top of page

ປູກຝັງ-ລ້ຽງສັດ

ນິຍາມ ແລະ ຄວາມສຳຄັນ

ສາຂາ ປູກຝັງ ແລະ ລ້ຽງສັດ ແມ່ນເປັນອີກໜຶ່ງຫຼັກສູດທີ່ມີຄວາມຈຳເປັນທີ່ຕ້ອງໄດ້ຮັບການພັດທະນາ ເພື່ອສະໜອງບຸກຄະລາກອນ ແລະ ມີຄວາມສອດຄ່ອງກັບຕາໜ່າງຂອງສາຂາຮຽນໃນ ສປປ ລາວ ເຊິ່ງຫຼັກສູດປູກຝັງ ແລະ ລ້ຽງສັດຈະສາມາດຕອບສະໜອງໜ້າທີ່ ແລະ ວຽກທີ່ຈຳເປັນທີ່ປູກຝັງ ແລະ ລ້ຽງສັດຄວນມີ ເຊິ່ງລວມໜ້າທີ່ໃນການຮັບປະກັນຄວາມປອດໄພໃນການຮັກສາຄວາມປອດໄພ, ການຮັກສາຄວາມປອດໄພໃນອາຊີບ, ການນຳໃຊ້ອຸປະກອນກະສິກຳ, ເຕັກນິກການລ້ຽງສັດ, ເຕັກນິກການປູກພືດ ແລະ ເຕັກນິກການຝຶກປະສົບການກ່ຽວກັບກົນຈັກ ເປັນຕົ້ນ.

4.png
  • ວິທີການປູກພືດຜັກ, ການບຳລຸງຮັກສາພືດ, ຜັກ, ຕົ້ນໄມ້ ແລະ ການບຳລຸງຮັກສາດິນ, ຮຽນຮູ້ກ່ຽວກັບການວາງແຜນພັດທະນາ ແລະ ປົກປັກຮັກສາສິ່ງຕ່າງໆໃຫ້ມີຊີວິດທີ່ຍາວນານ

  • ສາມາດຈັດການບໍລິຫານຟາມໄດ້, ການວາງແຜນ-ການຈັດການຟາມສັດ, ການແປຮູບຜະລິດຕະພັນກະສິກຳ, ການລ້ຽງແມງໄມ້ເສດຖະກິດ ແລະ ການປັບປຸງພັນສັດ, ການກວດກາຜະລິດຕະພັນສັດ, ການປ້ອງກັນ ແລະ ປິ່ນປົວພະຍາດລັດລ້ຽງ, ການຂະຫຍາຍພັນສັດ ເປັນຕົ້ນ

ຮຽນກ່ຽວກັບຫຍັງ?

ທັກສະ ແລະ ຄວາມສົນໃຈ

  • ຄວາມຮູ້ພື້ນຖານສົນໃຈດ້ານປູກຝັງ ແລະ ລ້ຽງສັດ

  • ຮັກມັກໃນສາຂາປູກຝັງ ແລະ ລ້ຽງສັດ

  • ມະນຸດສຳພັນດີ

  • ໄຫວພິບ, ແກ້ໄຂບັນຫາສະເພາະໜ້າ

ຮຽນແລ້ວໄດ້ຫຍັງ?

  • ມີຄວາມສາມາດວາງແຜນງານ ຂຽນໂຄງການ ແລະ ຈັດການຝຶກອົບຮົມໄດ້

  • ມີຄວາມສາມາດໄປພັດທະນາຊຸມຊົນທີ່ຫ່າງໄກຈາກຕົວເມືອງ

  • ມີຄວາມສາມາດເປັນນັກສົ່ງເສີມປະຊາຊົນໃນບົດນະບົດໄດ້

  • ມີຄວາມສາມາດປະກອບອາຊີບດ້ວຍຕົນເອງໄດ້

  • ມີຄວາມສາມາດປະກອບອາຊີບນຳພາກລັດ ແລະ ເອກະຊົນ ຫຼື ອົງການຕ່າງໆ

  • ມີຄວາມສາມາດປະກອບອາຊີບເປັນຄູຕາມໂຮງຮຽນຕ່າງໆໄດ້

ຈົບແລ້ວປະກອບອາຊີບຫຍັງໄດ້ແດ່?

  • ເປັນນັກວິຊາການ

  • ປະກອບອາຊີບດ້ວຍ ຕົນເອງ ຫຼື ທຸລະກິດຄອບຄົວ

  • ເປັນທີ່ປຶກສາຕາມໂຄງການ, ສະຖານປະກອບການແຫ່ງຕ່າງໆ

  • ຄູສອນພາກທິດສະດີ ແລະ ພາກປະຕິບັດຕາມສະຖານປະກອບການ

ສາມາດຮຽນໄດ້ຢູ່ໃສ?

  • ວິທະຍາໄລ ເຕັກນິກກະສິກຳ ດົງຄໍາຊ້າງ

- ພາກວິຊາ ລ້ຽງສັດ

- ຫຼັກສູດຊັ້ນກາງ (12+2), ຮຽນ 2 ປີ ແລະ ຮຽນເຕັມເວລາ

5.png

ທ່ານສາມາດຕິດຕໍ່ເພື່ອສອບຖາມຂໍ້ມູນຂ່າວສານ ຫຼື ລາຍລະອຽດກ່ຽວກັບການບໍລິການເພີ່ມເຕີມ

ທີ່ຢູ່

ຖະໜົນດົງປາຍນາ
ບ້ານສະພານທອງເໜືອ 
ເມືອງສີສັດຕະນາກ 
ນະຄອນຫຼວງວຽງຈັນ

ເບີໂທຕິດຕໍ່: 020 54129234
Khemthitcareer@gmail.com

Learning4lee@gmail.com

ໂມງລັດຖະການ

ຈັນ-ສຸກ : 8:00-​17:00

  • Whatsapp
  • Facebook
  • Youtube
  • TikTok

ສົນໃຈຕິດຕໍ່ເພື່ອສອບຖາມລາຍລະອຽດ

ຂອບໃຈທີ່ສົ່ງຂໍ້ຄວາມຫາພວກເຮົາ

ໂຄຄູນ ໂດຍ ເຂັມທິດອາຊີບ

bottom of page