top of page

ຊາວປະມົງ

ນິຍາມອາຊີບ

ຊາວປະມົງ ແມ່ນຜູ້ທີ່ມີຄວາມຊໍານານກ່ຽວກັບການຫາ ຫຼື​ ລ້ຽງສັດນ້ຳ ເພື່ອເອົາມາຂາຍສ້າງລາຍໄດ້ໃຫ້ກັບຕົນເອງ, ຄອບຄົວ ແລະ ຕອບສະໜອງອາຫານຕາມຄວາມຕ້ອງການຂອງຄົນໃນສັງຄົມ ເຊັ່ນ: ປາ, ປູ ຫຼື ສັດນ້ຳປະເພດຕ່າງໆ ທີ່ບໍ່ແມ່ນສັດນ້ຳທີ່ຫວງຫ້າມ. ໃນບາງພື້ນທີ່ຜູ້ທີ່ປະກອບອາຊີບເປັນຊາວປະມົງຈະຕ້ອງມີໃບອະນຸຍາດໃນການຫາປາຢ່າງຖືກຕ້ອງ.

ການເຮັດວຽກ

ລັກສະນະວຽກ

ໃນເມື່ອກ່ອນລັກສະນະວຽກຂອງຊາວປະມົງໃນປະເທດເຮົາ ແມ່ນຈະມີການອອກໄປຫາສັດນ້ຳ ໂດຍສະເພາະແມ່ນປາຕາມທຳມະຊາດ. ສ່ວນໃຫຍ່ອາຊີບນີ້ແມ່ນຈະເຮັດເປັນຄອບຄົວ, ສະມາຊິກພາຍໃນຄອບຄົວຈະພາກັນອອກເດີນທາງຜ່ານເຮືອເພື່ອຫາປາ ອາດເປັນໄລຍະເວລາ 2-3 ມື້ ເມື່ອໄດ້ປາແລ້ວຈຶ່ງກັບມາ ເພື່ອເອົາມາຂາຍໃຫ້ພໍ່ຄ້າແມ່ຄ້າ. ໃນປັດຈຸບັນ, ເມື່ອປະຊາກອນປາໃນທໍາມະຊາດຫຼຸດໜ້ອຍລົງ ມີຫຼາຍຄົນທີ່ຫັນມາເຮັດການປະມົງທີ່ຖາວອນ ແລະ ເຮັດໃນດ້ານທຸລະກິດຫຼາຍຂຶ້ນ ເປັນຕົ້ນແມ່ນຫັນມາລ້ຽງສັດນ້ຳຫຼາຍຂຶ້ນ ເຊັ່ນ: ເຮັດບໍ່ລ້ຽງກຸ້ງ, ​ເຮັດກະຊັງປາ, ໜອງປາ ແລະ ອື່ນໆ.

ໜ້າທີ່ຮັບຜິດຊອບ

  • ໃນກໍລະນີທີ່ຫາປາຕາມທໍາມະຊາດ: ກຽມອຸປະກອນເພື່ອໃຊ້ໃນການຫາປາ, ຫາປາດ້ວຍວິທີຕ່າງໆຕາມຄວາມຊໍານານ ແລະ ຖືກຕ້ອງຕາມກົດໝາຍ, ເກັບຮັກສາປາໃຫ້ສົດເພື່ອນໍາມາຂາຍ, ສ້ອມແປງອຸປະກອນໃນການຫາປາເມື່ອເກີດການເປ່ເພ, ແປຮູບປາ ເຊັ່ນ: ເຮັດປາແຫ້ງ, ປາສົ້ມ, ປາແດກ ແລະ ອື່ນໆ ເພື່ອເພີ່ມມູນຄ່າໃຫ້ກັບປາ

  • ໃນກໍລະນີທີ່ລ້ຽງສັດນ້ຳ: ມີການໃຫ້ອາຫານ, ຖ່າຍປ່ຽນນ້ຳ, ເພາະພັນສັດເພື່ອຂະຫຍາຍ, ຖ້າສັດນ້ຳສາມາດຂາຍໄດ້ກໍເອົາອອກມາຂາຍ

