ການຕະຫຼາດ
ນິຍາມ ແລະ ຄວາມສຳຄັນ
ສາຂາການຕະຫຼາດ ແມ່ນເນັ້ນສົ່ງເສີມຄວາມສາມາດໃນການວາງແຜນ ແລະ ກຳນົດກົນລະຍຸດທາງການຕະຫຼາດ, ໄດ້ຮຽນຮູ້ແນວຄິດທາງດ້ານການຕະຫຼາດທີ່ທັນສະໄໝ ແລະ ເຝິກຝົນທັກສະທາງດ້ານການວິໄຈຕະຫຼາດ, ການວິເຄາະພຶດຕິກຳຜູ້ບໍລິໂພກ, ການບໍລິຫານການຕະຫຼາດ, ການແຂ່ງຂັນທາງທຸລະກິດ ແລະ ເຮັດໃຫ້ການຕະຫຼາດເປັນປັດໄຈທີ່ສຳຄັນຂອງຄວາມສຳເລັດໃນທາງທຸລະກິດ.

-
ການບໍລິຫານການຕະຫຼາດ ແລະ ກິດຈະກຳຕ່າງໆທີ່ກ່ຽວຂ້ອງກັບການຕະຫຼາດ ເຊັ່ນ: ຜະລິດຕະພັນ, ລາຄາ, ຊ່ອງທາງການຈັດຈຳໜ່າຍ, ການສົ່ງເສີມການຕະຫຼາດ ເປັນຕົ້ນ.
ຮຽນກ່ຽວກັບຫຍັງ?
ທັກສະ ແລະ ຄວາມສົນໃຈ
-
ສົນໃຈວຽກງານບໍລິຫານ ແລະ ກິດຈະກຳຕ່າງໆ
-
ການຄິດວິເຄາະ, ການວາງແຜນ
-
ທັກສະການຄິດໄລ່, ການຄຳນວນ
-
ຄວາມຄິດສ້າງສັນ ແລະ ມັກສັງເກດ
ຮຽນແລ້ວໄດ້ຫຍັງ?
-
ຄວາມຮູ້, ຄວາມສາມາດໃນການສ້າງສື່ໂຄສະນາ ເພື່ອເຮັດໃຫ້ຜູ້ບໍລິໂພກຢາກຊື້ ແລະ ຢາກໃຊ້ສິນຄ້າ
-
ຄວາມສາມາດໃນການສື່ສານທາງການຕະຫຼາດ ເພື່ອນ້າວໂນ້ມຈິດໃຈຂອງລູກຄ້າ
-
ສາມາດວິໄຈການຕະຫຼາດ, ເກັບກຳຂໍ້ມູນ, ຄິດໄລ່, ປະເມີນສະຖານະການທາງດ້ານການຕະຫຼາດ ແລະ ຍັງສາມາດບໍລິຫານກິດຈະກຳທັງໝົດທາງການຕະຫຼາດໄດ້
ຈົບແລ້ວປະກອບອາຊີບຫຍັງໄດ້ແດ່?
-
ນັກວາງແຜນກົນລະຍຸດທາງການຕະຫຼາດ
-
ນັກວິຊາການ, ນັກຈັດກິດຈະກຳທາງການຕະຫຼາດ
-
ນັກໂຄສະນາ
-
ນັກປະຊາສຳພັນ
-
ນັກວິເຄາະທາງການຕະຫຼາດ
-
ທີ່ປຶກສາ, ນັກການຕະຫຼາດລະຫວ່າງປະເທດ
ສາມາດຮຽນໄດ້ຢູ່ໃສ?
-
ວິທະຍາໄລ ເຕັກນິກປາກປ່າສັກ
- ພາກວິຊາ ບໍລິຫານທຸລະກິດ
- ຫຼັກສູດ ຊັ້ນສູງ (12+3 ), ຮຽນ 4 ປີ ແລະ ເປັນພາກ ເຊັ່ນ: ພາກເຊົ້າ ແລະ ພາກບ່າຍ





