top of page

ວິສະວະກອນໂທລະຄົມມະນາຄົມ

ນິຍາມອາຊີບ

ວິສະວະກອນໂທລະຄົມມະນາຄົມ ແມ່ນບຸກຄົນທີ່ອອກແບບ, ຕິດຕັ້ງລະບົບສື່ສານທາງໄກ ແລະ ເບິ່ງແຍງລະບົບໃຫ້ສາມາດເຮັດວຽກໄດ້ຢ່າງມີປະສິທິພາບ ໂດຍການນຳເອົາຄວາມຮູ້ທາງດ້ານວິສະວະກຳໄຟຟ້າ ແລະ ວິທະຍາສາດຄອມພິວເຕີມາປະຍຸກໃຊ້ຮ່ວມກັນ ແລະ ອາດມີີວຽກດ້ານໂຍທາເຂົ້າມາກ່ຽວຂ້ອງນຳເຊັ່ນ: ການວາງຮາກຖານງານໂຄງສ້າງ, ການຕິດຕັ້ງເສົາສັນຍານຕ່າງໆ ເປັນຕົ້ນ.

ການເຮັດວຽກ

ລັກສະນະວຽກ

ລັກສະນະໜ້າວຽກຂອງວິສະວະກອນໂທລະຄົມມະນາຄົມ ແມ່ນຈະເຮັດວຽກກວມລວມຫຼາຍສາຍເຊັ່ນ: ໄດ້ເຮັດວຽກທີ່ເຊື່ອມຕໍ່ກັບເອເລັກໂຕຣນິກ, ວຽກໂຍທາທີ່ກ່ຽວກັບການວາງໂຄງສ້າງ, ວຽກຕິດຕັ້ງເສົາ ຫຼື ຕິດຕັ້ງສາຍອາກາດ ແລະ ວິສະວະກໍາໄຟຟ້າ ເປັນຕົ້ນ.

ໜ້າທີ່ຮັບຜິດຊອບ

  • ຮັບແຈ້ງປັນຫາຈາກລູກຄ້າ ອາດຈະໃຊ້ເວລາ 2-3 ມື້ ເພື່ອຫາວິທີແກ້ໄຂ ຫຼື ອາທິດໜຶ່ງ ສ່ວນຫຼາຍຈະເປັນເລື່ອງການເພີ່ມເສົາສັນຍານ ຫຼື ເພີ່ມອຸປະກອນ ເພື່ອໃຫ້ລູກຄ້າໃຊ້ງານໄດ້ຫຼາຍຂຶ້ນ

  • ອອກແບບລະບົບອຸປະກອນ ແລະ ສ່ວນປະກອບຕ່າງໆ ທີ່ກ່ຽວກັບການໂທລະຄົມມະນາຄົມ ຫຼື ການສື່ສານທາງໄກ

  • ວາງແຜນ ແລະ ຄວບຄຸມການຜະລິດ, ກໍ່ສ້າງ, ຕິດຕັ້ງ, ທົດສອບການໃຊ້ງານ ແລະ ການບຳລຸງຮັກສາ, ການພັດທະນາ ແລະ ການສ້ອມແປງ

  • ວາງແຜນ ແລະ ຄວບຄຸມການນໍາໃຊ້, ການບຳລຸງຮັກສາລະບົບ ຫຼື ອຸປະກອນໂທລະຄົມມະນາຄົມ ແລະ ເອເລັກໂຕຣນິກຂະໜາດໃຫຍ່ ເຊັ່ນ: ສະຖານີວິທະຍຸກະຈາຍສຽງ, ສະຖານີຮັບສັນຍານດາວທຽມ ເປັນຕົ້ນ

  • ປະຕິບັດວຽກອື່ນໆຄືກັນກັບວິສະວະກອນໄຟ້ຟ້າ ແຕ່ມີຄວາມຊຳນານທາງດ້ານລະບົບ ແລະ ອຸປະກອນໂທລະຄົມມະນາຄົມຫຼາຍກວ່າ

