top of page

ວິສະວະກອນອຸດສາຫະກຳ

ນິຍາມອາຊີບ

ວິສະວະກອນອຸດສາຫະກຳ ແມ່ນວິສະວະກອນທີ່ອອກແບບ, ສ້າງລະບົບຕ່າງໆ ແລະ ພັດທະນາລະບົບໃຫ້ມີປະສິດທິພາບ ເຊິ່ງລະບົບຕ່າງໆນັ້ນແມ່ນບໍ່ໄດ້ມີແຕ່ຢູ່ໃນໂຮງງານເທົ່ານັ້ນ ແຕ່ຍັງລວມເຖິງລະບົບທີ່ຢູ່ໃນທຸລະກິດອື່ນໆຕື່ມອີກເຊັ່ນ: ທຸລະກິດບໍລິການ, ການຂົນສົ່ງ, ການຜະລິດ ເປັນຕົ້ນ.

ການເຮັດວຽກ

ລັກສະນະວຽກ

ວິສະວະກອນອຸດສາຫະກຳ ແມ່ນຈະແບ່ງອອກເປັນ 2 ສ່ວນ ເຊິ່ງແຕ່ລະສ່ວນຈະມີລັກສະນະການເຮັດວຽກຄື:

- ສ່ວນວາງແຜນ ແມ່ນຈະເບິ່ງໃນເລື່ອງຊັບພະຍາກອນທີ່ຈະໃຊ້ໃນການຜະລິດ, ວາງແຜນການວ່າຈະຜະລິດແບບໃດໃຫ້ດີຕໍ່ໂຮງງານທີ່ສຸດ ເຊັ່ນ: ຈະໃຊ້ໂຮງງານນັ້ນໆຜະລິດສິນຄ້າປະເພດໃດແດ່, ຈຳນວນເທົ່າໃດ, ກຳໄລສູງສຸດເທົ່າໃດ, ໃຊ້ຄົນເຮັດວຽກຈັກຄົນ, ໃຊ້ເຄື່ອງຈັກມື້ລະຈັກຊົ່ວໂມງ ເປັນຕົ້ນ
​- ສ່ວນວິສະວະກອນອຸດສາຫະກຳ ແມ່ນຈະເບິ່ງໃນເລື່ອງຂອງລະບົບການຜະລິດ ເພື່ອໃຫ້ລະບົບການຜະລິດເປັນໄປໄດ້ຢ່າງມີປະສິດທິພາບຫຼາຍທີ່ສຸດ ເຊັ່ນ: ການຫຼຸດຂັ້ນຕອນການເຮັດວຽກ, ການເພີ່ມຄຸນນະພາບໃນການເຮັດວຽກ ເປັນຕົ້ນ ໂດຍການສັງເກດເບິ່ງຂັ້ນຕອນການເຮັດວຽກບາງຢ່າງທີ່ເຮັດໃຫ້ເສຍເວລາໂດຍບໍ່ຈຳເປັນ ແລະ ຫາວິທີຫຼຸດຜ່ອນສິ່ງນັ້ນລົງ

ໜ້າທີ່ຮັບຜິດຊອບ

  • ວາງແຜນ ແລະ ປະເມີນຊັບພະຍາກອນທີ່ຈະໃຊ້ໃນການຜະລິດ

  • ອອກແບບ, ສ້າງ ແລະ ພັດທະນາລະບົບຕ່າງໆ

  • ກວດສອບ, ຄວບຄຸມ ແລະ ເບິ່ງແຍງລະບົບການຜະລິດ

  • ກວດສອບຄຸນນະພາບຂອງຜະລິດຕະພັນທີ່ຜະລິດວ່າມີຄຸນນະພາບ ຫຼື ບໍ່

  • ຊອກຫາວິທີການແກ້ໄຂ ເພື່ອບໍ່ໃຫ້ລະບົບການຜະລິດເກີດຄວາມເສຍຫາຍ

ສະຖານທີ່ເຮັດວຽກ

  • ບໍລິສັດ ແລະ ໂຮງງານຕ່າງໆ ເຊັ່ນ: ໂຮງງານຜະລິດເຄື່ອງນຸ່ງຫົ່ມ, ໂຮງງານຜະລິດເບຍ, ໂຮງງານຜະລິດອາຫານ

