top of page

ຈິດຕະກຳ

ນິຍາມ ແລະ ຄວາມສຳຄັນ

ສາຂາຈິດຕະກຳ ແມ່ນເປັນສາຂາທີ່ແນໃສ່ກໍ່ສ້າງບັນດາພະນັກງານ, ນັກຮຽນ, ນັກສຶກສາທີ່ຮຽນຈົບລະດັບຊັ້ນກາງ ແລະ ຊັ້ນສູງ ເພື່ອໃຫ້ພວກເຂົາສາມາດມີເງື່ອນໄຂມາສຶກສາຮໍ່າຮຽນຍົກລະດັບວິຊາສະເພາະຂອງຕົນເອງໃນລະດັບປະລິນຍາຕີ ທາງດ້ານສິລະປະວິຈິດຕະກໍາສາຂາວິຊາຈິດຕະກໍາ ເຮັດໃຫ້ເຂົາເຈົ້າມີຄວາມຮູ້ຄວາມສາມາດທາງດ້ານແນວຄິດ, ການເມືອງ ແລະ ວິຊາສະເພາະທີ່ສາມາດເປັນຄູອາຈານສອນໃນໂຮງຮຽນສາມັນ, ໂຮງຮຽນຊັ້ນຕົ້ນ, ຊັ້ນກາງຂອງວິຈິດສິນໃນທົ່ວປະເທດ ທັງເປັນພະນັກງານວິຊາການ ແລະ ວິຊາສະເພາະວິຈິດສິນໃນສະຖານທີ່ຮຽກຮ້ອງຕ້ອງການ.

4.png
  • ຫຼັກການແຕ້ມຂອງການແຕ້ມເສັ້ນ ແລະ ການພັດທະນາຂອງຕົວມັນເອງ

  • ການສໍາຫຼວດວິທີ ແລະ ເຕັກນິກຂອງການແຕ້ມເສັ້ນດ້ວຍວິທີການຕ່າງໆ ເຊັ່ນ: ສໍດໍາ, ສໍສີ, ບິກ, ສີປະສົມ ໂດຍສຶກສາຈາກທໍາມະຊາດ, ສິລະປະວັດຖຸບູຮານສະຖານ ແລະ ອື່ນໆ

ຮຽນກ່ຽວກັບຫຍັງ?

ທັກສະ ແລະ ຄວາມສົນໃຈ

  • ທັກສະພື້ນຖານການແຕ້ມຮູບ

  • ສົນໃຈໃນສິລະປະ, ການແຕ້ມຮູບ

  • ສົນໃຈດ້ານການສັງເກດ

  • ທັກສະດ້ານຈິນຕະນາການ

ຮຽນແລ້ວໄດ້ຫຍັງ?

  • ທັກສະກ່ຽວກັບການແຕ້ມຮູບຊົງທີ່ແຕກຕ່າງກັນ, ວັດຖຸທີ່ຢູ່ໃນເບື້ອງຫຼັງ, ສີ, ແສງ, ເງົາ, ໄລຍະ, ທິດທາງ, ຂະໜາດ, ສັດສ່ວນ, ການແທກ, ການເຄື່ອນໄຫວ, ຄວາມດຸ່ນດ່ຽງ

  • ເມື່ອສໍາເລັດການສຶກສາຕາມຫຼັກສູດລະດັບຊັ້ນປະລິນຍາຕີວິຈິດສິນກໍຈະໄດ້ຮັບໃບປາກາສະນິຍະບັດ ສາມາດຢື່ນໃບສະໝັກເຂົ້າເຮັດວຽກນໍາອົງການຈັດຕັ້ງພັກລັດ, ລັດວິສາຫະກິດ, ເອກະຊົນ, ເປັນສິລະປິນອິດສະຫຼະ ເຊິ່ງອີງໃສ່ຄວາມຮູ້ຄວາມສາມາດ ແລະ ເງື່ອນໄຂຄວາມເປັນຈິງຂອງແຕ່ລະບຸກຄົນ

ຈົບແລ້ວປະກອບອາຊີບຫຍັງໄດ້ແດ່?

  • ເຮັດວຽກນໍາອົງການຈັດຕັ້ງ ພັກ-ລັດ ລັດວິສາຫະກິດ ຫຼື ພາກສ່ວນເອກະຊົນທີ່ມີຄວາມຮຽກຮ້ອງຕ້ອງການ

  • ເປັນນັກສິລະປິນ ຫຼື ນັກແຕ້ມອິດສະຫຼະ

  • ສາມາດໄປຮຽນຕໍ່ພາຍໃນ ແລະ ຕ່າງປະເທດ ໃນລະດັບ ປະລິນຍາໂທ, ປະລິຍາເອກໄດ້

ສາມາດຮຽນໄດ້ຢູ່ໃສ?

  • ສະຖາບັນວິຈິດສິນແຫ່ງຊາດ

- ພາກວິຊາ ຈິດຕະກຳ

- ຮຽນ 5 ປີ ແລະ ຮຽນເຕັມເວລາ

5.png

ທ່ານສາມາດຕິດຕໍ່ເພື່ອສອບຖາມຂໍ້ມູນຂ່າວສານ ຫຼື ລາຍລະອຽດກ່ຽວກັບການບໍລິການເພີ່ມເຕີມ

ທີ່ຢູ່

ຖະໜົນດົງປາຍນາ
ບ້ານສະພານທອງເໜືອ 
ເມືອງສີສັດຕະນາກ 
ນະຄອນຫຼວງວຽງຈັນ

ເບີໂທຕິດຕໍ່: 020 54129234
Khemthitcareer@gmail.com

Learning4lee@gmail.com

ໂມງລັດຖະການ

ຈັນ-ສຸກ : 8:00-​17:00

  • Whatsapp
  • Facebook
  • Youtube
  • TikTok

ສົນໃຈຕິດຕໍ່ເພື່ອສອບຖາມລາຍລະອຽດ

ຂອບໃຈທີ່ສົ່ງຂໍ້ຄວາມຫາພວກເຮົາ

ໂຄຄູນ ໂດຍ ເຂັມທິດອາຊີບ

bottom of page