top of page

ນັກທໍລະນີວິທະຍາ

ນິຍາມອາຊີບ

ອາຊີບນັກທໍລະນີວິທະຍາ ແມ່ນນັກວິທະຍາສາດປະເພດໜຶ່ງທີ່ເຮັດການຄົ້ນຄວ້າ, ສຶກສາ, ວິໄຈກ່ຽວກັບແຜ່ນດິນ ແລະ ອົງປະກອບທາງທໍາມະຊາດທີ່ຢູ່ເທິງແຜ່ນດິນໂລກຈົນເຖິງໃຕ້ພື້ນໂລກ, ສຶກສາອົງປະກອບໂຄງສ້າງ ແລະ ຂະບວນການຂອງທໍາມະຊາດທີ່ເກີດຂຶ້ນໃນແຕ່ລະຊ່ວງໄລຍະເວລາ, ສຶກສາຫຼັກຖານທີ່ຄົ້ນພົບໃນຫີນ ແລະ ຊາກດຶກດໍາບັນ ເປັນຕົ້ນ.​ ນອກນັ້ນ, ສິ່ງທີ່ໜ້າສົນໃຈຂອງນັກທໍລະນີວິທະຍາແມ່ນ ບາງຄົນໄດ້ມີການສຶກສາທໍລະນີວິທະຍາຂອງດາວເຄາະດວງອື່ນໆທີ່ຢູ່ນອກໂລກ ໂດຍສະເພາະແມ່ນດາວເຄາະທີ່ມີພື້ນດິນ.

ການເຮັດວຽກ

ລັກສະນະວຽກ

ນັກທໍລະນີວິທະຍາ ແມ່ນຈະເຮັດວຽກກ່ຽວກັບການຄົ້ນຄວ້າເປັນຫຼັກ ເຊິ່ງເຮົາເອີ້ນວ່າ: “ວິທະຍາສາດປະຍຸກ” ໂດຍເອົາຄວາມຮູ້ທາງດ້ານຟີຊິກ, ຄະນິດສາດ, ເຄມີ ມາປະຍຸກໃຊ້ ແລະ ອະທິບາຍກ່ຽວກັບສິ່ງທີ່ເກີດຂຶ້ນໃນເທິງແຜ່ນດິນໂລກ ແລະ ໃຕ້ພື້ນໂລກ. ຢ່າງໃດກໍຕາມ, ນັກທໍລະນີວິທະຍາແມ່ນຈະແບ່ງອອກເປັນ 3 ຂະແໜງການໃນການເຮັດວຽກດັ່ງນີ້:​

  • ນັກທໍລະນີວິທະຍາທີ່ເຮັດວຽກກ່ຽວກັບການວິໄຈ ເຊິ່ງເຮັດການຄົ້ນຄວ້າກ່ຽວກັບສິ່ງຕ່າງໆທີ່ເກີດຂຶ້ນໃນເທິງແຜ່ນດິນໂລກ ແລະ ໃຕ້ພື້ນໂລກ ໂດຍການອອກເດີນທາງສໍາຫຼວດ ເຊັ່ນ: ທະເລ, ເໝືອງ ແລະ ເທິງແຜ່ນດິນໂລກ ເພື່ອຫາຄວາມຮູ້ກ່ຽວກັບປະເພດຫີນ, ປະເພດດິນ ເປັນຕົ້ນ. ຈາກນັ້ນ, ກໍນຳເອົາຄວາມຮູ້ທີ່ຕົນເອງໄປສໍາຫຼວດມາເຜີຍແຜ່ໃຫ້ກັບຄົນອື່ນໆໃນສັງຄົມໄດ້ຮັບຮູ້

  • ນັກທໍລະນີວິທະຍາບາງຄົນເຮັດວຽກກ່ຽວກັບການປ້ອງກັນ ແລະ ເຕືອນໄພກ່ຽວກັບໄພພິບັດຕ່າງໆ ເຊັ່ນ: ແຜ່ນດິນໄຫວ, ພູໄຟລະເບີດ, ອຸທົກກະໄພ ແລະ ອື່ນໆ ເພື່ອໃຫ້ຄົນໃນສັງຄົມໄດ້ກຽມພ້ອມໃນການຮັບມືກັບໄພພິບັດຕ່າງໆ

  • ນັກທໍລະນີວິທະຍາບາງຄົນຍັງເຮັດວຽກກ່ຽວກັບການຂຸດຄົ້ນບໍ່ນໍ້າມັນ, ນໍ້າໃຕ້ດິນ, ກ໊າສທໍາມະຊາດ ແລະ ແຮ່ຕ່າງໆທີ່ມີມູນຄ່າອີກດ້ວຍ

