top of page

ນັກພັດທະນາເວັບໄຊທ໌

ນິຍາມອາຊີບ

ນັກພັດທະນາເວັບໄຊທ໌ ຫຼື ບາງຄັ້ງມີຄົນຮູ້ຈັກໃນນາມ ນັກອອກແບບເວັບໄຊທ໌ ແມ່ນຜູ້ອອກແບບ ແລະ ຂຽນໂປຣແກຣມຄອມພິວເຕີ ເພື່ອນໍາສະເໜີສິນຄ້າ ແລະ ການບໍລິການ ລວມທັງການເຜີຍແຜ່ຂໍ້ມູນຕ່າງໆຂອງບໍລິສັດ, ຂອງອົງກອນທີ່ຈ້າງງານຜ່ານເວັບໄຊທ໌ ເພື່ອໃຫ້ຜູ້ໃຊ້ສື່ສັງຄົມອອນລາຍໄດ້ຮັບຮູ້ຂ່າວສານຕ່າງໆ. 

ການເຮັດວຽກ

ລັກສະນະວຽກ

ວຽກຂອງນັກພັດທະນາເວັບໄຊທ໌ສ່ວນໃຫຍ່ແມ່ນຈະເນັ້ນໜັກໃສ່ການພັດທະນາເວັບໄຊທ໌ເປັນຫຼັກ ເຊິ່ງໃນປັດຈຸບັນ, ນັກພັດທະນາເວັບໄຊທ໌ແມ່ນອາດຈະເຮັດໜ້າທີ່ທັງຄວບຄຸມ Font End(Frontend Development)  ແລະ Back End( Backend Development). ລັກສະນະວຽກຂອງອາຊີບນີ້ໃນສ.ປ.ປລາວ ສ່ວນໃຫຍ່ແມ່ນຍັງບໍ່ມີການແຍກໜ້າທີ່ ຫຼື ຕໍາແໜ່ງທີ່ຊັດເຈນໝາຍຄວາມວ່າຄົນໜຶ່ງສາມາດເຮັດໄດ້ຫຼາຍຕໍາແໜ່ງ ແລະ ຜູ້ທີ່ປະກອບອາຊີບນີ້ສ່ວນໃຫຍ່ຈະມີອິດສະຫຼະໃນການພັດທະນາເວັບໄຊທ໌ຕ່າງໆ ເປັນຕົ້ນແມ່ນການເລືອກນໍາໃຊ້ພາສາໃນການພັດທະນາເວັບໄຊທ໌. 

ໜ້າທີ່ຮັບຜິດຊອບ

  • ເກັບກໍາຂໍ້ມູນໂດຍການໂອ້ລົມ ແລະ ສອບຖາມຂອງລູກຄ້າ ຫຼື ຜູ້ຈ້າງງານວ່າມີຄວາມຕ້ອງການເວັບໄຊທ໌ໃນລັກສະນະໃດ

  • ວິເຄາະຄວາມຕ້ອງການຂອງລູກຄ້າ ຫຼື ຜູ້ຈ້າງງານ ໂດຍການວິເຄາະແມ່ນອີງຕາມຂໍ້ມູນທີ່ໄດ້ຮັບ ເພື່ອອອກແບບຜະລິດຕະພັນ

  • ພັດທະນາເວັບໄຊທ໌ ແລະ ອອກແບບໜ້າເວັບໄຊ້ໂດຍການຂຽນໂຄ້ດຕ່າງໆ ເຊັ່ນ: ພາສາJavascript, HTML,  CSS,Node.js, Go, PHP, Python  ແລະ ອື່ນໆ

  • ກວດສອບສະບົບ ແລະ ໃຫ້ລູກຄ້າໄດ້ທົດລອງໃຊ້ ເພື່ອກວດສອບວ່າເວັບໄຊທ໌ທີ່ຕົນເອງອອກແບບມາແມ່ນໃຊ້ງານໄດ້ຫຼືບໍ່

