top of page
ຊາວກະສິກອນ
ນິຍາມອາຊີບ
ຊາວກະສິກອນ ແມ່ນຜູ້ທີ່ມີຄວາມຮູ້ ແລະ ຄວາມຊໍານານໃນການເຮັດກະສິກຳ ເຊັ ່ນ: ປູກຝັງ, ລ້ຽງສັດ, ປະມົງ ເພື່ອຜະລິດອາຫານ, ຜະລິດຜົນຜະລິດອື່ນໆຈາກທໍາມະຊາດ ທີ່ສາມາດນຳໄປແປຮູບ ແລະ ປ້ອນເຂົ້າໂຮງຈັກໂຮງງານ ເພື່ອຜະລິດເປັນເຄື່ອງອຸປະໂພກ ແລະ ບໍລິໂພກ ເພື່ອສະໜອງຕາມຄວາມຕ້ອງການຂອງຄົນໃນສັງຄົມ.
ການເຮັດວຽກ
ລັກສະນະວຽກ
ລັກສະນະວຽກຂອງຊາວກະສິກອນ ແມ່ນເຮັດວຽກອິດສະຫຼະເປັນສ່ວນໃຫຍ່ ເພາະວ່າຊາວກະສິກອນຈະມີພື້ນທີ່ໃນການລ້ຽງສັດ, ເຮັດສວນ ແລະ ປູກພືດເປັນຂອງຕົນເອງ.
ການເຮັດກະສິກໍາແມ່ນແບ່ງອອກເປັນ 5 ປະເພດຍ່ອຍດັ່ງນີ້:
-
ການລ້ຽງສັດນ້ອຍ-ໃຫຍ່: ໄກ່, ເປັດ, ງົວ, ຄວາຍ, ແບ້ ເປັນຕົ້ນ
-
ການປະມົງ-ການລ້ຽງສັດນ້ຳ: ຟາມກຸ້ງ, ລ້ຽງປາ…
-
ການປູດພືດໃບ-ໝາກ: ໝາກກ້ຽງ, ຫົວກະລົດ ແລະ ອື່ນໆ
-
ປູກດອກໄມ້ປະດັບ
-
ແປຮູບສິນຄ້າກະສິກໍາເປັນອາຫານ ແລະ ເຄື່ອງຊົມໃຊ້
ໜ້າທີ່ຮັບຜິດຊອບ
-
ວາງແຜນການເຮັດວຽກ ໂດຍການສຳຫຼວດສະພາບພື້ນທີ່, ສະພາບດິນ, ສະພາບອາກາດ ວ່າເໝາະສົມກັບການປູກພືດຊະນິດໃດ ຫຼື ລ້ຽງສັດຊະນິດໃດ
-
ຕິດຕໍ່ພໍ່ຄ້າ/ແມ່ຄ້າ ຫຼື ຊ່ອງທາງການຂາຍ, ການຕະຫຼາດ, ສະຖານທີ່ຮອງຮັບສິນຄ້າ
-
ສຶກສາເລື່ອງຄອງຊົນລະປະທານ ຫຼື ກໍ່ສ້າງກ່ຽວກັບນໍ້າ
-
ໃນກໍລະນີທີ່ເຮັດກະສິກໍາທີ່ກ່ຽວກັບການປູກ: ມີການບໍາລຸງຮັກສາຜົນລະປູກ ໂດຍການໃສ່ປຸ໋ຍ, ຫົດນໍ້າ, ພວນດິນ, ກໍາຈັດສັດຕູພືດ ແລະ ມີການເກັບກ່ຽວຜົນຜະລິດ, ຮັກສາຜົນຜະລິດ ຫຼື ຂາຍຜົນຜະລິດ ຖ້າຄອບຄົວຊາວກະສິກອນບາງຄອບຄົວມີຄວາມຮູ້ເລື່ອງການແປຮູບ ກໍຈະມີການແປຮູບຜົນຜະລິດໄປນຳ
-