ໜ້າທີ່ຮັບຜິດຊອບ

  • ຂຽນສະເໜີແຜນຂໍທຶນໃນການຄົ້ນຄວ້າໃດໜຶ່ງ

  • ອອກເດີນທາງສໍາຫຼວດ ແລະ ຂຸດຄົ້ນກ່ຽວກັບສະຖານທີ່ໃດໜຶ່ງໂດຍສະເພາະ

  • ນໍາເອົາຫີນ ຫຼື ຊາກທີ່ຕົນເອງໄດ້ຂຸດຄົ້ນມາ ມາຄົ້ນຄວ້າຕໍ່ໃນຫ້ອງປະຕິບັດການ (ຫ້ອງແລ໋ບ)

  • ນຳເຂົ້າຂໍ້ມູນທີ່ຕົນເອງຄົ້ນຄວ້າໄດ້ ອອກມາເຜີຍແຜ່ຕໍ່ສື່ມວນຊົນ ແລະ ຄົນໃນສັງຄົມໃຫ້ໄດ້ຮັບຮູ້

  • ວິເຄາະຂໍ້ມູນທາງທໍລະນີວິທະຍາ ເພື່ອໃຫ້ຄໍາປຶກສາແກ່ໜ່ວຍງານລັດ ແລະ ເອກະຊົນ ໃນເລື່ອງຄວາມເໝາະສົມຂອງພື້ນທີ່ກໍ່ສ້າງ ເຊັ່ນ: ທາງຫຼວງ, ອຸມົງ ແລະ ແຫຼ່ງອື່ນໆ

  • ສຶກສາອົງປະກອບທາງເຄມີຂອງຫີນ, ແຮ່ປະເພດຕ່າງໆ 

  • ປະເມີນຜົນກະທົບທາງສິ່ງແວດລ້ອມ ຈາກການນໍາໃຊ້ຊັບພະຍາກອນທໍາມະຊາດ

  • ສຶກສາປະລິມານ ແລະ ຄຸນນະພາບຂອງນໍ້າໃຕ້ດິນ

  • ວິເຄາະ, ຈໍາແນກຫີນ ແລະ ແຮ່ທາດອອກຈາກກັນ 

  • ປະເມີນກ່ຽວກັບໄພພິບັດທາງທໍາມະຊາດ ເພື່ອປ້ອງກັນ ແລະ ກຽມຄວາມພ້ອມກັບການຮັບມື 

  • ຄິດ, ວິເຄາະ, ອອກແບບ ແລະ ຄິດໄລ່ກ່ຽວກັບແຫຼ່ງຊັບພະຍາກອນໃຕ້ດິນ ເພື່ອໃຫ້ວິສະວະກອນນໍາເອົາຜົນໄປເບິ່ງ ແລະ ເຮັດການຂຸດຄົ້ນ ຕາມການຄິດໄລ່ຂອງນັກທໍລະນີວິທະຍາ

ສະຖານທີ່ເຮັດວຽກ

  • ບໍລິສັດຂຸດຄົ້ນແຮ່ທາດ, ນໍ້າມັນ ແລະ ກ໊າສທໍາມະຊາດ

  • ສູນຄົ້ນຄວ້າ

  • ໜ່ວຍງານລັດ 

ຜູ້ທີ່ຕ້ອງເຮັດວຽກຮ່ວມ

  • ວິສະວະກອນ

  • ນັກທໍລະນີວິທະຍາຄົນອື່ນໆ

  • ພະນັກງານໃນໜ່ວຍງານລັດ ແລະ ເອກະຊົນ

ທາງເລືອກອາຊີບ

ທາງເລືອກຂອງນັກທໍລະນີວິທະຍາແມ່ນມີທາງເລືອກທາງດ້ານອາຊີບທີ່ໜ້າສົນໃຈຄື: 

  • ສາມາດເຮັດວຽກໃນສາຍບໍລິຫານໄດ້ ເຊັ່ນ: ບໍລິຫານທີມ, ການວາງແຜນການຂຸດຄົ້ນຕ່າງໆ

  • ສາມາດເຮັດວຽກໃນສາຍເຕັກນິກໄດ້ ເຊັ່ນ: ຂຸດ, ເຈາະ ແລະ ພັດທະນາເຕັກໂນໂລຊີໃໝ່ໆ ເຂົ້າໃນການຂຸດຄົ້ນ

