top of page

ໄຟຟ້າພະລັງງານນ້ຳ 

ນິຍາມ ແລະ ຄວາມສຳຄັນ

ສາຂາໄຟຟ້າພະລັງງານນ້ຳ ຫຼັກສູດນີ້ແມ່ນເນັ້ນໃສ່ພັດທະນາຜູ້ຮຽນ ເຊັ່ນ: ທາງດ້ານຄວາມຮູ້, ທັກສະ ແລະ ຄຸນສົມບັດໃນການຮຽນຮູ້ກ່ຽວກັບອາຊີບນາຍຊ່າງ, ໄຟຟ້າກົນຈັກພະລັງງານນໍ້າ, ສ້ອມແປງ-ບຳລຸງຮັກສາອຸປະກອນເຂື່ອນໄຟຟ້າເພື່ອໃຫ້ມີສີມືເດັ່ນ ເຊິ່ງເນັ້ນທາງດ້ານຄຸນນະພາບໃນການປະກອບອາຊີບ. ນອກນັ້ນ, ຍັງເນັ້ນໃສ່ທາງດ້ານຄຸນນະພາບໃນການປະກອບອາຊີບ, ໃຫ້ມີສິນທຳ, ຈະລິຍະທຳ, ມີຄວາມຊຳນານງານ ແລະ ພຽບພ້ອມໄປດ້ວຍຄຸນສົມບັດ, ພ້ອມທັງນຳເອົາຄວາມຮູ້ທີ່ໄດ້ຮຽນມາໄປປະຍຸກໃຊ້ໃນພາກປະຕິບັດຕົວຈິງໃຫ້ເກີດຜົນປະໂຫຍດສູງສຸດແກ່ສັງຄົມ ແລະ ປະເທດຊາດ.

4.png

ຮຽນກ່ຽວກັບຫຍັງ?

  • ໄຟຟ້າພະລັງງານນໍ້າ ເຊັ່ນ: ການຄຸ້ມຄອງລະບົບການຜະລິດ ແລະ ຈຳໜ່າຍພະລັງງານໄຟຟ້າ, ການບໍລິຫານຈັດການນໍ້າ, ການບຳລຸງຮັກສາອຸປະກອນເຂື່ອນ ເປັນຕົ້ນ

ທັກສະ ແລະ ຄວາມສົນໃຈ

  • ສົນໃຈກ່ຽວກັບພະລັງງານໄຟຟ້າ

  • ສົນໃຈກ່ຽວກັບໂຄງສ້າງຂອງເຂື່ອນ

  • ຄວາມຮູ້ກ່ຽວກັບຄະນິດສາດ

  • ຄວາມຮູ້ກ່ຽວກັບຟີຊິກ

ຮຽນແລ້ວໄດ້ຫຍັງ?

  • ໄດ້ຄວາມຮູ້ດ້ານໄຟຟ້າພະລັງງານນໍ້າ, ຮູ້ກ່ຽວກັບໂຄງສ້າງຂອງເຂື່ອນ

  • ສາມາດເຂົ້າໃຈຫຼັກການເຮັດວຽກຂອງໜ່ວຍປັ່ນກະແສ, ເຂົ້າໃຈໜ້າທີ່ຂອງອຸປະກອນຫຼັກໃນເຂື່ອນໄຟຟ້າ ແລະ ສາມາດອະທິບາຍບົດບາດຄວາມສຳຄັນຂອງການບໍລິຫານຈັດການນ້ຳໄດ້

  • ສາມາດເຂົ້າໃຈຫຼັກການ, ຂັ້ນຕອນການຄຸ້ມຄອງ ແລະ ຜະລິດພະລັງງານໄຟຟ້າໄດ້

  • ສາມາດເຮັດວຽກໃນຫ້ອງຄວບຄຸມຂອງເຂື່ອນໄຟຟ້າໄດ້ ແລະ ສາມາດກວດສອບການເຮັດວຽກຂອງອຸປະກອນເຂື່ອນໄດ້

ຈົບແລ້ວປະກອບອາຊີບຫຍັງໄດ້ແດ່?

  • ສະໝັກເຂົ້າເປັນພະນັກງານບໍລິສັດຜະລິດໄຟຟ້າລາວມະຫາຊົນ

  • ເປັນພະນັກງານບໍລິສັດ, ລັດວິຊາຫະກິດໄຟຟ້າລາວ

  • ສາມາດເປັນຜູ້ຮັບເໝົາໂຄງການກໍ່ສ້າງ ແລະ ຕິດຕັ້ງໄຟຟ້າໄດ້

  • ເປັນພະນັກງານຂອງບໍລິສັດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າໄດ້

  • ເປັນພະນັກງານຂາຍອຸປະກອນກໍ່ສ້າງ ແລະ ເຄື່ອງໃຊ້ໄຟຟ້າໄດ້

  • ເຮັດທຸລະກິດສ່ວນຕົວກ່ຽວກັບການກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ

ສາມາດຮຽນໄດ້ຢູ່ໃສ?

  • ວິທະຍາໄລ ສັບພະວິຊາ

- ພາກວິຊາ ໄຟຟ້າ 

- ຫຼັກສູດຊັ້ນສູງ (12+3)  ແລະ ຮຽນ 2 ປີ 

5.png

ທ່ານສາມາດຕິດຕໍ່ເພື່ອສອບຖາມຂໍ້ມູນຂ່າວສານ ຫຼື ລາຍລະອຽດກ່ຽວກັບການບໍລິການເພີ່ມເຕີມ

ທີ່ຢູ່

ຖະໜົນດົງປາຍນາ
ບ້ານສະພານທອງເໜືອ 
ເມືອງສີສັດຕະນາກ 
ນະຄອນຫຼວງວຽງຈັນ

ເບີໂທຕິດຕໍ່: 020 54129234
Khemthitcareer@gmail.com

Learning4lee@gmail.com

ໂມງລັດຖະການ

ຈັນ-ສຸກ : 8:00-​17:00

  • Whatsapp
  • Facebook
  • Youtube
  • TikTok

ສົນໃຈຕິດຕໍ່ເພື່ອສອບຖາມລາຍລະອຽດ

ຂອບໃຈທີ່ສົ່ງຂໍ້ຄວາມຫາພວກເຮົາ

ໂຄຄູນ ໂດຍ ເຂັມທິດອາຊີບ

bottom of page