ນັກບັນຊີ
ນິຍາມອາຊີບ
ນັກບັ ນຊີ ແມ່ນຜູ້ທີ່ຈົດກ່າຍ ແລະ ຈົດບັນທຶກກ່ຽວກັບລາຍຮັບ-ລາຍຈ່າຍທີ່ມີການອ້າງອີງໂດຍໃບບິນລະບົບບັນຊີ, ເຮັດບັນຊີລາຍຮັບ-ລາຍຈ່າຍຂອງບໍລິສັດ ແລະ ອົງກອນ, ກວດສອບຄວາມຖືກຕ້ອງເອກະສານທາງບັນຊີ, ວາງແຜນ ແລະ ຮວບຮວມບັນຊີຕາມໄລຍະເວລາທີ່ກໍານົດ, ສະຫຼຸບບັນຊີປະຈໍາປີໃຫ້ກັບບໍລິສັດ ແລະ ອື່ນໆ.
ການເຮັດວຽກ
ລັກສະນະວຽກ
-
ເປັນວຽກທີ່ກ່ຽວກັບການຄິດໄລ່ເປັນສ່ວນໃຫຍ່ ໂດຍສະເພາະແມ່ນເຮັດບັນຊີ, ຮວບຮວມລາຍຮັບ-ລາຍຈ່າຍຂອງບໍລິສັດ ລວມໄປເຖິງເຮັດວຽກກ່ຽວກັບແຜນການໃຊ້ການເງິນອີກດ້ວຍ
-
ການໄລ່ເງິນເດືອນ, ເງິນເຮັດວຽກລ່ວງເວລາຕ່າງໆໃຫ້ກັບພະນັກງານຄົນອື່ນໆ ມີຫຼາຍຄົນອາດສັບສົນລະຫວ່າງນັກບັນຊີ ແລະ ນັກການເງິນ ເຊິ່ງທັງສອງອາຊີບມີຄວາມແຕກຕ່າງກັນຄື:
- ນັກບັນຊີ: ແມ່ນເຮັດວຽກກ່ຽວກັບໂຕເລກ ແຕ່ບໍ່ມີສິດໃນການໃໍຊ້ຈ່າຍເງິນ ແລະ ບໍ່ໄດ້ຮັບຜິດຊອບເງິນ
- ນັກການເງິນ: ແມ່ນຜູ້ທີ່ມີສິດອໍານາດໃນການຕັດສິນໃຈການເບີກໃຊ້ການເງິນ ພ້ອມທັງບໍລິຫານເງິນ ແລະ ອະນຸມັດການເບີກຈ່າຍຄ່າອຸປະກອນທີ່ຝ່າຍຕ່າງໆເປັນຄົນສະເໜີມາ
ໜ້າທີ່ຮັບຜິດຊອບ
-
ເຮັດບັນຊີລາຍຮັບ-ລາຍຈ່າຍ
-
ກວດສອບຄວາມຖືກຕ້ອງຈາກຜູ້ເບີກເງິນ
-
ໃຊ້ລະບົບຄອມພິວເຕີໃນການຄິດໄລ່ພາສີອາກອນ
-
ກວດສອບບັນຊີທະນາຄານ ແລະ ລະບົບບັນຊີ ເພື່ອໃຫ້ມີປະສິດທິພາບ ແລະ ເປັນໄປຕາມແຜນ
-
ຈັດລະບົບ ແລະ ຮັກສາເອກະສານທາງການເງິນຕາມຈຳນວນປີທີ່ກົດໝາຍກຳນົດ
-
ຈັດການເອກະສານງົບການເງິນ ທັງເລື່ອງງົບກຳໄລ, ຂາດທຶນ, ງົບດຸນຕ່າງໆ
-
