top of page
ນັກຂາຍ
ນິຍາມອາຊີບ
ນັກຂາຍ ໝາຍເຖິງຜູ້ທີ່ມີຄວາມຮູ້ ແລະ ເຂົ້າໃຈໃນສິນຄ້າທີ່ຂາຍເປັນຢ່າງດີ, ເປັນຜູ້ທີ່ມີຄວາມສາມາດໃນການນຳສະເໜີສິນຄ້າໃຫ້ກົງກັບຄວາມຕ້ອງການຂອງລູກຄ້າພ້ອມທັງສາມາດກະຕຸ້ນແຮງຈູງໃຈ ໃຫ້ລູກຄ້າເຫັນປະໂຫຍດ ແລະ ເກີດຄວາມຕ້ອງການຢາກຊື້ສິນຄ້ານັ້ນ. ນັກຂາຍຍັງແມ່ນຜູ້ທີ່ມີວິໄນໃນການບໍລິການຫລັງການຂາຍຢ່າງສະໝໍ່າສະເໜີ. ດັ່ງນັ້ນ, ນັກຂາຍ ຈຶ່ງມີບົດບາດສຳຄັນຫຼາຍໃນການສ້າງຍອດຂາຍໃຫ້ກັບອົງກອນ.
ການເຮັດວຽກ
ລັກສະນະວຽກ
-
ວຽກຂອງພະນັກງານຂາຍເປັນວຽກທີ່ຕ້ອງໄດ້ໃຊ້ຫຼາຍທັກສະ ເພື່ອສາມາດປິດການຂາຍໄດ້. ວຽກການຂາຍສ່ວນໃຫຍ່ແມ່ນຈະເຮັດວຽກກັບບໍລິສັດ ເພາະທຸກໆບໍລິສັດມີສິນຄ້າເປັນຂອງຕົນເອງ
-
ວຽກຂອງພະນັກງານຂາຍເປັນອາຊີບທີ່ທ້າທາຍຢູ່ຕະຫຼອດເວລາ ເພາະເປັນອາຊີບທີ່ບໍ່ມີຂີດຈໍາກັດດ້ານລາຍໄດ້ ຂຶ້ນກັບຄວາມສາມາດຂອງອັດຕາການປິດການຂາຍ
ໜ້າທີ່ຮັບຜິດຊອບ
-
ນໍາສະເໜີຂາຍສິນຄ້າ ແລະ ການບໍລິການໃຫ້ກັບລູກຄ້າເກົ່າ ແລະ ລູກຄ້າໃໝ່
-
ຈັດກຽມຂໍ້ມູນລູກຄ້າທີ່ຈະໄປສະເໜີຂາຍ
-
ຈັດກຽມສື່ນຳສະເໜີ, ໃບສະເໜີລາຄາ ແລະ ສັນຍາໃນການຊື້ຂາຍ
-
ປະສານງານເລື່ອງການຂົນສົ່ງ ເພື່ອໃຫ້ລູກຄ້າໄດ້ຮັບສິນຄ້າຢ່າງຖືກຕ້ອງ ແລະ ຕົງເວລາ
-
ຕິດຕາມທວງຖາມການຊຳລະເງິນກັບລູກຄ້າ
-
ເບິ່ງແຍງລູກຄ້າຕະຫຼອດການຂາຍ ແລະ ຫຼັງການຂາຍ
-
ສ້າງ ແລະ ຮັກສາຄວາມສຳພັນທີ່ດີກັບລູກຄ້າເກົ່າ ແລະ ຜູ້ທີ່ອາດເປັນລູກຄ້າໃໝ່ໃນອະນາຄົດ
-
ສ້າງຄວາມພຶງພໍໃຈໃຫ້ກັບລູກຄ້າ ເຊັ່ນ: ຊ່ວຍລູກຄ້າລະບຸບັນຫາ ແລະ ຊ່ວຍຫາທາງແກ້ໄຂໃຫ້ກັບພວກເຂົາຜ່ານສິນຄ້າທີ່ຕົນເອງມີ
ສະຖານທີ່ເຮັດວຽກ
-
ບໍລິສັດຈັດຫາວຽກ
-
ບໍລິສັດຈໍາໜ່າຍລົດ
-
ບໍລິສັດເຄື່ອງສໍາອາງ ແລະ ເສີມຄວາມງາມ
-
