຼວດສະຖານທີ່ຕົວຈິງເຊັ່ນ: ສໍາຫຼວດທໍລະນີວິທະຍາ ໂດຍສະເພາະສໍາຫຼວດກ່ຽວກັບດິນ, ການຄົມມະມາຄົມ, ອາກາດ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກໃນການກໍ່ສ້າງ ແລະ ສໍາຫຼວດເຖິງຈຸດພິເສດຂອງສະຖານທີ່ທີ່ຈະກໍ່ສ້າງ
-
ອອກແບບຕາມການວິເຄາະ, ປະເມີນຄວາມຕ້ອງການຂອງລູກຄ້າ ແລະ ອີງຕາມພື້ນທີ່ທີ່ຕົນເອງໄດ້ເດີນທາງໄປສໍາຫຼວດ
-
ຄິດໄລ່ອຸປະກອນ, ງົບປະມານໃນການໃຊ້ອຸປະກອນ ແລະ ງົບປະມານໂຄງການ
-
ວາງແຜນການກໍ່ສ້າງ ເຊັ່ນ: ເຄື່ອງມືທີ່ຕ້ອງໃຊ້, ໄລຍະເວລາໃນການກໍ່ສ້າງ, ຈໍານວນຄົນທີ່ຕ້ອງໃຊ້ໃນການກໍ່ສ້າງ
-
ສະເໜີແບບແຜນການກໍ່ສ້າງຕາມທີ່ຕົນເອງ ແລະ ທີມມີການອອກແບບ ພ້ອມທັງສາມາດອະທິບາຍໃຫ້ລູກຄ້າເຫັນເຖິງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນການກໍ່ສ້າງຄັ້ງນັ້ນໆ
-
ຕິດຕາມ ແລະ ສໍາຫຼວດການກໍ່ສ້າງວ່າເປັນໄປຕາມແຜນການກໍ່ສ້າງແນວໃດ
-
ຄວບຄຸມຄຸນນະພາບ ແລະ ຄວບຄຸມສິ່ງກໍ່ສ້າງໃຫ້ຖືກຕ້ອງຕາມແບບ
ສະຖານທີ່ເຮັດວຽກ
-
ບໍລິສັດຮັບເໝົາກໍ່ສ້າງ
-
ບໍລິສັດເຂື່ອນໄຟຟ້າ
-
ບໍລິສັດຂຸດຄົ້ນບໍ່ແຮ່
-
ກະຊວງໂຍທາທິການ ແລະ ຂົນສົ່ງ
-
ບໍລິສັດທີ່ປຶກສາກ່ຽວກັບການກໍ່ສ້າງ
-
ເປັນອາຈານສອນກ່ຽວກັບວິສະວະກໍາໂຍທາ
-
ເຮັດວຽກຢູ່ກະຊວງຊັບ ໂດຍສະເພາະແມ່ນກົມການຄຸ້ມຄອງທໍລະນີ
-
ເຮັດກ່ຽວກັບການກໍ່ສ້າງຂອງກອງປ້ອງກັນຊາດ ຫຼື ທີ່ເຮົາຮູ້ດີແມ່ນທະຫານສ່ອງແສງ
-
ນອກນັ້ນ, ຍັງສາມາດເຮັດວຽກໃນຫຼາຍໆອົງກອນທີ່ເຮັດກ່ຽວກັບການກໍ່ສ້າງ
ຜູ້ທີ່ຕ້ອງເຮັດວຽກຮ່ວມ
-
ລູກຄ້າ
-
ສະຖາປະນິກ
-
ໜ່ວຍງານພາກລັດທີ່ກ່ຽວຂ້ອງ
-
ຝ່າຍຮັບເໝົາກໍ່ສ້າງ
-
ຮ້ານອຸປະກອນ ຫຼື ຜູ້ອໍານວຍຄວາມສະດວກຕ່າງໆ ເຊັ່ນ: ອຸປະກອນກໍ່ສ້າງ, ໄຟຟ້າ
ທາງເລືອກອາຊີບ
-
ນັກວິສະວະກອນໂຍທາມີທາງເລືອກທາງດ້ານອາຊີບທີ່ຫຼາກຫຼາຍດັ່ງນີ້:
-
ສາມາດເລືອກອົງກອນ ຫຼື ບໍລິສັດທີ່ຕົນເອງສົນໃຈເຮັດວຽກຮ່ວມໄດ້
-
ສາມາດປະກອບອາຊີບອິດສະຫຼະ
-
ສາມາດກໍ່ຕັ້ງບໍລິສັດ ແລະ ເຮັດວຽກກ່ຽວກັບການອອກແບບ-ກໍ່ສ້າງ ຂົວທາງ. ນອກນັ້ນ, ນັກວິສະວະກອນໂຍທາ ແມ່ນຜູ້ທີ່ມີຄວາມຮູ້ໃນຫຼາຍດ້ານ ໂດຍສະເພາະແມ່ນ 5 ຂົງເຂດວຽກທີ່ຈະກ່າວໃນທາງດ້ານລຸ່ມຕໍ່ໄປນີ້. ຢ່າງໃດກໍຕາມ, ວິສະວະກອນໂຍທາ ສາມາດເຮັດວຽກລົງເລິກໃນສາຍທີ່ຕົນເອງສົນໃຈ ເຊັ່ນ:
-
ວິສະວະກໍາໂຄງສ້າງ
-
ວິສະວະກໍາກໍ່ສ້າງ ແລະ ບໍລິຫານ
-
ວິສະວະກໍາທໍລະນີເຕັກນິກ
-
ວິສະວະກໍາສໍາຫຼວດວັດແທກ ແລະ ກະແທກ
-
ວິສະວະກໍານໍ້າ ແລະ ສິ່ງແວດລ້ອມ
ຄວາມກ້າວໜ້າທາງດ້ານອາຊີບ
ຂັ້ນລາຍໄດ້
ອີງຕາມບົດສໍາຫຼວດເງິນເດືອນໂດຍບໍລິສັດ 108 Jobs ທີ່ຈັດການສໍາຫຼວດໃນປີ 2022 ໄດ້ໃຫ້ຮູ້ວ່າອາຊີບສະຖາປະນິກໂດຍສະເລ່ຍແລ້ວມີຂັ້ນລາຍໄດ້ທີ່ຂຶ້ນກັບປະສົບການດັ່ງນີ້ຄື:
-
ຈົບໃໝ່ລາຍໄດ້ສະເລ່ຍ 3.375.000 ກີບ
-
ປະສົບການເຮັດວຽກ 1-3 ປີ ລາຍໄດ້ສະເລ່ຍ 4.000.000 ກີບ
-
ປະສົບການເຮັດວຽກ4-6 ປີ ລາຍໄດ້ສະເລ່ຍ 5.000.000 ກີບ
-
ປະສົບການເຮັດວຽກ 7 ປີ ຂຶ້ນໄປ ລາຍໄດ້ສະເລ່ຍ 6.666.667 ກີບ
ເງິນເດືອນພື້ນຖານ
ສຳລັບນັກສຶກສາຈົບໃໝ່ປະລິນຍາຕີເງິນເລີ້ມຕົ້ນຈະຢູ່ທີ່ 2,500,000 ກີບ ແລະ ຈະເພີ່ມຂຶ້ນຕາມຄວາມສາມາດ ແລະ ປະສົບການ
ແຂ່ງຂັນ ແລະ ຄວາມຕ້ອງການຂອງຕະຫຼາດແຮງງານ
ວິສະວະກອນໂຍທາ ແມ່ນມີຄວາມສໍາຄັນຫຼາຍໃນ ສ.ປ.ປ ລາວ ເນື່ອງຈາກວ່າປະເທດເຮົາກໍາລັງກ້າວເຂົ້າສູ່ການເປັນປະເທດທີ່ກໍາລັງພັດທະນາ ສົ່ງຜົນໃຫ້ການກໍ່ສ້າງດ້ານພື້ນຖານໂຄງລ່າງໄດ້ຮັບການປັບປຸງ-ພັດທະນາ ເຊັ່ນ: ໄຟຟ້າ, ນ້ຳປະປາ, ຕຶກອາຄານບ້ານເຮືອນ, ຖະໜົນຫົນທາງຕ່າງໆ ເປັນຕົ້ນ. ດັ່ງນັ້ນ, ອາຊີບນີ້ຈຶ່ງເປັນທີ່ຕ້ອງການຂອງຕະຫຼາດແຮງງານ.
