top of page

ໂປຣແກຣມເມີ

ນິຍາມອາຊີບ

ໂປຣແກຣມເມີ ແມ່ນຜູ້ທີ່ມີຄວາມຊ່ຽວຊານທາງດ້ານທັກສະຄອມພິວເຕີເປັນຕົ້ນເຊັ່ນ: ການຂຽນໂຄ້ດ, ທົດສອບລະບົບ ແລະ ແກ້ໄຂບັນຫາຕ່າງໆທີ່ເກີດຂຶ້ນໃນໂປຣແກຣມ ຜ່ານການຂຽນໂປຣແກຣມອອນລາຍດ້ວຍພາສາຄອມພິວເຕີເຊັ່ນ: ພາສາຊີ, ພາສາຈາວາ, ພາສາDart, Go, PHP, HTML, CSS  ແລະ ອື່ນໆເປັນຕົ້ນ. ເພື່ອໃຫ້ຄອມພິວເຕີ ແລະ Software ໃຊ້ງານໄດ້ ລວມເຖິງການກວດສອບຂໍ້ຜິດພາດ ແລະ ແກ້ໄຂລະບົບທີ່ມີບັນຫາ. ອາຊີບນີ້ສ່ວນໃຫຍ່ຢູ່ລາວແມ່ນ ເຮັດກ່ຽວກັບ Web Application    ແລະ Mobile Application. 

ການເຮັດວຽກ

ລັກສະນະວຽກ

ນັກພັດທະນາໂປຣແກຣມ ແມ່ນອາຊີບທີ່ຂ້ອນຂ້າງມີລາຍລະອຽດປີກຍ່ອຍຫຼາຍ ແລະ ເປັນວຽກທີ່ຈໍາເປັນຕ້ອງໄດ້ໃຊ້ຄວາມຮູ້ສະເພາະທາງເປັນຕົ້ນແມ່ນ: ການຂຽນໂປຣແກຣມດ້ວຍພາສາຕ່າງໆ ແລະ ຍັງມີການພັດທະນາໂປຣແກຣມຕ່າງໆເພື່ອໃຫ້ອອກມາໃຊ້ງານໄດ້.

ໜ້າທີ່ຮັບຜິດຊອບ

  • ທຳຄວາມເຂົ້າໃຈຈຸດປະສົງໃນການໃຊ້ງານຂອງໂປຣແກຣມ  ແລະ ວາງແຜນໂດຍການຂຽນແຜນພາບ(Flowchart), ຂັ້ນຕອນຂອງໂປຣແກຣມໂດຍລະອຽດ

  • ຂຽນໂປຣແກຣມດ້ວຍພາສາຄອມພິວເຕີຕ່າງໆ ເຊັ່ນ: ພາສາ C++, ພາສາ Java, Go, HTML, CSS  ແລະ ອື່ນໆ

  • ອັບເດດລະບົບ ແລະ ພັດທະນາໂປຣແກຣມ ໃຫ້ມີຄວາມທັນສະໄໝ ແລະ ມີຄວາມປອດໄພ

  • ທົດສອບໂປຣແກຣມ ແລະ ແກ້ໄຂບັນຫາ,  ຂໍ້ຜິດພາດທີ່ເກີດຂຶ້ນ

  • ສ້າງ ແລະ ທົດສອບລະຫັດໃນການພັດທະນາຄອມພິວເຕີ

  • ປະຊຸມ ແລະ ອັບເດດຄວາມຄືບໜ້າ ຫຼື ບັນຫາຂອງໜ້າວຽກ

ສະຖານທີ່ເຮັດວຽກ

  • ບໍລິສັດສື່ມີເດຍ ຫຼື ສື່ໂຄສະນາ

  • ເຮັດວຽກໃຫ້ກັບບໍລິສັດຕ່າງໆທີ່ມີການນໍາໃຊ້ເວັບໄຊ້ ຫຼື ແອັບພຣິເຄຊັ່ນເຊັ່ນ: ທະນາຄານເປັນຕົ້ນ