ສະຖານທີ່ເຮັດວຽກ

  • ຟາມ

  • ຕາມທໍາມະຊາດ, ໜອງປາ, ແມ່ນ້ຳ ເປັນຕົ້ນ ເຊິ່ງສ່ວນໃຫຍ່ແມ່ນວຽກອິດສະຫຼະ

ຜູ້ທີ່ຕ້ອງເຮັດວຽກຮ່ວມ

  • ສະມາຊິກຄອບຄົວ

  • ພໍ່ຄ້າ, ແມ່ຄ້າ

  • ຊາວປະມົງຄົນອື່ນໆ

  • ລູກຄ້າ

ທາງເລືອກອາຊີບ

ຊາວປະມົງມີທາງເລືອກອາຊີບຄື:

  • ສາມາດເປັນສ່ວນໜຶ່ງໃນການຮັກສາທຳມະຊາດໃຫ້ຍືນຍົງ ເຊັ່ນ: ເປັນຕົວແທນຊຸມຊົນ ເພື່ອປຸກລະດົມ ແລະ ເປັນສື່ກາງໃນການຮັກສາທຳມະຊາດ

  • ສາມາດເປັນເຈົ້າຂອງສະຖານທີ່ຈຳໜ່າຍສັດນ້ຳ

  • ສາມາດເປັນຄູ-ອາຈານສອນ ຫຼື ຜູ້ສົ່ງຕໍ່ຄວາມຮູ້ດ້ານສັດນ້ຳ ແລະ ວິທີການຕ່າງໆທີ່ກ່ຽວກັບການປະມົງ

ຄວາມກ້າວໜ້າທາງດ້ານອາຊີບ

ການເຕີບໂຕທາງດ້ານອາຊີບ

ເສັ້ນທາງການເຕີບໂຕຂອງສາຍອາຊີບນີ້ ສ່ວນໃຫຍ່ແມ່ນບໍ່ມີຕໍາແໜ່ງ ແຕ່ເປັນການສ້າງລາຍໄດ້ໃຫ້ກັບຕົນເອງ ແລະ ຄອບຄົວ,​ ບໍ່ມີການເລື່ອນຊັ້ນຄືອາຊີບອື່ນໆ ເພາະສ່ວນໃຫຍ່ຜູ້ທີ່ເຮັດອາຊີບນີ້ຈະເປັນນາຍຕົນເອງ.

ເງິນເດືອນພື້ນຖານ

(ບໍ່ມີຂໍ້ມູນ)

ແຂ່ງຂັນ ແລະ ຄວາມຕ້ອງການຂອງຕະຫຼາດແຮງງານ

ອາຊີບນີ້ເປັນອາຊີບທີ່ສັງຄົມເຮົາມີຄວາມຕ້ອງການ ເນື່ອງຈາກວ່າເປັນອາຊີບທີ່ຊອກຫາອາຫານທີ່ມີປະໂຫຍດໃຫ້ກັບຄົນໃນສັງຄົມໄດ້ບໍລິໂພກ. ໃນດ້ານການແຂ່ງຂັນຂອງຊາວປະມົງທີ່ຫາປາຕາມທໍາມະຊາດ ແມ່ນເປັນວິທີການໃນການຫາປາວ່າຄອບຄົວໃດຈະຫາປາໄດ້ຫຼາຍກວ່າກັນ. ສ່ວນໃນດ້ານການເພາະລ້ຽງແມ່ນຂຶ້ນກັບການຫາຕະຫຼາດຈັດຈໍາໜ່າຍ ແລະ ກຸ່ມລູກຄ້າ.

