top of page

ຊອກຄົ້ນ-ສຳຫຼວດບໍ່ແຮ່ 

ນິຍາມ ແລະ ຄວາມສຳຄັນ

ສາຂາຊອກຄົ້ນ-ສຳຫຼວດບໍ່ແຮ່ ຫຼັກສູດນີ້ແມ່ນເພື່ອເປັນການສ້າງ ແລະ ພັດທະນາຊັບພະຍາກອນມະນຸດໃຫ້ເປັນມືອາຊີບ, ມີຄວາມຮູ້, ຄວາມສາມາດ ແລະ ທັກສະ, ມີຫົວຄິດປະດິດສ້າງ ສາມາດປະກອບອາຊີບໄດ້ຢ່າງໝັ້ນຄົງ ເຊິ່ງເຮັດໃຫ້ມີຄວາມຈໍາເປັນຕ້ອງມີສະຖາບັນການສຶກສາທີ່ມີບົດບາດໃນການຈັດການການຮຽນ - ການສອນ ແລະ ສາມາດນໍາເອົາເຕັກນິກວິທີທີ່ທັນສະໄໝເຂົ້າໃນຫຼັກສູດການຮຽນ-ການສອນຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມ.

4.png
  • ການຊອກຫາແຮ່ທາດຕ່າງໆໃນທໍາມະຊາດ, ການວິເຄາະຫີນ ເເລະ ເເຮ່ທາດ, ທໍລະນີສາດ

  • ວິທີການສ້າງແຜນທີ່ພາກສະໜາມ, ການນໍາໃຊ້ອຸປະກອນ, ເຄື່ອງມືໃນການສໍາຫຼວດ

  • ການບັນທຶກເກັບກໍາຂໍ້ມູນຫີນ ແລະ ແຮ່, ການເກັບຕົວຢ່າງ ແລະ ກະກຽມຕົວຢ່າງດິນ, ຫີນ ແຮ່ ເພື່ອສົ່ງໄປວິໄຈ

ຮຽນກ່ຽວກັບຫຍັງ?

ທັກສະ ແລະ ຄວາມສົນໃຈ

  • ທັກສະການແກ້ໄຂບັນຫາ

  • ທັກສະການເກັບກຳຂໍ້ມູນ ແລະ ການບັນທຶກ

  • ທັກສະການຄິດວິເຄາະ

  • ທັກສະການເຮັດວຽກເປັນທີມ

ຮຽນແລ້ວໄດ້ຫຍັງ?

  • ສາມາດນໍາໃຊ້ເຄື່ອງມືອຸປະກອນ ແລະ ສ້າງບົດລາຍງານທາງດ້ານເຕັກນິກ ໃນການສໍາຫຼວດຫາແຮ່

  • ສາມາດນໍາຂໍ້ມູນຈາກພາກສະໜາມ ມາສ້າງເປັນແຜນທີ່ທໍລະນີສາດ ແລະ ແຮ່ທາດ

ຈົບແລ້ວປະກອບອາຊີບຫຍັງໄດ້ແດ່?

  • ຜູ້ຊ່ວຍນັກວິໄຈ

  • ຜູ້ຊ່ວຍ ວິຊາການດ້ານວິສະວະກໍາໂຍທາ - ຂົວທາງ

  • ຜູ້ຊ່ວຍ ວິຊາການຊົນລະປະທານ

  • ຜູ້ຊ່ວຍ ວິຊາການກໍ່ສ້າງເຂື່ອນໄຟຟ້າ

ສາມາດຮຽນໄດ້ຢູ່ໃສ?

  • ວິທະຍາໄລ ສັບພະວິຊາ

- ພາກວິຊາ ວັດແທກ - ຄຸ້ມຄອງທີ່ດິນ

- ຫຼັກສູດ ຊັ້ນສູງ (12+3),​ ຮຽນ 3 ປີ ແລະ ຮຽນເຕັມເວລາ

5.png

ທ່ານສາມາດຕິດຕໍ່ເພື່ອສອບຖາມຂໍ້ມູນຂ່າວສານ ຫຼື ລາຍລະອຽດກ່ຽວກັບການບໍລິການເພີ່ມເຕີມ

ທີ່ຢູ່

ຖະໜົນດົງປາຍນາ
ບ້ານສະພານທອງເໜືອ 
ເມືອງສີສັດຕະນາກ 
ນະຄອນຫຼວງວຽງຈັນ

ເບີໂທຕິດຕໍ່: 020 54129234
Khemthitcareer@gmail.com

Learning4lee@gmail.com

ໂມງລັດຖະການ

ຈັນ-ສຸກ : 8:00-​17:00

  • Whatsapp
  • Facebook
  • Youtube
  • TikTok

ສົນໃຈຕິດຕໍ່ເພື່ອສອບຖາມລາຍລະອຽດ

ຂອບໃຈທີ່ສົ່ງຂໍ້ຄວາມຫາພວກເຮົາ

ໂຄຄູນ ໂດຍ ເຂັມທິດອາຊີບ

bottom of page