top of page
ນັກເຄມີ
ນິຍາມອາຊີບ
ນັກເຄມີ ແມ່ນນັກວິທະຍາສາດປະເພດໜຶ່ງທີ່ມີຄວາມສາມາດໃນການວິໄຈ, ພັດທະນາ, ທົດສອບ, ວິເຄາະສ່ວນປະກອບ, ຄຸນສົມບັດ ແລະ ການເກີດຂຶ້ນໄດ້ຂອງສານເຄມີ, ການປ່ຽນແປງຂອງທາດ ແລະ ສານປະເພດຕ່າງໆ ໃຫ້ກັບຂະແໜງການອຸດສາຫະກໍາປະເພດຕ່າງໆໃນການດໍາເນີນການຜະລິດ.
ການເຮັດວຽກ
ລັກສະນະວຽກ
ລັກສະນະວຽກຂອງນັກເຄມີສ່ວນໃຫຍ່ແມ່ນເຮັດວຽກກ່ຽວກັບການຄົ້ນຄວ້າ, ວິໄຈ ໃນຫ້ອງປະຕິບັດການ (ຫ້ອງແລ໋ບ) ເພື່ອທົດລອງບັນດາຄຸນສົມບັດຂອງສານເຄມີ ໃຫ້ກັບບັນດາຂະແໜງການອຸດສາກະກໍາອື່ນໆ ເພື່ອນໍາໄປຜະລິດ ເຊັ່ນ: ຂະແໜງການຜະລິດເຄື່ອງອຸປະໂພກບໍລິໂພກ, ການຜະລິດເຄື່ອງສໍາອາງ, ຂະແໜງການຜະລິດຢາ ແລະ ອື່ນໆ.
ໜ້າທີ່ຮັບຜິດຊອບ
-
ອອກໄປພົບລູກຄ້າ ເພື່ອຮັບຟັງຄວາມຕ້ອງການຂອງລູກຄ້າ ຫຼື ຜູ້ຈ້າງງານ (ກໍລະນີທີ່ເຮັດວຽກໃນສູນຄົ້ນຄວ້າວິໄຈ ແລະ ຮັບໂຄງການຄົ້ນຄວ້າ)
-
ວິເຄາະກ່ຽວກັບຂະແໜງການທີ່ຕົນເອງເຮັດວຽກຢູ່ ເຊັ່ນ: ນັກເຄມີບາງຄົນໄດ້ມີການວິເຄາະກ່ຽວກັບນໍ້າ ເນື່ອງຈາກວ່າເຮັດວຽກຢູ່ເຂື່ອນ ເປັນຕົ້ນ
-
ຄົ້ນຄວ້າ, ວິໄຈ, ພັດທະນາກ່ຽວກັບບັນດາທາດ, ຄຸນລັກສະນະ ແລະ ຄຸນສົມບັດຂອງທາດເຄມີປະເພດອື່ນໆ
-
ສຶກສາກ່ຽວກັບໂຄງສ້າງທາງດ້ານຈຸລັງ, ອາໂຕມ, ໂມເລກຸນຂອງບັນດາທາດຕ່າງໆ
-
ນັກເຄມີບາງຄົນມີໜ້າທີ່ໃນການຄວບຄຸມການຜະລິດຂອງໂຮງງານການຜະລິດ
-
ເມື່ອສາມາດຄົ້ນຄວ້າ-ວິໄຈຜົນງານທີ່ແປກໃໝ່ ກໍນໍາເອົາຜົນທີ່ຕົນເອງວິໄຈໄດ້ມາເຜີຍແຜ່ໃຫ້ກັບຄົນໃນສັງຄົມໄດ້ຮັບຮູ້
ສະຖານທີ່ເຮັດວຽກ
-
ສູນຄົ້ນຄວ້າ
-
ໂຮງງານອຸດສາຫະກໍາການຜະລິດອື່ນໆ
-
ເຂື່ອນໄຟຟ້າ
-
ໂຮງໝໍ
-
ໂຮງຮຽນ
ຜູ້ທີ່ຕ້ອງເຮັດວຽກຮ່ວມ
-
ຜູ້ວິໄຈຄົນອື່ນໆ ຫຼື ທີມຄົ້ນຄວ້າ
-
ຜູ້ຈັດການ ຫຼືື ຫົວໜ້າພະແນກ
-
ລູກຄ້າ
-
ວິສະວະກອນຄົນອື່ນໆ (ໃນກໍລະນີທີ່ເຮັດວຽກໃນຂະແໜງອຸດສາຫະກໍາ)
ທາງເລືອກອາຊີບ
ອາຊີບນັກເຄມີແມ່ນມີທາງເລືອກດ້ານອາຊີບທີ່ມີຄວາມໜ້າສົນໃຈດັ່ງນີ້:
-
ສາມາດເຮັດວຽກໃນຂະແໜງການໂດຍກົງ ເຊິ່ງເຮັດວຽກກ່ຽວກັບການຄົ້ນ-ວິໄຈກ່ຽວກັບເຄມີເປັນຫຼັກ
-