  • ສາມາດເຮັດວຽກໃນພາກສ່ວນລັດ ຫຼື ເອກະຊົນໄດ້ 

  • ສາມາດປະກອບອາຊີບອິດສະຫຼະໄດ້ ໂດຍການເປັນທີ່ປຶກສາ 

ຄວາມກ້າວໜ້າທາງດ້ານອາຊີບ

ການເຕີບໂຕທາງດ້ານອາຊີບ

  • ເມື່ອມີປະສົບການໃນການເຮັດວຽກຫຼາຍປີ ສາມາດກາຍເປັນຜູ້ວິເຄາະໃນຂະບວນການຂຸດຄົ້ນ ແລະ ໃຫ້ຄໍາປຶກສາກ່ຽວກັບການຂຸດຄົ້ນ (ເພາະອາຊີບໃນສາຍນີ້ແມ່ນສາມາດນໍາໃຊ້ຄວາມຮູ້ໄປຈົນຕະຫຼອດຊີວິດໄດ້)

  • ສາມາດເປີດບໍລິສັດໃຫ້ຄໍາປຶກສາກ່ຽວກັບທໍລະນີວິທະຍາສະເພາະດ້ານໄດ້ 

ຂັ້ນລາຍໄດ້

(ບໍ່ມີຂໍ້ມູນ)

ເງິນເດືອນພື້ນຖານ

(ບໍ່ມີຂໍ້ມູນ)

ແຂ່ງຂັນ ແລະ ຄວາມຕ້ອງການຂອງຕະຫຼາດແຮງງານ

ຄວາມຕ້ອງການຂອງຕະຫຼາດແຮງງານໃນສາຍອາຊີບນີ້ຢູ່ປະເທດເຮົາແມ່ນເລີ່ມມີຄວາມຕ້ອງການຫຼາຍຂຶ້ນ ເນື່ອງຈາກວ່າອຸດສາຫະກໍາການຂຸດຄົ້ນເພີ່ມຂຶ້ນ ເຮັດໃຫ້ຫຼາຍໂຄງການຕ້ອງການຜູ້ທີ່ປະກອບອາຊີບນີ້ທີ່ເປັນຄົນລາວເຊັ່ນດຽວກັນ ເພື່ອວ່າຈະສາມາດເຮັດວຽກຮ່ວມກັບວິຊາການຕ່າງປະເທດໄດ້.  

ຂໍ້ດີ ແລະ ຂໍ້ເສຍ

ຂໍ້ດີ

  • ລາຍໄດ້ຂ້ອນຂ້າງສູງ

  • ມີໂອກາດໃນການເຮັດວຽກກັບວິຊາການທີ່ເກັ່ງແບບສະເພາະດ້ານ

  • ເປັນອາຊີບທີ່ຄົນຍັງເຮັດໜ້ອຍຢູ່ໃນປະເທດເຮົາ

  • ມີໂອກາດໃນການໄປເຮັດວຽກ ແລະ ສໍາຫຼວດຢູ່ຕ່າງປະເທດ

  • ໄດ້ຮູ້ຈັກພື້ນທີ່ຕ່າງໆໃນປະເທດຕົນເອງ ແລະ ຕ່າງປະເທດເພີ່ມຂຶ້ນ

ຂໍ້ເສຍ

  • ວຽກຂ້ອນຂ້າງໜັກ ໂດຍສະເພາະເມື່ອມີເວລາຂຸດຄົ້ນ ເຊັ່ນ: ນໍ້າມັນ, ແຮ່ທາດ ແລະ ອື່ນໆ

  • ເປັນວຽກທີ່ຂ້ອນຂ້າງກົດດັນ ເພາະຕ້ອງຄິດໄລ່ໃຫ້ໃກ້ຄຽງທີ່ສຸດກ່ອນທີ່ຈະມີການຂຸດຄົ້ນໃດໜຶ່ງ  

ຄຸນສົມບັດທີ່ເໝາະສົມກັບອາຊີບ

  • ມີຄວາມສົນໃຈໃນດ້ານວິທະຍາສາດທຳມະຊາດ

  • ມີຄວາມດຸໝັ່ນ, ອົດທົນຂ້ອນຂ້າງສູງ ແລະ ມັກການເຮັດວຽກພາກສະໜາມ

  • ມີຈິນຕະນາການສູງ ເນື່ອງຈາກວ່າວຽກທີ່ເຮັດແມ່ນວຽກທີ່ເບິ່ງບໍ່ເຫັນ ເຊັ່ນ: ນໍ້າມັນໃຕ້ດິນ ຫຼື ສິ່ງທີ່ຢູ່ເທິງອາກາດ

