top of page

ພັດທະນາຊຸມຊົນ ແລະ ຊົນນະບົດ

ນິຍາມ ແລະ ຄວາມສຳຄັນ

ແມ່ນສາຂາທີ່ເນັ້ນໃນການພັດທະນາຄົນ ໂດຍໃຊ້ຂະບວນການມີສ່ວນຮ່ວມ ແລະ ເສີມສ້າງສັກກາຍະພາບຂອງຊຸມຊົນໃນການພັດທະນາ, ເນັ້ນການສ້າງຄວາມເຂັ້ມແຂງຂອງຊຸມຊົນ ໃຫ້ສາມາດເພິ່ງພາຕົນເອງໄດ້. ນອກນັ້ນ, ຍັງມີຄວາມສຳຄັນໃນການເຝິກນັກສຶກສາໃຫ້ເປັນນັກພັດທະນາທີ່ດີ, ມີຈັນຍາບັນ, ມີວິໄນ, ມີຄວາມຮັບຜິດຊອບ ແລະ ສາມາດຄຳນຶງເຖິງຄວາມຍືນຍົງໃນອະນາຄົດໄດ້.

4.png
  • ຮຽນທິດສະດີ ແລະ ຫຼັກການນະໂຍບາຍຂອງລັດ

  • ຮຽນກ່ຽວກັບການພັດທະນາຊຸມຊົນ, ສັງຄົມ, ເມືອງ, ເຂດຊົນນະບົດ,...

  • ຮຽນກ່ຽວກັບການຂຽນແຜນໂຄງການ, ການລະດົມທຶນ, ການວິໄຈ, ການແຕ້ມແຜນທີ່ຊຸມຊົນ ແລະ ອື່ນໆ

ຮຽນກ່ຽວກັບຫຍັງ?

ທັກສະ ແລະ ຄວາມສົນໃຈ

  • ສົນໃຈໃນການພັດທະນາ ແລະ ຢາກຊ່ວຍເຫຼືອສັງຄົມ

  • ມັກການເດີນທາງໄປເຂດນອກເມືອງ

  • ທັກສະການສື່ສານ, ຄວາມຄິດສ້າງສັນ ເປັນຕົ້ນ

  • ມັກເຮັດກິດຈະກຳ ແລະ ເປັນອາສາສະໝັກ

ຮຽນແລ້ວໄດ້ຫຍັງ?

  • ຮູ້ວິທີການຂຽນແຜນໂຄງການ, ວິທີການສຶກສາຊຸມຊົນ (ຮຽນຮູ້ເຖິງວິຖີຊີວິດ, ການເປັນຢູ່ຂອງຄົນໃນຊຸມຊົນ)

  • ຮຽນຮູ້ວິທີການປົກປ້ອງສັງຄົມ ເຊັ່ນ: ໂຄງການພັດທະນາຂອງລັດທີ່ປະຊາຊົນໄດ້ຮັບຜົນກະທົບ ແລະ ວິທີການແກ້ໄຂບັນຫາ, ການຮັບມືກັບຜົນກະທົບ ເປັນຕົ້ນ

ຈົບແລ້ວປະກອບອາຊີບຫຍັງໄດ້ແດ່?

  • ພະນັກງານໃນສະມາຄົມ, ອົງການ

  • ພະນັກງານໃນກະຊວງຕ່າງໆ

  • ນັກພັດທະນາຊຸມຊົນ/ສັງຄົມ

  • ນັກຈັດການຊຸມຊົນ

  • ນັກວິໄຈຊຸມຊົນ, ນັກວິຊາການດ້ານສັງຄົມ

  • ຜູ້ນຳທ້ອງຖິ່ນ, ສະມາຄົມ, ອົງກອນ

ສາມາດຮຽນໄດ້ຢູ່ໃສ?

  • ມະຫາວິທະຍາໄລແຫ່ງຊາດ

- ຄະນະ ວິທະຍາສາດສັງຄົມ

- ພາກວິຊາ ສັງຄົມສົງເຄາະ ແລະ ການພັດທະນາ

- ຮຽນ 4 ປີ ແລະ ຮຽນເປັນພາກ ເຊັ່ນ: ພາກເຊົ້າ ແລະ ພາກບ່າຍ

5.png

ທ່ານສາມາດຕິດຕໍ່ເພື່ອສອບຖາມຂໍ້ມູນຂ່າວສານ ຫຼື ລາຍລະອຽດກ່ຽວກັບການບໍລິການເພີ່ມເຕີມ

ທີ່ຢູ່

ຖະໜົນດົງປາຍນາ
ບ້ານສະພານທອງເໜືອ 
ເມືອງສີສັດຕະນາກ 
ນະຄອນຫຼວງວຽງຈັນ

ເບີໂທຕິດຕໍ່: 020 54129234
Khemthitcareer@gmail.com

Learning4lee@gmail.com

ໂມງລັດຖະການ

ຈັນ-ສຸກ : 8:00-​17:00

  • Whatsapp
  • Facebook
  • Youtube
  • TikTok

ສົນໃຈຕິດຕໍ່ເພື່ອສອບຖາມລາຍລະອຽດ

ຂອບໃຈທີ່ສົ່ງຂໍ້ຄວາມຫາພວກເຮົາ

ໂຄຄູນ ໂດຍ ເຂັມທິດອາຊີບ

bottom of page