top of page

ກ່ຽວກັບໂຄຄູນ
Cocoon ໂຄຄູນ ແມ່ນກິດຈະກຳທີ່ສະໜັບສະໜູນໃຫ້ເດັກ ແລະ ຜູ້ປົກຄອງໄດ້ເປີດໂລກແຫ່ງການຮຽນຮູ້ ດ້ານສາຍການຮຽນ ແລະ ສາຍອາຊີບ ຜ່ານການເຮັດກິດຈະກຳ ຖາມ-ຕອບ ແລະ ສົນທະນາ ວາງແຜນສາຍອາຊີບຕົວຈິງ ກັບແຂກຮັບເຊີນທີ່ເປັນຜູ້ປະກອບອາຊີບນັ້ນຈິງຈາກຫຼາຍຫຼາຍສາຍອາຊີບ.
ເປົ້າໝາຍຂອງເຮົາ:
-
ເພື່ອເປັນຫ້ອງຮຽນຮູ້ກ່ຽວກັບສາຍການຮຽນ ແລະ ສາຍອາຊີບໃຫ້ໄວໜຸ່ມສາມາດນຳໄປປະກອບການຕັດສິນໃຈໄດ້ໃນອານາຄົດ.
-
ເພື່ອຈຸດປະກາຍ ແລະ ສ້າງແຮງບັນດານໃຈໃຫ້ໄວໜຸ່ມ ໄດ້ຄົ້ນຫາຕົນເອງກ່ຽວກັບສາຍການຮຽນ ແລະ ສາຍອາຊີບທີ່ເຂົາເຈົ້າຢາກເປັນ.
-
ເພື່ອເປັນບ່ອນເຮັດກິດຈະກຳ ແລະ ຝຶກທັກສະຕ່າງໆເພື່ອກຽມຄວາມພ້ອມທາງດ້ານສາຍການຮຽນ ແລະ ສາຍອາຊີບໃຫ້ໄວໜຸ່ມ.
ການບໍລິການຫຼັກໆຂອງພວກເຮົາ
.png)
ບົດທົດສອບຄວາມສົນໃຈທາງດ້ານອາຊີບ
ນັກຮຽນ-ນັກສຶກສາ ຜູ້ທີ່ບໍ່ຮູ້ວ່າຕົນເອງຢາກເຮັດອາຊີບໃດ, ຄວນຮຽນຕໍ່ສາຍໃດ ແລະ ໄວເຮັດວຽກທີ່ບໍ່ຮູ້ວ່າຕົນເອງມີບຸກຄະລິກກະພາບແບບໃດ, ໝົດໄຟໃນການເຮັດວຽກ ແລະ ມີແຜນຢາກປ່ຽນວຽກໃໝ່
bottom of page