  • ເບິ່ງແຍງລະບົບ

ສະຖານທີ່ເຮັດວຽກ

  • ບໍລິສັດສື່ມີເດຍ

  • ບໍລິສັດ Online Marketing

  • ເຮັດອາຊີບອິດສະຫຼະ

  • ບໍລິສັດ ຫຼື ອົງກອນອື່ນໆ

  • ກະຊວງຕ່າງໆ

ຜູ້ທີ່ຕ້ອງເຮັດວຽກຮ່ວມ

  • ຜູ້ພັດທະນາເວັບໄຊທ໌ຕ່າງໆ

  • ຜູ້ພັດທະນາລະບົບ (Back End) ແລະ ຜູ້ພັດທະນາລະບົບ (Front End)

  • ລູກຄ້າ ຫຼື ຜູ້ຈ້າງງານ

  • ຜູ້ອອກແບບ UX-UI

  • ຜູ້ເກັບກໍາຂໍ້ມູນ (Database)

ທາງເລືອກອາຊີບ

  • ນັກພັດທະນາເວັບໄຊທ໌ ແມ່ນສາມາດເລືອກໄດ້ວ່າຈະເຮັດວຽກຢູ່ບໍລິສັດ ຫຼື ອົງກອນໃດ

  • ນັກພັດທະນາເວັບໄຊທ໌ແມ່ນສາມາດເຮັດວຽກວຽກປະຈໍາ ຫຼື ເປັນວຽກອິດສະຫຼະກໍໄດ້ ຂຶ້ນກັບລັກສະນະວຽກທີ່ຜູ້ປະກອບອາຊີບມັກ ຫຼື ສາມາດຮັບໂຄງການນອກມາເຮັດວຽກໄດ້ເມື່ອມີເວລາຫວ່າງ ໝາຍຄວາມວ່າເຮັດວຽກປະຈໍາ ແລະ ຫາລາຍໄດ້ເສີມໄປໃນເວລາດຽວກັນ

ຄວາມກ້າວໜ້າທາງດ້ານອາຊີບ

ການເຕີບໂຕທາງດ້ານອາຊີບ

  • ຮັບເປັນໂຄງການຂຽນເວັບໄຊທ໌ໃຫ້ກັບບໍລິສັດ ຫຼື ອົງກອນອື່ນໆ 

  • ເລື່ອນຂັ້ນເປັນຫົວໜ້າ ແລະ ໃຫ້ຄໍາປຶກສາແກ່ຄົນໃນທີມ

  • ສາມາດພັດທະນາເວັບໄຊທ໌ ເພື່ອເປັນສິນຄ້າ (Product) ຂອງຕົນເອງໄດ້

  • ຖ້າມີຄວາມຮູ້ພຽງພໍ ແລະ ມີທຶນຮອນສາມາດເປີດເປັນບໍລິສັດໄດ້

ຂັ້ນລາຍໄດ້

(ບໍ່ມີຂໍ້ມູນ)

ເງິນເດືອນພື້ນຖານ

(ບໍ່ມີຂໍ້ມູນ)

ແຂ່ງຂັນ ແລະ ຄວາມຕ້ອງການຂອງຕະຫຼາດແຮງງານ

ນັກພັດທະນາເວັບໄຊທ໌ ແມ່ນເປັນວຽກທີ່ຕະຫຼາດແຮງງານມີຄວາມຕ້ອງການ ເພາະຫຼາຍບໍລິສັດ, ຫຼາຍອົງກອນ ໄດ້ຫັນທຸລະກິດມາສູ່ຮູບແບບອອນລາຍ ໂດຍສະເພາະແມ່ນເຜີຍແຜ່ຂໍ້ມູນຕ່າງໆຜ່ານເວັບໄຊທ໌. ດັ່ງນັ້ນ, ຫຼາຍບໍລິສັດ, ຫຼາຍອົງກອນຈຶ່ງຕ້ອງການຄົນທີ່ເຮັດອາຊີບນີ້ ເພາະຈະຊ່ວຍໃຫ້ຂໍ້ມູນຂ່າວສານຂອງບໍລິສັດເປັນທີ່ຮູ້ຈັກຂອງສັງຄົມຫຼາຍຂຶ້ນ.