ການເປັນນັກເຄມີແມ່ນມີສະຖານທີ່ປະກອບການທີ່ຫຼາກຫຼາຍ ແລະ ມີຫຼາຍຂະແໜງການທີ່ສາມາດຄົ້ນຄວ້າ, ລົງເລິກໄດ້ ເຊັ່ນ: ເຮັດວຽກໃນຂະແໜງການຜະລິດຜະລິດຕະພັນຄວາມງາມ, ເຂື່ອນ, ຜະລິດອາຫານ ເປັນຕົ້ນ
-
ສາມາດເຮັດວຽກທີ່ບໍ່ກ່ຽວກັບການຄົ້ນຄວ້າໄດ້ ເຊັ່ນ: ເປັນຄູສອນວິຊາເຄມີ
ຄວາມກ້າວໜ້າທາງດ້ານອາຊີບ
ການເຕີບໂຕທາງດ້ານອາຊີບ
ນັກເຄມີແມ່ນມີເສັ້ນທາງການເຕີບໂຕທາງດ້ານອາຊີບທີ່ໜ້າສົນໃຈ ເຊັ່ນ:
-
ເມື່ອມີປະສົບການໃນການເຮັດວຽກແມ່ນສາມາດເດີນທາງໄປຄົ້ນຄວ້າ, ໄປແລກປ່ຽນ ແລະ ຍົກສູງລະດັບການສຶກສາໃນຕ່າງປະເທດໄດ້
-
ມີໂອກາດໃນການເຮັດວຽກກັບວິຊາການຕ່າງປະເທດທີ່ເກັ່ງ
-
ເມື່ອມີຄວາມຮູ້ໃນການປະກອບອາຊີບນີ້ ແມ່ນສາມາດເຮັດວຽກໃນຫຼາຍຂະແໜງການທີ່ເຮັດການຄົ້ນຄວ້າກ່ຽວກັບເຄມີໄດ້
ຂັ້ນລາຍໄດ້
(ບໍ່ມີຂໍ້ມູນ)
ເງິນເດືອນພື້ນຖານ
(ບໍ່ມີຂໍ້ມູນ)
ແຂ່ງຂັນ ແລະ ຄວາມຕ້ອງການຂອງຕະຫຼາດແຮງງານ
ອາຊີບນັກເຄມີ ຄວາມຈິງແລ້ວແມ່ນເປັນທີ່ຕ້ອງການຂອງບັນດາໂຮງຈັກໂຮງງານ ເພາະຈະເປັນຜູ້ຄວບຄຸມ, ເຮັດການຄົ້ນຄວ້າໃຫ້ກັບບັນດາໂຮງຈັກໂຮງງານໃນການຜະລິດ ເພື່ອໃຫ້ຜະລິດຕະພັນອອກມາມີຄຸນນະພາບ ແລະ ສາມາດຕອບສະໜອງໃຫ້ກັບຄົນໃນສັງຄົມໄດ້. ຕົວຢ່າງເຊັ່ນ: ໃນເຂື່ອນໄຟຟ້າພະລັງງານນໍ້າຕົກ ກໍຕ້ອງການນັກເຄມີເພື່ອກວດສອບຄຸນນະພາບນໍ້າ ເພື່ອໃຫ້ການຜະລິດພະລັງງານໄຟຟ້າມີປະສິດທິພາບ.
ຂໍ້ດີ ແລະ ຂໍ້ເສຍ
ຂໍ້ດີ
-
ຖ້າເປັນນັກເຄມີທີ່ເຮັດວຽກກ່ຽວກັບການວິໄຈ, ການຄົ້ນຄວ້າ, ການທົດລອງຕ່າງໆ ແມ່ນມີລາຍໄດ້ຂ້ອນຂ້າງສູງ
-
ມີໂອກາດໃນການເຮັດວຽກກັບຕ່າງປະເທດ ແລະ ມີໂອກາດໃນການເດີນທາງໄປສຶກສາ, ເຮັດບົດຄົ້ນຄວ້າໃນຕ່າງປະເທດ ເພື່ອພັດທະນາທັກສະ
-
ເປັນອາຊີບທີ່ຍັງບໍ່ມີການແຂ່ງຂັນກັນສູງ ແຕ່ເປັນທີ່ຕ້ອງການຂອງຕະຫຼາດແຮງງານ
-
ລາຍໄດ້ຂ້ອນຂ້າງສູງ ໂດຍສະເພາະແມ່ນຖ້າມີໂຄງການຄົ້ນຄວ້າວິໄຈໃດໜຶ່ງ
-
ສາມາດຂໍທຶນ ເພື່ອມາເຮັດໂຄງການຄົ້ນຄວ້າໄດ້
ຂໍ້ເສຍ
-
ການເຮັດວຽກແມ່ນຂ້ອນຂ້າງໜັກ ເນື່ອງຈາກວ່າຕ້ອງເຮັດວຽກໃນຫ້ອງປະຕິບັດການເປັນສ່ວນໃຫຍ່ ເຊິ່ງຫ້ອງນັ້ນຕ້ອງມີການຂ້າເຊື້ອ ແລະ ຫຼີກລ້ຽງຈາກແສງແດດ
