top of page

ວິສະວະກອນກົນຈັກ

ນິຍາມອາຊີບ

ວິສະວະກອນກົນຈັກ ແມ່ນຜູ້ທີ່ອອກແບບເຄື່ອງຈັກ, ຈັດການໂຮງງານ: ອອກແບບຄິດໄລ່ຊິ້ນສ່ວນຂອງເຄື່ອງຈັກ, ຮັບຜິດຊອບໃນການເບິ່ງແຍງເຄື່ອງກົນຈັກໃຫ້ດໍາເນີນໄດ້ຢ່າງປົກກະຕິ. 
ຕົວຢ່າງເຊັ່ນ: ໂຮງງານການຜະລິດສິນຄ້າອຸປະໂພກບໍລິໂພກ, ໂຮງງານຜະລິດເຄື່ອງນຸ່ງຫົ່ມເປັນຕົ້ນ.

ການເຮັດວຽກ

ລັກສະນະວຽກ

ລັກສະນະການເຮັດວຽກຂອງວິສະວະກອນກົນຈັກ ຄວາມຈິງແລ້ວຂ້ອນຂ້າງກວ້າງ ເນື່ອງຈາກວ່າວິສະວະກອນກົນຈັກບໍ່ໄດ້ມີຄວາມຮູ້ພຽງແຕ່ກ່ຽວກັບເຄື່ອງຈັກເທົ່ານັ້ນ ແຕ່ຍັງໄດ້ລົງເລິກ ແລະ ສຶກສາກ່ຽວກັບໂຄງສ້າງ, ແຮງ, ພະລັງງານ, ອາກາດ, ລະບົບປັບອາກາດ ແລະ ອື່ນໆ. ຢ່າງໃດກໍຕາມ, ວິສະວະກອນກົນຈັກແຕ່ລະຄົນ ແມ່ນຈະເຮັດວຽກໃນຂົງເຂດທີ່ແຕກຕ່າງກັນອອກໄປ. ວິສະວະກອນກົນຈັກ ແລະ ຊ່າງກົນຈັກແມ່ນມີຄວາມແຕກຕ່າງກັນ, ວິສະວະກອນສ່ວນໃຫຍ່ແມ່ນຜູ້ທີ່ຊີ້ນໍາ ແລະ ວາງແຜນ ສ່ວນຜູ້ທີ່ລົງມືສ້ອມແປງ ແລະ ປະຕິບັດແມ່ນຊ່າງກົນຈັກ.

ໜ້າທີ່ຮັບຜິດຊອບ

  • ຄິດໄລ່,ອອກແບບວ່າເຄື່ອງຈັກຕ້ອງມີລັກສະນະແບບໃດ, ຂະໜາດເທົ່າໃດ, ກໍາລັງແຮງທໍ່ໃດ ເພື່ອໃຫ້ສາມາດຜະລິດສິນຄ້າອອກມາຕາມຄວາມຕ້ອງການ

  • ບູລະນະຮັກສາ,ອອກແບບຮູບການສ້ອມແປງໃນໂຮງຈັກໂຮງງານ

  • ເບິ່ງແຍງ ແລະ ແນະນໍາຊ່າງໃນການບໍາລຸງຮັກສາ ແລະ​ ສ້ອມແປງເຄື່ອງຈັກ

  • ເຮັດໜ້າທີ່ເປັນຂົວຕໍ່ລະຫວ່າງໂຮງງານຝ່າຍຜະລິດ ແລະ ຊ່າງ ໝາຍຄວາມວ່າເມື່ອຊ່າງສ້ອມແປງໃນບໍລິສັດໃດໜຶ່ງເຮັດວຽກ ແລະ ຄົ້ນພົບວ່າຕົນເອງຂາດອຸປະກອນບາງສ່ວນ ວິສະວະກອນກົນຈັກກໍຈະເປັນຜູ້ເບີກຊື້ວ່າຕ້ອງຊື້ເຄື່ອງຈັກ ຫຼື ອຸປະກອນປະເພດໃດ, ຂະຫນາດທໍ່ໃດເປັນຕົ້ນ. 

