top of page
ໄຟຟ້າອາຄານ
ນິຍາມ ແລະ ຄວາມສຳຄັນ
ສາຂາໄຟຟ້າອາຄານ ແມ່ນສາຂາໜຶ່ງທີ່ຮຽນກ່ຽວກັບໄຟຟ້າ ເຊິ່ງຄວາມຕ້ອງການຂອງຕະຫຼາດແຮງງານໃນສາຂານີ້ແມ່ນຍັງມີຫຼາຍ ແລະ ເປັນສາຂາທີ່ເມື່ອຮຽນຈົບແລ້ວແມ່ນສາມາດປະກອບອາຊີບດ້ວຍຕົນເອງໄດ້.

ຮຽນກ່ຽວກັບຫຍັງ?
-
ສາຂານີ້ຮຽນກ່ຽວກັບທັກສະ ແລະ ວິທີການຕ່າງ ໆໃນການຕິດຕັ້ງໄຟຟ້າໃນອາຄານ
ທັກສະ ແລະ ຄວາມສົນໃຈ
-
ມັກຮັກໃນການເຮັດວຽກໄຟຟ້າ
-
ມີພື້ນຖານດ້ານການຄິດໄລ່
-
ທັກສະການຄິດວິເຄາະ ແລະ ປະເມີນ
-
ທັກສະການນຳໃຊ້ຄອມພິວເຕີ
ຮຽນແລ້ວໄດ້ຫຍັງ?
-
ຮຽນສາຍນີ້ແລ້ວສາມາດຄິດໄລ່ ແລະ ປະເມີນລາຄາອຸປະກອນໃນການຕິດຕັ້ງໄຟຟ້າໄດ້
-
ສາມາດຕິດຕັ້ງລະບົບໄຟຟ້າ ເພື່ອໃຫ້ແສງສະຫວ່າງພາຍໃນອາຄານໄດ້
ຈົບແລ້ວປະກອບອາຊີບຫຍັງໄດ້ແດ່?
-
ສາມາດເປັນຊ່າງຕິດຕັ້ງໄຟຟ້າພາຍໃນອາຄານຕ່າງໆໄດ້
-
ສາມາດເປັນຊ່າງສ້ອມແປງເຄື່ອງໄຟຟ້າທົ່ວໄປໄດ້
-
ສາມາດເປັນນາຍຊ່າງໃນສຳນັກງານ ຫຼື ອົງກອນທົ່ວໄປໄດ້
-
ສາມາດປະກອບທຸລະກິດເປັນຂອງຕົນເອງໄດ້
ສາມາດຮຽນໄດ້ຢູ່ໃສ?
-
ວິທະຍາໄລ ເຕັກນິກປາກປ່າສັກ
- ພາກວິຊາ ໄຟຟ້າ-ເອເລັກໂຕຣນິກ
- ຫຼັກສູດຊັ້ນກາງ (12+2 ) ຫຼື (9+3), ຮຽນ 4 ປີ ແລະ ຮຽນເຕັມເວລາ

bottom of page