  • ສາມາດເຮັດວຽກພາຍໃຕ້ຄວາມກົດດັນໄດ້ດີ

ທັກສະທີ່ເໝາະສົມກັບອາຊີບ

  • ຄວາມຮູ້ສະເພາະດ້ານ ເຊັ່ນ: ວິຊາເຄມີ, ຟີຊິກ ແລະ ຊີວະ

  • ທັກສະທາງດ້ານພາສາ  ເພາະຈະສາມາດຕໍ່ຍອດໃນການເຮັດວຽກກັບວິຊາການຕ່າງປະເທດໄດ້

  • ທັກສະໃນການຄິດ, ວິເຄາະ, ວິໄຈ ແລະ ການສັງເກດການ

  • ທັກສະໃນການສື່ສານ, ການເຮັດລາຍການ

  • ທັກສະໃນການແກ້ໄຂບັນຫາ ແລະ ການຕັດສິນໃຈ

ຄຸນຄ່າຂອງອາຊີບ

ນັກທໍລະນີວິທະຍາ ແມ່ນຄົນທີ່ເຮັດໃຫ້ຄົນໃນສັງຄົມໄດ້ເຂົ້າໃຈປາກົດການທາງທໍາມະຊາດ ເຊັ່ນ: ອຸທົກກະໄພ, ພູໄຟລະເບີດ ແລະ ອື່ນໆ. ນອກນັ້ນ, ນັກທໍລະນີວິທະຍາຍັງເປັນຜູ້ທີ່ຊ່ວຍໃຫ້ເຮົາໄດ້ມີວິທີການກຽມຄວາມພ້ອມ ເພື່ອຮັບມືກັບໄພພິບັດຕ່າງໆ ແລະ ສ້າງຄວາມເສຍຫາຍໜ້ອຍທີ່ສຸດ; ຍິ່ງໄປກວ່ານັ້ນ, ການທີ່ເຮົາໄດ້ມີນໍ້າມັນທີ່ຊ່ວຍໃນການຂັບເຂື່ອນພາຫະນະ ຫຼື ມີແຮ່ທາດທີ່ສໍາຄັນຕ່າງໆໃຊ້ໃນຊີວິດປະຈໍາວັນ ກໍລ້ວນແລ້ວແຕ່ມາຈາກການເຮັດວຽກໜັກຂອງນັກທໍລະນີວິທະຍາສ່ວນໜຶ່ງ.

ຊ່ອງທາງການສຶກສາເພີ່ມເຕີມ

 ສະຖາບັນການສຶກສາທີ່ກ່ຽວຂ້ອງກັບສາຍອາຊີບນີ້ປະກອບມີຄື:

  • ຄະນະວິທະຍາສາດທໍາມະຊາດ ມະຫາວິທະຍາໄລແຫ່ງຊາດ

ອາຊີບທີ່ໃກ້ຄຽງ

  • ນັກບູຮານວິທະຍາ

  • ນັກອຸຕຸນິຍົມ

ຄໍາແນະນໍາການພັດທະນາຕົນເອງ

  • ສຶກສາ ແລະ ຮຽນຮູ້ກ່ຽວກັບວິຊາເຄມີ, ຟີຊິກ ແລະ ຊີວະ

  • ພັດທະນາທັກສະທາງດ້ານພາສາອັງກິດ ເພື່ອຈະສາມາດຕໍ່ຍອດອາຊີບໄດ້ຫຼາຍຂຶ້ນ

  • ພັດທະນາທັກສະດ້ານການສື່ສານ ແລະ ການອະທິບາຍ ເພື່ອໃຫ້ຄົນອື່ນເຂົ້າໃຈງ່າຍ

  • ພັດທະນາທັກສະດ້ານການຄິດ, ວິເຄາະ ແລະ ວິໄຈ ເປັນຕົ້ນ

ຊ່ວງເວລາໃນການເຮັດວຽກ

  • ຂຶ້ນກັບສະຖານປະກອບການເປັນຄົນກໍານົດ

ທ່ານສາມາດຕິດຕໍ່ເພື່ອສອບຖາມຂໍ້ມູນຂ່າວສານ ຫຼື ລາຍລະອຽດກ່ຽວກັບການບໍລິການເພີ່ມເຕີມ

ທີ່ຢູ່

ຖະໜົນດົງປາຍນາ
ບ້ານສະພານທອງເໜືອ 
ເມືອງສີສັດຕະນາກ 
ນະຄອນຫຼວງວຽງຈັນ

ເບີໂທຕິດຕໍ່: 020 54129234
Khemthitcareer@gmail.com

Learning4lee@gmail.com

ໂມງລັດຖະການ

ຈັນ-ສຸກ : 8:00-​17:00

  • Whatsapp
  • Facebook
  • Youtube
  • TikTok

ສົນໃຈຕິດຕໍ່ເພື່ອສອບຖາມລາຍລະອຽດ

ຂອບໃຈທີ່ສົ່ງຂໍ້ຄວາມຫາພວກເຮົາ

ໂຄຄູນ ໂດຍ ເຂັມທິດອາຊີບ

bottom of page