ຄຸນສົມບັດທີ່ເໝາະສົມກັບອາຊີບ
-
ມັກໃນການເຮັດວຽກຄົ້ນຄວ້າ, ວິໄຈ
-
ມີຄວາມອົດທົນ
-
ມີຄວາມຮັບຜິດຊອບຕໍ່ໜ້າທີ່ສູງ
-
ສົນໃຈໃນວິຊາວິທະຍາສາດທໍາມະຊາດ
-
ມີຄວາມກ້າຫານໃນການຕັດສິນໃຈ ແລະ ກ້າທີ່ຈະລອງຜິດລອງຖືກ
-
ມັກສົງໄສ ແລະ ຊ່າງສັງເກດ
ທັກສະທີ່ເໝາະສົມກັບອາຊີບ
-
ຄວາມຮູ້ສະເພາະດ້ານກ່ຽວກັບເຄມີ
-
ຕ້ອງຈົບການສຶກສາສະເພາະດ້ານ ແລະ ຕ້ອງຈົບຫຼັກສູດປະລິນຍາຕີໂດຍສະເພາະ ເຊັ່ນ: ສາຍວິຊາເຄມີ
-
ທັກສະການແກ້ໄຂບັນຫາສະເພາະໜ້າ
-
ທັກສະທາງດ້ານພາສາອັງກິດ ແມ່ນຈະຊ່ວຍຕໍ່ຍອດໃນການເຮັດບົດຄົ້ນຄວ້າ, ການຂໍທຶນ ແລະ ການເຜີຍແຜ່ບົດຄົ້ນຄວ້າ ຫຼັງຈາກທີ່ສໍາເລັດການວິໄຈ
ຄຸນຄ່າຂອງອາຊີບ
ນັກເຄມີແມ່ນຜູ້ທີ່ມີສ່ວນສໍາຄັນໃນຊີວິດປະຈໍາວັນຂອງເຮົາ ເນື່ອງຈາກວ່າທຸກໆສິນຄ້າທີ່ເຮົານໍາໃຊ້ທຸກມື້ລ້ວນແລ້ວແຕ່ມາຈາກການຄົ້ນຄວ້າຂອງນັກເຄມີ ເຊັ່ນ: ແຟ໋ບ, ສະບູ, ນໍ້າຫອມ, ອາຫານສໍາເລັດຮູບ, ເຄື່ອງນຸ່ງຫົ່ມ ແລະ ອື່ນໆ. ຍ້ອນມີອາຊີບນັກເຄມີ ເຮົາຈຶ່ງໄດ້ມີເຄື່ອງໃຊ້, ອາຫານການກິນ ແລະ ສິ່ງອໍານວຍຄວາມສະດວກຕ່າງໆໃນຊີວິດຂອງເຮົາ ເພື່ອໃຫ້ເຮົາໄດ້ໃຊ້ຊີວິດສ ະດວກສະບາຍຂຶ້ນ.
ຊ່ອງທາງການສຶກສາເພີ່ມເຕີມ
ສາຂາທີ່ກ່ຽວຂ້ອງກັບສາຍອາຊີບນີ້ໂດຍກົງປະກອບມີ:
-
ຄະນະວິທະຍາສາດທໍາມະຊາດ, ມະຫາວິທະຍາໄລແຫ່ງຊາດ
-
ມະຫາວິທະຍາໄລສຸຂະພາບ
ນອກນັ້ນ, ເຮົາຍັງສາມາດສຶກສາກ່ຽວກັບອາຊີບນີ້ໄດ້ເພີ່ມເຕີມຜ່ານຈາກການສຶກສາບົດຄົ້ນຄວ້າຂອງນັກເຄມີຄົນອື່ນໆ, ສາມາດສຶກສາຜ່ານອິນເຕເນັດໄດ້ ເຊັ່ນ: Youtube, google ແລະ ອື່ນໆ
ອາຊີບທີ່ໃກ້ຄຽງ
-
ນັກວິທະຍາສາດ
-
ນັກຊີວະ
-
ນັກຟີຊິກ
-
ນັກປຸງແຕ່ງຢາ
ຄໍາແນະນໍາການພັດທະນາຕົນເອງ
-
ໝັ່ນສຶກສາຄົ້ນຄວ້າກ່ຽວກັບວິຊາເຄມີ
-
ເຝິກທັກສະພາສາຕ່າງປະເທດ ເຊັ່ນ: ພາສາອັງກິດ ແມ່ນຈະຊ່ວຍຕໍ່ຍອດໃນການເຮັດວຽກ ແລະ ການສຶກສາ
-
ເຝິກທັກສະດ້ານການຄິດ, ການສັງເກດ ແລະ ຮຽນຮູ້ຢູ່ຕະຫຼອດເວລາ
ຊ່ວງເວລາໃນການເຮັດວຽກ
-
ບໍ່ມີໂມງໃນການເຮັດວຽກຕາຍໂຕ ຂຶ້ນກັບແຕ່ລະອົງກອນເປັນຄົນກໍານົດ
bottom of page




