ຄູເຄມີສາດ
ນິຍາມ ແລະ ຄວາມສຳຄັນ
ຄູ ແມ່ນບຸກຄົນທີ່ປະຕິບັດໜ້າທີ່ສິດສອນຖ່າຍທອດຄວາມຮູ້ໃຫ້ຜູ້ຮຽນດ້ວຍວິທີການສິດສອນໃນຮູບແບບຕ່າງໆ, ມີຄວາມເໝາະສົມຕາມເງື່ອນໄຂຂອງອາຊີບ, ມີລະດັບວິຊາສະເພາະ ແລະ ວຸດທິການສຶກສາທີ່ຖືກຕາມເງື່ອນໄຂ ແລະ ຄູຍັງມີບົດບາດສໍາຄັນທີ່ສຸດໃນການກໍ່ສ້າງຊັບພະກອນມະນຸດທີ່ມີປະສິດທິພາບ, ຊ່ວຍໃຫ້ສັງຄົມມີຄວາມສີວິໄລກ້າວໜ້າ. ເຊິ່ງສາຂາຄູເຄມີສາດກໍເປັນສາຂາໜຶ່ງທີ່ຊ່ວຍສ້າງນັກສຶກສາໃຫ້ມີຄວາມຮູ້, ຄວາມສາມາດໃນການກາຍເປັນຄູ, ການສິດສອນນັກຮຽນ-ນັກສຶກສາກ່ຽວກັບດ້ານເຄມີສາດ.

-
ຮຽນກ່ຽວກັບການເປັນຄູໃນສາຂາວິຊາສະເພາະ
ຮຽນກ່ຽວກັບຫຍັງ?
ທັກສະ ແລະ ຄວາມສົນໃຈ
-
ມັກການຄິດໄລ່ ແລະ ຄຳນວນ
-
ມັກສຶກສາຄົ້ນຄວ້າຫາຄວາມຮູ້ໃໝ່ໆ
-
ສົນໃຈກ່ຽວກັບການປະຕິກິລິຍາຕ່າງໆຂອງໂມເລກຸນ, ອາໂຕມ, ທາດຕ່າງໆ
-
ສົນໃຈໃນການທົດລອງ
ຮຽນແລ້ວໄດ້ຫຍັງ?
-
ສາມາດອະທິບາຍເນື້ອໃນ, ທິດສະດີ, ຫຼັກການ ແລະ ວິທີການສອນເຄມີສາດ
-
ສາມາດສັງລວມທິດສະດີ, ຫຼັກການ, ຂັ້ນຕອນ ແລະ ວິທີໃນການປະຕິບັດຕົວຈິງ
-
ສາມາດດໍາເນີນການຄົ້ນຄວ້າວິທະຍາສາດ, ສ້າງນະວັດຕະກໍາດ້ານການສິດສອນເຄມີສາດ, ນໍາໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ, ການສື່ສານ
-
ສາມາດປະຕິບັດໜ້າທີ່ຢ່າງມີຄວາມຮັບຜິດຊອບ, ມີຈັນຍາບັນ, ເຮັດວຽກເປັນໝູ່ຄະນະ ພ້ອມທັງໃຫ້ບໍລິການວິຊາການ ແລະ ແນະນໍາການຈັດການຮຽນ-ການສອນເຄມີສາດໃຫ້ແກ່ສະຖາບັນການສຶກສາ ລວມທັງຂະແໜງການອື່ນໆທີ່ກ່ຽວຂ້ອງ
ຈົບແລ້ວປະກອບອາຊີບຫຍັງໄດ້ແດ່?
-
ຄູສອນ, ນັກວິຊາການ
-
ນັກຄົ້ນຄວ້າ, ວິທະຍາສາດ
-
ພະນັກງານບໍລິສັດຂຸດຄົ້ນບໍ່ແຮ່ຕ່າງໆ
-
ທີ່ປຶກສາໃຫ້ກັບອົງກອນທາງດ້ານວິທະຍາສາດ
-
ເຮັດວຽກດ້ານປະຊາສໍາພັນ ແລະ ເຜີຍແຜ່ໂຄສະນາ
-
ພະນັກງານໃນສະຖາບັນການສຶກສາ, ກະຊວງ, ອົງການຈັດຕັ້ງ ແລະ ສະຖາບັນຕ່າງໆທີ່ກ່ຽວຂ້ອງ
ສາມາດຮຽນໄດ້ຢູ່ໃສ?
-
ມະຫາວິທະຍາໄລແຫ່ງຊາດ
- ຄະນະ ສຶກສາສາດ
- ພາກວິຊາ ຄູວິທະຍາສາດທຳມະຊາດ





