top of page

ກົດໝາຍທຸລະກິດ

ນິຍາມ ແລະ ຄວາມສຳຄັນ

ສາຂາກົດໝາຍທຸລະກິດ ແມ່ນສາຂາທີ່ສອນກ່ຽວກັບບັນດາກົດໝາຍທີ່ຄຸ້ມຄອງສາຍພົວພັນທາງດ້ານທຸລະກິດ ເຊັ່ນ: ວິທີການດຳເນີນ, ການຈັດການທຸລະກິດ ແລະ ການແກ້ໄຂຂໍ້ຂັດແຍ້ງທາງດ້ານທຸລະກິດ ເພື່ອເຮັດໃຫ້ຖືກຕ້ອງ, ສອດຄ່ອງກັບລະບຽບກົດໝາຍໃນສັງຄົມ ເຊິ່ງມີຄວາມສຳຄັນຕໍ່ການຂະຫຍາຍຕົວຂອງພາກທຸລະກິດ ໂດຍສະເພາະທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງທີ່ປະກອບສ່ວນສຳຄັນໃນການພັດທະນາເສດຖະກິດແບບຍືນຍົງຂອງຊາດ.

4.png
  • ບັນດາຫຼັກການທາງດ້ານກົດໝາຍທີ່ກ່ຽວຂ້ອງກັບທຸລະກິດ ເປັນຕົ້ນແມ່ນບັນດາກົດໝາຍໃນຂົງເຂດການລົງທຶນ, ວິສາຫະກິດ, ພາສີ-ອາກອນ, ຊັບສິນທາງປັນຍາ, ແຮງງານ, ສິ່ງແວດລ້ອມ ແລະ ອື່ນໆ

  • ຮຽນຮູ້ກ່ຽວກັບບັນດາພື້ນຖານການດໍາເນີນທຸລະກິດ ເຊັ່ນ: ການຄິດໄລ່ບັນຊີ, ການບໍລິຫານທຸລະກິດ ແລະ ການຄ້າລະຫວ່າງປະເທດ ເປັນຕົ້ນ

ຮຽນກ່ຽວກັບຫຍັງ?

ທັກສະ ແລະ ຄວາມສົນໃຈ

  • ມັກອ່ານ, ຄົ້ນຄວ້າ ແລະ ວິເຄາະບັນຫາ

  • ສົນໃຈທາງດ້ານກົດໝາຍທີ່ພົວພັນກັບທຸລະກິດ

  • ຄວາມອົດທົນສູງ

  • ການວິເຄາະ, ປະເມີນ ແລະ ວາງແຜນ

ຮຽນແລ້ວໄດ້ຫຍັງ?

  • ຄວາມຮູ້ທາງດ້ານກົດໝາຍທີ່ກ່ຽວຂ້ອງກັບການດຳເນີນທຸລະກິດການຄ້າ, ຄວາມສາມາດໃນການບໍລິຫານຈັດການ ແລະ ຄຸ້ມຄອງທຸລະກິດຕາມລະບຽບກົດໝາຍ

  • ທັກສະໃນການວິເຄາະບັນຫາ, ການແກ້ໄຂບັນຫາ ແລະ ຂໍ້ຂັດແຍ້ງທາງດ້ານກົດໝາຍພາຍໃນອົງກອນທຸລະກິດ

ຈົບແລ້ວປະກອບອາຊີບຫຍັງໄດ້ແດ່?

  • ຜູ້ໄກ່ເກ່ຍຂໍ້ຂັດແຍ້ງທາງດ້ານທຸລະກິດ ແລະ ການຄ້າ

  • ນັກຄົ້ນຄວ້າໃນຂົງເຂດການສຶກສາທີ່ກ່ຽວຂ້ອງກັບກົດໝາຍ ແລະ ທຸລະກິດ

  • ທີ່ປຶກສາທາງດ້ານກົດໝາຍ

  • ນັກກົດໝາຍ

ສາມາດຮຽນໄດ້ຢູ່ໃສ?

  • ມະຫາວິທະຍາໄລແຫ່ງຊາດ

- ຄະນະ ນິຕິສາດ ແລະ ລັດຖະສາດ

- ພາກວິຊາ ກົດໝາຍທຸລະກິດ

- ຮຽນ 4 ປີ ແລະ ຮຽນເຕັມເວລາ

5.png

ທ່ານສາມາດຕິດຕໍ່ເພື່ອສອບຖາມຂໍ້ມູນຂ່າວສານ ຫຼື ລາຍລະອຽດກ່ຽວກັບການບໍລິການເພີ່ມເຕີມ

ທີ່ຢູ່

ຖະໜົນດົງປາຍນາ
ບ້ານສະພານທອງເໜືອ 
ເມືອງສີສັດຕະນາກ 
ນະຄອນຫຼວງວຽງຈັນ

ເບີໂທຕິດຕໍ່: 020 54129234
Khemthitcareer@gmail.com

Learning4lee@gmail.com

ໂມງລັດຖະການ

ຈັນ-ສຸກ : 8:00-​17:00

  • Whatsapp
  • Facebook
  • Youtube
  • TikTok

ສົນໃຈຕິດຕໍ່ເພື່ອສອບຖາມລາຍລະອຽດ

ຂອບໃຈທີ່ສົ່ງຂໍ້ຄວາມຫາພວກເຮົາ

ໂຄຄູນ ໂດຍ ເຂັມທິດອາຊີບ

bottom of page