top of page

ຄູພູມສາດ

ນິຍາມ ແລະ ຄວາມສຳຄັນ

ຄູ ແມ່ນບຸກຄົນທີ່ປະຕິບັດໜ້າທີ່ສິດສອນຖ່າຍທອດຄວາມຮູ້ໃຫ້ຜູ້ຮຽນດ້ວຍວິທີການສິດສອນໃນຮູບແບບຕ່າງໆ, ເປັນບຸກຄົນທີ່ມີຄວາມເໝາະສົມຕາມເງື່ອນໄຂຂອງອາຊີບ, ມີລະດັບວິຊາສະເພາະ ແລະ ວຸດທິການສຶກສາທີ່ຖືກຕາມເງື່ອນໄຂ, ມາດຕະຖານຫຼັກສູດ ແລະ ມາດຕະຖານອາຊີບຂອງສະຖາບັນນັັນກໍານົດ. ຄູມີບົດບາດສໍາຄັນທີ່ສຸດໃນການກໍ່ສ້າງຊັບພະກອນມະນຸດທີ່ມີປະສິດທິພາບ, ຊ່ວຍໃຫ້ສັງຄົມມີຄວາມສີວິໄລກ້າວໜ້າ, ມີຄວາມຜາສຸກ ເຊິ່ງສາຂາຄູພູມສາດກໍເປັນສາຂາໜຶ່ງທີ່ຊ່ວຍສ້າງນັກສຶກສາໃຫ້ມີຄວາມຮູ້, ຄວາມສາມາດໃນການກາຍເປັນຄູ, ການສິດສອນນັກຮຽນ-ນັກສຶກສາກ່ຽວກັບດ້ານພູມສາດ.

4.png
  • ຮຽນກ່ຽວກັບການເປັນຄູໃນສາຂາວິຊາສະເພາະ

ຮຽນກ່ຽວກັບຫຍັງ?

ທັກສະ ແລະ ຄວາມສົນໃຈ

  • ສົນໃຈກ່ຽວກັບຄວາມຮູ້ຮອບຕົວ

  • ທັກສະການສັງເກດ, ການສື່ສານ

  • ສົນໃຈກ່ຽວກັບທີ່ຕັ້ງ, ສະພາບອາກາດ, ພູມສັນຖານ

  • ມັກ-ຮັກໃນການສິດສອນ

ຮຽນແລ້ວໄດ້ຫຍັງ?

  • ມີຄວາມຮູ້ທາງດ້ານເນື້ອໃນ, ທິດສະດີ ແລະ ຫຼັກການຂອງພູມສາດ ເຊັ່ນ: ປຽບທຽບ, ຈໍາແນກ, ສັງເກດ, ວິເຄາະ, ແຕ້ມແຜນທີ່...

  • ມີຄວາມຮູ້ທາງດ້ານການຈັດການຮຽນ-ການສອນພູມສາດ, ຄວາມຮູ້ທາງດ້ານການຄົ້ນຄວ້າວິທະຍາສາດ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ, ສາມາດເຮັດການຄົ້ນຄວ້າວິທະຍາສາດ ແລະ ນໍາໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານເຂົ້າໃນການຮຽນ-ການສອນໄດ້

  • ສາມາດອະທິບາຍເນື້ອໃນ, ທິດສະດີ ແລະ ຫຼັກການພູມສາດ, ສາມາດໃຫ້ຄໍາແນະນໍາໃນການສ້າງນະວັດຕະກໍາດ້ານການສິດສອນພູມສາດ ເຊັ່ນ: ແບບຈໍາລອງລະບົບສຸລິຍະຈັກກະວານ,...

ຈົບແລ້ວປະກອບອາຊີບຫຍັງໄດ້ແດ່?

  • ຄູສອນ

  • ນັກວິຊາການ

  • ຜູ້ປະກອບການ

  • ນັກຄົ້ນຄວ້າວິທະຍາສາດສັງຄົມ

  • ນັກວິຊາການຕາມບໍລິສັດຂຸດຄົ້ນບໍ່ແຮ່, ວິຊາການກ່ຽວກັບລະບົບຈີພີເອັສລະດັບພື້ນຖານ

  • ພະນັກງານໃນສະຖາບັນການສຶກສາ, ກະຊວງ, ອົງການຈັດຕັັ້ງ ແລະ ສະຖາບັນຕ່າງໆທີ່ກ່ຽວຂ້ອງ

ສາມາດຮຽນໄດ້ຢູ່ໃສ?

  • ມະຫາວິທະຍາໄລແຫ່ງຊາດ

- ຄະນະ ສຶກສາສາດ

- ພາກວິຊາ ຄູວິທະຍາສາດສັງຄົມ

5.png

ທ່ານສາມາດຕິດຕໍ່ເພື່ອສອບຖາມຂໍ້ມູນຂ່າວສານ ຫຼື ລາຍລະອຽດກ່ຽວກັບການບໍລິການເພີ່ມເຕີມ

ທີ່ຢູ່

ຖະໜົນດົງປາຍນາ
ບ້ານສະພານທອງເໜືອ 
ເມືອງສີສັດຕະນາກ 
ນະຄອນຫຼວງວຽງຈັນ

ເບີໂທຕິດຕໍ່: 020 54129234
Khemthitcareer@gmail.com

Learning4lee@gmail.com

ໂມງລັດຖະການ

ຈັນ-ສຸກ : 8:00-​17:00

  • Whatsapp
  • Facebook
  • Youtube
  • TikTok

ສົນໃຈຕິດຕໍ່ເພື່ອສອບຖາມລາຍລະອຽດ

ຂອບໃຈທີ່ສົ່ງຂໍ້ຄວາມຫາພວກເຮົາ

ໂຄຄູນ ໂດຍ ເຂັມທິດອາຊີບ

bottom of page