top of page

ນັກຟີຊິກ

ນິຍາມອາຊີບ

ນັກຟີຊິກ ແມ່ນນັກວິທະຍາສາດຂະແໜງການໜຶ່ງທີ່ມີຄວາມຮູ້ທາງດ້ານຟີຊິກ ໂດຍການເຮັດການທົດສອບ, ວິເຄາະ, ທົດລອງ ແລະ ນໍາໃຊ້ຄວາມຮູ້ດັ່ງກ່າວເຂົ້າໃຊ້ໃນການແກ້ໄຂບັນຫາໃນຊີວິດປະຈໍາວັນ, ຂະແໜງການອຸດສາຫະກໍາ ແລະ ທາງດ້ານການແພດ ເປັນຕົ້ນ.

ການເຮັດວຽກ

ລັກສະນະວຽກ

ລັກສະນະການເຮັດວຽກຂອງນັກຟີຊິກ ແມ່ນເຮັດວຽກກ່ຽວກັບການສຶກສາ ແລະ ຕໍ່ຍອດຄວາມຮູ້ທາງດ້ານຟີຊິກເຂົ້າໃນການຜະລິດ ແລະ ການພັດທະນາສິ່ງປະດິດຕ່າງໆໃນຫຼາຍໆຂະແໜງການ ເຊັ່ນ: ການສຶກສາກ່ຽວກັບແມ່ເຫຼັກເຂົ້າໃນການຜະລິດຊິ້ນສ່ວນຕ່າງໆ, ສຶກສາກ່ຽວກັບຄື້ນແມ່ເຫຼັກ, ແສງ, ສີ, ສຽງ, ພະລັງງານນິວເຄຼຍ, ຟີຊິກດາລາສາດ ແລະ ອື່ນໆ ເຊິ່ງຂຶ້ນກັບຂະແໜງການ ຫຼື ອົງກອນທີ່ນັກຟີຊິກເຮັດວຽກຢູ່. ນອກນັ້ນ, ຍັງມີການທົດລອງ,​ຄົ້ນຄວ້າວິໄຈກ່ຽວກັບປາກົດການທາງທໍາມະຊາດທີ່ອາດຈະເກີດຂຶ້ນໃນຊີວິດປະຈໍາວັນຂອງເຮົາ ໂດຍການນໍາໃຊ້ຄວາມຮູ້ທາງຟີຊິກມາວິເຄາະ. 

ໜ້າທີ່ຮັບຜິດຊອບ

  • ຄົ້ນຄວ້າ, ວິໄຈ, ທົດສອບ ແລະ ທົດລອງກ່ຽວກັບປາກົດການທໍາມະຊາດທີ່ເກີດຂຶ້ນ ເພື່ອນໍາເອົາຜົນການທົດລອງດັ່ງກ່າວມາອະທິບາຍວ່າເກີດຂຶ້ນຍ້ອນຫຍັງ ເພື່ອໃຫ້ພາກສ່ວນອື່ນໆນໍາເອົາໄປແກ້ໄຂ 

  • ສຶກສາວິໄຈກ່ຽວກັບຄວາມຮູ້ທາງດ້ານຟີຊິກໃນຂະແໜງການທີ່ຕົນເອງເຮັດວຽກຢູ່ ເຊັ່ນ: ແສງ, ສີ, ສຽງ, ແມ່ເຫຼັກ, ຄື້ນໄຟຟ້າ, ພະລັງງານນິວເຄຼຍ ແລະ ອື່ນໆ ເພື່ອສົ່ງໃຫ້ໂຮງງານອຸດສາຫະກໍາໄດ້ຜະລິດສິນຄ້າ ຫຼື ວັດຖຸຕ່າງໆອອກມາໃຊ້ໃນການແກ້ໄຂບັນຫາໃຫ້ກັບຄົນໃນສັງຄົມ

  • ນັກຟີຊິກບາງຄົນທີ່ຢູ່ໃນບໍລິບົດຂອງປະເທດເຮົາ ແມ່ນຍັງເຮັດໜ້າທີ່ໃນການສອນ ຢູ່ໃນສະຖາບັນການສຶກສາອີກດ້ວຍ ຫຼື ເວົ້າສັ້ນໆວ່າເປັນອາຈານສອນກ່ຽວກັບຟີຊິກ