ສໍາເລັດຮູບ

ຜູ້ທີ່ຕ້ອງເຮັດວຽກຮ່ວມ

  • ວິສະວະກອນອຸດສາຫະກຳຄົນອື່ນໆ

  • ວິສະວະກອນກົນຈັກ

  • ວິສະວະກອນວັດສະດຸ

  • ຝ່າຍຜະລິດ

  • ທີມບໍລິຫານ, ທີມຜູ້ຈັດການ

ທາງເລືອກອາຊີບ

ອາຊີບວິສະວະກອນອຸດສາຫະກໍາແມ່ນມີທາງເລືອກທາງດ້ານອາຊີບທີ່ໜ້າສົນໃຈດັ່ງນີ້: ​​

  • ສາມາດເຮັດວຽກອາຊີບທີ່ເປັນສາຍກົງກໍຄືເປັນວິສະວະກອນອຸດສາຫະກໍາທີ່ເຮັດກ່ຽວກັບການຄວບຄຸມການຜະລິດ ແລະ ກວດສອບຄຸນນະພາບສິນຄ້າ

  • ສາມາດນໍາໃຊ້ຄວາມຮູ້ທີ່ມີເຮັດວຽກໃນສາຍອາຊີບທີ່ໃຫ້ຄຽງກັນເຊັ່ນ: ວິສະວະກອນກົນຈັກ ແລະ ວິສະວະກອນວັດສະດຸ ເຊິ່ງເປັນສາຍອາຊີບທີ່ໃກ້ຄຽງກັນທີ່ສຸດ ເພາະເຮັດວຽກໃນຂະແໜງການດຽວກັນ ໂດຍສະເພາະແມ່ນຂະແໜງການອຸດສາຫະກໍາ. 

ຄວາມກ້າວໜ້າທາງດ້ານອາຊີບ

ການເຕີບໂຕທາງດ້ານອາຊີບ

  • ສາມາດເລື່ອນຂັ້ນເປັນຜູ້ຄຸມງານ

  • ເປັນຜູ້ຈັດການດ້ານກົນຈັກ

  • ເປັນທີ່ປຶກສາວິສະວະກອນກົນຈັກລະດັບສູງ

  • ສໍາລັບບາງຄົນທີ່ມີຄວາມຮູ້ດ້ານການຂາຍ ແລະ ຄວາມຮູ້ດ້ານກົນຈັກ ກໍຈະອອກມາຕັ້ງບໍລິສັດ ຫຼື ຮ້ານເປັນຂອງຕົນເອງ

  • ສາມາດຕັ້ງບໍລິສັດກ່ຽວກັບການປະກອບເຄື່ອງຈັກ ຫຼື ຜະລິດເຄື່ອງຈັກຂະໜາດນ້ອຍໄດ້

ຂັ້ນລາຍໄດ້

ອີງຕາມການສໍາຫຼວດເງິນເດືອນ ແລະ ແນວໂນ້ມການຈ້າງງານປະຈໍາປີ 2022-2023  ຂອງທາງບໍລິສັດ108 Job  ແລະ Wise Research ໄດ້ໃຫ້ຮູ້ວ່າອາຊີບວິສະວະກອນກົນຈັກໂດຍສະເລ່ຍແລ້ວມີຂັ້ນລາຍໄດ້ທີ່ຂຶ້ນກັບປະສົບການດັ່ງນີ້ຄື:

  • ຈົບໃໝ່ລາຍໄດ້ສະເລ່ຍ 3.875.000 ກີບ

  • ປະສົບການເຮັດວຽກ 1-3 ປີ ລາຍໄດ້ສະເລ່ຍ 4.055.833 ກີບ

  • ປະສົບການເຮັດວຽກ4-6 ປີ ລາຍໄດ້ສະເລ່ຍ 6.030.000 ກີບ

  • ປະສົບການເຮັດວຽກ 7 ປີ ຂຶ້ນໄປ ລາຍໄດ້ສະເລ່ຍ 12.556.688 ກີບ

ເງິນເດືອນພື້ນຖານ

ແຂ່ງຂັນ ແລະ ຄວາມຕ້ອງການຂອງຕະຫຼາດແຮງງານ

ໃນຂະບວນການພັດທະນາຂອງປະເທດເຮົາ ວິສະວະກອນກົນຈັກໄດ້ກາຍເປັນທີ່ຕ້ອງການຂອງບັນດາໂຮງຈັກ, ໂຮງງານຕ່າງໆ ເນື່ອງຈາກວ່າດ້ານກໍາລັງການຜະລິດກໍຕ້ອງການຜູ້ທີ່ມີຄວາມຮູ້, ຄວາມສາມາດ, ສາມາດອອກແບບ ແລະ ຄວບຄຸມເຄື່ອງຈັກໃນການຜະລິດໄດ້ ເພື່ອໃຫ້ການຜະລິດສິນຄ້າຕ່າງໆອອກມາມີປະສິດທິພາບ ແລະ ມີຄວາມປອດໄພກັບພະນັກງານຜູ້ທີ່ເຮັດວຽກຕ່າງໆ.