  • ວິສະວະກອນກົນຈັກທີ່ເຮັດວຽກໃນອາຄານຂະໜາດໃຫຍ່ ບາງຄົນໄດ້ມີການອອກແບບລະບົບທໍ່ນ້ຳ, ລະບົບປັບອາກາດ, ລະບົບສາທາລະນຸປະໂພກ ເປັນຕົ້ນ

ສະຖານທີ່ເຮັດວຽກ

  • ໂຮງງານອຸດສາຫະກຳທີ່ຜະລິດເຄື່ອງຈັກ

  • ໂຮງງານອື່ນໆທີ່ມີການນໍາໃຊ້ເຄື່ອງກົນຈັກ

  • ບໍລິສັດນໍາເຂົ້າ ແລະ ປະກອບຊິ້ນສ່ວນຂອງເຄື່ອງຈັກ

  • ເຂື່ອນໄຟຟ້າ

  • ລົດໄຟລາວ-ຈີນ

ຜູ້ທີ່ຕ້ອງເຮັດວຽກຮ່ວມ

  • ວິສະວະກອນໄຟຟ້າ

  • ວິສະວະກອນອຸດສາຫະກໍາ

  • ວິສະວະກອນວັດສະດຸ 

  • ຜູ້ຈ້າງງານ

  • ຜູ້ຈັດການ ຫຼື ຜູ້ຄຸມການຜະລິດ

  • ຊ່າງ

ທາງເລືອກອາຊີບ

  •  ອາຊີບວິສະວະກອນກົນຈັກແມ່ນມີທາງເລືອກທາງດ້ານອາຊີບທີ່ຫຼາກຫຼາຍເຊັ່ນ:

  • ສາມາດເຮັດວຽກໃນຂະແໜງອຸດສາຫະກໍາທີ່ຕົນເອງສົນໃຈ ແລະ ສາມາດລົງເລິກໃນດ້ານທີ່ຕົນເອງສົນໃຈ

  • ສາມາດນໍາໃຊ້ຄວາມຮູ້ທີ່ມີເຮັດວຽກໃນສາຍອາຊີບທີ່ໃກ້ຄຽງກັນໄດ້ຄື: ວິສະວະກອນອຸດສາຫະກໍາ  ແລະ ວິສະວະກອນວັດສະດຸ

  • ສາມາດນໍາໃຊ້ຄວາມຮູ້ທີ່ມີໃນການເຮັດວຽກໃນຂະແໜງການໄຟຟ້າຝ່າຍຜະລິດ ໂດຍສະເພາະແມ່ນຄວບຄຸມເຄື່ອງຈັກໃນການຜະລິດ

  • ຖ້າຫາກມີທຶນຮອນ ແລະ ມີປະສົບການໃນການເຮັດວຽກດ້ານກົນຈັກ ກໍສາມາດສ້າງຕັ້ງບໍລິສັດ ຫຼື ຮ້ານກ່ຽວກັບການປະກອບ, ນໍາເຂົ້າ ແລະ ຈໍາໜ່າຍກ່ຽວກັບເຄື່ອງກົນຈັກ

ຄວາມກ້າວໜ້າທາງດ້ານອາຊີບ

ການເຕີບໂຕທາງດ້ານອາຊີບ

  • ສາມາດເລື່ອນຂັ້ນເປັນຜູ້ຄຸມງານ

  • ເປັນຜູ້ຈັດການດ້ານກົນຈັກ

  • ເປັນທີ່ປຶກສາວິສະວະກອນກົນຈັກລະດັບສູງ

  • ສໍາລັບບາງຄົນທີ່ມີຄວາມຮູ້ດ້ານການຂາຍ ແລະ ຄວາມຮູ້ດ້ານກົນຈັກ ກໍຈະອອກມາຕັ້ງບໍລິສັດ ຫຼື ຮ້ານເປັນຂອງຕົນເອງ