ໃນສ່ວນຂອງການລ້ຽງສັດ ແລະ ປະມົງ: ມີການເບິ່ງແຍງສັດລ້ຽງດ້ວຍການຫາອາຫານໃຫ້ສັດ, ສຶກສາວິທີການລ້ຽງສັດ, ມີການສັກຢາກັນພະຍາດໃນກໍລະນີທີ່ເປັນສັດໃຫຍ່ ແລະ ຮັກສາຄວາມສະອາດພາຍໃນບໍລິເວນສັດຢູ່. ວິທີການລ້ຽງສັດ ແມ່ນຈະມີວິທີການລ້ຽງທີ່ແຕກຕ່າງກັນ ເຊິ່ງຂຶ້ນກັບຊະນິດ ແລະ ພື້ນທີ່
-
ແປຮູບສິນຄ້າຈາກຜົນຜະລິດຂອງຕົນເອງ
ສະຖານທີ່ເຮັດວຽກ
-
ຟາມ
-
ສາມາດເຮັດວຽກຢູ່ສະຖານທີ່ທ່ອງທ່ຽວແບບອະນຸຮັກ
-
ພື້ນທີ່ປູກ ຫຼື ພື້ນທີ່ເຮັດກະສິກຳ ເຊັ່ນ: ສະຖານທີ່ປູກຝັງ ແລະ ສະຖານທີ່ລ້ຽງສັດຂອງຕົນເອງ
-
ຕະຫຼາດ ຫຼື ແຫຼ່ງກະຈາຍສິນຄ້າທີ່ເຮັດການຂົນສົ່ງ
ຜູ້ທີ່ຕ້ອງເຮັດວຽກຮ່ວມ
-
ພໍ່ຄ້າແມ່ຄ້າໃນຕະຫຼາດ
-
ພໍ່ຄ້າຄົນກາງ
-
ລູກຄ້າ ຫຼື ຜູ້ບໍລິໂພກ
-
ຕົວແທນຈຳໜ່າຍອຸປະກອນ ແລະ ເຄື່ອງມືໃນການເຮັດກະສິກໍາ
-
ຊາວກະສິກອນຄົນອື່ນໆ
-
ແພດ ຫຼື ສັດຕະວະແພດໃນກໍລະນີສັກຢາກັນພະຍາດໃຫ້ສັດລ້ຽງ
-
ພະແນກກະສິກໍາ-ປ່າໄມ້
ທາງເລືອກອາຊີບ
-
ທາງເລືອກອາຊີບຂອງຊາວກະສິກອນ ແມ່ນສາມາດເຮັດເປັນວຽກຫຼັກໃນການຫາລາຍໄດ້ລ້ຽງຕົນເອງ ແລະ ຄອບຄົວ ເຊິ່ງສ່ວນໃຫຍ່ຄອບຄົວຊາວກະສິກອນຈະເປັນເຈົ້າຂອງສວນ ຫຼື ພື້ນທີ່ການຜະລິດ ໂດຍມີການລ້ຽງສັດ ແລະ ປູກຝັງໄປພ້ອມໆກັນ
-
ພໍໝົດລະດູການເກັບກ່ຽວກໍສາມາດຫາລາຍໄດ້ຈາກການເຮັດວຽກອື່ນໆໄດ້
-
ຊາວກະສິກອນສາມາດນໍາເອົາຜົນຜະລິດຂອງຕົນເອງມາຜະລິດ ຫຼື ແປຮູບເປັນຜະລິດຕະພັນອື່ນໆໄດ້
ຄວາມກ້າວໜ້າທາງດ້ານອາຊີບ
ການເຕີບໂຕທາງດ້ານອາຊີບ
ຊາວກະສິກອນທົ່ວໄປ ແມ່ນເຮັດວຽກອິດສະຫຼະ ແລະ ເປັນນາຍຕົນເອງ ເຮັດໃຫ້ບໍ່ໄດ້ມີການເລື່ອນຕຳແໜ່ງ ແຕ່ຜົນຂອງຄວາມສໍາເລັດຂອງຊາວກະສິກອນ ແມ ່ນການໄດ້ຂາຍຜົນຜະລິດ ແລະ ສາມາດຫາລາຍໄດ້ຕະຫຼອດປີ.
