top of page
ຊ່າງກົນຈັກໂຮງງານ
ນິຍາມອາຊີບ
ຊ່າງກົນຈັກໂຮງງານ ແມ່ນຜູ້ທີ່ເບິ່ງແຍງຮັກສາ, ກວດກາ, ສ້ອມແປງ ແລະ ຄວບຄຸມເຄື່ອງຈັກການຜະລິດຕ່າງໆຢູ່ໃນໂຮງງານ ເພື່ອໃຫ້ການຜະລິດໄດ້ຮັບປະສິດທິພາບ ແລະ ເພື່ອໃຫ້ຜູ້ເຮັດວຽກຄົນອື່ນໆໄດ້ຮັບຄວາມປອດໄພ.
ການເຮັດວຽກ
ລັກສະນະວຽກ
ຊ່າງກົນຈັກເປັນວຽກທີ່ເຮັດວຽກນອກສະຖານທີ່ເປັນສ່ວນໃຫຍ່ ເຊິ່ງຈະໄດ້ເດີນທາງໄປກວດລະບົບການເຮັດວຽກຂອງເຄື່ອງຈັກ ຫຼື ເດີນທາງໄປສ້ອມແປງເຄື່ອງຈັກ ໃນໂຮງງານທີ່ລູກຄ້າຈ້າງ.
ໜ້າທີ່ຮັບຜິດຊອບ
-
ກວດກາການເຮັດວຽກຂອງເຄື່ອງຈັກໃນໂຮງງານ
-
ບໍາລຸງຮັກສາເຄື່ອງຈັກຂະໜາດໃຫຍ່ໃນໂຮງງານ
-
ຕິດຕັ້ງເຄື່ອງຈັກ
-
ຄວບຄຸມເຄື່ອງຈັກການຜະລິດ
-
ສ້ອມແປງເຄື່ອງຈັກທີ່ມີບັນຫາ
ສະຖານທີ່ເຮັດວຽກ
-
ອິດສະຫຼະ/ສ່ວນຕົວ (Freelance)
-
ເປັນຊ່າງກົນຈັກປະຈໍາໂຮງງານ ຫຼື ບໍລິສັດໃດໜຶ່ງ
ຜູ້ທີ່ຕ້ອງເຮັດວຽກຮ່ວມ
-
ຊ່າງກົນຈັກຄົນອື່ນໆ
-
ໂຮງງານທີ່ກ່ຽວຂ້ອງ
-
ພະນັກງານຄົນອື່ນໆທີ່ເຮັດວຽກໃນໂຮງງານ
-
ຮ້ານຂາຍອຸປະກອນເຄື່ອງຈັກ
-
ວິສະວະກອນເຄື່ອງຈັກ ແລະ ຜູ້ຄວບຄຸມການຜະລິດ
-
ພະແນກຕ່າງໆຂອງໂຮງງານ
ທາງເລືອກອາຊີບ
ການມີຄວາມຮູ້ກ່ຽວກັບເຄື່ອງກົນຈັກ ແມ່ນສາມາດຮັບເຮັດວຽກໃຫ້ກັບຫຼາຍບໍລິສັດ ຫຼື ຫຼາຍໂຄງການໄດ້. ນອກຈາກນັ້ນ, ຖ້າຫາກວ່າມີຄວາມຮູ້ເລື່ອງກົນຈັກແລ້ວ ແມ່ນງ່າຍທີ່ຈະຜັນປ່ຽນໄປເຮັດອາຊີບຕ່າງໆທີ່ກ່ຽວກັບເຄື່ອງຈັກ ເຊັ່ນ: ຖ້າໄປສຶກສາເລື່ອງແປງລົດໃຫຍ່ກໍຈະງ່າຍກວ່າຄົນທີ່ບໍ່ມີພື້ນຖານ, ສຶກສາເລື່ອງແປງແອກໍຈະຮຽນຮູ້ໄດ້ໄວ, ສຶກສາເລື່ອງໄຟຟ້າກໍໄດ້.
ຄວາມກ້າວໜ້າທາງດ້ານອາຊີບ
ການເຕີບໂຕທາງດ້ານອາຊີບ
-
ສາມາດເຮັດວຽກອິດສະຫຼະໄດ້
-
ມີຕົວເລືອກດ້ານສະຖານທີ່ເຮັດວຽກຫຼາຍ
-
ສາມາດຕັ້ງເປັນບໍລິສັດບໍາລຸງຮັກສາ ແລະ ສ້ອມແປງເຄື່ອງຈັກໂຮງງານໄດ້
-
ຖ້າມີຄວາມຮູ້ໃນພາສາຕ່າງປະເທດ ສາມາດໄປເຮັດວຽກໃນບັນດາປະເທດອາຊຽນໄດ້
ຂັ້ນລາຍໄດ້
(ບໍ່ມີຂໍ້ມູນ)
ເງິນເດືອນພື້ນຖານ
(ບໍ່ມີຂໍ້ມູນ)
ແຂ່ງຂັນ ແລະ ຄວາມຕ້ອງການຂອງຕະຫຼາດແຮງງານ
ປັດຈຸບັນ, ມີຫຼາຍໂຮງງານອຸດສາຫະກຳເກີດຂຶ້ນ; ດັ່ງນັ້ນ, ຫຼາຍໆໂຮງງານກໍຕ້ອງການຊ່າງກົນຈັກທີ່ມີຄວາມຮູ້ສະເພາະດ້ານ ເພື່ອກວດເບິ່ງລະບົບການເຮັດວຽກ, ເພື່ອຮັບປະກັນເຖິງຄວາມປອດໄພຂອງແຮງງານ ແລະ ໂຮງງານ. ຊ່າງກົນຈັກແມ່ນເປັນທີ່ຕ້ອງການຂອງສັງຄົມເຮົາ ແຕ່ຫຼາຍຄົນອາດຈະຍັງບໍ່ຮູ້ຈັກອາຊີບນີ້.