  • ສາມາດຕັ້ງບໍລິສັດກ່ຽວກັບການປະກອບເຄື່ອງຈັກ ຫຼື ຜະລິດເຄື່ອງຈັກຂະໜາດນ້ອຍໄດ້

ຂັ້ນລາຍໄດ້

ອີງຕາມການສໍາຫຼວດເງິນເດືອນ ແລະ ແນວໂນ້ມການຈ້າງງານປະຈໍາປີ 2022-2023  ຂອງທາງບໍລິສັດ108 Job  ແລະ Wise Research ໄດ້ໃຫ້ຮູ້ວ່າອາຊີບວິສະວະກອນກົນຈັກໂດຍສະເລ່ຍແລ້ວມີຂັ້ນລາຍໄດ້ທີ່ຂຶ້ນກັບປະສົບການດັ່ງນີ້ຄື:

  • ຈົບໃໝ່ລາຍໄດ້ສະເລ່ຍ 3.875.000 ກີບ

  • ປະສົບການເຮັດວຽກ 1-3 ປີ ລາຍໄດ້ສະເລ່ຍ 4.055.833 ກີບ

  • ປະສົບການເຮັດວຽກ4-6 ປີ ລາຍໄດ້ສະເລ່ຍ 6.030.000 ກີບ

  • ປະສົບການເຮັດວຽກ 7 ປີ ຂຶ້ນໄປ ລາຍໄດ້ສະເລ່ຍ 12.556.688 ກີບ

ເງິນເດືອນພື້ນຖານ

ແຂ່ງຂັນ ແລະ ຄວາມຕ້ອງການຂອງຕະຫຼາດແຮງງານ

ໃນຂະບວນການພັດທະນາຂອງປະເທດເຮົາ ວິສະວະກອນກົນຈັກໄດ້ກາຍເປັນທີ່ຕ້ອງການຂອງບັນດາໂຮງຈັກ, ໂຮງງານຕ່າງໆ ເນື່ອງຈາກວ່າດ້ານກໍາລັງການຜະລິດກໍຕ້ອງການຜູ້ທີ່ມີຄວາມຮູ້, ຄວາມສາມາດ, ສາມາດອອກແບບ ແລະ ຄວບຄຸມເຄື່ອງຈັກໃນການຜະລິດໄດ້ ເພື່ອໃຫ້ການຜະລິດສິນຄ້າຕ່າງໆອອກມາມີປະສິດທິພາບ ແລະ ມີຄວາມປອດໄພກັບພະນັກງານຜູ້ທີ່ເຮັດວຽກຕ່າງໆ.

ຂໍ້ດີ ແລະ ຂໍ້ເສຍ

ຂໍ້ດີ

  • ເປັນອາຊີບທີ່ຕະຫຼາດແຮງງານມີຄວາມຕ້ອງການ

  • ສາມາດນໍາໃຊ້ຄວາມຮູ້ທີ່ມີເຮັດວຽກໃນຫຼາຍຂົງເຂດອາຊີບທີ່ໃກ້ຄຽງໄດ້ 

  • ໄດ້ຮັບຄ່າຕອບແທນສູງ

  • ມີໂອກາດໄດ້ຮ່ວມວຽກກັບວິຊາການຕ່າງປະເທດທີ່ເກັ່ງ ແລະ ມີປະສົບການ

  • ສາມາດເຮັດວຽກໃນຕະຫຼາດແຮງງານສາກົນໄດ້ ຖ້າຫາກວ່າມີພື້ນຖານຄວາມຮູ້ໃນດ້ານວິຊາການ, ຄວາມຮູ້ກ່ຽວກັບພາສາຕ່າງປະເທດ