ຂໍ້ດີ ແລະ ຂໍ້ເສຍ

ຂໍ້ດີ

  • ໄດ້ເຮັດວຽກອາໄສຢູ່ກັບທຳມະຊາດ ໂດຍສະເພາະແມ່ນຫາປາຕາມທໍາມະຊາດ

  • ເປັນອາຊີບທີ່ສາມາດເປັນນາຍຕົນເອງໄດ້

  • ສາມາດຕອບສະໜອງອາຫານທີ່ມີຄຸນປະໂຫຍດໃຫ້ຄົນໃນສັງຄົມ

ຂໍ້ເສຍ

  • ການຫາປາແບບທໍາມະຊາດໃນປັດຈຸບັນແມ່ນຫຍຸ້ງຍາກຂຶ້ນ ເນື່ອງຈາກວ່າຈໍານວນປະຊາກອນປານັບມື້ນັບຫຼຸດໜ້ອຍຖອຍລົງ

  • ປາສ່ວນໃຫຍ່ແມ່ນຈະແຜ່ພັນຫຼາຍໃນລະດູຝົນ ເຮັດໃຫ້ລະດູແລ້ງບໍ່ຄ່ອຍພົບເຫັນປາທໍາມະຊາດຫຼາຍ

  • ເມື່ອລະດູທີ່ມີປາທໍາມະຊາດ, ປາກະຊັງມັກຈະບໍ່ຕອບໂຈດຄວາມຕ້ອງການຂອງລູກຄ້າ

  • ຂ້ອນຂ້າງມີຄວາມສ່ຽງໃນການອອກໄປປະມົງ ເພາະໃນນ້ຳມີຄື້ນ ແລະ ບາງຄັ້ງອາດມີລົມພາຍຸ ຫຼື ຝົນຕົກ

ຄຸນສົມບັດທີ່ເໝາະສົມກັບອາຊີບ

  • ມັກວຽກທີ່ໄດ້ໃຊ້ແຮງງານ

  • ມີຄວາມດຸໝັ່ນ, ອົດທົນ ແລະ ສາມາດເຮັດວຽກກາງແຈ້ງໄດ້ (ສູ້ແດດສູ້ຝົນ)

  • ມັກໃນການເດີນທາງອອກໄປຫາປາ

  • ເປັນຄົນທີ່ຊ່າງສັງເກດ

  • ສາມາດປັບໂຕໃຫ້ເຂົ້າກັບສະພາບແວດລ້ອມໄດ້

  • ບໍ່ຢ້ານນ້ຳ

ທັກສະທີ່ເໝາະສົມກັບອາຊີບ

  • ທັກສະດ້ານການລອຍນ້ຳ (ຕ້ອງເກັ່ງ)

  • ຄວາມຮູ້ກ່ຽວກັບສັດນ້ຳ ເຊັ່ນ: ບ່ອນທີ່ປາມັກອາໄສຢູ່ ຫຼື ສັດນ້ຳປະເພດອື່ນໆອາໄສຢູ່

  • ຮູ້ຈັກຊະນິດຂອງປາທີ່ຫຼາກຫຼາຍ

  • ທັກສະດ້ານການລ້ຽງ ແລະ ເບິ່ງແຍງສັດນ້ຳໃນກໍລະນີທີ່ເຮັດຟາມ

  • ທັກສະດ້ານການເຈລະຈາຕໍ່ລອງ ໂດຍສະເພາະແມ່ນເວລາທີ່ຂາຍສິນຄ້າໃຫ້ກັບພໍ່ຄ້າ, ແມ່ຄ້າ

ຄຸນຄ່າຂອງອາຊີບ

ປາ ແລະ ສັດນ້ຳປະເພດອື່ນໆ ແມ່ນອາຫານປະເພດໜຶ່ງທີ່ເຕັມໄປດ້ວຍໂປຼຕິນ ທີ່ເສີມສ້າງໃຫ້ຮ່າງກາຍຂອງເຮົາມີຄວາມແຂງແຮງ ແລະ ເຮັດໃຫ້ເຮົາມີສຸຂະພາບດີ. ຊາວປະມົງ ແມ່ນຜູ້ທີ່ສະໜອງອາຫານເຫຼົ່ານີ້ໃຫ້ກັບຄົນໃນສັງຄົມ ຖ້າຂາດຊາວປະມົງແລ້ວ ເຮົາກໍບໍ່ຮູ້ວ່າຈະສາມາດຫາເນື້ອປາທີ່ຫວານໆ, ແຊບໆ ແລະ ມີປະໂຫຍດແບບນີ້ໄດ້ຢູ່ໃສ.

