top of page
Khemthit (14).png
Khemthit (9).png

Khemthit Assessment 

ນັກຮຽນ-ນັກສຶກສາ

ເຮັດບົດທົດສອບຢ່າງດຽວ 50.000 Kip

ເຮັດບົດທົດສອບ ແລະ ປຶກສາສ່ວນຕົວ 150.000 Kip / 1 ຊົ່ວໂມງ

ບົດທົດສອບເຂັມທິດຈະຊ່ວຍໃຫ້ນ້ອງໆຮູ້ຈັກຕົນເອງຫຼາຍຂຶ້ນ ໂດຍສະເພາະແມ່ນຮູ້ຈັກບຸກຄະລິກກະພາບຂອງຕົນເອງ, ຮູ້ຈັກຄວາມສົນໃຈ ແລະ ສາຍອາຊີບທີ່ເໝາະສົມກ່ອນການຕັດສິນໃຈເລືອກຮຽນຕໍ່. ເຂັມທິດເຊື່ອວ່າການຮູ້ຈັກອາຊີບທີ່ໄຝ່ຝັນກ່ອນການຕັດສິນໃຈເລືອກຮຽນ ແມ່ນຈະຊ່ວຍໃຫ້ນ້ອງໆນັກຮຽນຮູ້ທິດທາງທີ່ຄວນໄປ ແລະ ຈະຊ່ວຍໃຫ້ນ້ອງໆມີເປົ້າໝາຍໃນການຮຽນເພີ່ມຂຶ້ນ. ສໍາລັບນັກສຶກສາທີ່ຕັດສິນໃຈເລືອກສາຍການຮຽນແລ້ວ, ການຮູ້ຈັກຕົນເອງໄວຈະຊ່ວຍໃຫ້ນ້ອງໆຮູ້ຈັກວິທີກຽມໂຕ ແລະ ການກຽມຄວາມພ້ອມທາງດ້ານທັກສະກ່ອນການກ້າວເຂົ້າສູ່ຕະຫຼາດແຮງງານ ຫຼື ການເຮັດວຽກຕົວຈິງ.

ນ້ອງໆຈະໄດ້ຮັບຜົນບົດທົດສອບ ສອງສະບັບຄື: ສະບັບຫຍໍ້ ແລະ ສະບັບເຕັມ. ເຊິ່ງເນື້ອໃນບົດທົດສອບປະກອບມີ: 

  • ຄະແນນຂອງຜູ້ເຮັດບົດທົດສອບໃນບຸກຄະລິກກະພາບແຕ່ລະປະເພດ ພ້ອມເປີເຊັນ

  • ເນື້ອໃນລາຍລະອຽດບຸກຄະລິກກະພາບ 3 ອັນດັບຕົ້ນໆຂອງຜູ້ທົດສອບ

  • ສາຍອາຊີບທີ່ເໝາະສົມ ແລະ ສາຍການຮຽນທີ່ເໝາະສົມ ໃນແຕ່ລະບຸກຄະລິກກະພາບ

  • ການທົບທວນຕົນເອງຫຼັງຈາກເຮັດບົດທົດສອບ

   ນອກນັ້ນ, ຖ້າຫາກວ່າທ່ານເລືອກທີ່ຈະເຮັດບົດທົດສອບ ແລະ ປຶກສາແບບສ່ວນຕົວກັບທີມງານພວກເຮົາ ທ່ານຈະໄດ້ນັດພົບ ແລະ ໂອ້ລົມກັບພວກເຮົາແບບສ່ວນຕົວ ເວລາ 1 ຊົ່ວໂມງ.

ຂັ້ນຕອນການເຮັດບົດທົດສອບ

2. ທີມງານຕິດຕໍ່ຫາ ເພື່ອຊຳລະຄ່າເຮັດບົດທົດສອບ

3. ຕອບບົດທົດສອບເຂັມທິດ

1. ລົງທະບຽນເຮັດບົດທົດສອບ

WhatsApp Image 2024-02-20 at 10.11.33_e119edc0.jpg

ຖ້າຫາກວ່າເຂົ້າໃຈຂັ້ນຕອນການເຮັດບົດທົດສອບແລ້ວ ສາມາດຄຣິກ

WhatsApp Image 2024-02-20 at 14.36.04_050159e3.jpg
WhatsApp Image 2024-02-20 at 15.18.56_c0ce348b.jpg

ເຂັມທິດ Khemthit

ທ່ານສາມາດຕິດຕໍ່ເພື່ອສອບຖາມຂໍ້ມູນຂ່າວສານ ຫຼື ລາຍລະອຽດກ່ຽວກັບການບໍລິການເພີ່ມເຕີມ

ທີ່ຢູ່

ຖະໜົນດົງປາຍນາ
ບ້ານສະພານທອງເໜືອ 
ເມືອງສີສັດຕະນາກ 
ນະຄອນຫຼວງວຽງຈັນ

ເບີໂທຕິດຕໍ່: 020 54129234
Khemthitcareer@gmail.com

Learning4lee@gmail.com

ໂມງລັດຖະການ

ຈັນ-ສຸກ : 8:00-​17:00

  • Whatsapp
  • Facebook
  • Youtube
  • TikTok

ສົນໃຈຕິດຕໍ່ເພື່ອສອບຖາມລາຍລະອຽດ

ຂອບໃຈທີ່ສົ່ງຂໍ້ຄວາມຫາພວກເຮົາ

ໂຄຄູນ ໂດຍ ເຂັມທິດອາຊີບ

bottom of page