ໄຟຟ້າເຄື່ອງເຢັນ
ນິຍາມ ແລະ ຄວາມສຳຄັນ
ສາຂາໄຟຟ້າເຄື່ອງເຢັນ ຫຼັກສູດຊັ້ນກາງ (12+2) ຫຼື (9+3) ແມ່ນເປັນສາຂາທີ່ສ້າງໃຫ້ນັກສຶກສາມີຄວາມຮູ້ກ່ຽວກັບການສ້ອມແປງເຄື່ອງທຳຄວາມເຢັນ, ເຄື່ອງປັບອາກາດ, ການຕິດຕັ້ງເຄື່ອງເຢັນ ເຊັ່ນ: ແອ, ຕູ້ເຢັນ, ໂຮງນ້ຳແຂງ ເປັນຕົ້ນ ເຊິ່ງທາງຕະຫຼາດແຮງງານແມ່ນມີຄວາມຕ້ອງການນາຍຊ່າງໃນສາຂານີ້ຫຼາຍ ແລະ ເປັນສາຂາທີ່ຮຽນຈົບແລ້ວສາມາດປະກອບອາຊີບໄດ້ດ້ວຍຕົນເອງ.

ຮຽນກ່ຽວກັບຫຍັງ?
-
ສາຂານີ້ຮຽນກ່ຽວກັບການສ້ອມແປງເຄື່ອງທຳຄວາມເຢັນ ແລະ ເຄື່ອງປັບອາກາດ, ການຕິດຕັ້ງເຄື່ອງເຢັນ ແລະ ເຄື່ອງປັບອາກາດ
ທັກສະ ແລະ ຄວາມສົນໃຈ
-
ມັກຮັກໃນການສ້ອມແປງ
-
ມັກໃນການຮຽນຮູ້ສິ່ງໃໝ່ໆ
-
ທັກສະການຄິດວິເຄາະ, ປະເມີນ
-
ທັກສະດ້ານການຄິດໄລ່
ຮຽນແລ້ວໄດ້ຫຍັງ?
-
ຮຽນສາຍນີ້ແລ້ວໄດ້ຄວາມຮູ້ກ່ຽວກັບການຕິດຕັ້ງ, ສ້ອມແປງກ່ຽວກັບເຄື່ອງເຢັນ, ເຄື່ອງປັບອາກາດໄດ້ ເຊັ່ນ: ແອ, ຕູ້ເຢັນ, ໂຮງນ້ຳກ້ອນເປັນຕົ້ນ
ຈົບແລ້ວປະກອບອາຊີບຫຍັງໄດ້ແດ່?
-
ສາມາດປະກອບອາຊີບເປັນນາຍຊ່າງໃນການຕິດຕັ້ງ ແລະ ສ້ອມແປງເຄື່ອງທຳຄວາມເຢັນ
-
ສາມາດປະກອບອາຊີບ ຫຼື ທຸລະກິດສ່ວນຕົວໄດ້
ສາມາດຮຽນໄດ້ຢູ່ໃສ?
-
ວິທະຍາໄລ ເຕັກນິກປາກປ່າສັກ
- ພາກວິຊາ ໄຟຟ້າ-ເອເລັກໂຕຣນິກ
- ຫຼັກສູດຊັ້ນກາງ (12+2) ຫຼື (9+3), ຮຽນ 4 ປີ ແລະ ຮຽນເປັນພາກ ເຊັ່ນ: ພາກເຊົ້າ ແລະ ພາກບ່າຍ