ຊ່ອງທາງການສຶກສາເພີ່ມເຕີມ

ສາຂາທີ່ກ່ຽວຂ້ອງກັບສາຍອາຊີບນີ້: 

- ຄະນະການປະມົງ ມະຫາວິທະຍາໄລແຫ່ງຊາດ

ນອກນັ້ນ, ອາຊີບນີ້ຍັງສາມາດຮຽນຈົບສາຂາໃດກໍໄດ້ ຫຼື ສາມາດຮຽນຮູ້ໄດ້ດ້ວຍຕົນເອງ ເຊິ່ງຂຶ້ນກັບຄວາມມັກຮັກ ແລະ ຄວາມເອົາໃຈໃສ່. ນອກນັ້ນ, ສາມາດຮຽນຮູ້ນໍາອິນເຕີເນັດໄດ້ ເຊັ່ນ: Youtube, Google ແລະ ຊ່ອງທາງອື່ນ.

ອາຊີບທີ່ໃກ້ຄຽງ

  • ຊ່າງເພາະພັນປາ

  • ຊາວກະສິກອນ

ຄໍາແນະນໍາການພັດທະນາຕົນເອງ

  • ສຶກສາຊະນິດ ແລະ ຈຸດພິເສດຂອງປາແຕ່ລະຊະນິດ

  • ສຶກສາເລື່ອງເຄື່ອງມືທີ່ໃຊ້ງານໃນການຫາປາ 

  • ສຶກສາເບິ່ງວ່າສັດນ້ຳປະເພດໃດທີ່ຄົນນິຍົມກັນຫຼາຍໃນປັດຈຸບັນ ຖ້າຈະລ້ຽງຄວນຈະລ້ຽງຫຍັງ (ສຶກສາເບິ່ງຄວາມຕ້ອງການຂອງຕະຫຼາດ)

ຊ່ວງເວລາໃນການເຮັດວຽກ

  • ອາຊີບນີ້ເປັນອາຊີບອິດສະຫຼະ ແລະ ເປັນນາຍຕົນເອງ. ດັ່ງນັ້ນ, ຂຶ້ນກັບຜູ້ທີ່ປະກອບອາຊີບນີ້ເປັນຄົນກໍານົດ

ທ່ານສາມາດຕິດຕໍ່ເພື່ອສອບຖາມຂໍ້ມູນຂ່າວສານ ຫຼື ລາຍລະອຽດກ່ຽວກັບການບໍລິການເພີ່ມເຕີມ

ທີ່ຢູ່

ຖະໜົນດົງປາຍນາ
ບ້ານສະພານທອງເໜືອ 
ເມືອງສີສັດຕະນາກ 
ນະຄອນຫຼວງວຽງຈັນ

ເບີໂທຕິດຕໍ່: 020 54129234
Khemthitcareer@gmail.com

Learning4lee@gmail.com

ໂມງລັດຖະການ

ຈັນ-ສຸກ : 8:00-​17:00

  • Whatsapp
  • Facebook
  • Youtube
  • TikTok

ສົນໃຈຕິດຕໍ່ເພື່ອສອບຖາມລາຍລະອຽດ

ຂອບໃຈທີ່ສົ່ງຂໍ້ຄວາມຫາພວກເຮົາ

ໂຄຄູນ ໂດຍ ເຂັມທິດອາຊີບ

bottom of page