ຂໍ້ດີ ແລະ ຂໍ້ເສຍ

ຂໍ້ດີ

  • ເປັນອາຊີບທີ່ຕະຫຼາດແຮງງານມີຄວາມຕ້ອງການ

  • ສາມາດນໍາໃຊ້ຄວາມຮູ້ທີ່ມີເຮັດວຽກໃນຫຼາຍຂົງເຂດອາຊີບທີ່ໃກ້ຄຽງໄດ້ 

  • ໄດ້ຮັບຄ່າຕອບແທນສູງ

  • ມີໂອກາດໄດ້ຮ່ວມວຽກກັບວິຊາການຕ່າງປະເທດທີ່ເກັ່ງ ແລະ ມີປະສົບການ

  • ສາມາດເຮັດວຽກໃນຕະຫຼາດແຮງງານສາກົນໄດ້ ຖ້າຫາກວ່າມີພື້ນຖານຄວາມຮູ້ໃນດ້ານວິຊາການ, ຄວາມຮູ້ກ່ຽວກັບພາສາຕ່າງປະເທດ

  • ການເຮັດວຽກໃນສາຍອາຊີບນີ້ ຕ້ອງໄດ້ມີຄວາມຮັບຜິດຊອບສູງ ແລະ ໃນບາງຄັ້ງອາດມີຄວາມກົດດັນ ໂດຍສະເພາະເມື່ອເຄື່ອງຈັກມີບັນຫາ ຕ້ອງໄດ້ຫາວິທີທາງແກ້ໄຂຢ່າງຮີບດ່ວນ 

ຂໍ້ເສຍ

  • ໂຮງງານສ່ວນໃຫຍ່ມັກນໍາເອົາວິຊາການຈາກຕ່າງປະເທດ.​ດັ່ງນັ້ນຜູ້ທີ່ປະກອບອາຊີບນີ້ຈໍາເປັນຕ້ອງໄດ້ສະແດງສັກກະຍະພາບຂອງຕົນເອງອອກມາ

ຄຸນສົມບັດທີ່ເໝາະສົມກັບອາຊີບ

  • ມີຄວາມຮັບຜິດຊອບສູງ

  • ມີຄວາມອົດທົນໃນໜ້າວຽກສູງ

  • ມີໃຈມັກ-ຮັກໃນດ້ານເຄື່ອງກົນຈັກ ແລະ ການອອກແບບ

  • ມັກວຽກທີ່ທ້າທາຍ 

  • ມີຈັນຍາບັນໃນອາຊີບ

  • ມີໄຫວພິບດີ ແລະ ຊ່າງສັງເກດ

  • ສາມາດເຮັດວຽກພາຍໃຕ້ຄວາມກົດດັນໄດ້ດີ

ທັກສະທີ່ເໝາະສົມກັບອາຊີບ

  • ຕ້ອງມີຄວາມຮູ້ສະເພາະດ້ານ ເຊັ່ນ: ທັກສະດ້ານຄະນິດສາດ, ຟີຊິກ ໂດຍສະເພາະແມ່ນການຄິດໄລ່ການເຄື່ອນທີ່ຂອງເຄື່ອງຈັກວ່າຈະເຄື່ອນທີ່ໄປທາງໃດ, ແຮງງານທີ່ຄວບຄຸມເຄື່ອງຈັກຕ້ອງມີຈັກຄົນ ເປັນຕົ້ນ

  • ຄວາມຮູ້ກ່ຽວກັບການອອກແບບເຄື່ອງຈັກ ແລະ ການຄິດວິເຄາະ, ໜ້າຕາເຄື່ອງກົນຈັກຈະເປັນແບບໃດທັງລະບົບ​ 2D, 3D

  • ຖ້າຫາກວ່າໄດ້ພາສາຕ່າງປະເທດ ເປັນຕົ້ນແມ່ນພາສາອັງກິດ ແລະ ພາສາທີ 3 ທີ່ກ່ຽວຂ້ອງກັບສະຖານປະກອບການທີ່ຕົນເອງເຮັດວຽກຢູ່ ກໍຍິ່ງມີໂອກາດໃນກາືັດນຮ່ວມມືກັບວິຊາການຕ່າງປະເທດທີ່ມີປະສົບການ 

  • ທັກສະດ້ານການນໍາໃຊ້ຄອມພິວເຕີໃນການອອກແບບຕ່າງໆ ແລະ ການຂຽນໂປຣແກຣມເພື່ອຄວບຄຸມເຄື່ອງຈັກ