  • ອອກແບບ, ຄິດຄົ້ນ ແລະ ຊອກຫາວິທີການໃໝ່ໆ ເພື່ອໃຫ້ລະບົບສັນຍານ ຫຼື ເຄືອຂ່າຍດີຂຶ້ນ 

  • ຕິດຕັ້ງເສົາສົ່ງສັນຍານໂທລະສັບ, ເພີ່ມການກະຈາຍສັນຍານໃນພື້ນທີ່

  • ເບິ່ງແຍງສັນຍານເຄືອຂ່າຍ ຂອງພາກສ່ວນໃດໜຶ່ງ ຫຼື ເຂດໃດໜຶ່ງຕາມໜ້າທີ່ຮັບຜິດຊອບ

ສະຖານທີ່ເຮັດວຽກ

  • ບໍລິສັດທີ່ໃຫ້ບໍລິການເຄືອຂ່າຍ ແລະ ອິນເຕີເນັດ

  • ກະຊວງໄປສະນີໂທລະຄົມມະນາຄົມ ແລະ ການສື່ສານ

  • ສະຖານີດາວທຽມ

  • ໂທລະພາບແຫ່ງຊາດ

ຜູ້ທີ່ຕ້ອງເຮັດວຽກຮ່ວມ

  • ລູກຄ້າ

  • ພະແນກວິທະຍຸ

  • ຫົວໜ້າຜູ້ຄວບຄຸມ

  • ຊ່າງທີ່ຮັບຕິດຕັ້ງ

  • ພະແນກອື່ນໆ ເຊັ່ນ: ຝ່າຍການຕະຫຼາດ ເປັນຕົ້ນ

  • ວິສະວະກອນໄຟຟ້າ

  • ວິສະວະກອນເອເລັກໂຕຣນິກ

ທາງເລືອກອາຊີບ

ເນື່ອງຈາກວ່າໜ້າວຽກຂອງວິສະວະກອນໂທລະຄົມມະນາຄົມ ແມ່ນເຮັດວຽກທີ່ກວມລວມຫຼາຍສາຍ. ດັ່ງນັ້ນ, ຜູ້ທີ່ປະກອບອາຊີບນີ້ຈຶ່ງມີທາງເລືອກກ່ຽວກັບສະຖານປະກອບການ ເປັນຕົ້ນແມ່ນບໍລິສັດທີ່ເຮັດວຽກກ່ຽວກັບດ້ານນີ້ໂດຍສະເພາະ. ນອກນັ້ນ, ສາຍອາຊີບນີ້ຍັງສາມາດຮຽນຮູ້ ແລະ ພັດທະນາທັກສະທີ່ມີເຮັດວຽກໃນສາຍອາຊີບທີ່ໃກ້ຄຽງໄດ້ຄື: 

  • ສາມາດເປັນວິສະວະກອນເຄືອຂ່າຍ, ວິສະວະກອນໂຍທາ, ວິສະວະກອນກວດສອບຄຸນນະພາບ, ວິສະວະກອນດ້ານການວິໄຈ, ວິສະວະກອນອອກແບບ

  • ສາມາດເຮັດວຽກດ້ານໄອທີ (ວິສະວະກອນດາວທຽມ), ວຽກດ້ານ IOT / Data Sci / Cyber Security / Network Engineer

  • ສາມາດເປັນນັກຂາຍ ຫຼື ຕົວແທນຈຳໜ່າຍສິນຄ້າ, ເສົາສັນຍານ, ອຸປະກອນເຄື່ອງມືວັດ, ຮັບຕິດຕັ້ງ CCTV ແລະ ລະບົບອິນເຕີເນັດໃນບໍລິສັດ ຫຼື ສະຖານທີ່ຕ່າງໆ

  • ສາມາດເຮັດວຽກຢູ່ພະແນກບໍລິການ ຫຼື ທີ່ເຮົາຮູ້ຈັກກັນດີແມ່ນ Call Center

ຄວາມກ້າວໜ້າທາງດ້ານອາຊີບ

ການເຕີບໂຕທາງດ້ານອາຊີບ

  • ອາຊີບວິສະວະກອນໂທລະຄົມມະນາຄົມມີເສັ້ນທາງການເຕີບໂຕໃນອົງກອນເອກະຊົນ ແມ່ນຈະໄດ້ຮັບການເລື່ອນຂັ້ນ ແລະ ເງິນເດືອນຕາມຄວາມສາມາດ ຫຼື ປະສົບການທີ່ມີ ຈົນຮອດລະດັບບໍລິຫານໃນອົງກອນນັ້ນໆ