  • ເຮັດວຽກຢູ່ກະຊວງ ຫຼື ອົງການຕ່າງໆທີ່ມີການເຜີຍແຜ່ຂໍ້ມູນຂ່າວສານຜ່ານເວັບໄຊ້ ແລະ ແອັບພຣິເຄຊັ່ນ

ຜູ້ທີ່ຕ້ອງເຮັດວຽກຮ່ວມ

  • ໂປຣແກຣມເມີຄົນອື່ນໆໃນທີມ: ການເປັນໂປຣແກຣມເມີ ແມ່ນບໍ່ສາມາດເຮັດວຽກຄົນດຽວໄດ້; ດັ່ງນັ້ນ, ຈຶ່ງຕ້ອງມີທີມໃນການສະໜັບສະໜູນ ແລະ ເຮັດວຽກຮ່ວມກັນ

  • ຜູ້ວິເຄາະທຸລະກິດ (Business Analyst) ຫຼື ລູກຄ້າ: ຜູ້ວິເຄາະທຸລະກິດ ແມ່ນຈະຮັບໂຈດງານ ຫຼື ແບບທີ່ລູກຄ້າຢາກໄດ້ ຫຼັງຈາກນັ້ນກໍຈະສົ່ງຕໍ່ໃຫ້ໂປຣແກຣມເມີໃນການດໍາເນີນການເຮັດວຽກ ເພື່ອໃຫ້ໄດ້ຕາມແບບທີ່ລູກຄ້າຢາກໄດ້

  • ຜູ້ວິເຄາະລະບົບ (System Analyst):  ດັ່ງທີ່ກ່າວມາ, ໂປຣແກຣມເມີບໍ່ສາມາດເຮັດວຽກຄົນດຽວໄດ້ ເນື່ອງຈາກມີຫຼາຍໜ້າວຽກ. ດັ່ງນ້ນ, ຜູ້ວິເຄາະລະບົບຈຶ່ງເຮັດໜ້າທີ່ໃນການແບ່ງໜ້າວຽກຕ່າງໆໃຫ້ກັບໂປຣແກຣມເມີ

  • ຜູ້ອອກແບບກຣາຟຟິກ (Graphic Designer): ໂປຣແກຣມໃດໜຶ່ງຈະບໍ່ສາມາດອອກມາມີໜ້າຕາທີ່ງາມ ເພື່ອໃຫ້ລູກຄ້າ ຫຼື ຜູ້ຈ້າງເພິ່ງພໍໃຈໄດ້ ຖ້າຫາກຂາດຜູ້ອອກແບບກຣາຟຟິກ ເພາະວ່າການຂຽນໂຄ້ດແມ່ນບໍ່ພຽງພໍ ແລະ ບໍ່ສາມາດເຮັດໃຫ້ແອັບ ຫຼື ເວັບໄຊ້ອອກມາງາມໄດ້

ທາງເລືອກອາຊີບ

  • ເປັນໂປຣແກຣມເມີອິດສະຫຼະ

  • ເຮັດວຽກກັບອົງກອນ ຫຼື ບໍລິສັດ 

  • ໂປຣແກຣມເມີສາມາດຜັນໂຕເຮັດອາຊີບຕ່າງໆໄດ້ໃນສາຍຄອມພິວເຕີງ່າຍກວ່າອາຊີບອື່ນໆ ເພາະໂປຣແກຣມເມີມີພື້ນຖານທາງດ້ານຄອມພິວເຕີຢູ່ແລ້ວ

ຄວາມກ້າວໜ້າທາງດ້ານອາຊີບ

ການເຕີບໂຕທາງດ້ານອາຊີບ

ນັກຄອມພິວເຕີ ຫຼື ໂປຣແກຣມເມີ ທີ່ມີຄວາມຮູ້ພື້ນຖານ ແລະ ປະສົບການ ສາມາດພັດທະນາຕໍ່ໄປເປັນນັກວິເຄາະລະບົບຄອມພິວເຕີ ແລະ ຫາກມີປະສົບການເພີ່ມຂຶ້ນ ບາງຄົນສາມາດພັດທະນາເປັນນັກພັດທະນາ software ແລະ ໄດ້ຮັບການເລື່ອນຕຳແໜ່ງຂຶ້ນເປັນຜູ້ບໍລິຫານໄດ້.