ສະຖານທີ່ເຮັດວຽກ

  • ໂຮງງານອຸດສາຫະກໍາ

  • ສະຖາບັນການສຶກສາ

ຜູ້ທີ່ຕ້ອງເຮັດວຽກຮ່ວມ

  • ນັກຮຽນ, ນັກສຶກສາ ໃນກໍລະນີທີ່ເຮັດວຽກໃນສະຖາບັນການສຶກສາ

  • ນັກຟີຊິກຄົນອື່ນໆ​

  • ນັກວິສະວະກອນພັດສະດຸ

ທາງເລືອກອາຊີບ

ທາງເລືອກທາງດ້ານອາຊີບຂອງນັກຟີຊິກແມ່ນມີຄວາມໜ້າສົນໃຈດັ່ງນີ້:​

  • ສາມາດເຮັດວຽກ ແລະ ລົງເລິກໃນຂະແໜງການທີ່ຕົນເອງສົນໃຈ ເຊັ່ນ: ສຶກສາກ່ຽວກັບຄື້ນແມ່ເຫຼັກ, ກະແສໄຟຟ້າ, ນິວເຄຼຍ, ແສງ, ສີ, ສຽງ ແລະ ອື່ນໆ 

  • ຖ້າຫາກວ່ານັກຟີຊິກມີໃຈຮັກໃນການສິດສອນ ກໍສາມາດເຮັດວຽກເປັນອາຈານສອນກ່ຽວກັບວິຊາຟີຊິກໄດ້ 

ຄວາມກ້າວໜ້າທາງດ້ານອາຊີບ

ການເຕີບໂຕທາງດ້ານອາຊີບ

  • ເສັ້ນທາງການເຕີບໂຕຂອງນັກຟີຊິກໂດຍທົ່ວໄປປະກອບມີຄື: 

  • ຖ້າຫາກຕໍ່ຍອດການສຶກສາໃນສາຍທີ່ລົງເລິກໄປອີກ ກໍຈະກາຍເປັນນັກຟີຊິກທີ່ເກັ່ງ ແລະ ມີຄຸນນະພາບ ສົ່ງຜົນໃນໄດ້ຮັບເງິນເດືອນສູງຂຶ້ນ

  • ສາມາດຂໍທຶນໃນການເຮັດໂຄງການຄົ້ນຄວ້າໄດ້ 

  • ຖ້າຫາກວ່າປະກອບອາຊີບທີ່ກ່ຽວຂ້ອງກັບການສອນ, ການເລື່ອນຂັ້ນຕ່າງໆ ແມ່ນຂຶ້ນກັບອົງກອນທີ່ຕົນເອງເຮັດວຽກຢູ່ເປັນຄົນກໍານົດ

ຂັ້ນລາຍໄດ້

(ບໍ່ມີຂໍ້ມູນ)

ເງິນເດືອນພື້ນຖານ

(ບໍ່ມີຂໍ້ມູນ)

ແຂ່ງຂັນ ແລະ ຄວາມຕ້ອງການຂອງຕະຫຼາດແຮງງານ

ຄວາມຈິງແລ້ວອາຊີບນີ້ເປັນອາຊີບທີ່ຕະຫຼາດແຮງງານໃນບ້ານເຮົາຍັງມີຄວາມຕ້ອງການບໍ່ສູງເທົ່າປະເທດທີ່ພັດທະນາແລ້ວ ແລະ ມີເຄື່ອງມືໃນການທົດລອງທີ່ຫຼາກຫຼາຍ. ດັ່ງນັ້ນ, ການຊອກວຽກຂອງອາຊີບນີ້ຈຶ່ງຂ້ອນຂ້າງມີຄວາມທ້າທາຍໃນລະດັບໜຶ່ງ. ຢ່າງໃດກໍຕາມ, ຖ້າຫາກວ່າມີໃຈຮັກ ແລະ ມັກຮັກໃນຂະແໜງການນີ້ ກໍຍັງສາມາດນໍາໃຊ້ຄວາມຮູ້ດັ່ງກ່າວເຮັດວຽກໃນຂະແໜງການທີ່ກ່ຽວຂ້ອງໄດ້. 