  • ວິສະວະກອນໂທລະຄົມມະນາຄົມໃນພາກສ່ວນລັດ ແມ່ນສາມາດໄດ້ຮັບການເລື່ອນຂັ້ນ ແລະ ຕຳແໜ່ງ ຈົນເຖິງລະດັບສູງສຸດໃນສາຍງານນີ້ ຕາມຂໍ້ກຳນົດ ແລະ ເງື່ອນໄຂລະບຽບຂອງພາກສ່ວນລັດ

  • ຖ້າຫາກວ່າວິສະວະກອນໂທລະຄົມມະນາຄົມເກັ່ງ ແລະ ມີຄວາມສາມາດ ແມ່ນມີໂອກາດໄດ້ເຮັດວຽກກ່ຽວກັບວິຊາການເກັ່ງໆຂອງຕ່າງປະເທດ

  • ຖ້າມີປະສົບການໃນການເຮັດວຽກ ອາດຈະໄດ້ເຮັດວຽກເລື່ອງການວາງແຜນເປັນຫຼັກ, ອາດຈະບໍ່ໄດ້ລົງມືປະຕິບັດເອງ

ຂັ້ນລາຍໄດ້

(ບໍ່ມີຂໍ້ມູນ)

ເງິນເດືອນພື້ນຖານ

(ບໍ່ມີຂໍ້ມູນ)

ແຂ່ງຂັນ ແລະ ຄວາມຕ້ອງການຂອງຕະຫຼາດແຮງງານ

ສຳລັບອາຊີບນີ້ ເມື່ອຈົບມາແລ້ວສາມາດເຮັດວຽກໄດ້ກວ້າງຫຼາຍ ເຊິ່ງຄົນທີ່ເຮັດວຽກທາງສາຍໂທລະຄົມມະນາຄົມໂດຍກົງແມ່ນຍັງມີໜ້ອຍພໍສົມຄວນ ເນື່ອງຈາກວ່າບໍລິສັດດ້ານໂທລະຄົມມະນາຄົມຂອງລາວເຮົາຍັງມີບໍ່ຫຼາຍ ແລະ ຜູ້ທີ່ມີຄວາມຊຳນານໃນດ້ານນີ້ກໍຍັງມີໜ້ອຍ ເນື່ອງຈາກຄົນສ່ວນຫຼາຍມັກໄປເຮັດວຽກດ້ານອື່ນ ເນື່ອງຈາກຕະຫຼາດກວ້າງກວ່າ; ແຕ່ຢ່າງໃດກໍຕາມ, ຜູ້ທີ່ຈົບສາຍນີ້ມາ ກໍມີວຽກຮອງຮັບເປັນສ່ວນໃຫຍ່ ເພາະເປັນເລື່ອງທີ່ກ່ຽວຂ້ອງກັບການດຳເນີນຊີິວິດຂອງຂອງຄົນໃນຍຸກປັດຈຸບັນທີ່ບໍ່ສາມາດຂາດໄດ້.

ຂໍ້ດີ ແລະ ຂໍ້ເສຍ

ຂໍ້ດີ

  • ເປັນສາຍວຽກທີ່ໄດ້ໃຊ້ຄວາມຮູ້ສະເພາະດ້ານ ແລະ ຍັງມີຄົນເຮັດໜ້ອຍ ຈຶ່ງຊອກວຽກງ່າຍ ແລະ ລາຍໄດ້ດີ

  • ໄດ້ຄົ້ນຄິດ ແລະ ແກ້ໄຂປັບປ່ຽນໄປໃນແຕ່ລະມື້ ເຮັດໃຫ້ວຽກບໍ່ໜ້າເບື່ອຈົນເກີນໄປ

  • ສາມາດນຳຄວາມຮູ້ໄປປະຍຸກໃຊ້ໃນຊີວິດປະຈຳວັນໄດ້

  • ໄດ້ເດີນທາງໄປຕິດຕັ້ງສັນຍານອິນເຕີເນັດ ແລະ ລົງກວດສອບພື້ນທີ່ຕ່າງໆ

ຂໍ້ເສຍ

  • ບາງຄັ້ງຕ້ອງເຮັດວຽກໃນຕອນກາງຄືນ ເຊັ່ນ: ແກ້ໄຂລະບົບສັນຍານຕ່າງໆ ແມ່ນຈຳເປັນຕ້ອງເຮັດເວລາກາງຄືນ ເພາະຕ້ອງປິດສັນຍານເຄືອຂ່າຍຊົ່ວຄາວ ເພື່ອແກ້ໄຂ ແລະ ບໍ່ໃຫ້ກະທົບກັບຄົນຈຳນວນຫຼາຍ

