ໄຟຟ້າກົນຈັກພະລັງງານນ້ຳ
ນິຍາມ ແລະ ຄວາມສຳຄັນ
ສາຂາໄຟຟ້າກົນຈັກພະລັງງານນ້ຳ ຫຼັກສູດນີ້ ເນັ້ນໃສ່ພັດທະນາຜູ້ຮຽນ ເຊັ່ນ: ທາງດ້ານຄວາມຮູ້, ທັກສະ ແລະ ຄຸນສົມບັດໃນການຮຽນຮູ້ກ່ຽວກັບອາຊີບນາຍຊ່າງ, ໄຟຟ້າກົນຈັກພະລັງງານນໍ້າ, ສ້ອມແປງ-ບຳລຸງຮັກສາ ອຸປະກອນເຂື່ອນໄຟຟ້າ ເພື່ອໃຫ້ມີສີມືເດັ່ນ, ເນັ້ນທາງດ້ານຄຸນນະພາບໃນການປະກອບອາຊີບ ເພື່ອໃຫ້ມີຄວາມຮູ້ຄວາມສາມາດໃນການປະກອບອາຊີບ, ເຮັດວຽກເປັນໝູ່ຄະນະ, ມີສິນທຳ, ຈະລິຍະທຳ, ມີຄວາມຊຳນານງານ ແລະ ພຽບພ້ອມໄປດ້ວຍຄຸນສົມບັດ, ພ້ອມທັງນຳເອົາຄວາມຮູ້ທີ່ໄດ້ຮຽນມາໄປປະຍຸກໃຊ້ໃນພາກປະຕິບັດຕົວຈິງໃຫ້ເກີດຜົນປະໂຫຍດສູງສຸດແກ່ສັງຄົມ ແລະ ປະເທດຊາດ.

-
ໄຟຟ້າກົນຈັກພະລັງງານນໍ້າ ເຊັ່ນ: ການຄຸ້ມຄອງລະບົບ, ການຄວບຄຸມເຄື່ອງຈັກການຜະລິດ ແລະ ຈຳໜ່າຍພະລັງງານໄຟຟ້າ, ການບຳລຸງຮັກສາອຸປະກອນເຂື່ອນ ເປັນຕົ້ນ
ຮຽນກ່ຽວກັບຫຍັງ?
ທັກສະ ແລະ ຄວາມສົນໃຈ
-
ສົນໃຈກ່ຽວກັບພະລັງງານໄຟຟ້າ
-
ຄວາມຮູ້ກ່ຽວກັບຄະນິດສາດ
-
ຄວາມຮູ້ກ່ຽວກັບຟີຊິກ
-
ທັກສະການຕິດຕັ້ງ, ສ້ອມແປງໄຟຟ້າ
ຮຽນແລ້ວໄດ້ຫຍັງ?
-
ໄດ້ຄວາມຮູ້ທາງດ້ານໄຟຟ້າພະລັງງານນໍ້າ, ຮູ້ກ່ຽວກັບໂຄງສ້າງຂອງເຂື່ອນ
-
ສາມາດເຂົ້າໃຈຫຼັກການເຮັດວຽກຂອງໜ່ວຍປັ່ນກະແສ, ເຂົ້າໃຈໜ້າທີ່ຂອງອຸປະກອນຫຼັກໃນເຂື່ອນໄຟຟ້າ ແລະ ສາມາດອະທິບາຍອຸປະກອນຫຼັກໃນເຂື່ອນໄຟຟ້າໄດ້
-
ສາມາດເຂົ້າໃຈຫຼັກການ, ຂັ້ນຕອນການຄຸ້ມຄອງ ແລະ ຜະລິດພະລັງງານໄຟຟ້າ
-
ສາມາດເຮັດວຽກໃນຫ້ອງຄວບຄຸມຂອງເຂື່ອນໄຟຟ້າໄດ້ ແລະ ສາມາດກວດສອບການເຮັດວຽກຂອງອຸປະກອນເຂື່ອນໄດ້
ຈົບແລ້ວປະກອບອາຊີບຫຍັງໄດ້ແດ່?
-
ສະໝັກເຂົ້າເປັນພະນັກງານບໍລິສັດຜະລິດໄຟຟ້າລາວມະຫາຊົນ
-
ເປັນພະນັກງານຂອງບໍລິສັດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າໄດ້
-
ເປັນພະນັກງານບໍລິສັດລັດວິຊາຫະກິດໄຟຟ້າລາວ
-
ເປັນພະນັກງານຂາຍເຄື່ອງອຸປະກອນກໍ່ສ້າງ ແລະ ເຄື່ອງໃຊ້ໄຟຟ້າ
-
ສາມາດເປັນຜູ້ຮັບເໝົາໂຄງການກໍ່ສ້າງ ແລະ ຕິດຕັ້ງໄຟຟ້າໄດ້
-
ເຮັດທຸລະກິດສ່ວນຕົວກ່ຽວກັບການກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ
ສາມາດຮຽນໄດ້ຢູ່ໃສ?
-
ວິທະຍາໄລ ສັບພະວິຊາ
- ພາກວິຊາ ໄຟຟ້າ
- ຫຼັກສູດຊັ້ນສູງ (12+3) ແລະ ຮຽນ 3 ປີ