ຂໍ້ດີ ແລະ ຂໍ້ເສຍ
ຂໍ້ດີ
-
ເປັນວຽກທີ່ມີລາຍໄດ້ດີ
-
ເປັນອາຊີບທີ່ສັງຄົມຕ້ອງການ
-
ມີໂອກາດໄດ້ເຮັດວຽກກັບຫຼາຍໂຮງງານ ຫຼື ມີເຄືອຂ່າຍຫຼາຍ
-
ສາມາດຜັນປ່ຽນໄປເຮັດຫຼາຍຢ່າງໄດ້ ເພາະມີຄວາມຮູ້ໃນດ້ານເຄື່ອງຈັກ
ຂໍ້ເສຍ
-
ເປັນວຽກຂ້ອນຂ້າງໜັກ ເພາະວ່າຕ້ອງໄດ້ແປງເຄື່ອງຈັກຂະໜາດໃຫຍ່
-
ບາງຄັ້ງຕ້ອງມີການເຮັດວຽກໜັກ ແລະ ກາຍເວລາກິນເຂົ້າ ເຊິ່ງສົ່ງຜົນຕໍ່ດ້ານສຸຂະພາບ
-
ເປັນວຽກທີ່ຕ້ອງການຄວາມລະອຽດສູງ. ດັ່ງນັ້ນ, ວຽກນີ້ຈຶ່ງທ້າທາຍຫຼາຍ
ຄຸນສົມບັດທີ່ເໝາະສົມກັບອາຊີບ
-
ມີໃຈຮັກດ້ານເຄື່ອງຈັກ
-
ມັກເຮັດວຽກນອກສະຖານທີ່
-
ມັກຮັກໃນການປະຕິບັດຕົວຈິງຄວບຄູ່ກັບທິດສະດີ
-
ມີຮ່າງກາຍທີ່ແຂງແຮງສົມບູນ, ມີຄວາມອົດທົນໝັ່ນພຽນ ແລະ ມີຄວາມລະອຽດຮອບຄອບ
-
ມີຈັນຍາບັນ, ເຮັດວຽກດ້ວຍຄວາມສັດຊື່ ແລະ ມີປະສິດທິພາບ
ທັກສະທີ່ເໝາະສົມກັບອາຊີບ
-
ຄວາມຮູ້ດ້ານທິດສະດີຄວບຄູ່ກັບຄວາມຊຳນານງານ
-
ຄວາມຮູ້ດ້ານລະບົບຂອງເຄື່ອງກົນຈັກ
-
ຄວາມຄິດວິເຄາະ, ສາມາດຫາສາເຫດຂອງບັນຫາ ແລະ ຮູ້ວິທີແກ້ໄຂບັນຫາທີ່ເກີດຂຶ້ນກັບເຄື່ອງຈັກ
ຄຸນຄ່າຂອງອາຊີບ
ສ.ປ.ປ ລາວ ເປັນປະເທດທີ່ກໍາລັງພັດທະນາ, ມີຫຼາຍໂຮງຈັກໂຮງງານທີ່ກໍາລັງເກີດຂຶ້ນ ເຊິ່ງແຕ່ລະໂຮງງານລ້ວນແລ້ວແຕ່ມີເຄື່ອງຈັກທີ່ຕ້ອງການຊ່າງເຂົ້າໄປກວດສອບການເຮັດວຽກ, ຕິດຕາມແຕ່ລະໄລຍະ ພ້ອມທັງສ້ອມແປງ ເພື່ອໃຫ້ການຜະລິດຂອງໂຮງງານນັ້ນມີປະສິດທິພາບ ແລະ ປອດໄພ.
ຊ່ອງທາງການສຶກສາເພີ່ມເຕີມ
-
ອິນເຕີເນັດ
-
ວິທະຍາໄລເຕັກນິກລາວເຢຍລະມັນ
-
ວິທະຍາໄລເຕັກນິກ ປາກປ່າສັກ
-
ສະຖາບັນເຕັກນິກວິຊາຊີບແຫຼ່ງອື່ນໆ
-
ຜູ້ທີ່ປະກອບອາຊີບນີ້ໂດຍກົງ
-
ໂຮງງານຕ່າງໆ
ອາຊີບທີ່ໃກ້ຄຽງ
-
ຜູ້ຄວບຄຸມການຜະລິດ
-
ວິສະວະກອນກົນຈັກ
ຄໍາແນະນໍາການພັດທະນາຕົນເອງ
-
ໝັ່ນສຶກສາເລື່ອງກົນໄກການເຮັດວຽກຂອງກົນຈັກ
-
ຖ້າມີປະສົບການໃນການທົດລອງແປງເຄື່ອງຈັກຂະໜາດນ້ອຍເປັນພື້ນຖານກໍຍິ່ງດີ
-
ເຝິກຊ້ອມດ້ານພາສາອັງກິດ ເພື່ອມີໂອກາດໃນການໄປເຮັດວຽກໃນຕະຫຼາດແຮງງານຕ່າງປະເທດ
ຊ່ວງເວລາໃນການເຮັດວຽກ
-
ຖ້າເຮັດສ່ວນຕົວ ແມ່ນບໍ່ມີໂມງຕາຍໂຕ
-
ຫາກເປัນພະນັກງານ ແມ່ນອີງຕາມຫ້ອງການ ຫຼື ບໍລິສັດນັ້ນໆຈະກຳນົດ
bottom of page