  • ການເຮັດວຽກໃນສາຍອາຊີບນີ້ ຕ້ອງໄດ້ມີຄວາມຮັບຜິດຊອບສູງ ແລະ ໃນບາງຄັ້ງອາດມີຄວາມກົດດັນ ໂດຍສະເພາະເມື່ອເຄື່ອງຈັກມີບັນຫາ ຕ້ອງໄດ້ຫາວິທີທາງແກ້ໄຂຢ່າງຮີບດ່ວນ 

ຂໍ້ເສຍ

  • ໂຮງງານສ່ວນໃຫຍ່ມັກນໍາເອົາວິຊາການຈາກຕ່າງປະເທດ.​ດັ່ງນັ້ນຜູ້ທີ່ປະກອບອາຊີບນີ້ຈໍາເປັນຕ້ອງໄດ້ສະແດງສັກກະຍະພາບຂອງຕົນເອງອອກມາ

ຄຸນສົມບັດທີ່ເໝາະສົມກັບອາຊີບ

  • ມີຄວາມຮັບຜິດຊອບສູງ

  • ມີຄວາມອົດທົນໃນໜ້າວຽກສູງ

  • ມີໃຈມັກ-ຮັກໃນດ້ານເຄື່ອງກົນຈັກ ແລະ ການອອກແບບ

  • ມັກວຽກທີ່ທ້າທາຍ 

  • ມີຈັນຍາບັນໃນອາຊີບ

  • ມີໄຫວພິບດີ ແລະ ຊ່າງສັງເກດ

  • ສາມາດເຮັດວຽກພາຍໃຕ້ຄວາມກົດດັນໄດ້ດີ

ທັກສະທີ່ເໝາະສົມກັບອາຊີບ

  • ຕ້ອງມີຄວາມຮູ້ສະເພາະດ້ານ ເຊັ່ນ: ທັກສະດ້ານຄະນິດສາດ, ຟີຊິກ ໂດຍສະເພາະແມ່ນການຄິດໄລ່ການເຄື່ອນທີ່ຂອງເຄື່ອງຈັກວ່າຈະເຄື່ອນທີ່ໄປທາງໃດ, ແຮງງານທີ່ຄວບຄຸມເຄື່ອງຈັກຕ້ອງມີຈັກຄົນ ເປັນຕົ້ນ

  • ຄວາມຮູ້ກ່ຽວກັບການອອກແບບເຄື່ອງຈັກ ແລະ ການຄິດວິເຄາະ, ໜ້າຕາເຄື່ອງກົນຈັກຈະເປັນແບບໃດທັງລະບົບ​ 2D, 3D

  • ຖ້າຫາກວ່າໄດ້ພາສາຕ່າງປະເທດ ເປັນຕົ້ນແມ່ນພາສາອັງກິດ ແລະ ພາສາທີ 3 ທີ່ກ່ຽວຂ້ອງກັບສະຖານປະກອບການທີ່ຕົນເອງເຮັດວຽກຢູ່ ກໍຍິ່ງມີໂອກາດໃນກາືັດນຮ່ວມມືກັບວິຊາການຕ່າງປະເທດທີ່ມີປະສົບການ 

  • ທັກສະດ້ານການນໍາໃຊ້ຄອມພິວເຕີໃນການອອກແບບຕ່າງໆ ແລະ ການຂຽນໂປຣແກຣມເພື່ອຄວບຄຸມເຄື່ອງຈັກ

