top of page

ບັນນາຮັກສາດ ແລະ ສາລະສົນເທດສາດ

ນິຍາມ ແລະ ຄວາມສຳຄັນ

ສາຂາບັນນາຮັກສາດ ແລະ ສາລະສົນເທດສາດ ແມ່ນສາຂາທີ່ສ້າງນັກສຶກສາໃຫ້ເປັນນັກວິຊາການທາງດ້ານບັນນາຮັກສາດ ແລະ ສາລະສົນເທດສາດ, ເພື່ອໃຫ້ມີຄວາມຮູ້ທາງດ້ານວິທະຍາສາດ, ວິທະຍາການ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຊໍານິຊໍານານງານ ແລະ ຮູ້ອະນຸຮັກສິລະປະວັດທະນະທຳ-ຊັບພະຍາກອນອັນດີງາມຂອງຊາດໄວ້ໃຫ້ຍືນຍົງຕະຫຼອດໄປ ທັງສາມາດນຳເອົາສິ່ງທີ່ໄດ້ຮຽນມານັ້ນໄປນຳໃຊ້ໃຫ້ເກີດປະໂຫຍດສູງສຸດແກ່ສັງຄົມ ແລະ ປະເທດຊາດ.

4.png
  • ການຈັດເກັບເອກະສານໃຫ້ເປັນໝວດໝູ່

  • ຄວາມຮູ້ທາງວິທະຍາສາດ, ວິທະຍາການ

  • ຄວາມສາມາດໃນການບໍລິຫານຄວບຄຸມບັນນານຸກົມ

  • ຮຽນຮູ້ກ່ຽວກັບວຽກງານເລຂານຸການ, ການຈັດການອົງກອນ, ການສະສົມເຫດການທີ່ສຳຄັນ ເປັນຕົ້ນ

ຮຽນກ່ຽວກັບຫຍັງ?

ທັກສະ ແລະ ຄວາມສົນໃຈ

  • ວິຊາພາສາລາວ, ພາສາອັງກິດ

  • ທັກສະດ້ານການຂຽນ

  • ມີຄວາມລະອຽດຮອບຄອບໃນເລື່ອງເອກະສານ

  • ມັກໃນວຽກງານການບໍລິຫານ

ຮຽນແລ້ວໄດ້ຫຍັງ?

  • ຄວາມຮູ້ດ້ານການຈັດເກັບເອກະສານ

  • ຄວາມຮູ້ດ້ານການບໍລິຫານເອກະສານໃຫ້ມີຄວາມເປັນລະບຽບຮຽບຮ້ອຍ

  • ໄດ້ຄວາມຮູ້ກ່ຽວກັບວຽກງານດ້ານເລຂານຸການ

ຈົບແລ້ວປະກອບອາຊີບຫຍັງໄດ້ແດ່?

  • ພະນັກງານໃນຫ້ອງສະໝຸດ

  • ພະນັກງານໃນຫ້ອງອ່ານຢູ່ສະຖານທີ່ຕ່າງໆ

  • ເຮັດວຽກໄດ້ໃນທຸກຂະແໜງການ

  • ພະນັກງານຢູ່ກະຊວງພາຍໃນ ແລະ ຕ່າງປະເທດ

  • ພະນັກງານຢູ່ຫ້ອງການການເມືອງ-ການປົກຄອງແຫ່ງຊາດ

  • ນັກຈັດການຂໍ້ມູນໃນສູນຂໍ້ມູນຕ່າງໆ

ສາມາດຮຽນໄດ້ຢູ່ໃສ?

  • ມະຫາວິທະຍາໄລແຫ່ງຊາດ

- ຄະນະ ວິທະຍາສາດສັງຄົມ

- ພາກວິຊາ ພູມີສາດ ແລະ ສາລະສົນເທດສາດ

5.png

ທ່ານສາມາດຕິດຕໍ່ເພື່ອສອບຖາມຂໍ້ມູນຂ່າວສານ ຫຼື ລາຍລະອຽດກ່ຽວກັບການບໍລິການເພີ່ມເຕີມ

ທີ່ຢູ່

ຖະໜົນດົງປາຍນາ
ບ້ານສະພານທອງເໜືອ 
ເມືອງສີສັດຕະນາກ 
ນະຄອນຫຼວງວຽງຈັນ

ເບີໂທຕິດຕໍ່: 020 54129234
Khemthitcareer@gmail.com

Learning4lee@gmail.com

ໂມງລັດຖະການ

ຈັນ-ສຸກ : 8:00-​17:00

  • Whatsapp
  • Facebook
  • Youtube
  • TikTok

ສົນໃຈຕິດຕໍ່ເພື່ອສອບຖາມລາຍລະອຽດ

ຂອບໃຈທີ່ສົ່ງຂໍ້ຄວາມຫາພວກເຮົາ

ໂຄຄູນ ໂດຍ ເຂັມທິດອາຊີບ

bottom of page