ຄູຊີວະສາດ
ນິຍາມ ແລະ ຄວາມສຳຄັນ
ຄູ ແມ່ນບຸກຄົນທີ່ປະຕິບັດໜ້າທີ່ສິດສອນຖ່າຍທອດຄວາມຮູ້ໃຫ້ຜູ້ຮຽນດ້ວຍວິທີການສິດສອນໃນຮູບແບບຕ່າງໆ, ມີຄວາມເໝາະສົມຕາມເງື່ອນໄຂຂອງອາຊີບ, ມີລະດັບວິຊາສະເພາະ ແລະ ວຸດທິການສຶກສາທີ່ຖືກຕາມເງື່ອນໄຂ, ມາດຕະຖານຫຼັກສູດ ແລະ ມາດຕະຖານອາຊີບຂອງສະຖາບັນນັັນໆກໍານົດ ແລະ ຄູຍັງມີບົດບາດສໍາຄັນທີ່ສຸດໃນການກໍ່ສ້າງຊັບພະກອນມະນຸດທີ່ມີປະສິດທິພາບ ເຊິ່ງສາຂາຄູຊີວະສາດກໍເປັນສາຂາໜຶ່ງທີ່ຊ່ວຍສ້າງນັກສຶກສາໃຫ້ມີຄວາມຮູ້, ຄວາມສາມາດໃນການກາຍເປັນຄູ, ການສິດສອນນັກຮຽນ-ນັກສຶກສາກ່ຽວກັບດ້ານຊີວະສາດ.

-
ຮຽນກ່ຽວກັບການເປັນຄູໃນສາຂາວິຊາສະເພາະ
ຮຽນກ່ຽວກັບຫຍັງ?
ທັກສະ ແລະ ຄວາມສົນໃຈ
-
ມັກຮັກໃນທຳມະຊາດ, ສິ່ງແວດລ້ອມ, ສັດ ຫຼື ສິ່ງທີ່ມີຊີວິດຕ່າງໆ
-
ທັກສະການສັງເກດ, ການສື່ສານ
-
ຄວາມຮູ້ພື້ນຖານດ້ານວິຊາຊີວະສາດ
-
ມັກ-ຮັກໃນການສິດສອນ
ຮຽນແລ້ວໄດ້ຫຍັງ?
-
ສາມາດອະທິບາຍທິດສະດີ, ຫຼັກການ ແລະ ວິທີການສອນ
-
ສາມາດສັງລວມທິດສະດີ, ຫຼັກການໃນການປະຕິບັດຕົວຈິງກ່ຽວກັບຊີວະສາດ
-
ສາມາດດໍາເນີນການຄົ້ນຄວ້າວິທະຍາສາດ, ສ້າງນະວັດຕະກໍາດ້ານການສິດສອນຊີວະສາດ, ນໍາໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ, ການສື່ສານ
-
ສາມາດສະແດງຄວາມຄິດເຫັນແບບມີວິຈາລະນະຍານໃນການແກ້ໄຂບັນຫາໃນວຽກງານຕົວຈິງ
-
ສາມາດປະຕິບັດໜ້າທີ່ຢ່າງມີຄວາມຮັບຜິດຊອບ, ມີຈັນຍາບັນ, ສາມາດເຮັດວຽກເປັນໝູ່ຄະນະ ພ້ອມທັງໃຫ້ບໍລິການວິຊາການ ແລະ ແນະນໍາການຈັດການຮຽນ-ການສອນໄດ້
ຈົບແລ້ວປະກອບອາຊີບຫຍັງໄດ້ແດ່?
-
ຄູສອນ, ນັກວິຊາການ
-
ນັກຄົ້ນຄວ້າ, ວິທະຍາສາດ
-
ທີ່ປຶກສາໃຫ້ກັບອົງກອນ
-
ນັກປະຊາສຳພັນ ແລະ ເຜີຍແຜ່ໂຄສະນາກ່ຽວກັບສິ່ງແວດລ້ອມ
-
ປະກອບທຸລະກິດສ່ວນຕົວເຊັ່ນ: ປູກຝັງ, ລ້ຽງສັດ,...
-
ພະນັກງານໃນສະຖາບັນການສຶກສາ, ກະຊວງ, ອົງການຈັດຕັ້ງ ແລະ ສະຖາບັນຕ່າງໆທີ່ກ່ຽວຂ້ອງ
ສາມາດຮຽນໄດ້ຢູ່ໃສ?
-
ມະຫາວິທະຍາໄລແຫ່ງຊາດ
- ຄະນະ ສຶກສາສາດ
- ພາກວິຊາ ຄູວິທະຍາສາດທຳມະຊາດ





