top of page
ອຸດສາຫະກຳປຸງແຕ່ງແຮ່ທາດ
ນິຍາມ ແລະ ຄວາມສຳຄັນ
ສາຂາອຸດສາຫະກຳປຸງແຕ່ງແຮ່ທາດ ແມ່ນສາຂາທີ່ສອນກ່ຽວກັບການແຍກແຮ່ທາດທີ່ມີຄ່າອອກຈາກດິນ, ຫີນ ເພື່ອການປຸງແຕ່ງດ້ວຍວິທີການຕ່າງໆຕາມວິຊາສະເພາະ ເຊິ່ງມີຄວາມສໍາຄັນຕໍ່ເສດຖະກິດ, ສັງຄົມ ແລະ ມີຄວາມສໍາຄັນຫຼາຍຕໍ່ການພັດທະນາເສດຖະກິດ.

-
ການປຸງແຕ່ງແຮ່ທາດທຸກປະເພດ ເພື່ອແຍກແຮ່ທາດໃນຫີນອອກມາຕາມຂະບວນການ ແລະ ເງື່ອນໄຂຂອງການປຸງແຕ່ງ
ຮຽນກ່ຽວກັບຫຍັງ?
ທັກສະ ແລະ ຄວາມສົນໃຈ
-
ທັກສະການແກ້ໄຂບັນຫາ
-
ມັກໃນການລົງພາກສະໜາມ
-
ທັກສະການຄິດວິເຄາະ
-
ທັກສະການເຮັດວຽກເປັນທີມ
ຮຽນແລ້ວໄດ້ຫຍັງ?
-
ຄວາມຮູ້ ແລະ ທັກສະໃນການປຸງແຕ່ງແຮ່ທາດ ລວມທັງຮູ້ວິທີນໍາໃຊ້ເຄື່ອງມື, ອຸປະກອນຮັບໃຊ້ວິຊາສະເພາະ
ຈົບແລ້ວປະກອບອາຊີບຫຍັງໄດ້ແດ່?
-
ເປັນວິສະວະກອນອຸດສາຫະກຳປຸງແຕ່ງແຮ່ທາດຢູ່ຕາມໂຮງງານອຸດສາຫະກຳທີ່ກຳລັງດໍາເນີນການປຸງແຕ່ງແຮ່ທາດໃນ ສປປ ລາວ
-
ສາມາດເຮັດກ່ຽວກັບສິ່ງແວດລ້ອມອຸດສາຫະກຳໄດ້
ສາມາດຮຽນໄດ້ຢູ່ໃສ?
-
ວິທະຍາໄລ ສັບພະວິຊາ
- ພາກວິຊາ ບໍ່ແຮ່
- ຫຼັກສູດຊັ້ນສູງ (12+3), ຮຽນ 3 ປີ ແລະ ຮຽນເຕັມເວລາ

bottom of page




