ໄອທີອຸດສາຫະກຳ
ນິຍາມ ແລະ ຄວາມສຳຄັນ
ສາຂາໄອທີອຸດສາຫະກຳ ເປັນຫຼັກສູດທີ່ເນັ້ນໜັກດ້ານທັກສະ, ຄວາມຮູ້, ຄວາມສາມາດ, ຄວາມຊ່ຽວຊານທາງດ້ານວິຊາການ, ຂໍ້ມູນຂ່າວສານ, ການອອກແບບໃນຂົງເຂດອາຊີບ ແລະ ກິດຈະກຳຕ່າງໆທີ່ກ່ຽວຂ້ອງ.

ຮຽນກ່ຽວກັບຫຍັງ?
-
ສາຂານີ້ຮຽນກ່ຽວກັບການຂຽນໂປຣແກຣມ
-
ການອອກແບບລະບົບຄວບຄຸມອັດຕະໂນມັດ
ທັກສະ ແລະ ຄວາມສົນໃຈ
-
ສົນໃຈໃນການສ້າງນະວັດຕະກຳ ຫຼື ສິ່ງປະດິດໃໝ່ໆ
-
ຄວາມຮູ້ພື້ນຖານກ່ຽວກັບຟີຊິກສາດ
-
ທັກສະໃນການຄິດ, ວິເຄາະ ແລະ ຈິນຕະນາການ
-
ທັກສະດ້ານການຄິດໄລ່
ຮຽນແລ້ວໄດ້ຫຍັງ?
-
ສາມາດນຳໃຊ້ວິຊາສະເພາະຂອງຕົນເອງເຂົ້າໃນວຽກງານໄດ້ຢ່າງຄ່ອງແຄ້ວ
-
ສາມາດສຶກສາວິໄຈ ແລະ ອອກແບບຜະລິດຕະພັນ ເພື່ອອອກຮັບໃຊ້ວຽກງານອຸດສາຫະກຳດ້ານຕ່າງໆໄດ້
-
ຮູ້ວາງແຜນໂຄງການ ແລະ ການຈັດສັນວຽກງານ
-
ຮູ້ວິທີໃນການອອກແບບຄິດໄລ່, ຮູ້ຫຼັກການສຶກສາວິໄຈ, ວິເຄາະ ແລະ ອອກແບບວາງແຜນພັດທະນາໃນວຽກງານອຸດສາຫະກຳ
ຈົບແລ້ວປະກອບອາຊີບຫຍັງໄດ້ແດ່?
-
ສາມາດສ້າງນະວັດຕະກຳໃໝ່ໆເພື່ອຮັບໃຊ້ສັງຄົມ
-
ສາມາດເຮັດວຽກກັບພາກລັດ ແລະ ເອກະຊົນ ຫຼື ເປີດບໍລິສັດເອງໄດ້
-
ສາມາດສ້າງຜະລິດຕະພັນແບບລະບົບອັດຕະໂນມັດເພື່ອຮັບໃຊ້ເຂົ້າໃນຂະແໜງການຕ່າງໆເຊັ່ນ: ອຸດສາຫະກຳ, ກະສິກຳ ແລະ ຂະແໜງການບໍລິການຕ່າງໆ
-
ເຮັດວຽກວິຊາການດ້ານ: ການອອກແບບ, ຕິດຕັ້ງ ແລະ ສ້ອມແປງລະບົບຄວບຄຸມໃນໂຮງງານອຸດສາຫະກຳຂະໜາດນ້ອຍ ແລະ ກາງເຮັດວຽກວິຊາການດ້ານ: ການອອກແບບ, ຕິດຕັ້ງ ແລະ ສ້ອມແປງລະບົບຄວບຄຸມໃນໂຮງງານອຸດສາຫະກຳຂະໜາດນ້ອຍ ແລະ ກາງ
ສາມາດຮຽນໄດ້ຢູ່ໃສ?
-
ວິທະຍາໄລສັບພະວິຊາ
- ພາກວິຊາ ໄອທີອຸດສາຫະກຳ
- ຫຼັກສູດຊັ້ນສູງ (12+3), ຮຽນ 3 ປີ ແລະ ຮຽນເຕັມເວລາ





