top of page

ກົດໝາຍອາຍາ

ນິຍາມ ແລະ ຄວາມສຳຄັນ

ກົດໝາຍອາຍາ ແມ່ນກົດໝາຍທີ່ມີໜ້າທີ່ປົກປັກຮັກສາລະບອບການເມືອງ, ເສດຖະກິດ ແລະ ສັງຄົມຂອງ ສປປ ລາວ, ກຳມະສິດຂອງລັດ, ລວມໝູ່ ແລະ ເອກະຊົນ ເຊິ່ງມີຄວາມສໍາຄັນຫຼາຍຕໍ່ກັບການພັດທະນາໃນຂົງເຂດວຽກງານຍຸຕິທໍາ ໂດຍສະເພາະແມ່ນການແກ້ໄຂຂໍ້ຂັດແຍ້ງທີ່ແຕະຕ້ອງເຖິງສິດເສລີພາບ ແລະ ຜົນປະໂຫຍດອັນຊອບທໍາຂອງພົນລະເມືອງທຸກຄົນ, ຄວາມສະຫງົບຂອງຊາດ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ.

4.png
  • ໜ້າທີ່ຂອງກົດໝາຍອາຍາ ແລະ ການຈັດຕັ້ງປະຕິບັດກົດໝາຍດັ່ງກ່າວ ເຊິ່ງລວມມີການວິເຄາະອົງປະກອບທີ່ກໍ່ໃຫ້ເກີດການກະທໍາຜິດທາງອາຍາ, ການກໍານົດໂທດ ແລະ ຂັ້ນຕອນຂອງການດໍາເນີນຄະດີທາງອາຍາ

  • ພາລະບົດບາດຂອງອົງການທີ່ມີສິດອໍານາດໃນການດຳເນີນຄະດີອາຍາ ເຊັ່ນ: ສານປະຊາຊົນ, ໄອຍະການປະຊາຊົນ, ອົງການສືບສວນສອບສວນຂອງເຈົ້າໜ້າທີ່, ຕໍາຫຼວດ, ທະຫານ, ພາສີ ແລະ ປ່າໄມ້ອີກດ້ວຍ

ຮຽນກ່ຽວກັບຫຍັງ?

ທັກສະ ແລະ ຄວາມສົນໃຈ

  • ວິຊາສຶກສາພົນລະເມືອງ, ປະຫວັດສາດ , ພາສາລາວ

  • ສົນໃຈໃນຂົງເຂດທີ່ກ່ຽວຂ້ອງກັບກົດໝາຍອາຍາ

  • ຍຶດຫມັ້ນຕໍ່ຄວາມຖືກຕ້ອງ ແລະ ຍຸຕິທໍາ

  • ມັກຊອກຮູ້ວິທີການແກ້ໄຂບັນຫາໃນສັງຄົມ

ຮຽນແລ້ວໄດ້ຫຍັງ?

  • ຄວາມຮູ້ ແລະ ຄວາມສາມາດໃນການວິເຄາະການກະທຳຜິດ ແລະ ໂທດທາງອາຍາ

  • ທັກສະທີ່ຈຳເປັນໃນການດໍາເນີນຄະດີອາຍາ ເຊັ່ນ: ການເອົາຄໍາໃຫ້ການ (ໂຈດ ແລະ ຈໍາເລີຍ), ສ້າງບົດບັນທຶກ, ຂຽນຄໍາຖະແຫຼງສັ່ງຟ້ອງຜູ້ກະທໍາຜິດຂຶ້ນສານ ແລະ ແຕ່ງຄໍາຕັດສິນຂອງສານ ເປັນຕົ້ນ

​ນອກຈາກນັ້ນ, ຍັງໄດ້ຝຶກຝົນທັກສະໃນການສື່ສານ ແລະ ການວິເຄາະລາຍລະອຽດອີກດ້ວຍ.

ຈົບແລ້ວປະກອບອາຊີບຫຍັງໄດ້ແດ່?

  • ນັກກົດໝາຍ

  • ທະນາຍອິດສະຫຼະ

  • ນັກວິຊາການຕາມບັນດາອົງການຕຸລາການ

  • ທີ່ປຶກສາທາງດ້ານກົດໝາຍ

ສາມາດຮຽນໄດ້ຢູ່ໃສ?

  • ມະຫາວິທະຍາໄລແຫ່ງຊາດ

- ຄະນະ ນິຕິສາດ-ລັດຖະສາດ

- ພາກວິຊາ ກົດໝາຍອາຍາ

- ຮຽນ 4 ປີ ແລະ ຮຽນເຕັມເວລາ

5.png

ທ່ານສາມາດຕິດຕໍ່ເພື່ອສອບຖາມຂໍ້ມູນຂ່າວສານ ຫຼື ລາຍລະອຽດກ່ຽວກັບການບໍລິການເພີ່ມເຕີມ

ທີ່ຢູ່

ຖະໜົນດົງປາຍນາ
ບ້ານສະພານທອງເໜືອ 
ເມືອງສີສັດຕະນາກ 
ນະຄອນຫຼວງວຽງຈັນ

ເບີໂທຕິດຕໍ່: 020 54129234
Khemthitcareer@gmail.com

Learning4lee@gmail.com

ໂມງລັດຖະການ

ຈັນ-ສຸກ : 8:00-​17:00

  • Whatsapp
  • Facebook
  • Youtube
  • TikTok

ສົນໃຈຕິດຕໍ່ເພື່ອສອບຖາມລາຍລະອຽດ

ຂອບໃຈທີ່ສົ່ງຂໍ້ຄວາມຫາພວກເຮົາ

ໂຄຄູນ ໂດຍ ເຂັມທິດອາຊີບ

bottom of page