ຂັ້ນລາຍໄດ້

(ບໍ່ມີຂໍ້ມູນ)

ເງິນເດືອນພື້ນຖານ

ເນື່ອງຈາກວ່າອາຊີບນີ້ເປັນອາຊີບທີ່ມີຄວາມນິຍົມ ແລະ ເປັນທີ່ຕ້ອງການໃນຕະຫຼາດຢ່າງຕໍ່ເນື່ອງ ເຊິ່ງເງິນເດືອນນັກສຶກສາຈົບໃໝ່ປະມານ 2,500,000 -5,500,000 ກີບ ຂຶ້ນໄປ. ໃນນັ້ນກໍອີງໃສ່ປະສົບການ ແລະ ໜ້າວຽກນັ້ນໆ (ເຊິ່ງໃນນີ້ເງິນເດືອນອາດຈະມີການປັບປ່ຽນໃນແຕ່ລະປີ)

ແຂ່ງຂັນ ແລະ ຄວາມຕ້ອງການຂອງຕະຫຼາດແຮງງານ

ອາຊີບນີ້ມີໂອກາດຕໍ່ຍອດໄປໄກຫຼາຍ ເພາະຍຸກປັດຈຸບັນໄດ້ນໍາໃຊ້ເຕັກໂນໂລຊີເຂົ້າໃນການດໍາລົງຊີວິດ ແລະ ມີຫຼາຍໆບໍລິສັດ, ຫຼາຍອົງກອນທີ່ກໍາລັງຜັນປ່ຽນໄປສູ່ລະບົບອອນລາຍຫຼາຍຂຶ້ນ ເຮັດໃຫ້ໂປຣແກຣມເມີມີວຽກເຮັດຢູ່ເລື້ອຍໆ.

ຂໍ້ດີ ແລະ ຂໍ້ເສຍ

ຂໍ້ດີ

  • ເປັນອາຊີບທີ່ເປັນທີ່ຕ້ອງການໃນສັງຄົມ ເວົ້າງ່າຍໆວ່າເຮັດອາຊີບນີ້ບໍ່ຕົກວຽກແນ່ນອນ

  • ເປັນອາຊີບທີ່ມີລາຍໄດ້ຂ້ອນຂ້າງສູງ ຖ້າຫາກວ່າມີຄວາມຮູ້, ຄວາມສາມາດ, ​ສາມາດຂຽນໂປຣແກຣມໄດ້

  • ໄດ້ນໍາທັນເຕັກໂນໂລຊີທີ່ປ່ຽນໄປເລື້ອຍໆ 

  • ເປັນອາຊີບທີ່ສາມາດຮຽນຮູ້ຜ່ານອິນເຕີເນັດໄດ້

ຂໍ້ເສຍ

  • ຢູ່ໜ້າຈໍຄອມເປັນເວລາດົນ ຫຼື  ບາງຄັ້ງຕ້ອງໄດ້ເຮັດວຽກກາງຄືນ ອາດສົ່ງຜົນເສຍຕໍ່ດ້ານສຸຂະພາບ

  • ບາງຄັ້ງກິນເຂົ້າບໍ່ເປັນເວລາ

ຄຸນສົມບັດທີ່ເໝາະສົມກັບອາຊີບ

  • ມີຄວາມຮູ້ ແລະ ຄວາມສົນໃຈໃນດ້ານຄອມພິວເຕີ ແລະ ການຂຽນໂປຣແກຣມ

  • ມັກການຮຽນຮູ້ສິ່ງໃໝ່ໆ: ການຂຽນໂປຣແກຣມຈໍາເປັນຕ້ອງໄດ້ຮຽນຮູ້ຕະຫຼອດເວລາ ເພາະໂລກຂອງເຕັກໂນໂລຊີພັດທະນາໄປໄວຫຼາຍ

