ສັງຄົມສົງເຄາະ
ນິຍາມ ແລະ ຄວາມສຳຄັນ
ສາຂາສັງຄົມສົງເຄາະ ແມ່ນສາຂາທີ່ສ້າງນັກສຶກສາໃຫ້ມີຄວາມຮູ້, ຄວາມສາມາດທາງດ້ານສັງຄົມສົງເຄາະ, ມີວິທີວິທະຍາໃນການປະຕິບັດວຽກງານດ້ານມະນຸດສະທຳ ໂດຍສອດຄ່ອງກັບແນວທາງນະໂຍບາຍຂອງພັກ-ລັດ, ສ້າງນັກສຶກສາໃຫ້ມີທັກສະໃນການປະຕິບັດວຽກງານສັງຄົມສົງເຄາະ ແລະ ການບໍລິການສັງຄົມໄດ້ຢາງມີປະສິດທິພາບ, ສ້າງນັກສຶກສາໃຫ້ກາຍເປັນຜູ້ທີ່ມີຈະລິຍະທຳ, ຈິດສຳນຶກທາງສັງຄົມ ແລະ ຮູ້ອຸທິດຕົນເພື່ອສາທາລະນະປະໂຫຍດ.

-
ການປະເມີນ, ວິເຄາະ ແລະ ການວາງແຜນ
-
ການໃຫ້ການຊ່ວຍເຫຼືອ ແລະ ບັນເທົາທຸກໃຫ້ກັບຜູ້ປະສົບໄພ
-
ພື້ນຖານການປະຖົມພະຍາບານເບື້ອງຕົ້ນ
-
ແຮງງານສະຫວັດດີການສັງຄົມ, ທິດສະດີ, ນະໂຍບາຍ, ປະກັນສັງຄົມ ແລະ ການປົກປ້ອງສັງຄົມ ເປັນຕົ້ນ
ຮຽນກ່ຽວກັບຫຍັງ?
ທັກສະ ແລະ ຄວາມສົນໃຈ
-
ການສື່ສານ, ການເຂົ້າສັງຄົມ
-
ມັກ-ຮັກໃນກາຊ່ວຍເຫຼືອຜູ້ອື່ນ
-
ຄວາມອົດທົນສູງ
-
ການວິເຄາະ, ປະເມີນ ແລະ ວາງແຜນ
ຮຽນແລ້ວໄດ້ຫຍັງ?
-
ຄວາມຮູ້ກ່ຽວກັບການວິເຄາະ, ປະເມີນ, ວາງແຜນ
-
ຄວາມຮູ້ກ່ຽວກັບພື້ນຖານການປະຖົມພະຍາບານເບື້ອງຕົ້ນ
-
ຄວາມຮູ້ກ່ຽວກັບຈິດຕະສາດສັງຄົມ, ສາມາດນຳໃຊ້ແນວຄິດ ແລະ ທິດສະດີສັງຄົມສົງເຄາະເຂົ້າໃນການຊ່ວຍເຫຼືອ ແລະ ໃຫ້ບໍລິການສັງຄົມໄດ້ຢ່າງມີປະສິດທິພາບ
-
ຄວາມຮູ້ກ່ຽວກັບນະໂຍບາຍຂອງພັກ-ລັດຕໍ່ດ້ານແຮງງານ, ຜູ້ອອກແຮງງານ ແລະ ປະຊາຊົນທົ່ວໄປ ເປັນຕົ້ນ
ຈົບແລ້ວປະກອບອາຊີບຫຍັງໄດ້ແດ່?
-
ພະນັກງານໃນກະຊວງແຮງງານ ແລະ ສະຫວັດດີການສັງຄົມ
-
ພະນັກງານໃນບັນດາອົງການທີ່ເຮັດວຽກດ້ານສັງຄົມສົງເຄາະ, ມະນຸດສະທຳ ແລະ ບໍລິການສັງຄົມ
-
ພະນັກງານໃນມູນນິທິ, ສະມາຄົມຕ່າງໆ
-
ພະນັກງານໃນອົງກອນ, ອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ
ສາມາດຮຽນໄດ້ຢູ່ໃສ?
-
ມະຫາວິທະຍາໄລແຫ່ງຊາດ
- ຄະນະ ວິທະຍາສາດສັງຄົມ
- ພາກວິຊາ ສັງຄົມສົງເຄາະ ແລະ ການພັດທະນາ
- ຮຽນ 4 ປີ ແລະ ຮຽນເປັນພາກ ເຊັ່ນ: ພາກເຊົ້າ ແລະ ພາກບ່າຍ





