ສັດຕະວະແພດເຕັກນິກ ລະດັບ5
ນິຍາມ ແລະ ຄວາມສຳຄັນ
ສາຂາສັດຕະວະແພດເຕັກນິກ ລະດັບ 5 ຫຼັກສູດນີ້ແມ່ນເນັ້ນສະມັດຖະພາບສຳຫຼັບຜູ້ຊ່ວຍສັດຕະວະແພດ ເຊິ່ງກໍແມ່ນໜຶ່ງໃນບັນດາຫຼັກສູດທີ່ມີຄວາມຈຳເປັນຕ້ອງໄດ້ຮັບການພັດທະນາ ເພື່ອສາມາດຕອບສະໜອງບຸກຄະລາກອນ ແລະ ສອດຄ່ອງກັບຕາໜ່າງລ້ຽງສັດໃນ ສປປ ລາວ. ດ້ວຍເຫດນັ້ນ, ຫຼັກສູດຜູ້ຊ່ວຍສັດຕະວະແພດແມ່ນຈະສາມາດຕອບສະໜອງໜ້າທີ່ ແລະ ໜ້າວຽກທີ່ຈຳເປັນທັງໝົດທີ່ນັກວິຊາການລ້ຽງສັດຄວນມີ ເຊິ່ງລວມເອົາໜ້າທີ່ໃນການຮັບປະກັນຄວາມປອດໄພ, ການເບິ່ງແຍງສຸຂະພາບສັດ, ການກະກຽມ ແລະ ການໃຫ້ຢາສັດ, ການກວດສຸຂະພາບສັດ, ການຊ່ວຍສັດຕະວະແພດຜ່າຕັດສັດ, ການປະຕິບັດກໍລະນີສຸກເສີນ ເປັນຕົ້ນ.

-
ການເປັນຜູ້ຊ່ວຍສັດຕະວະແພດ, ການໃຫ້ບໍລິການຊ່ວຍເຫຼືອສັດລ້ຽງ, ການປະຕິບັດວຽກງານປະຈໍາວັນຂອງຄລີນິກປົວສັດ
-
ການສ້າງເງື່ອນໄຂດ້ານສຸຂະພາບ ແລະ ຄວາມເປັນຢູ່ທີ່ດີໃຫ້ແກ່ສັດລ້ຽງ
-
ການຮັບຕ້ອນບໍລິການສັດຕາມສະຖານທີ່ບໍລິການສຸຂະພາບສັດ, ການຈັບ ແລະ ບັງຄັບສັດຢ່າງເໝາະສົມ, ການເສີມຄວາມງາມສັດລ້ຽງ, ການດໍາເນີນເຕັກນິກການຂ້າເຊື້ອ, ການປ້ອງກັນ ແລະ ຄວບຄຸມພະຍາດຕິດຕໍ່ຈາກສັດສູ່ຄົນ ເປັນຕົ້ນ
ຮຽນກ່ຽວກັບຫຍັງ?
ທັກສະ ແລະ ຄວາມສົນໃຈ
-
ຄວາມຮູ້ພື້ນຖານກ່ຽວກັບການຢາສຳລັບສັດ, ຮຽນຮູ້ວິທີການຝຶກສັດໃຫ້ແກ່ເຈົ້າຂອງສັດ, ການກະກຽມຢາ ແລະ ການໃຫ້ຢາເພື່ອປິ່ນປົວສັດ
-
ການກະກຽມ ແລະ ຕິດຕາມການໃຫ້ຢາສະຫຼົບສັດເພື່ອການດໍາເນີນກິດຈະກໍາຕ່າງໆ
-
ສາມາດດໍາເນີນການກວດເຊື້ອຈຸລິນທາງສັດຕະວະແພດ, ການຊ່ວຍເບິ່ງແຍງດູແລສັດເຈັບ, ການປ້ອງກັນ ແລະ ຄວບຄຸມພະຍາດກາຝາກທີ່ມັກເກີດກັບສັດ
ຮຽນແລ້ວໄດ້ຫຍັງ?

ຈົບແລ້ວປະກອບອາຊີບຫຍັງໄດ້ແດ່?
-
ຜູ້ຊ່ວຍສັດຕະວະແພດ
-
ສັດຕະວະແພດ
-
ເຮັດວຽກກັບອົງກອນ ຫຼື ຄລີນິກຕ່າງໆ, ເຮັດວຽກກັບພາກລັດ ເປັນຕົ້ນ
-
ທຸລະກິດສ່ວນຕົວ
ສາມາດຮຽນໄດ້ຢູ່ໃສ?
-
ວິທະຍາໄລ ເຕັກນິກກະສິກຳ ດົງຄໍາຊ້າງ
- ພາກວິຊາ ລ້ຽງສັດ
- ຫຼັກສູດຊັ້ນສູງ (12+3), ຮຽນ 3 ປີ ແລະ ຮຽນເຕັມເວລາ