ນັກທຸລະກິດ
ນິຍາມອາຊີບ
ນັກທຸລະກິດ ແມ່ນຄົນທີ່ເປັນເຈົ້າຂອງ ແລະ ສ້າງບໍລິສັດ ຫຼື ອົງກອນໃດໜຶ່ງ ເພື່ອປະຕິບັດການຜະລິດ, ການແຈກຢາຍ ແລະ ການບໍລິການ ໂດຍນຳເອົາປັດໄຈຕ່າງໆເຂົ້າມາລົງທຶນໃນທຸລະກິດ, ລວມທັງຊັບສິນ, ແຮງງານ ແລະ ທຶນ ເພື່ອໃຫ້ໄດ້ຜົນຜະລິດຕາມເປົ້າໝາຍ.
ການເຮັດວຽກ
ລັກສະນະວຽກ
-
ນັກທຸລະກິດສ່ວນໃຫຍ່ ໜ້າວຽກແມ່ນຈະເບິ່ງແຍງພາບລວມທັງໝົດຂອງບໍລິສັດ, ເປັນຜູ້ທີ່ກຳນົດຂອບເຂດການຕັດສິນໃຈໃນອົງກອນວ່າວຽກໃດຄວນຕັດສິນໃຈດ້ວຍຕົນເອງ ຫຼື ວຽກໃດສາມາດໃຫ້ພະນັກງານຝ່າຍຕ່າງໆຕັດສິນໃຈໄດ້. ນັກທຸລະກິດແມ່ນມີຫຼາຍປະເພດ ເຊັ່ນ: ທຸລະກິດອາຫານ, ທຸລະກິດຂົນສົ່ງ, ທຸລະກິດທ່ອງທ່ຽວ, ທຸລະກິດການສຶກສາ, ທຸລະກິດຄວາມງາມ ແລະ ອື່ນໆ.
ໜ້າທີ່ຮັບຜິດຊອບ
-
ຄຸ້ມຄອງ ແລະ ບໍລິຫານທຸລະກິດຕາມຍຸດທະສາດ ແລະ ພັດທະນາທຸລະກິດ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ ແລະ ສັງຄົມ ໂດຍການຕອບສະໜອງຄວາມຕ້ອງການສິນຄ້າ ແລະ ບໍລິການໃຫ້ແກ່ຜູ້ບໍລິໂພກ
-
ວາງແຜນທຸລະກິດ ແລະ ແກ້ໄຂບັນຫາຕ່າງໆຮ່ວມກັບທີມງານ ຫຼື ພະນັກງານ
-
ສ້າງຜົນກຳໄລໃຫ້ທຸລະກິດເຕີບໂຕ
-
ເບິ່ງແຍງລູກຄ້າ ແລະ ໃຫ້ບໍລິການຢ່າງດີ
-
ເບິ່ງແຍງຊັບພະຍາກອນມະນຸດໃຫ້ມີຄຸນນະພາບ ແລະ ພາບລວມຂອງທຸລະກິດ
ສະຖານທີ່ເຮັດວຽກ
-
ບໍລິສັດ
-
ລັດວິສາຫະກິດ
ຜູ້ທີ່ຕ້ອງເຮັດວຽກຮ່ວມ
-
ຝ່າຍບໍລິຫານ ແລະ ຝ່າຍການເງິນ
-
ຝ່າຍການຕະຫຼາດ
-
ພະນັກງານ ແລະ ອື່ນໆ
ທາງເລືອກອາຊີບ
-
ສາມາດເຮັດທຸລະກິດຂອງຕົນເອງ ແລະ ຮ່ວມມືກັບຫຼາຍໆຝ່າຍ
-
ສາມາດຂະຫຍາຍທຸລະກິດຂອງຕົນເອງອອກໄດ້ຫຼາຍທາງ
-
ສາມາດເຮັດທຸລະກິດຫຼາຍຢ່າງໄດ້ ແລະ ສາມາດຈ້າງຜູ້ບໍລິຫານມາບໍລິຫານແທນຕົນເອງໄດ້
ຄວາມກ້າວໜ້າທາງດ້ານອາຊີບ
ການເຕີບໂຕທາງດ້ານອາຊີບ
-