ລາຍງານງົບການເງິນໃຫ້ກັບຜູ້ບໍລິຫານ
-
ກວດສອບຄວາມຖືກຕ້ອງຂອງເອກະສານທາງການເງິນ
-
ສະໜອງຂໍ້ມູນໃຫ້ພາກສ່ວນທີ່ກ່ຽວຂ້ອງ
ສະຖານທີ່ເຮັດວຽກ
-
ບໍລິສັດ ຫຼື ທຸລະກິດຕ່າງໆ ເຊັ່ນ: ຮ້ານອາຫານ, ບໍລິສັດຈັດຫາວຽກ, ບໍລິສັດທີ່ກ່ຽວກັບການຂາຍ ແລະ ບໍລິສັດອື່ນໆ
-
ອົງກອນ
-
ສໍານັກງານຕ່າງໆຂອງພາກສ່ວນລັດ
-
ເວົ້າໄດ້ວ່າທຸກໆສະຖານທີ່ປາສະຈາກການບັນຊີບໍ່ໄດ້
ຜູ້ທີ່ຕ້ອງເຮັດວຽກຮ່ວມ
-
ຜູ້ບໍລິຫານ ຫຼື ເຈົ້າຂອງທຸລະກິດ
-
ພາກສ່ວນພາສີອາກອນ
-
ຝ່າຍກວດສອບບັນຊີ
-
ຝ່າຍການເງິນ
-
ຝ່າຍ Admin ແລະ ຝ່າຍຕ່າງໆໃນບໍລິສັດທີ່ມີສ່ວນໃນດ້ານການເງິນ
ທາງເລືອກອາຊີບ
-
ນັກບັນຊີມີຕົວເລືອກໃນການເຕີບໂຕດ້ານສາຍອາຊີບ, ມີໂອກາດຫຼາຍໃນການເລືອກອົງກອນ ຫຼື ບໍລິສັດທີ່ຢາກເຮັດວຽກຮ່ວມ
ຄວາມກ້າວໜ້າທາງດ້ານອາຊີບ
ການເຕີບໂຕທາງດ້ານອາຊີບ
ອາຊີບນັກບັນຊີແມ່ນມີເສັ້ນທາງໃນການເຕີບໂຕທາງດ້ານອາຊີບທີ່ໜ້າສົນໃຈ ແລະ ສາມາດນໍາເອົາຄວາມຮູ້ທີ່ມີໃນການປະກອບອາຊີບນັກບັນຊີໄປຕໍ່ຍອດໄດ້ດັ່ງນີ້:
-
ທີ່ປຶກສາດ້ານບັນຊີ
-
ຜູ້ຊ່ວຍຜູ້ຈັດການດ້ານບັນຊີ
-
ຜູ້ຈັດການດ້ານບັນຊີ
-
ຜູ້ກວດສອບພາຍໃນ
-
ຜູ້ຊ່ຽວຊານດ້ານພາສີ
ເງິນເດືອນພື້ນຖານ
(ບໍ່ມີຂໍ້ມູນ)
ແຂ່ງຂັນ ແລະ ຄວາມຕ້ອງການຂອງຕະຫຼາດແຮງງານ
ໃນປັດຈຸບັນ, ມີນັກສຶກສາຫຼາຍຄົນທີ່ສຶກສາສາຂາການບັນຊີ ແລະ ເມື່ອຈົບການສຶກສາມາກໍມີຫຼາຍພັນຄົນ. ດັ່ງນັ້ນ, ຕະຫຼາດແຮງງານຂອງການບັນຊີຈຶ່ງຈໍາເປັນຕ້ອງມີການແຂ່ງຂັນສູງ ແລະ ຕ້ອງມີຄວາມສາມາດ ຖ້າຫາກວ່າຄວາມສາມາດບໍ່ພຽງພໍກໍມີໂອກາດທີ່ຈະຕົກວຽກ.