  • ມີສະມາທິສູງ ແລະ ມຸ່ງໝັ້ນ: ອາຊີບນີ້ເປັນອາຊີບທີ່ຕ້ອງຢູ່ກັບໜ້າຈໍຄອມເປັນເວລາດົນ. ເພາະສະນັ້ນ, ຜູ້ທີ່ປະກອບອາຊີບເປັນໂປຣແກຣມເມີຈຶ່ງຈຳເປັນຕ້ອງມີຄວາມອົດທົນ ແລະ ມີສະມາທິ

  • ມີຄວາມຄິດສ້າງສັນ: ຄວາມຄິດສ້າງສັນກໍມີສ່ວນສໍາຄັນ ເພາະຈະສາມາດປະຍຸກໃຊ້ຄວາມຮູ້ທີ່ມີດ້ານໂປຣແກຣມເມີໄປໃຊ້ໃນທາງທີ່ດີ ແລະ ທາງສ້າງສັນ

  • ມີຄວາມລະອຽດຖີ່ຖ້ວນ: ການຂຽນໂປຣແກຣມແມ່ນຈະຕ້ອງໃຊ້ຄວາມລະອຽດຫຼາຍ ເຊັ່ນ: ການຂຽນໂຄ້ດຕ່າໆ. ດັ່ງນັ້ນ, ຜູ້ທີ່ປະກອບອາຊີບນີ້ຈຶ່ງເປັນຜູ້ທີ່ໃສ່ໃຈໃນລາຍລະອຽດ

ທັກສະທີ່ເໝາະສົມກັບອາຊີບ

  • ທັກສະດ້ານຄອມພິວເຕີ:  ຮູ້ກ່ຽວກັບລະບົບພື້ນຖານຂອງຄອມພິວເຕີ ແລະ ສາມາດແກ້ໄຂບັນຫາທີ່ເກີດຂຶ້ນກັບຄອມພິວເຕີຂັ້ນພື້ນຖານໄດ້

  • ທັກສະສະເພາະທາງໃນການຂຽນໂປຣແກຣມ: ເປັນຄວາມຮູ້ສະເພາະທາງທີ່ຈະໃຊ້ໃນການເຮັດວຽກເຊັ່ນ: ການຂຽນໂປຣແກຣມດ້ວຍພາສາຕ່າງໆ

  • ທັກສະການວິເຄາະ: ສາມາດວິເຄາະລະບົບຄອມພິວເຕີ ຫຼື ລະບົບການໃຊ້ງານຂອງຄອມພິວເຕີໄດ້

  • ທັກສະການແກ້ໄຂບັນຫາ ຫຼື ສາມາດແກ້ໄຂບັນຫາສະເພາະໜ້າໄດ້: ການຂຽນໂປຣແກຣມກໍມີຂໍ້ຜິດພາດ ແລະ ເມື່ອເກີດບັນຫາ ໂປຣແກຣມເມີຕ້ອງສາມາດແກ້ໄຂບັນຫາສະເພາະໜ້າໄດ້ຢ່າງເລັ່ງດ່ວນ ແລະ ທັນການ

ຄຸນຄ່າຂອງອາຊີບ

ນັກຄອມພິວເຕີ ຫຼື ໂປຣແກຣມເມີ ແມ່ນມີຊ່ວຍໃຫ້ເຮົາໄດ້ມີແອັບພຣິເຄຊັ່ນທີ່ສາມາດຕິດຕາມຂໍ້ມູນຂ່າວສານດີໆໄດ້, ຖ້າຫາກວ່າບໍ່ມີໂປຣແກຣມເມີ ເຮົາອາດຈະບໍ່ໄດ້ຮູ້ຈັກແອັບຕ່າງໆໃນໂລກອິນເຕີເນັດ. 