ເງິນເດືອນພື້ນຖານ
(ບໍ່ມີຂໍ້ມູນ)
ແຂ່ງຂັນ ແລະ ຄວາມຕ້ອງການຂອງຕະຫຼາດແຮງງານ
ຫົວໃຈຫຼັກໃນການພັດທະນາເສດຖະກິດຂອງ ສ.ປ.ປ ລາວ ແມ່ນການເຮັດກະສິກໍາ ເຊິ່ງທາງພັກ-ລັດໄດ້ຊຸກຍູ້ ແລະ ສົ່ງເສີມໃຫ້ຊາວກະສິກອນໄດ້ມີການຜະລິດເປັນສິນຄ້າຫຼາຍຂຶ້ນ. ໃນປັດຈຸບັນ, ຍັງມີສິນຄ້າກະສິກໍາຫຼາຍຢ່າງທີ່ປະເທດເຮົາຍັງນໍາເຂົ້າຈາກຕ່າງປະເທດ. ດັ່ງນັ້ນ, ການຜະລິດກະສິກໍາຍັງເປັນທີ່ຕ້ອງການຂອງຄົນໃນສັງຄົມລາວ.
ຂໍ້ດີ ແລະ ຂໍ້ເສຍ
ຂໍ້ດີ
-
ມີອິດສະຫຼະໃນການເຮັດວຽກ, ຈັດສັນເວລາ ແລະ ວາງແຜນດ້ວຍຕົນເອງຢ່າງເຕັມທີ່ ຫຼື ເອີ້ນວ່າເປັນນາຍຂອງຕົນເອງ
-
ຊາວກະສິກອນເປັນສ່ວນສໍາຄັນໃນການສະໜອງອາຫານໃຫ້ກັບຄົນໃນສັງຄົມ, ເປັນອາຊີບທີ່ຄົນໃນສັງຄົມໃຫ້ຄວາມສໍາຄັນ
-
ເມື່ອມີຕະຫຼາດສາກົນ ສາມາດສົ່ງຜົນຜະລິດດ້ານກະສິກໍາອອກຕ່າງປະເທດໄດ້
-
ໄດ້ຮັບຄຸນຄ່າທາງຈິດໃຈ ເນື່ອງຈາກວ່າໄດ້ຢູ່ກັບທໍາມະຊາດເປັນສ່ວນໃຫຍ່
-
ມີເວລາໃຫ້ກັບຄອບຄົວ ແລະ ຄົນທີ່ຮັກ
ຂໍ້ເສຍ
-
ການປູກພືດຕ້ອງອາໄສສະພາບແວດລ້ອມ ແລະ ສະພາບດິນຟ້າອາກາດຂ້ອນຂ້າງຫຼາຍ ບາງຄັ້ງອາດຈະສົ່ງຜົນກະທົບຕໍ່ຜົນຜະລິດທັງໝົດ
-
ມີຄວາມສ່ຽງໃນການຫາຕະຫຼາດ ຫຼື ແຫຼ່ງກະຈາຍສິນຄ້າບໍ່ໄດ້
-
ຊາວກະສິກອນຕ້ອງລົງທຶນແຮງງານ ແລະ ຕົ້ນທຶນໃນການຜະລິດ ເມື່ອຜົນຜະລິດບໍ່ໄດ້ຕາມເປົ້າ ຫຼື ບໍ່ມີຕະຫຼາດໃນການຈໍາໜ່າຍ ກໍສົ່ງຜົນກະທົບຕໍ່ລາຍໄດ້
-
ຊາວກະສິກອນບາງຈໍານວນຍັງຜະລິດພຽງແຕ່ກຸ້ມຕົນເອງ ແລະ ຄອບຄົວ, ຍັງບໍ່ທັນຜະລິດເປັນສິນຄ້າເທື່ອ
ຄຸນສົມບັດທີ່ເໝາະສົມກັບອາຊີບ
-
ມີໃຈຮັກໃນອາຊີບ, ຮັກ ແລະ ເຂົ້າໃຈທຳມະຊາດ
-
ມີຮ່າງກາຍແຂງແຮງ ແລະ ມີຄວາມດຸໝັ່ນອົດທົນ
-
ມີຄວາມຮັບຜິດຊອບ, ສາມາດບໍລິຫານຈັດການເວລາຂອງຕົນເອງໄດ້
-
ມີຈັນຍາບັນ, ມີຄວາມຮັບຜິດຊອບຕໍ່ຜູ້ບໍລິໂພກ
-
ມັກຮັກໃນການປູກຝັງ-ລ້ຽງສັດ
-
ມັກເຮັດວຽກອິດສະຫຼະ ແລະ ເປັນເຈົ້າຕົນເອງ