  • ບາງຄັ້ງຕ້ອງເດີນທາງອອກນອກສະຖານທີ່ຫຼາຍ ເຮັດໃຫ້ຢູ່ຫ່າງໄກຄອບຄົວ ແລະ ບໍ່ມີເວລາໃຫ້ຄອບຄົວ

  • ມີຄວາມອັນຕະລາຍບາງຄັ້ງ ໂດຍສະເພາະແມ່ນການຂຶ້ນແປງສັນຍານອິນເຕີເນັດໃນເສົາສັນຍານ

ຄຸນສົມບັດທີ່ເໝາະສົມກັບອາຊີບ

  • ສາມາດເຮັດວຽກໃນເວລາກາງຄືນ, ກາງແຈ້ງ ແລະ ມີຮ່າງກາຍແຂງແຮງ

  • ມີຄວາມຄິດລິເລີ່ມ ແລະ ຄວາມຄິດສ້າງສັນ ຈະຊ່ວຍໃຫ້ການເຮັດວຽກມີປະສິດທິພາບຫຼາຍຂຶ້ນ

  • ມີສະມາທິ, ມີຄວາມຕັ້ງໃຈ, ດຸໝັ່ນ, ຄິດໄວ ແລະ ກະຕືລືລົ້ນ

  • ມີການພັດທະນາຕົນເອງ ແລະ ຮຽນຮູ້ຢູ່ຕະຫຼອດເວລາ

  • ມັກວຽກທີ່ໄດ້ລົງມືປະຕິບັດຕົວຈິງ

ທັກສະທີ່ເໝາະສົມກັບອາຊີບ

  • ທັກສະການຄິດວິເຄາະ

  • ທັກສະການແກ້ໄຂບັນຫາສະເພາະໜ້າ

  • ທັກສະການເຮັດວຽກເປັນທີມ

  • ຄວາມຮູ້ກ່ຽວກັບຄະນິດສາດ, ຟີຊິກ, ເອເລັກໂຕຣນິກ

  • ມີຄວາມຮູ້ສະເພາະທາງດ້ານວິສະວະກຳໂທລະຄົມມະນາຄົມ ແລະ ເທັກໂນໂລຊີ

ຄຸນຄ່າຂອງອາຊີບ

ອາຊີບຂອງວິສະວະກອນໂທລະຄົມມະນາຄົມ ແມ່ນມີຄຸນຄ່າ ແລະ ມີຄວາມສຳຄັນຫຼາຍ ເພາະປັດຈຸບັນຄົນໃນສັງຄົມໄດ້ມີການນຳໃຊ້ເຄື່ອງມືເທັກໂນໂລຊີຕ່າງໆ ແລະ ທີ່ຂາດບໍ່ໄດ້ກໍແມ່ນສັນຍານເຄືອຂ່າຍທາງອິນເຕີເນັດ ທີ່ໄດ້ອໍານວຍຄວາມສະດວກຫຼາຍຢ່າງ ເປັນຕົ້ນແມ່ນການສື່ສານ ບໍ່ວ່າຈະໃກ້ ຫຼື ໄກກໍຕາມ, ໃຊ້ໃນການຮັບຊົມ-ຮັບຟັງ ເພື່ອຄວາມບັນເທີງຕ່າງໆ, ໃຊ້ເພື່ອສຶກສາ-ຮຽນຮູ້ຂໍ້ມູນຕ່າງໆທີ່ກວ້າງໄກ ເຊິ່ງຜູ້ທີ່ຢູ່ເບື້ອງຫຼັງຕ່າງໆນັ້ນກໍຄືວິສະວະກອນໂທລະຄົມມະນາຄົມ ທີ່ໄດ້ເຮັດການປະຕິບັດໜ້າທີ່ ເພື່ອອຳນວຍຄວາມສະດວກໃຫ້ແກ່ຄົນໃນສັງຄົມໃຫ້ເຂົ້າເຖິງໂລກຂອງອິນເຕີເນັດ ແລະ ຂໍ້ມູນຂ່າວສານທີ່ກວ້າງຂຶ້ນ.