ຊ່ອງທາງການສຶກສາເພີ່ມເຕີມ

 ເພື່ອເປັນໂປຣແກຣມເມີ ເຮົາສາມາດຫາຄວາມຮູ້ເພື່ອຕໍ່ຍອດໃນການປະກອບອາຊີບນີ້ໄດ້ຜ່ານ Youtube, Google, Internet, online community(stack overflow)... ອາດເປັນການດີຫາກໄດ້ຈົບການສຶກສາລະດັບມັດທະຍົມປາຍ ແລ້ວສຶກສາຕໍ່ໃນສາຂາທີ່ກ່ຽວຂ້ອງໂດຍກົງເຊັ່ນ ສະຖາບັນການສຶກສາທີ່ສາມາດໄປສຶກສາໄດ້ ປະກອບມີ:

  • ມະຫາວິທະຍາໄລແຫ່ງຊາດ

- ຄະນະວິສະວະກໍາສາດ
​- ຄະນະວິທະຍາສາດທຳມະຊາດ 

  • ວິທະຍາໄລ ສຸດສະກະ

  • ສະຖາບັນເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ

  • ວິທະຍາໄລອື່ນໆ

ອາຊີບທີ່ໃກ້ຄຽງ

  • ເວັບໄຊ້ໂປຣແກຣມເມີ ຫຼື ຜູ້ພັດທະນາເວັບໄຊ້ (Website Programmer/ website developer)

  • ນັກພັດທະນາແອັບພຣິເຄຊັ່ນ (Application Developer)

  • ນັກວິເຄາະລະບົບ (System Analyst)

  • ວິສະວະກອນຊອບແວ (Software Engineer)

ຄໍາແນະນໍາການພັດທະນາຕົນເອງ

  • ເຝີກການຂຽນໂປຣແກຣມໃນອິນເຕີເນັດ, ຢູທູບດ້ວຍຕົນເອງ

  • ສຶກສາລະບົບຄອມພິວເຕີຂັ້ນພື້ນຖານ

  • ຫາຄວາມຮູ້ໃໝ່ໆກ່ຽວກັບຄອມພິວເຕີໃນອິນເຕີເນັດເລື້ອຍໆ ທັງພາຍໃນ ແລະ ຕ່າງປະເທດ

  • ເຂົ້າຮ່ວມເຝິກອົບຮົມ ຫຼື ກິດຈະກໍາຕ່າງໆທີ່ເຮັດກ່ຽວກັບການຂຽນໂປຣແກຣມ ຫຼື ລະບົບຄອມພິວເຕີ

  • ລອງແຂ່ງຂັນຖ້າຫາກມີໂອກາດ

ຊ່ວງເວລາໃນການເຮັດວຽກ

  • ຖ້າໃນບັນດາບໍລິສັດເອກະຊົນ ຫຼື ລັດ ຊ່ວງເວລາໃນການເຮັດວຽກແມ່ນ ຈັນ- ເສົາ ຫຼື ຈັນ- ສຸກ ບາງຄັ້ງກໍອາດຈະໄດ້ຜັນປ່ຽນກັນເຮັດວຽກກະເດິກ , ກະເຊົ້າ ເປັນຕົ້ນ. ໃນນັ້ນກໍອີງຕາມຄວາມເລັ່ງດ່ວນຂອງໜ້າວຽກ ຫຼື ໂມງທີ່ໄດ້ຮັບມອບໝາຍຈາກບໍລິສັດ ຫຼື ອົງກອນນັ້ນເອງ

ທ່ານສາມາດຕິດຕໍ່ເພື່ອສອບຖາມຂໍ້ມູນຂ່າວສານ ຫຼື ລາຍລະອຽດກ່ຽວກັບການບໍລິການເພີ່ມເຕີມ

ທີ່ຢູ່

ຖະໜົນດົງປາຍນາ
ບ້ານສະພານທອງເໜືອ 
ເມືອງສີສັດຕະນາກ 
ນະຄອນຫຼວງວຽງຈັນ

ເບີໂທຕິດຕໍ່: 020 54129234
Khemthitcareer@gmail.com

Learning4lee@gmail.com

ໂມງລັດຖະການ

ຈັນ-ສຸກ : 8:00-​17:00

  • Whatsapp
  • Facebook
  • Youtube
  • TikTok

ສົນໃຈຕິດຕໍ່ເພື່ອສອບຖາມລາຍລະອຽດ

ຂອບໃຈທີ່ສົ່ງຂໍ້ຄວາມຫາພວກເຮົາ

ໂຄຄູນ ໂດຍ ເຂັມທິດອາຊີບ

bottom of page