top of page

ການເງິນ ແລະ ການທະນາຄານ

ນິຍາມ ແລະ ຄວາມສຳຄັນ

ສາຂາການເງິນ ແລະ ການທະນາຄານ ແມ່ນຈະເນັ້ນສອນກ່ຽວກັບການມີແນວຄິດລິເລີ່ມ, ປະເມີນການວາງແຜນ ແລະ ແກ້ໄຂບັນຫາຕົວຈິງໃນດ້ານການເງິນ ແລະ ການທະນາຄານແບບມືອາຊີບ, ມີຄວາມຮູ້ທີ່ເປັນເລີດໃນການປະກອບອາຊີບໃນດ້ານການບໍລິຫານການເງິນ, ການບໍລິຫານການເງິນຂອງໂຄງການ, ການລົງທຶນ, ການບໍລິຫານທະນາຄານ ແລະ ສາຂາວິຊາສະເພາະອື່ນໆທີ່ກ່ຽວຂ້ອງທັງພາກລັດ, ເອກະຊົນ ແລະ ອົງການສາກົນ, ການປະກອບສ່ວນວຽກງານດ້ວຍຈັນຍາບັນວິຊາຊີບຂອງຕົນເອງຕໍ່ສັງຄົມຢ່າງມີຄວາມຮັບຜິດຊອບໃນການພັດທະນາເສດຖະກິດທັງພາຍໃນ, ພາກພື້ນ ແລະ ສາກົນ.

4.png
  • ຮຽນຮູ້ກ່ຽວກັບການວິເຄາະ, ວິໄຈ, ສັງລວມ ແລະ ປະເມີນຄວາມຮູ້ທາງດ້ານການເງິນ ແລະ ການທະນາຄານຢ່າງມີວິທະຍາສາດ

ຮຽນກ່ຽວກັບຫຍັງ?

ທັກສະ ແລະ ຄວາມສົນໃຈ

  • ການວາງແຜນ, ວິເຄາະ, ວິໄຈ, ການປະເມີນ

  • ທັກສະໃນການຄິດລິເລີ່ມ

  • ສົນໃຈດ້ານການບໍລິຫານ

  • ການແກ້ໄຂບັນຫາ

ຮຽນແລ້ວໄດ້ຫຍັງ?

  • ສາມາດຈຳແນກທິດສະດີ, ຫຼັກການ, ເຄື່ອງມືທາງດ້ານການເງິນ ແລະ ການທະນາຄານ

  • ສາມາດສັງລວມຄວາມຮູ້ດ້ານວິຊາການ, ແນວຄິດ ແລະ ທັກສະໃນການເຮັດວຽກ

  • ສາມາດນຳໃຊ້ເຕັກນິກທາງປະລິມານ ແລະ ຄຸນນະພາບ ເພື່ອແກ້ໄຂບັນຫາທາງດ້ານການເງິນ ແລະ ການທະນາຄານ

  • ສາມາດຄາດຄະເນຄວາມເປັນໄປໄດ້ທາງດ້ານການເງິນ ແລະ ການລົງທຶນທັງພາຍໃນ ແລະ ຕ່າງປະເທດ

ຈົບແລ້ວປະກອບອາຊີບຫຍັງໄດ້ແດ່?

  • ຄູ-ອາຈານ, ນັກວິຊາການ

  • ນາຍໜ້າຊື້-ຂາຍຫຼັກຊັບ

  • ນັກວິໄຈ, ທີ່ປຶກສາ

  • ພະນັກງານໃນສະຖາບັນ ຫຼື ທະນາຄານ

  • ຜູ້ປະກອບການ ແລະ ນັກລົງທຶນ

  • ນັກວິເຄາະການເງິນ, ຜູ້ບໍລິຫານກອງທຶນ

ສາມາດຮຽນໄດ້ຢູ່ໃສ?

  • ມະຫາວິທະຍາໄລແຫ່ງຊາດ

- ຄະນະ ເສດຖະສາດ ແລະ ບໍລິຫານທຸລະກິດ

- ພາກວິຊາ ການເງິນ ແລະ ການທະນາຄານ

- ຮຽນ 4 ປີ

5.png

ທ່ານສາມາດຕິດຕໍ່ເພື່ອສອບຖາມຂໍ້ມູນຂ່າວສານ ຫຼື ລາຍລະອຽດກ່ຽວກັບການບໍລິການເພີ່ມເຕີມ

ທີ່ຢູ່

ຖະໜົນດົງປາຍນາ
ບ້ານສະພານທອງເໜືອ 
ເມືອງສີສັດຕະນາກ 
ນະຄອນຫຼວງວຽງຈັນ

ເບີໂທຕິດຕໍ່: 020 54129234
Khemthitcareer@gmail.com

Learning4lee@gmail.com

ໂມງລັດຖະການ

ຈັນ-ສຸກ : 8:00-​17:00

  • Whatsapp
  • Facebook
  • Youtube
  • TikTok

ສົນໃຈຕິດຕໍ່ເພື່ອສອບຖາມລາຍລະອຽດ

ຂອບໃຈທີ່ສົ່ງຂໍ້ຄວາມຫາພວກເຮົາ

ໂຄຄູນ ໂດຍ ເຂັມທິດອາຊີບ

bottom of page