ຂໍ້ດີ ແລະ ຂໍ້ເສຍ
ຂໍ້ດີ
-
ຫາວຽກໄດ້ງ່າຍ ເພາະບໍລິສັດໃດກໍຕ້ອງການ
-
ລາຍໄດ້ຂ້ອນຂ້າງດີ ແລະ ລາຍໄດ້ສ່ວນໜຶ່ງກໍຂຶ້ນກັບປະສົບການ, ຄວາມສາມາດ
-
ເປັນວຽກທີ່ລະອຽດ ແລະ ເຝິກໃຫ້ເຮົາຮູ້ໃນການບໍລິຫານການເງິນຂອງຄອບຄົວ
ຂໍ້ເສຍ
-
ການເຮັດວຽກແມ່ນເຮັດກ່ຽວກັບຕົວເລກ. ດັ່ງນັ້ນ, ຈຶ່ງມີຄວາມກົດດັນ ແລະ ຄວາມຄຽດຫຼາຍ
-
ຖ້າຜິດພາດກໍມີຜົນກະທົບສູງ
ຄຸນສົມບັດທີ່ເໝາະສົມກັບອາຊີບ
-
ມີຄວາມສັດຊື່ໃນວິຊາຊີບ ແລະ ຈັນຍາບັນ
-
ມີຄວາມລະອຽດຮອບຄອບ
-
ມີລະບຽບແບບແຜນ
-
ມີຄວາມຮູ້ດ້ານທິດສະດີ ແລະ ສາມາດປັບໃຊ້ເຂົ້າໃນອົງກອນ
ທັກສະທີ່ເໝາະສົມກັບອາຊີບ
-
ມີທັກສະດ້ານຄະນິດສາດ
-
ມີທັກສະໃນການຄິດວິເຄາະຢ່າງມີເຫດຜົນ
-
ມີທັກສະການສື່ສານ
-
ມີທັກສະດ້ານການຈັດການ
ຄຸນຄ່າຂອງອາຊີບ
ຄຸນຄ່າຂອງນັກບັນຊີ ຄືເປັນຕົວຊ່ວຍລາຍງານໃນການດຳເນີນງານ ແລະ ສະພາບລວມທາງການເງິນຂອງທຸລະກິດ ແລະ ເປັນຜູ້ເກັບສະຖິຕິຍ້ອນຫລັງ ເພື່ອເປັນການນຳມາວິເຄາະ ແລະ ຫາແນວທາງໃນການດຳເນີນທຸລະກິດ ວ່າຈະດຳເນີນໄປໃນທິດທາງໃດໃນອະນາຄົດຂ້າງໜ້າ.
ຊ່ອງທາງການສຶກສາເພີ່ມເຕີມ
ເຮົາສາມາດຫາຄວາມຮູ້ເພີ່ມເຕີມໄດ້ຜ່ານ Youtube, Google, Internet... ເພື່ອເປັນນັກບັນຊີ, ອາດເປັນການດີຫາກໄດ້ຈົບການສຶກສາລະດັບມັດທະຍົມປາຍ ແລ້ວສຶກສາຕໍ່ໃນສາຂາທີ່ກ່ຽວຂ້ອງກັບການບັນຊີ.
ສະຖາບັນການສຶກສາທີ່ສາມາດໄປສຶກສາໄດ້ ປະກອບມີ:
-
ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ມະຫາວິທະຍາໄລແຫ່ງຊາດລາວ
-
ວິທະຍາໄລເຕັກນິກ, ປາກປ່າສັກ ແລະ ອື່ນໆ
ອາຊີບທີ່ໃກ້ຄຽງ
-
ນັກວິເຄາະຂໍ້ມູນ
-
ທີ່ປຶກສາດ້ານພາສີ
-
ນັກເສດຖະສາດ
-
ນັກວິເຄາະການຕະຫຼາດ
-
ພະນັກງານທະນາຄານ
-
ນັກວາງແຜນການເງິນ
ຄໍາແນະນໍາການພັດທະນາຕົນເອງ
-
ເຝິກທັກສະດ້ານຄະນິດສາດ ເພາະບັນຊີຕ້ອງມີການຄິດໄລ່
-
ເຝິກທັກສະດ້ານຄວາມສະອຽດ ເພາະການບັນຊີຕ້ອງອາໄສຄວາມລະອຽດຮອບຄອບ
ຊ່ວງເວລາໃນການເຮັດວຽກ
-
ເວລາໃນການເຮັດວຽກແມ່ນບໍ່ຕາຍຕົວ ຂຶ້ນກັບບໍລິສັດ ຫຼື ອົງກອນເປັນຜູ້ກໍານົດ, ສ່ວນໃຫຍ່ຈະເຮັດວຽກ ຈັນ- ສຸກ