ຂໍ້ດີ ແລະ ຂໍ້ເສຍ

ຂໍ້ດີ

  • ສາມາດນໍາເອົາຄວາມຮູ້ທີ່ໄດ້ສຶກສາມາ ມາໝູນໃຊ້ເຂົ້າໃນການແກ້ໄຂບັນຫາໃນຊີວິດປະຈໍາວັນໄດ້

  • ເປັນຜູ້ທີ່ຢູ່ເບື້ອງຫຼັງຂອງຫຼາຍໆຂະແໜງການ ເພາະເປັນຜູ້ທີ່ຄົ້ນຄວ້າບັນດາທາດຕ່າງໆທາງດ້ານຟີຊິກ ເຮັດໃຫ້ມີຄວາມພູມໃຈໃນຕົນເອງ ແລະ ອາຊີບທີ່ເຮັດ

ຂໍ້ເສຍ

  • ອາຊີບນີ້ຍັງບໍ່ມີຕະຫຼາດແຮງງານຮອງຮັບຫຼາຍໃນປະເທດເຮົາ ເນື່ອງຈາກວ່າຄວາມກ້າວໜ້າທາງດ້ານວິທະຍາສາດ ແລະ ເຄື່ອງມືໃນການຄົ້ນຄວ້າ-ທົດລອງຍັງບໍ່ສູງ

ຄຸນສົມບັດທີ່ເໝາະສົມກັບອາຊີບ

  • ເປັນຄົນທີ່ມັກໃນການສັງເກດ, ຄົ້ນຄວ້າ, ທົດລອງ ແລະ ການປະດິດ

  • ມັກສົງໄສ ແລະ ມັກຮຽນຮູ້ຢູ່ຕະຫຼອດເວລາ

  • ມີຄວາມອົດທົນ 

  • ມີຄວາມຮັບຜິດຊອບໃນໜ້າທີ່ສູງ

ທັກສະທີ່ເໝາະສົມກັບອາຊີບ

  • ຕ້ອງຈົບຫຼັກສູດກ່ຽວກັບການຮຽນສະເພາະທາງມາ ນັ້ນກໍຄືການຈົບຫຼັກສູດກ່ຽວກັບຟີຊິກສາດ ເພາະຈະຊ່ວຍໃຫ້ເຮົາໄດ້ເຂົ້າໃຈຫຼັກການ ແລະ ຄວາມຮູ້ສະເພາະທາງກ່ຽວກັບຟີຊິກ ທີ່ສໍາຄັນແມ່ນສາມາດປະຍຸກໃຊ້ຄວາມຮູ້ດັ່ງກ່າວເຂົ້າໃນຊີວິດປະຈໍາວັນໄດ້

  • ທັກສະທາງດ້ານຄະນິດສາດ

  • ທັກສະໃນການຄິດວິເຄາະ, ມີຫຼັກການ ແລະ ເຫດຜົນ 

  • ທັກສະດ້ານການນໍາໃຊ້ຄອມພິວເຕີ ເພາະຈະຊ່ວຍໃນການເຮັດວຽກ

  • ທັກສະດ້ານການຄົ້ນຄວ້າຫາຂໍ້ມູນ

  • ທັກສະດ້ານການເຮັດວຽກເປັນທີມ

  • ຖ້າຫາກວ່າມີຄວາມຮູ້ທາງດ້ານພາສາ ແມ່ນຈະສາມາດຕໍ່ຍອດໄດ້ດີໃນການຄົ້ນຄວ້າ, ການເຮັດວຽກ ຫຼື ການຍົກສູງທາງດ້ານການສຶກສາ

  • ທັກສະດ້ານການສື່ສານຖ້າຫາກວ່າເປັນຄູສອນກ່ຽວກັບຟີຊິກ ແມ່ນສໍາຄັນ ແລະ ຈໍາເປັນຫຼາຍ

ຄຸນຄ່າຂອງອາຊີບ

ນັກຟີຊິກແມ່ນຜູ້ທີ່ຢູ່ເບື້ອງຫຼັງຂອງຫຼາຍໆຂະແໜງການ ເພາະເປັນຜູ້ທີ່ຄົ້ນຄວ້າບັນດາທາດຕ່າງໆທາງດ້ານຟີຊິກ ເພື່ອໃຫ້ບັນດາອຸດສາຫະກໍາຕ່າງໆໄດ້ເອົາຄວາມຮູ້ດັ່ງກ່າວໄປຕໍ່ຍອດ. ນອກນັ້ນ, ການທີ່ເຮົາໄດ້ເຂົ້າໃຈບັນດາປາກົດການຕ່າງໆທີ່ເກີດຂຶ້ນໃນສັງຄົມ ເຊັ່ນ: ແຮງໂນ້ມຖ່ວງ, ການມີເຮືອບິນຂັບໃນອາກາດ, ການມີວິທະຍຸໃຊ້ ແລະ ອື່ນໆ ກໍລ້ວນແລ້ວແຕ່ເກີດມາຈາກການຄົ້ນຄວ້າ ແລະ ສຶກສາຂອງນັກຟີຊິກ. 