ບໍລິສັດອື່ນໆ
ຜູ້ທີ່ຕ້ອງເຮັດວຽກຮ່ວມ
-
ຜູ້ບໍລິຫານ ຫຼື ເຈົ້າຂອງທຸລະກິດ: ພະນັກງານຂາຍແມ່ນຕ້ອງໄດ້ເຮັດວຽກຮ່ວມກັບຜູ້ບໍລິຫານ ເພາະວ່າຈະສາມາດຮັບຮູ້ເປົ້າໝາຍທິດທາງຫຼາຍຂຶ້ນ
-
ຝ່າຍການຕະຫຼາດ: ການຕະຫຼາດ ແລະ ການຂາຍຄວບຄູ່ກັນໄປ ຖ້າຫາກວ່າການຕະຫຼາດບໍ່ດີ ກໍຍາກທີ່ຈະເຮັດໃຫ້ສິນຄ້າໜ້າສົນໃຈ
-
ຝ່າຍການເງິນ: ຝ່າຍການເງິນ ແລະ ພະນັກງານຂາຍຕ້ອງມີການເຮັດວຽກພົວພັນກັນ ເພາະຍອດຂາຍແມ່ນຈະຕ້ອງໄດ້ເອົາເຂົ້າບໍລິສັດ ແລະ ຝ່າຍການເງິນກໍຕ້ອງຮັບຮູ້
-
ຝ່າຍຈັດສົ່ງສິນຄ້າ: ໄດ້ມີການລະບຸລາຍລະອຽດເຖິງບ່ອນສົ່ງຂອງລູກຄ້າຕ່າງໆ ເພື່ອຫຼີກເວັ້ນການສື່ສານກັນບໍ່ເຂົ້າໃຈ
-
ລູກຄ້າ: ລູກຄ້າບໍ່ວ່າຈະບໍລິການກ່ອນການຂາຍ ຫຼືື ຫຼັງການຂາຍກໍຕ້ອງໄດ້ເຮັດວຽກຮ່ວມກັນ ເພື່ອຕິດຕາມລູກຄ້າວ່າມີຄວາມເພິ່ງພໍໃຈກັບສິນຄ້າ ຫຼື ການບໍລິການເຮົາຫຼືບໍ່ ຖ້າວ່າລູກຄ້າຫາກເກີດບັນຫາຫຼັງການຂາຍ ພະນັກງານຂາຍກໍຕ້ອງເຮັດວຽກ ແລະ ເຈລະຈາໄກ່ເກ່ຍ ເພື່ອຫາທາງອອກໃຫ້ກັບບັນຫານັ້ນໆ
-
ພະນັກງານຂາຍແມ່ນສາມາດເຮັດວຽກຮ່ວມກັບຫຼາກຫຼາຍພາກສ່ວນໃນອົງກອນ ຫຼື ບໍລິສັດ
ທາງເລືອກອາຊີບ
-
ພະນັກງານຂາຍສາມາດເຮັດເປັນອາຊີບທີ່ໝັ້ນຄົງໄດ້
-
ສາມາດເປັນພະນັກງານຂາຍໃຫ້ກັບຫຼາຍໆບໍລິສັດໄດ້ (ຂຶ້ນກັບກົດຂອງບໍລິສັດທີ່ເຮົາເຮັດວຽກຫຼັກນໍາເຊັ່ນກັນ ວ່າມີກົດລະບຽບກ່ຽວກັບການຂາຍແບບໃດ)
-
ສາມາດນໍາໃຊ້ທັກສະທີ່ມີເພື່ອຂາຍສິນຄ້າອື່ນໆເຊັ່ນ: ຂາຍເຄື່ອງອອນລາຍ ຫຼື ເປັນຕົວແທນຈໍາໜ່າຍສິນຄ້າຕ່າງໆ
ນອກນັ້ນ, ອາຊີບນີ້ຍັງມີທາງເລືອກທີ່ຫຼາກຫຼາຍ ເຊັ່ນ: ສາມາດເປັນພະນັກງານຂາຍລະດັບອົງກອນສາກົນ, ພະນັກງານບໍລິສັດເອກະຊົນ ຫຼື ເປັນເຈົ້າຂອງທຸລະກິດສ່ວນຕົວ ເຊິ່ງຂຶ້ນກັບເຮົາເປັນຄົນເລືອກເອງ.