ຂໍ້ດີ ແລະ ຂໍ້ເສຍ
ຂໍ້ດີ
-
ເປັນທີ່ຕ້ອງການໃນຕະຫຼາດແຮງງານ
-
ເມື່ອໄດ້ທັກສະທາງດ້ານພາສາຕ່າງປະເທດ ກໍຈະມີໂອກາດໄດ້ເຮັດວຽກຮ່ວມກັບວິຊາການຕ່າງປະເທດທີ່ເກັ່ງໆ
-
ໄດ້ເດີນທາງໄປສໍາຫຼວດພື້ນທີ່ຕ່າງໆເລື້ອຍໆ
-
ລາຍໄດ້ຂ້ອນຂ້າງສູງ
-
ວິສະວະກອນໂຍທາແມ່ນໄດ້ສຶກສາ ແລະ ໄດ້ເຮັດວຽກໃນຫຼາຍຂົງເຂດ. ດັ່ງນັ້ນ, ທັກສະທາງດ້ານອາຊີບນີ້ແມ່ນສາມາດຕໍ່ຍອດໄດ້ໃນສາຍອາຊີບທີ່ໃກ້ຄຽງ
ຂໍ້ເສຍ
-
ເວລາໃນການເຮັດວຽກອາດບໍ່ເປັນປົກກະຕິ
-
ຕ້ອງຮັບປະກັນດ້ານການກໍ່ສ້າງ ເມື່ອເກີດບັນຫາກ່ຽວກັບການກໍ່ສ້າງ ວິສະວະກອນມີສ່ວນໃນການຮັບຜິດຊອບ
ຄຸນສົມບັດທີ່ເໝາະສົມກັບອາຊີບ
-
ມີຄວາມຄິດສ້າງສັນ ແລະ ມັກສັງເກດ
-
ລະອຽດຮອບຄອບ
-
ມັກຮັກໃນການກໍ່ສ້າງ ແລະ ມັກໃນການເຮັດວຽກກາງແຈ້ງ
-
ມີຄວາມຮັບຜິດຊອບຕໍ່ໜ້າວຽກສູງ
-
ມີຄວາມສັດຊື່ ແລະ ມີຈັນຍາບັນໃນການເຮັດວຽກ
-
ເດັດດ່ຽວ ແລະ ກ້າຕັດສິນໃຈ
ທັກສະທີ່ເໝາະສົມກັບອາຊີບ
-
ຄວາມຮູ້ສະເພາະດ້ານກ່ຽວກັບວິສະວະກໍາໂຍທາ
-
ທັກສະດ້ານການວາງແຜນ
-
ທັກສະດ້ານຄອມພິວເຕີ ໂດຍສະເພາະແມ່ນການໃຊ້ໂປຣແກຣມຄອມພິວເຕີຊ່ວຍໃນການແຕ້ມແບບ ແລະ ການຂຽນໂປຣແກຣມ
-
ທັກສະດ້ານການສື່ສານ ເພາະການສື່ສານສໍາຄັນຫຼາຍໃນການເຮັດວຽກ ວຽກຈະສໍາເລັດໄປໄດ້ດ້ວຍດີກໍເກີດຈາກການສື່ສານທີ່ຖືກຕ້ອງ
-
ມີຄວາມເຂົ້າໃຈຂັ້ນພື້ນຖານກ່ຽວກັບສະຖາປັດຕະຍະກໍາ
-
ທັກສະດ້ານການຄິດວິເຄາະ
-
ຄວາມຮູ້ທາງດ້ານຄະນິດສາດ-ການຄິດໄລ່
-
ຖ້າຫາກວ່າໄດ້ທັກສະດ້ານພາສາກໍຍິ່ງເປັນຜົນດີ ເພາະຈະມີເຄືອຂ່າຍໃນການເຮັດວຽກກວ້າງຂຶ້ນ ແລະ ມີໂອກາດໃນການໄດ້ຮັບຫຼາຍໆໂຄງການ