ການເຕີບໂຕຂອງອາຊີບນີ້ ເປັນເລື່ອງຂອງການລົງມືເຮັດ ແລະ ການພັດທະນາທຸລະກິດໃຫ້ເຕີບໂຕ, ເປັນການສ້າງຜົນກະທົບດ້ານດີໃຫ້ກັບສັງຄົມ ແລະ ສ້າງຜົນກຳໄລໃຫ້ກັບທຸລະກິດຫຼາຍຂຶ້ນ ກໍຈະມີລາຍຮັບທີ່ເພີ່ມຂຶ້ນ ເຊິ່ງເສັ້ນທາງການເຕີບໂຕມີດັ່ງນີ້:
-
ຂະຫຍາຍຕາໜ່າງຂອງທຸລະກິດກວ້າງຂຶ້ນ
-
ເຮັດທຸລະກິດໃໝ່ເພີ່ມຂຶ້ນ
-
ມີໂອກາດໃນການຖືກເປັນແຂກຮັບເຊີນໃນງານຕ່າງໆ ແລະ ມີໂອກາດຄວ້າລາງວັນນັກທຸລະກິດດີເດັ່ນ ແລະ ລາງວັນອື່ນໆທີ່ກ່ຽວຂ້ອງ
-
ສາມາດກາຍເປັນນັກລົງທຶນ
ເງິນເດືອນພື້ນຖານ
(ບໍ່ມີຂໍ້ມູນ)
ແຂ່ງຂັນ ແລະ ຄວາມຕ້ອງການຂອງຕະຫຼາດແຮງງານ
ໃນປັດຈຸບັນ, ມ ີທຸລະກິດເກີດໃໝ່ຂຶ້ນເລື້ອຍໆ; ດັ່ງນັ້ນ, ການແຂ່ງຂັນທຸລະກິດໃນສັງຄົມເຮົາແມ່ນມີສູງຫຼາຍ ແລະ ບາງທຸລະກິດແມ່ນບໍ່ສາມາດໄປຕໍ່ໄດ້. ເພາະສະນັ້ນ, ນັກທຸລະກິດຈະຕ້ອງມີການກຽມພ້ອມ ແລະ ຍອມຮັບຜົນເສຍ ຖ້າຫາກວ່ານັກທຸລະກິດຄົນໃດທີ່ຄິດທຸລະກິດຂຶ້ນມາເພື່ອແກ້ໄຂບັນຫາສັງຄົມ ແມ່ນມີໂອກາດທີ່ຈະກ້າວໄປຕໍ່ໄດ້.
ຂໍ້ດີ ແລະ ຂໍ້ເສຍ
ຂໍ້ດີ
-
ນັກທຸລະກິດແມ່ນອາຊີບທີ່ຫຼາຍຄົນໃຝ່ຝັນ ເພາະເປັນອາຊີບທີ່ສາມາດເປັນນາຍຕົນເອງໄດ້
-
ເມື່ອທຸລະກິດໄປໄດ້ກໍມີລາຍໄດ້ສູງ
-
ເປັນວຽກທີ່ຫຼາຍຄົນນັບຖື, ມີໜ້າມີຕາໃນສັງຄົມ
-
ເປັນວຽກທີ່ໄດ້ພົບຜູ້ຄົນໃໝ່ໆ ແລະ ມີເຄືອຂ່າຍທາງສັງຄົມຫຼາຍ
ຂໍ້ເສຍ
-
ການເປັນນັກທຸລະກິດ ເຖິງຈະເບິ່ງວ່າເປັນນາຍຕົນເອງໄດ້ ແຕ່ກໍບໍ່ໄດ້ໝາຍຄວາມວ່າຢາກເຮັດຫຍັງກໍໄດ້ ການເປັນນັກທຸລະກິດຕ້ອງໄດ້ອາໄສການມີວິໄນ, ບາງຄັ້ງພົບກັບຄວາມກົດດັນ ແລະ ເມື່ອບໍລິຫານ ຫຼື ວາງແຜນບໍ່ຮອບຄອບພຽງພໍ ອາດພົບກັບຄວາມສ່ຽງກໍຄືການລົ້ມລະລາຍ
ຄຸນສົມບັດທີ່ເໝາະສົມກັບອາຊີບ
-
ມີຄວາມກະຕືລືລົ້ນ ແລະ ຕິດຕາມຂ່າວສານຕະຫຼອດເວລາ
-
ມີຄວາມເປັນຜູ້ນຳ ແລະ ຄວາມສາມາດໃນການເຮັດວຽກເປັນກຸ່ມ
-
ເປັນຄົນຊ່າງສັງເກດ
-
ມີຄວາມຄິດສ້າງສັນ, ວິໄສທັດ ແລະ ໄຫວພິບດີ