ຄວາມກ້າວໜ້າທາງດ້ານອາຊີບ
ການເຕີບໂຕທາງດ້ານອາຊີບ
ຖ້າຫາກວ່າເຮົາມີຄວາມສາມາດ ແລະ ມັກ-ຮັກໃນອາຊີບການຂາຍ ຈະມີເສັ້ນທາງໃນການເຕີບໂຕທາງດ້ານອາຊີບດັ່ງນີ້:
-
ມີສື່ສຽງໃນສັງຄົມ, ມີເຄືອຂ່າຍທາງສັງຄົມ ແລະ ວຽກງານຫຼາຍຂຶ້ນ
-
ເລື່ອນຂັ້ນໃນລະດັບຫົວໜ້າສາຍງານ
-
ເປັນຄູຝືກນັກຂາຍ
-
ກ້າວໄປເປັນລະດັບ CEO ໄດ້
ຂັ້ນລາຍໄດ້
(ບໍ່ມີຂໍ້ມູນ)
ເງິນເດືອນພື້ນຖານ
ໂດຍທົ່ວໄປຖ້າບໍ່ມີປະສົບການແມ່ນ 1,800,000 ຫຼື 2,000,000 ກີ ບ ຖ້າຫາກມີປະສົບການແມ່ນຂຶ້ນກັບຄວາມສາມາດ ແລະ ການເຈລະຈາຕໍ່ລອງທັງສອງຝ່າຍ.
ແຂ່ງຂັນ ແລະ ຄວາມຕ້ອງການຂອງຕະຫຼາດແຮງງານ
ອາຊີບນັກຂາຍ ແມ່ນອາຊີບທີ່ຕະຫຼາດແຮງງານຕ້ອງການ ເພາະທຸກບໍລິສັດລ້ວນແລ້ວແຕ່ມີສິນຄ້າ ແລະ ການບໍລິການເປັນຂອງຕົນເອງ. ພະນັກງານຂາຍຈຶ່ງເປັນທີ່ຕ້ອງການ ເພາະທຸກໆບໍລິສັດລ້ວນແລ້ວແຕ່ຕ້ອງການປິດຍອດຂາຍ ແລະ ຕ້ອງການໃຫ້ລູກຄ້າ(ຄົນໃນສັງຄົມ)ໄດ້ຮູ້ຈັກສິນຄ້າ ຫຼື ການບໍລິການທີ່ຕົນເອງມີຢູ່ແລ້ວ; ສາມາດເວົ້າໄດ້ວ່າ ຖ້າໃຜ ມີຄວາມຮູ້ດ້ານການຂາຍ ບໍ່ຕົກວຽກຢ່າງແນ່ນອນ.
ຂໍ້ດີ ແລະ ຂໍ້ເສຍ
ຂໍ້ດີ
-
ຖ້າຫາກວ່ານັກຂາຍສາມາດປິດຍອດການຂາຍໄດ້ຫຼາຍ ກໍຈະມີລາຍຮັບສູງ
-
ສາມາດສ້າງເຄືອຂ່າຍ ແລະ ຮູ້ຈັກຄົນຫຼາຍຂຶ້ນ
-
ເປັນອາຊີບທີ່ຕະຫຼາດຕ້ອງການ
-
ເປັນອາຊີບທີ່ພາໃຫ້ກ້າວໄປສູ່ການເປັນນັກທຸລະກິດ
-
ໄດ້ທັກສະດ້ານການພັດທະນາຄວາມສໍາພັນກັບຄົນອື່ນໆ
-
ນັກຂາຍເຮັດໃຫ້ເຮົາໄດ້ຮູ້ຈຸດພິເສດຂອງແຕ່ລະສິນຄ້າຫຼາຍຂຶ້ນ
ຂໍ້ເສຍ
-
ມີຄວາມກົດດັນ ເພາະທຸກເດືອນນັກຂາຍຕ້ອງມີການຕັ້ງເປົ້າໝາຍໃນການຂາຍ
-
ຖ້າຫາກວ່າບໍ່ສາມາດປິດການຂາຍຕາມເປົ້າ ເຮົາກໍຈະບໍ່ມີລາຍຮັບທີ່ສູງຂຶ້ນ
ຄຸນສົມບັດທີ່ເໝາະສົມກັບອາຊີບ
-
ມີຄວາມມັກຮັກ ແລະ ທັດສະນະຄະຕິທີ່ດີຕໍ່ການຂາຍ
-
ມີບຸກຄະລິກກະພາບທີ່ດີ (ການແຕ່ງກາຍ, ກິລິຍາທ່າທາງ...)