  • ທັກສະການສື່ສານ

ຄຸນຄ່າຂອງອາຊີບ

ອາຊີບວິສະວະກອນກົນຈັກ ແມ່ນຜູ້ທີ່ອອກແບບຄິດໄລ່, ບໍາລຸງຮັກສາ, ຈັດການໂຮງງານ, ບູລະນະຮັກສາ ແລະ ເປັນຜູ້ເບິ່ງແຍງຊ່າງໃນການສ້ອມແປງ ແລະ ເບິ່ງແຍງເຄື່ອງຈັກເພື່ອໃຫ້ພະນັກງງານຄົນອື່ນໆທີ່ເຮັດວຽກໃນໂຮງງານໄດ້ຮັບຄວາມປອດໄພ.ນອກນັ້ນ, ໃນລະບົບໂຄງສ້າງທໍ່ນໍ້າ ຫຼື ລະບົບອາກາດ ກໍຍັງແມ່ນນັກວິສະວະກອນກົນຈັກເປັນຜູ້ດູແລ, ຄວບຄຸມ ຖ້າຫາກວ່າບໍ່ມີອາຊີບນີ້ໃນການອອກແບບ ຕຶກອາຄານທີ່ໃຫຍ່ໆກໍອາດບໍ່ມີຄວາມໝັ້ນຄົງ ແລະ ປອດໄພໄດ້.

ຊ່ອງທາງການສຶກສາເພີ່ມເຕີມ

ສາຂາທີ່ກ່ຽວຂ້ອງກັບສາຍອາຊີບນີ້ປະກອບມີ:

  • ຄະນະວິສະວະກໍາສາດ, ມະຫາວິທະຍາໄລແຫ່ງຊາດ 

    ນອກນັ້ນ, ອາຊີບນີ້ຍັງສາມາດສຶກສາທັກສະອື່ນໆທີ່ຈໍາເປັນຂັ້ນພື້ນຖານຕໍ່ການປະກອບອາຊີບວິສະວະກອນກົນຈັກໄດ້ຜ່ານທາງອິນເຕີເນັດເຊັ່ນ: Google, Youtube ແລະ ອື່ນໆ.

ອາຊີບທີ່ໃກ້ຄຽງ

  • ວິສະວະກອນອຸກສາຫະກໍາ

  • ວິສະວະກອນວັດສະດຸ

  • ວິສະວະກອນໄຟຟ້າ

ຄໍາແນະນໍາການພັດທະນາຕົນເອງ

  • ສຶກສາກ່ຽວກັບກົນໄກການເຮັດວຽກຂອງເຄື່ອງກົນຈັກຕ່າງໆ 

  • ຝຶກຝົນທັກສະທາງຄະນິດສາດ ແລະ ຟີຊິກ

  • ຮຽນຮູ້ກ່ຽວກັບລະບົບການຜະລິດຜ່ານທາງອິນເຕີເນັດຕ່າງໆ

  • ພັດທະນາທັກສະຂອງຕົນເອງກ່ຽວກັບຄອມພິວເຕີໂດຍສະເພາະແມ່ນການອອກແບບ ແລະ ການຂຽນໂປຣແກຣມ

ຊ່ວງເວລາໃນການເຮັດວຽກ

  • ຂຶ້ນກັບບໍລິສັດ ຫຼື ໂຮງງານທີ່ວິສະວະກອນເຮັດວຽກເປັນຄົນກໍານົດ

ທ່ານສາມາດຕິດຕໍ່ເພື່ອສອບຖາມຂໍ້ມູນຂ່າວສານ ຫຼື ລາຍລະອຽດກ່ຽວກັບການບໍລິການເພີ່ມເຕີມ

ທີ່ຢູ່

ຖະໜົນດົງປາຍນາ
ບ້ານສະພານທອງເໜືອ 
ເມືອງສີສັດຕະນາກ 
ນະຄອນຫຼວງວຽງຈັນ

ເບີໂທຕິດຕໍ່: 020 54129234
Khemthitcareer@gmail.com

Learning4lee@gmail.com

ໂມງລັດຖະການ

ຈັນ-ສຸກ : 8:00-​17:00

  • Whatsapp
  • Facebook
  • Youtube
  • TikTok

ສົນໃຈຕິດຕໍ່ເພື່ອສອບຖາມລາຍລະອຽດ

ຂອບໃຈທີ່ສົ່ງຂໍ້ຄວາມຫາພວກເຮົາ

ໂຄຄູນ ໂດຍ ເຂັມທິດອາຊີບ

bottom of page