ສັດຕະວະແພດ ລະດັບ3
ນິຍາມ ແລະ ຄວາມສຳຄັນ
ສາຂາສັດຕະວະແພດ ລະດັບ 3 ຫຼັກສູດນີ້ແມ່ນເນັ້ນສະມັດຖະພາບສຳຫຼັບຜູ້ຊ່ວຍສັດຕະວະແພດ ເຊິ່ງກໍແມ່ນໜຶ່ງໃນບັນດາຫຼັກສູດທີ່ມີຄວາມຈຳເປັນຕ້ອງໄດ້ຮັບການພັດທະນາ ເພື່ອສາມາດຕອບສະໜອງບຸກຄະລາກອນ ແລະ ສອດຄ່ອງກັບຕາໜ່າງລ້ຽງສັດໃນ ສປປ ລາວ. ດ້ວຍເຫດນັ້ນ, ຫຼັກສູດຜູ້ຊ່ວຍສັດຕະວະແພດແມ່ນຈະສາມາດຕອບສະໜອງໜ້າທີ່ ແລະ ໜ້າວຽກທີ່ຈຳເປັນທັງໝົດທີ່ນັກວິຊາການລ້ຽງສັດຄວນມີ ເຊິ່ງລວມເອົາໜ້າທີ່ໃນການຮັບປະກັນຄວາມປອດໄພ, ການເບິ່ງແຍງສຸຂະພາບສັດ, ການກະກຽມ ແລະ ການໃຫ້ຢາສັດ, ການກວດສຸຂະພາບສັດ, ການຊ່ວຍສັດຕະວະແພດຜ່າຕັດສັດ, ການປະຕິບັດກໍລະນີສຸກເສີນ ເປັນຕົ້ນ.

-
ການເປັນຜູ້ຊ່ວຍສັດຕະວະແພດ, ການເບິ່ງແຍງຊ່ວຍເຫຼືອສັດລ້ຽງ, ການຮັກສາສຸຂະພາບອະນາໄມ ແລະ ຄວາມປອດໄພໃນອາຊີບ
-
ການຮັບຕ້ອນສັດໃນສະຖານທີ່ບໍລິການສຸຂະພາບສັດ, ການຄວບຄຸມພະຍາດທີ່ມັກເກີດຂຶ້ນກັບສັດ, ການນຳໃຊ້ຢາປິ່ນປົວສັດ, ການປ້ອງກັນພະຍາດ,ການຊ່ວຍເບິ່ງແຍງດູແລສັດ, ການບໍລິການເສີມຄວາມງາມໃຫ້ແກ່ສັດແບບມືອາຊີບ
-
ການຮັກສາສຸຂະພາບສັດ, ການໃຫ້ອາຫານ ແລະ ນ້ຳແກ່ສັດ ແລະ ການເບິ່ງແຍງສັດນ້ອຍເກີດໃໝ່
ຮຽນກ່ຽວກັບຫຍັງ?
ທັກສະ ແລະ ຄວາມສົນໃຈ
-
ຄວາມຮູ້ພື້ນຖານທາງດ້ານສັດຕະວະແພດ
-
ມັກ-ຮັກສັດ, ມີຄວາມສົນໃຈດ້ານສັດຕະວະແພດ
-
ໄຫວພິບ, ແກ້ໄຂບັນຫາສະເພາະໜ້າ
-
ມະນຸດສຳພັນດີ
ຮຽນແລ້ວໄດ້ຫຍັງ?
-
ນຳພາທີມຂະໜາດນ້ອຍ, ປະຕິບັດການເຈລະຈາ, ປະຕິບັດໜ້າທີ່ການຕະຫຼາດສຳລັບທຸລະກິດຂະໜາດນ້ອຍ, ສາມາດບຳລຸງຮັກສາ, ຕິດຕາມສຸຂະພາບ ແລະ ຄວາມເປັນຢູ່ທີ່ດີຂອງສັດ
-
ສາທິດ ແລະ ນຳໃຊ້ຄວາມຮູ້ກ່ຽວກັບກາຝາກທີ່ສົ່ງຜົນກະທົບຕໍ່ສັດ, ໃຫ້ການປະຖົມພະຍາບານຂັ້ນພື້ນຖານໃຫ້ແກ່ສັດ, ຊ່ວຍໃນການກະກຽມການຜ່າຕັດສັດ, ປະຕິບັດການໃນກໍລະນີສຸກເສີນ, ປະຕິບັດການກວດ(ຊີ້ນສ່ວນ)ຂັ້ນພື້ນຖານ, ດຳເນີນຂັ້ນຕອນທີ່ງ່າຍດາຍໃນການປະສົມພັນສັດ, ໃຫ້ການເບິ່ງແຍງສັດຂັ້ນພື້ນຖານ ແລະ ເບິ່ງແຍງສັດນ້ອຍທີ່ເກີດໃໝ່ ເປັນຕົ້ນ
ຈົບແລ້ວປະກອບອາຊີບຫຍັງໄດ້ແດ່?
-
ຜູ້ຊ່ວຍສັດຕະວະແພດ
-
ສັດຕະວະແພດ
-
ທຸລະກິດສ່ວນຕົວ
-
ເຮັດວຽກກັບອົງກອນ ຫຼື ຄລີນິກຕ່າງໆ, ເຮັດວຽກກັບພາກລັດ ເປັນຕົ້ນ
ສາມາດຮຽນໄດ້ຢູ່ໃສ?
-
ວິທະຍາໄລ ເຕັກນິກກະສິກຳ ດົງຄໍາຊ້າງ
- ພາກວິຊາ ລ້ຽງສັດ
- ຫຼັກສູດຊັ້ນສູງ (12+3), ຮຽນ 3 ປີ ແລະ ຮຽນເຕັມເວລາ