ຄຸນຄ່າຂອງອາຊີບ
ວິສະວະກອນໂຍທາ ແມ່ນອາຊີບທີ່ກໍ່ສ້າງພື້ນທີ່ຕ່າງໆໃຫ້ມີຄວາມໜາແໜ້ນ, ປອດໄພ ເພື່ອອໍານວຍຄວາມສະດວກໃຫ້ແກ່ຊີວິດປະຈໍາວັນຂອງຄົນເຮົາ ເຊັ່ນ: ບ້ານ, ເຮືອນ, ຕຶກອາຄານຕ່າງໆ, ຂົວ,ທາງ, ທາງດ່ວນ, ກັນເຈື່ອນ ແລະ ອື່ນໆ ເພື່ອໃຫ້ເຮົາສາມາດເດີນທາງສະດວກ ແລະ ສາມາດໄປມາຫາສູ່ກັນໄດ້ ໂດຍເປົ້າໝາຍຫຼັກໆຂອງວິສະວະກອນໂຍທາແມ່ນສະຖານທີ່ກໍ່ສ້າງຕ້ອງປອດໄພ, ໃຊ້ງານໄດ້, ສວຍງາມ ແລະ ລາຄາທີ່ເໝາະສົມ
ຊ່ອງທາງການສຶກສາເພີ່ມເຕີມ
ສາຂາທີ່ກ່ຽວຂ້ອງກັບສາຍອາຊີບນີ້ມີ:
-
ຄະນະວິສະວະກໍາສາດ ມະຫາວິທະຍາໄລແຫ່ງຊາດ
-
ຄະນະວິສະວະກໍາສາດ ມະຫາວິທະຍາໄລສຸພານຸວົງ
ນອກນີ້, ເຮົາຍັງສາມາດສຶກສາທັກສະອື່ນໆທີ່ຈໍາເປັນຕໍ່ການປະກອບອາຊີບນີ້ຜ່ານຜູ້ທີ່ປະກອບອາຊີບນີ້ໂດຍກົງ ແລະ ສຶກສາຈາກສື່ສັງຄົມອອນລາຍ ເຊິ່ງສາມາດຊອກຫາຄວາມຮູ້ໄດ້ຜ່ານ: Facebook, Youtube ແລະ google ໄດ້.
ອາຊີບທີ່ໃກ້ຄຽງ
-
ນັກສະຖາປະນິກ
-
ວິສະວະກອນຂົວ-ທາງ (ສໍາລັບຜູ້ທີ່ຮຽນວິສະວະກໍາຂົວ-ທາງມາໂດຍສະເພາະ)
ຄໍາແນະນໍາການພັດທະນາຕົນເອງ
-
ຝຶກຝົນທັກສະດ້ານຄະນິດສາດ, ຄອມພິວເຕີ ແລະ ດ້ານພາສາຕ່າງປະເທດ
-
ຝຶກທັກສະດ້ານການວາງແຜນການ ແລະ ຄວາມຄິດວິເຄາະ
-
ຝຶກທັກສະດ້ານການເຂົ້າໃຈໂຄງສ້າງທາງດ້ານການກໍ່ສ້າງ
-
ຊອກຫາຄວາມມັກ-ຮັກຂອງຕົນເອງວ່າຢາກລົງເລິກວິສະວະກໍາໂຍທາດ້ານໃດ ໂດຍສະເພາະແມ່ນຂະແໜງການທີ່ແຕກຍ່ອຍອອກຈາກວິສະວະກຳໂຍທາ
ຊ່ວງເວລາໃນການເຮັດວຽກ
-
ເວລາເຮັດວຽກແມ່ນຂຶ້ນກັບບໍລິສັດເປັນຜູ້ກໍານົດ ແລະ ຫຼາຍບໍລິສັດອາດບໍ່ຄືກັນ
-
ສ່ວນໃຫຍ່ແລ້ວວຽກຈະເລີ່ມ 8:00 - 17:00