  • ທັກສະການສື່ສານ

ຄຸນຄ່າຂອງອາຊີບ

ອາຊີບວິສະວະກອນກົນຈັກ ແມ່ນຜູ້ທີ່ອອກແບບຄິດໄລ່, ບໍາລຸງຮັກສາ, ຈັດການໂຮງງານ, ບູລະນະຮັກສາ ແລະ ເປັນຜູ້ເບິ່ງແຍງຊ່າງໃນການສ້ອມແປງ ແລະ ເບິ່ງແຍງເຄື່ອງຈັກເພື່ອໃຫ້ພະນັກງງານຄົນອື່ນໆທີ່ເຮັດວຽກໃນໂຮງງານໄດ້ຮັບຄວາມປອດໄພ.ນອກນັ້ນ, ໃນລະບົບໂຄງສ້າງທໍ່ນໍ້າ ຫຼື ລະບົບອາກາດ ກໍຍັງແມ່ນນັກວິສະວະກອນກົນຈັກເປັນຜູ້ດູແລ, ຄວບຄຸມ ຖ້າຫາກວ່າບໍ່ມີອາຊີບນີ້ໃນການອອກແບບ ຕຶກອາຄານທີ່ໃຫຍ່ໆກໍອາດບໍ່ມີຄວາມໝັ້ນຄົງ ແລະ ປອດໄພໄດ້.

ຊ່ອງທາງການສຶກສາເພີ່ມເຕີມ

ສາຂາທີ່ກ່ຽວຂ້ອງກັບສາຍອາຊີບນີ້ປະກອບມີ:

  • ຄະນະວິສະວະກໍາສາດ, ມະຫາວິທະຍາໄລແຫ່ງຊາດ 

    ນອກນັ້ນ, ອາຊີບນີ້ຍັງສາມາດສຶກສາທັກສະອື່ນໆທີ່ຈໍາເປັນຂັ້ນພື້ນຖານຕໍ່ການປະກອບອາຊີບວິສະວະກອນກົນຈັກໄດ້ຜ່ານທາງອິນເຕີເນັດເຊັ່ນ: Google, Youtube ແລະ ອື່ນໆ.

ອາຊີບທີ່ໃກ້ຄຽງ

  • ວິສະວະກອນອຸກສາຫະກໍາ

  • ວິສະວະກອນວັດສະດຸ

  • ວິສະວະກອນໄຟຟ້າ

ຄໍາແນະນໍາການພັດທະນາຕົນເອງ

  • ສຶກສາກ່ຽວກັບກົນໄກການເຮັດວຽກຂອງເຄື່ອງກົນຈັກຕ່າງໆ 

  • ຝຶກຝົນທັກສະທາງຄະນິດສາດ ແລະ ຟີຊິກ

  • ຮຽນຮູ້ກ່ຽວກັບລະບົບການຜະລິດຜ່ານທາງອິນເຕີເນັດຕ່າງໆ

  • ພັດທະນາທັກສະຂອງຕົນເອງກ່ຽວກັບຄອມພິວເຕີໂດຍສະເພາະແມ່ນການອອກແບບ ແລະ ການຂຽນໂປຣແກຣມ

ຊ່ວງເວລາໃນການເຮັດວຽກ

  • ຂຶ້ນກັບບໍລິສັດ ຫຼື ໂຮງງານທີ່ວິສະວະກອນເຮັດວຽກເປັນຄົນກໍານົດ

ທ່ານສາມາດຕິດຕໍ່ເພື່ອສອບຖາມຂໍ້ມູນຂ່າວສານ ຫຼື ລາຍລະອຽດກ່ຽວກັບການບໍລິການເພີ່ມເຕີມ

ທີ່ຢູ່

ຖະໜົນດົງປາຍນາ
ບ້ານສະພານທອງເໜືອ 
ເມືອງສີສັດຕະນາກ 
ນະຄອນຫຼວງວຽງຈັນ

ເບີໂທຕິດຕໍ່: 020 54129234
Khemthitcareer@gmail.com

Learning4lee@gmail.com

ໂມງລັດຖະການ

ຈັນ-ສຸກ : 8:00-​17:00

  • Whatsapp
  • Facebook
  • Youtube
  • TikTok

ສົນໃຈຕິດຕໍ່ເພື່ອສອບຖາມລາຍລະອຽດ

ຂອບໃຈທີ່ສົ່ງຂໍ້ຄວາມຫາພວກເຮົາ

ໂຄຄູນ ໂດຍ ເຂັມທິດອາຊີບ

bottom of page