ຊ່ອງທາງການສຶກສາເພີ່ມເຕີມ

ສະຖາບັນການສຶກສາທີ່ກ່ຽວຂ້ອງກັບສາຍອາຊີບໂດຍກົງປະກອບມີຄື: 

  • ສາຂາຟີຊິກສາດ ຄະນະວິທະຍາສາດທໍາມະຊາດ ມະຫາວິທະຍາໄລແຫ່ງຊາດ

ນອກຈາກທີ່ກ່າວມາແລ້ວ, ເຮົາຍັງສາມາດສຶກສາຄວາມຮູ້ເພີ່ມເຕີມກ່ຽວກັບຟີຊິກໄດ້ ຜ່ານສື່ສັງຄົມອອນລາຍ ແລະ ການອ່ານເອກະສານທີ່ມີນັກຄົ້ນຄວ້າ ຫຼື ມີຜູ້ຄົ້ນຄວ້າອອກມາກ່ອນແລ້ວ ແລະ ສາມາດສຶກສາຜ່ານບັນດາສາລະຄະດີຕ່າງໆໄດ້.​

ອາຊີບທີ່ໃກ້ຄຽງ

  • ນັກເຄມີສາດ

  • ນັກວິສະວະກອນວັດສະດຸ

ຄໍາແນະນໍາການພັດທະນາຕົນເອງ

  • ໝັ່ນສຶກສາກ່ຽວກັບສາລະຄະດີຕ່າງໆທີ່ກ່ຽວຂ້ອງກັບຟີຊິກ ແລະ ຄະນິດສາດ

  • ຊອກຫາຄວາມຮູ້ຮອບຕົວກ່ຽວກັບຟີຊິກ

  • ຝຶນເຝິກໃຫ້ຕົນເອງເປັນຄົນທີ່ມັກສົງໄສ ແລະ ຊອກຫາຄໍາຕອບ ບົນພື້ນຖານຫຼັກການ ແລະ ອີງຕາມຫຼັກວິທະຍາສາດ

  • ເຝິກຝົນທັກສະທາງດ້ານພາສາອັງກິດ ເພາະຈະສາມາດຕໍ່ຍອດອາຊີບໄດ້ດີໃນອະນາຄົດ ແລະ ມີໂອກາດໃນການເຮັດວຽກ ໃນຕະຫຼາດແຮງງານສາກົນ

ຊ່ວງເວລາໃນການເຮັດວຽກ

  • ໂມງໃນການເຮັດວຽກແມ່ນຂຶ້ນກັບອົງກອນເປັນຄົນກໍານົດ

ທ່ານສາມາດຕິດຕໍ່ເພື່ອສອບຖາມຂໍ້ມູນຂ່າວສານ ຫຼື ລາຍລະອຽດກ່ຽວກັບການບໍລິການເພີ່ມເຕີມ

ທີ່ຢູ່

ຖະໜົນດົງປາຍນາ
ບ້ານສະພານທອງເໜືອ 
ເມືອງສີສັດຕະນາກ 
ນະຄອນຫຼວງວຽງຈັນ

ເບີໂທຕິດຕໍ່: 020 54129234
Khemthitcareer@gmail.com

Learning4lee@gmail.com

ໂມງລັດຖະການ

ຈັນ-ສຸກ : 8:00-​17:00

  • Whatsapp
  • Facebook
  • Youtube
  • TikTok

ສົນໃຈຕິດຕໍ່ເພື່ອສອບຖາມລາຍລະອຽດ

ຂອບໃຈທີ່ສົ່ງຂໍ້ຄວາມຫາພວກເຮົາ

ໂຄຄູນ ໂດຍ ເຂັມທິດອາຊີບ

bottom of page