ຊ່ອງທາງການສຶກສາເພີ່ມເຕີມ

ສາຂາຮຽນທີ່ກ່ຽວຂ້ອງກັບສາຍອາຊີບນີ້ໂດຍກົງປະກອບມີ: 

  • ຄະນະວິສະວະກຳສາດ, ມະຫາວິທະຍາໄລແຫ່ງຊາດ

​ນອກນີ້, ຍັງສາມາດຫາຂໍ້ມູນ ແລະ ສຶກສາຂໍ້ມູນ, ທັກສະ ແລະ ຄວາມຮູ້ອື່ນໆທີ່ຈໍາເປັນຕໍ່ການປະກອບອາຊີບວິສະວະກອນໂທລະຄົມມະນາຄົມໄດ້ເພີ່ມເຕີມຜ່ານຊ່ອງທາງ: Youtube, Facebook, Google, ເອກະສານ, ຜູ້ທີ່ປະກອບອາຊີບນັ້ນໆໂດຍກົງເປັນຕົ້ນ. 

ອາຊີບທີ່ໃກ້ຄຽງ

  • ວິສະວະກອນເຄືອຂ່າຍ

  • ວິສະວະກອນໄຟຟ້າ

  • ວິສະວະກອນເອເລັກໂຕຣນິກ

  • ເຕັກໂນໂລຊີຂໍ້ມູນຂ່າວສານ(IT)

ຄໍາແນະນໍາການພັດທະນາຕົນເອງ

  • ເຝິກທັກສະຄວາມຮູ້ກ່ຽວກັບຄະນິດສາດ, ຟີຊິກ ແລະ  ຄວາມຮູ້ດ້ານຄອມພິວເຕີ

  • ສຶກສາຄວາມຮູ້ພື້ນຖານກ່ຽວກັບໄຟຟ້າ 

  • ສຶກສາກົນໄກການເຮັດວຽກຂອງສັນຍານອິນເຕີເນັດ

  • ຖ້າຫາກວ່າສາມາດເຝິກຝົນທັກສະທາງດ້ານພາສາ ກໍຈະສາມາດຕໍ່ຍອດໃຫ້ອາຊີບນີ້ໄດ້ດີ

ຊ່ວງເວລາໃນການເຮັດວຽກ

  • ບາງສາຍງານກໍບໍ່ມີເວລາກຳນົດຕາຍຕົວ ເພາະບາງຄັ້ງເມື່ອເກີດເຫດການສຸກເສີນ ກໍອາດຈະໄດ້ເຮັດວຽກລ່ວງເວລາ  ແລະ ຂຶ້ນກັບບໍລິສັດນັ້ນໆເປັນຄົນກໍານົດ

ທ່ານສາມາດຕິດຕໍ່ເພື່ອສອບຖາມຂໍ້ມູນຂ່າວສານ ຫຼື ລາຍລະອຽດກ່ຽວກັບການບໍລິການເພີ່ມເຕີມ

ທີ່ຢູ່

ຖະໜົນດົງປາຍນາ
ບ້ານສະພານທອງເໜືອ 
ເມືອງສີສັດຕະນາກ 
ນະຄອນຫຼວງວຽງຈັນ

ເບີໂທຕິດຕໍ່: 020 54129234
Khemthitcareer@gmail.com

Learning4lee@gmail.com

ໂມງລັດຖະການ

ຈັນ-ສຸກ : 8:00-​17:00

  • Whatsapp
  • Facebook
  • Youtube
  • TikTok

ສົນໃຈຕິດຕໍ່ເພື່ອສອບຖາມລາຍລະອຽດ

ຂອບໃຈທີ່ສົ່ງຂໍ້ຄວາມຫາພວກເຮົາ

ໂຄຄູນ ໂດຍ ເຂັມທິດອາຊີບ

bottom of page