-
ມີບຸກຄະລິກກະພາບທີ່ໜ້າເຊື່ອຖື
-
ມີຄວາມກ້າ ແລະ ຄວາມອົດທົນ
ທັກສະທີ່ເໝາະສົມກັບອາຊີບ
-
ມີທັກສະໃນການຄິດວິເຄາະ ແລະ ຈຳແນກ
-
ມີຄວາມຮູ້ ແລະ ສຶກສາກ່ຽວກັບລາຍລະອຽດຂອງການລົງທຶນ
-
ມີກົນລະຍຸດ ແລະ ເທັກນິກຕ່າງໆສຳລັບການລົງທຶນ ແລະ ການປະກອບການ
-
ມີຄວາມສາມາດໃນການສື່ສານ ແລະ ການບໍລິຫານວຽກ
ຄຸນຄ່າຂອງອາຊີບ
ຄຸນຄ່າຂອງນັກທຸລະກິດ ເປັນການມີອິດສະຫຼະໃນໂຕເອງ, ເປັນເຈົ້ານາຍຂອງຕົນເອງ, ເຮັດໃນສິ່ງທີ່ມັກ ແລະ ມີຄວາມມຸ່ງໝັ້ນໃນໜ້າທີ່ວຽກງານ ຫຼື ທຸລະກິດທີ່ຕົນເອງເຮັດຢູ່ ແລະ ການໄດ້ສ້າງວຽກເຮັດງານທຳໃຫ້ກັບຜູ້ຄົນ ພ້ອມທັງເປັນການສ້າງລາຍຮັບໃຫ້ກັບທຸລະກິດ.
ຊ່ອງທາງການສຶກສາເພີ່ມເຕີມ
ໂດຍທົ່ວໄປແຫຼ່ງຫາຂໍ້ມູນແມ່ນຫາເບິ່ງໄດ້ຈາກ Youtube, Google, Internet...
ສະຖາບັນການສຶກສາທີ່ສາມາດໄປສຶກສາໄດ້ ປະກອບມີ:
-
ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ມະຫາວິທະຍາໄລແຫ່ງຊາດລາວ
-
ວິທະຍາໄລລັດຕະນະ, ຄອມເຊັນເຕີ, ລາວ-ອາເມລິກາ ແລະ ສະຖາບັນອື່ນໆ
-
ການໄປເຝິກງານ ຫຼື ເຮັດວຽກໃນທຸລະກິດທີ່ຕົນເອງສົນໃຈຢາກເຮັດໃນອະນາຄົດ ກໍເປັນທາງເລືອກໜຶ່ງທີ່ໜ້າສົນໃຈ
ອາຊີບທີ່ໃກ້ຄຽງ
-
ນັກລົງທຶນ
-
ຜູ້ບໍລິຫານ
-
ຜູ້ຈັດການ
-
ນັກເສດຖະສາດ
-
ນັກວິເຄາະການຕະຫຼາດ
ຄໍາແນະນໍາການພັດທະນາຕົນເອງ
-
ຫາສິ່ງທີ່ຕົນເອງສົນໃຈ ຫຼື ສຶກສາວ່າສັງຄົມກໍາລັງຕ້ອງການຫຍັງ, ແມ່ນຫຍັງທີ່ຈະສາມາດແກ້ໄຂບັນຫາໃນສັງຄົມໄດ້. ການເຮັດທຸລະກິດແມ່ນບໍ່ຈຳເປັນທີ່ຈະຕ້ອງຈົບສະເພາະສາຍບໍລິຫານທຸລະກິດຢ່າງດຽວ. ດັ່ງນັ້ນ, ຖ້າຫາກວ່າສົນໃຈກໍລອງສຶກສາເບິ່ງບັນຫາສັງຄົມ, ທັກສະຄວາມເປັນຜູ້ນໍາ, ການເຝິກທັກສະດ້ານພາສາອັງກິດ ແລະ ການບໍລິຫານການເງິນກໍໄດ້ເຊັ່ນກັນ.
ຊ່ວງເວລາໃນການເຮັດວຽກ
-
ຂຶ້ນກັບຕົວເຈົ້າຂອງທຸລະກິດເອງຈະກຳນົດ