ຂໍ້ດີ ແລະ ຂໍ້ເສຍ

ຂໍ້ດີ

  • ເປັນວຽກທີ່ຕະຫຼາດແຮງງານກໍາລັງເປັນທີ່ຕ້ອງການ ແລະ ຍາກທີ່ຈະຕົກວຽກ

  • ວຽກນີ້ສາມາດເຮັດເປັນວຽກປະຈໍາ, ເປັນວຽກອິດສະຫຼະ ຫຼື ສາມາດເຮັດທັງສອງຢ່າງໄປພ້ອມກັນໄດ້

  • ໃນປັດຈຸບັນ, ອິນເຕີເນັດເຂົ້າເຖິງເກືອບທຸກພື້ນທີ່ ອາຊີບນີ້ສາມາດເຮັດວຽກຢູ່ໃສກໍໄດ້ ບາງຄັ້ງອາດບໍ່ຈໍາເປັນທີ່ຈະເຮັດວຽກຢູ່ຫ້ອງການພຽງຢ່າງດຽວ

ຂໍ້ເສຍ

  • ເປັນວຽກທີ່ຕ້ອງໄດ້ນັ່ງຢູ່ໜ້າຈໍຄອມເປັນສ່ວນໃຫຍ່ ເຮັດໃຫ້ເສຍສຸຂະພາບ

  • ເມື່ອເກີດຂໍ້ຜິດພາດທາງດ້ານເວັບໄຊທ໌ເກີດຂຶ້ນ, ການແກ້ບັນຫາ (ການຂຽນໂຄ້ດ)ແມ່ນຈະໃຊ້ເວລາດົນ

  • ວຽກນີ້ເປັນວຽກທີ່ຂ້ອນຂ້າງກົດດັນ ເພາະຕ້ອງອອກແບບໃຫ້ຖືກໃຈລູກຄ້າ 

ຄຸນສົມບັດທີ່ເໝາະສົມກັບອາຊີບ

  • ມີຄວາມອົດທົນ ແລະ ສາມາດຈົດຈໍ່ກັບວຽກໄດ້ ເພາະຕ້ອງນັ່ງຢູ່ໜ້າຈໍຄອມເປັນເວລາດົນ

  • ມີຄວາມຄິດສ້າງສັນ

  • ຕົງຕໍ່ເວລາ ແລະ ມີຄວາມຮັບຜິດຊອບສູງ

  • ມີຄວາມສັດຊື່ໃນອາຊີບ

ທັກສະທີ່ເໝາະສົມກັບອາຊີບ

  • ສາມາດວິເຄາະການປະຕິບັດງານ ໂດຍສະເພາະແມ່ນວິເຄາະຄວາມຕ້ອງການຂອງຜູ້ຈ້າງ, ລູກຄ້າ ແລະ ອອກແບບຜະລິດຕະພັນ

  • ຕ້ອງມີຄວາມຮູ້ດ້ານການຂຽນໂຄ້ດ ຫຼື ພາສາໂປຣແກຣມຕ່າງໆຢ່າງໜ້ອຍ 3-4 ພາສາ ເຊັ່ນ: CSS, HTML, Java, Python, Go, C++ ແລະ ອື່ນໆ

  • ທັກສະການແກ້ບັນຫາທີ່ຊັບຊ້ອນ ໂດຍສະເພາະເມື່ອເກີດບັນຫາກັບເວັບໄຊທ໌  ກໍສາມາດປະເມີນບັນຫາ ແລະ ຫາທາງເລືອກໃນການແກ້ໄຂບັນຫາ

  • ທັກສະດ້ານການອອກແບບ ໂດຍສະເພາະແມ່ນໜ້າຕ່າງຂອງເວັບໄຊທ໌

  • ທັກສະການສື່ສານກັບທີມ ແລະ ລູກຄ້າ

  • ທັກສະດ້ານຄະນິດສາດ

  • ຄວາມຮູ້ກ່ຽວກັບລະບົບປະຕິບັດງານ (Server)

