top of page

ໄຟຟ້າເຕັກນິກ 

ນິຍາມ ແລະ ຄວາມສຳຄັນ

ສາຂາໄຟຟ້າເຕັກນິກ ເປັນຫຼັກສູດທີ່ສ້າງບຸກຄະລາກອນໃຫ້ມີຄວາມຮູ້ກ່ຽວກັບວິຊາສະເພາະ ທີ່ມີລະດັບຄວາມຮູ້ພື້ນຖານຕ່ຳ ແລະ ບຸກຄະລາກອນທີ່ຈົບວິຊາສະເພາະຊັ້ນກາງມາແລ້ວ ໃຫ້ມີຄວາມຮູ້ຄວາມສາມາດສູງຂຶ້ນ, ຊ່ວຍສ້າງບຸກຄະລາກອນໃຫ້ມີຄວາມຮູ້ຄວາມສາມາດໃນວິຊາສະເພາະ ຫຼື ວິຊາຊີບໃນການປະດິດສ້າງ ເພື່ອການປະກອບອາຊີບດ້ວຍຄວາມສັດຊື່, ມີຈາລິຍະທຳ, ມີຄຸນນະທຳອັນປະເສີດ ແລະ ມີຄວາມຮັບຜິດຊອບຕໍ່ສັງຄົມ. ນອກນັ້ນ, ຍັງສ້າງໃຫ້ມີນ້ຳໃຈຮັກຊາດ, ຮູ້ກ່ຽວກັບການປົກປັກຮັກສາ-ຄຸ້ມຄອງພະລັງງານຂອງຊາດ ແລະ ສ້າງໃຫ້ເປັນຜູ້ຊ່ວຍວິສະວະກອນໃນຂະແໜງໄຟຟ້າ ຫຼື ສາມາດອອກແບບຄິດໄລ່ໃນການຂະຫຍາຍຕາຂ່າຍ ແລະ ຕິດຕັ້ງໄຟຟ້າ.

4.png

ຮຽນກ່ຽວກັບຫຍັງ?

  • ການຕິດຕັ້ງໄຟຟ້າໃນອາຄານ, ໂມເຕີ, ໝໍ້ແປງໄຟຟ້າ, ຕາຂ່າຍໄຟຟ້າ 0,4 kV, ສະຖານີໄຟຟ້າຄຸ້ມຄອງລະບົບຈຳໜ່າຍພະລັງງານໄຟຟ້າ, ການບໍລິຫານຈັດການນໍ້າ, ການບຳລຸງຮັກສາອຸປະກອນໄຟຟ້າ, ການສ້ອມແປງ ແລະ ບຳລຸງຮັກສາອຸປະກອນໄຟຟ້າ ເປັນຕົ້ນ

ທັກສະ ແລະ ຄວາມສົນໃຈ

  • ສົນໃຈກ່ຽວກັບໄຟຟ້າ

  • ຄວາມຮູ້ກ່ຽວກັບຄະນິດສາດ

  • ຄວາມຮູ້ກ່ຽວກັບຟີຊິກ

  • ທັກສະການຕິດຕັ້ງໄຟຟ້າ

ຮຽນແລ້ວໄດ້ຫຍັງ?

  • ສາມາດຕິດຕັ້ງໄຟຟ້າອຸປະກອນໄຟຟ້າໃນອາຄານໄດ້

  • ຕິດຕັ້ງ, ສ້ອມແປງ ແລະ ບຳລຸງຮັກສາໂມເຕີ 01 ເຟສ ແລະ 03 ເຟສໄດ້

  • ສາມາດຕິດຕັ້ງ ແລະ ບຳລຸງຮັກສາໝໍ້ແປງໄຟຟ້າໄດ້

  • ສາມາດຕິດຕັ້ງຕາຂ່າຍໄຟຟ້າ 22 Kv

  • ສາມາດສ້ອມແປງ ແລະ ບຳລຸງຮັກສາ ອຸປະກອນໄຟຟ້າພາຍໃນອາຄານໄດ້

ຈົບແລ້ວປະກອບອາຊີບຫຍັງໄດ້ແດ່?

  • ເປັນພະນັກງານບໍລິສັດຜະລິດໄຟຟ້າລາວມາຫາຊົນ

  • ເປັນພະນັກງານບໍລິສັດລັດວິຊາຫະກິດໄຟຟ້າລາວ

  • ເປັນພະນັກງານຂອງບໍລິສັດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າໄດ້

  • ເປັນພະນັກງານຂາຍອຸປະກອນກໍ່ສ້າງ ແລະ ເຄື່ອງໃຊ້ໄຟຟ້າໄດ້

  • ເຮັດທຸລະກິດສ່ວນຕົວກ່ຽວກັບການກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ

ສາມາດຮຽນໄດ້ຢູ່ໃສ?

  • ວິທະຍາໄລ ສັບພະວິຊາ

- ພາກວິຊາ ໄຟຟ້າ 

- ຫຼັກສູດຊັ້ນກາງ (12+2) ແລະ ນ 2 ປີ 

5.png

ທ່ານສາມາດຕິດຕໍ່ເພື່ອສອບຖາມຂໍ້ມູນຂ່າວສານ ຫຼື ລາຍລະອຽດກ່ຽວກັບການບໍລິການເພີ່ມເຕີມ

ທີ່ຢູ່

ຖະໜົນດົງປາຍນາ
ບ້ານສະພານທອງເໜືອ 
ເມືອງສີສັດຕະນາກ 
ນະຄອນຫຼວງວຽງຈັນ

ເບີໂທຕິດຕໍ່: 020 54129234
Khemthitcareer@gmail.com

Learning4lee@gmail.com

ໂມງລັດຖະການ

ຈັນ-ສຸກ : 8:00-​17:00

  • Whatsapp
  • Facebook
  • Youtube
  • TikTok

ສົນໃຈຕິດຕໍ່ເພື່ອສອບຖາມລາຍລະອຽດ

ຂອບໃຈທີ່ສົ່ງຂໍ້ຄວາມຫາພວກເຮົາ

ໂຄຄູນ ໂດຍ ເຂັມທິດອາຊີບ

bottom of page