ທັກສະທີ່ເໝາະສົມກັບອາຊີບ
-
ທັກສະທາງດ້ານການກະເສດ ເຊັ່ນ: ການບໍາລຸງຮັກສາພືດ ແລະ ສັດ, ປູກແບບໃດ ຫຼື ລ້ຽງສັດແບບໃດ ຈຶ່ງຈະມີປະສິດທິພາບ
-
ທັກສະການຄິດວິເຄາະ, ຄຳນວນ ແລະ ປະເມີນສະຖານະການເລື່ອງຜົນຜະລິດ
-
ທັກສະດ້ານເຄື່ອງກົນຈັກ ໃນກໍລະນີທີ່ໄດ້ໃຊ້ເຄື່ອງຈັກເຂົ້າໃນການຜະລິດ ເພາະເຄື່ອງມືທາງການກະເສດເຫຼົ່ານີ້ເປັນອຸປະກອນສຳຄັນທີ່ຈະຊ່ວຍສ້າງຜົນຜະລິດ ຄວນຮູ້ຈັກ ແລະ ເຂົ້າໃຈວິທີການໃຊ້ງານ, ການຮັກສາ ແລະ ສ້ອມບຳລຸງ
-
ທັກສະດ້ານການບໍລິຫານຈັດການເວລາ, ວາງແຜນ, ການປັບຕົວເຂົ້າກັບສະຖານະການ
-
ທັກສະດ້ານການຊອກຫາຕະຫຼາດ ແລະ ທັກສະການເຈລະຈາ
ຄຸນຄ່າຂອງອາຊີບ
ອາຫານເປັນສິ່ງທີ່ຈໍາເປັນ ແລະ ສໍາຄັນຫຼາຍ ເພາະຄົນເຮົາບໍ່ສາມາດຂາດອາຫານໄດ້. ຊາວກະສິກອນຈຶ່ງເປັນຜູ້ທີ່ເຮັດໃຫ້ເຮົາໄດ້ກິນອາຫານທີ່ດີ, ມີຄຸນປະໂຫຍດ ແລະ ເຮັດໃຫ້ຮ່າງກາຍຂອງເຮົາໄດ້ຮັບສານອາຫານທີ່ພໍພຽງ.
ຊ່ອງທາງການສຶກສາເພີ່ມເຕີມ
ສາຂາທີ່ກ່ຽວຂ້ອງກັບສາຍອາຊີບນີ້:
-
ຄະນະກະເສດສາດ ມະຫາວິທະຍາໄລແຫ່ງຊາດ
ນອກນັ້ນ, ອາຊີບນີ້ສາມາດຮຽນຈົບສາຂາໃດກໍໄດ້ ຫຼື ສາມາດຮຽນຮູ້ໄດ້ດ້ວຍຕົນເອງ ເຊິ່ງຂຶ້ນກັບຄວາມມັກຮັກ ແລະ ຄວາມເອົາໃຈໃສ່. ນອກນັ້ນ, ສາມາດຮຽນຮູ້ນໍາອິນເຕີເນັດເຊັ່ນ: Youtube, Google ແລະ ຊ່ອງທາງອື່ນ.
ອາຊີບທີ່ໃກ້ຄຽງ
-
ນັກວິໄຈພັນພືດ
-
ນັກວິຊາການດ້ານກະສິກຳ
-
ຊາວປະມົງ
-
ນັກເພາະພັນສັດ
ຄໍາແນະນໍາການພັດທະນາຕົນເອງ
-
ສຶກສາເບິ່ງວ່າຜົນຜະລິດໃດທີ່ຄົນໃນສັງຄົມຕ້ອງການຫຼາຍທີ່ສຸດ
-
ສຶກສາເບິ່ງວິທີການປູກ ແລະ ວິທີການລ້ຽງ
-
ສຶກສາເລື່ອງສະພາບດິນ, ສະພາບອາກາດ ວ່າຄວນປູກພືດແບບໃດ ຫຼື ຄວນລ້ຽງສັດແບບໃດ
-
ສຶກສາວິທີການຈາກຄົນທີ່ເປັນຕົວແບບດ້ານການປູກຝັງ ແລະ ລ້ຽງສັດ
ຊ່ວງເວລາໃນການເຮັດວຽກ
-
ບໍ່ມີໂມງເຮັດວຽກຕາຍຕົວ ເພາະຂຶ້ນກັບຊາວກະສິກອນແຕ່ລະຄົນ
bottom of page