  • ຕ້ອງມີຄວາມຮູ້ກ່ຽວກັບເຄື່ອງມືໃນການພັດທະນາເວັບໄຊທ໌

ຄຸນຄ່າຂອງອາຊີບ

ຜູ້ພັດທະນາເວັບໄຊທ໌ແມ່ນຜູ້ຢູ່ເບື້ອງຫຼັງ ເຮັດໃຫ້ເຮົາໄດ້ມີພື້ນທີ່ໃນການອ່ານຂ່າວຈາກອົງກອນ, ບໍລິສັດ ຫຼື  ສາມາດຄົ້ນຫາຂໍ້ມູນທີ່ມີປະໂຫຍດຕ່າງໆໃນໂລກອິນເຕີເນັດໄດ້. ໃນປັດຈຸບັນ ເຮົາສາມາດຮຽນຮູ້ ຫຼື ໄດ້ຮັບຂໍ້ມູນດີໆ ແລະ ເວັບໄຊທ໌ໄດ້ກາຍເປັນອີກຊ່ອງທາງໜຶ່ງໃນການຮຽນຮູ້ຂອງພວກເຮົາ. ຖ້າຫາກວ່າບໍ່ມີຜູ້ພັດທະນາເວັບໄຊທ໌ແລ້ວ, ຜູ້ທີ່ມີຄວາມຮູ້, ມີເຄັດລັບດີໆ ແລະ ຜູ້ອ່ານອາດບໍ່ສາມາດສື່ສານກັນໄດ້. 

ຊ່ອງທາງການສຶກສາເພີ່ມເຕີມ

ສະຖາບັນການສຶກສາທີ່ກ່ຽວຂ້ອງມີ:

  • ມະຫາວິທະຍາໄລແຫ່ງຊາດ: ຄະນະວິສະວະກໍາສາດ ແລະ ຄະນະວິທະຍາສາດຄອມພິເຕີ

  • ສະຖາບັນ ເຕັກໂນໂລຊີ ສຸດສະກະ

  • ສະຖາບັນ ເຕັກໂນໂລຊີ ຂໍ້ມູນຂ່າວສານ  ແລະ ການສື່ສານ

  • ວິທະຍາໄລເຄຣສ ແລະ ວິທະຍາໄລອື່ນໆ

ນອກຈາກນັ້ນ, ສາມາດຮຽນຮູ້ເພີ່ມເຕີມທາງອິນເຕີເນັດນໍາອີກ.​

ອາຊີບທີ່ໃກ້ຄຽງ

  • ຜູ້ອອກແບບກຣາຟຟິກ (Graphic Designer)

  • IT support

  • Network

ຄໍາແນະນໍາການພັດທະນາຕົນເອງ

  • ເຝິກທັກສະດ້ານການສື່ສານ ແລະ ການມີມະນຸດສໍາພັນກັບຄົນອື່ນ ໂດຍສະເພາະແມ່ນກັບລູກຄ້າ

  • ຮຽນຂຽນໂຄ້ດດ້ວຍພາສາຕ່າງໆ

  • ຕິດຕາມຂໍ້ມູນຂ່າວສານ ແລະ ເຫດການທີ່ເກີດຂຶ້ນໃນປັດຈຸບັນ

  • ຕິດຕາມເຄື່ອງມືໃນການພັດທະນາເວັບໄຊທ໌

ຊ່ວງເວລາໃນການເຮັດວຽກ

  • ຂຶ້ນກັບບ່ອນເຮັດວຽກເປັນຜູ້ກໍານົດ ຫຼື ຖ້າເຮັດອາຊີບອິດສະຫຼະແມ່ນຂຶ້ນກັບຕົນເອງເປັນຄົນກໍານົດ

ທ່ານສາມາດຕິດຕໍ່ເພື່ອສອບຖາມຂໍ້ມູນຂ່າວສານ ຫຼື ລາຍລະອຽດກ່ຽວກັບການບໍລິການເພີ່ມເຕີມ

ທີ່ຢູ່

ຖະໜົນດົງປາຍນາ
ບ້ານສະພານທອງເໜືອ 
ເມືອງສີສັດຕະນາກ 
ນະຄອນຫຼວງວຽງຈັນ

ເບີໂທຕິດຕໍ່: 020 54129234
Khemthitcareer@gmail.com

Learning4lee@gmail.com

ໂມງລັດຖະການ

ຈັນ-ສຸກ : 8:00-​17:00

  • Whatsapp
  • Facebook
  • Youtube
  • TikTok

ສົນໃຈຕິດຕໍ່ເພື່ອສອບຖາມລາຍລະອຽດ

ຂອບໃຈທີ່ສົ່ງຂໍ້ຄວາມຫາພວກເຮົາ

ໂຄຄູນ ໂດຍ ເຂັມທິດອາຊີບ

bottom of page