-
ມີມະນຸດສຳພັນດີ, ມັກພົບປະຜູ້ຄົນ
-
ມີຄວາມອົດທົນສູງ, ທຸ້ມເທໃນວຽກງານ ແລະ ມັກຄວາມທ້າທາຍ
-
ມີຄວາມສັດຊື່ ແລະ ມີຈັນຍາບັນໃນການຂາຍ(ສາມາດໂນ້ມນ້າວຈິດໃຈລູກຄ້າໄດ້ ແຕ່ບໍ່ເວົ້າໃນສິ່ງທີ່ເກີນຄວາມເປັນຈິງ)
-
ເປັນຄົນທີ່ມັກພັດທະນາຕົນເອງ ແລະ ມັກໃນການຮຽນຮູ້ສິ່ງໃໝ່ໆຢູ່ສະເໜີ
ທັກສະທີ່ເໝາະສົມກັບອາຊີບ
-
ມີຄວາມຮູ້, ເຂົ້າໃຈໃນສິນຄ້າ ແລະ ການບໍລິການທີ່ຕົນເອງຮັບຜິດຊອບເປັນຢ່າງດີ
-
ມີທັກສະໃນການສື່ສານເຊັ່ນ: ການນຳສະເໜີ, ເຈລະຈາຕໍ່ລອງ ແລະ ໂນ້ມນ້າວຈິດໃຈ
-
ເຂົ້າໃຈຄວາມຕ້ອງການຂອງລູກຄ້າ ແລະ ຕະຫຼາດ ທັງສາມາດຕອບສະໜອງຄວາມຕ້ອງການຂອງພວກເຂົາ
ຄຸນຄ່າຂອງອາຊີບ
ເພາະທຸກສິນຄ້າ ແລະ ການບໍລິການ ລ້ວນຕອບໂຈດຄວາມຕ້ອງການ ຫຼື ແກ້ບັນຫາໃດໜຶ່ງທີ່ລູກຄ້າມີ. ຄຸນຄ່າຂອງນັກຂາຍ ຈຶ່ງເປັນການຊ່ວຍໃຫ້ລູກຄ້າໄດ້ຮູ້ຈັກສິນຄ້າ ແລະ ການບໍລິການທີ່ສາມາດຊ່ວຍຈັດການກັບບັນຫາຂອງພວກເຂົາໄດ້ ແລະ ທັງສ້າງລາຍຮັບໃຫ້ກັບທຸລະກິດ.
ຊ່ອງທາງການສຶກສາເພີ່ມເຕີມ
ສະຖາບັນການສຶກສາທີ່ສາມາດໄປສຶກສາໄດ້ ປະກອບມີ:
-
ມະຫາວິທະຍາໄລແຫ່ງຊາດລາວ
- ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ
-
ວິທະຍາໄລເຕັກນິກປາກປ່າສັກ
-
ວິທະຍາໄລການຄ້າ
ເຮົາສາມາດຫາຄວາມຮູ້ເພີ່ມເຕີມໄດ້ຜ່ານ Youtube, Google, Internet... ເພື່ອເປັນນັກຂາຍ. ນອກນີ້, ຍັງສາມາດຮຽນຮູ້ເພີ່ມຕື່ມໄດ້ອີກຫຼາຍຊ່ອງທາງຄື:
-
ສາມາດເຂົ້າຮຽນຄອສສຳມະນາຕ່າງໆ
-
ແລກປ່ຽນກັບຜູ້ທີ່ປະສົບຜົນສຳເລັດຈາກການຂາຍ
ອາຊີບທີ່ໃກ້ຄຽງ
-
ນັກການຕະຫຼາດ
-
ນັກການຄ້າ
ຄໍາແນະນໍາການພັດທະນາຕົນເອງ
-
ເຝີກຝົນດ້ານການເວົ້າ ແລະ ການໂນ້ມນ້າວຈິດໃຈ
-
ເຝິກຝົນທັກສະດ້ານຄວາມສັດຊື່ ເພາະການຂາຍບໍ່ແມ່ນພຽງແຕ່ເວົ້າເພື່ອໃຫ້ລູກຄ້າເຊື່ອໃຈເທົ່ານັ້ນ ແຕ່ຍັງຕ້ອງມີຈັນຍາບັນໃນການຂາຍອີກດ້ວຍ
-
ຮຽນຮູ້ທັກສະການເປັນນັກຂາຍທີ່ດີຜ່ານທາງອິນເຕີເນັດ ຫຼື ອາດເຝິກຝົນການຂາຍສິນຄ້າຜ່ານອອນລາຍກ່ອນກໍໄດ້
-
ສິ່ງໜຶ່ງທີ່ສໍາຄັນຂອງການເປັນນັກຂາຍກໍແມ່ນບຸກຄະລິກກະພາບ; ດັ່ງນັ້ນ, ການເຝິກເພື່ອເປັນນັກຂາຍກໍແມ່ນການປັບບຸກຄະລິກກະພາບຂອງຕົນເອງໃຫ້ເປັນຄົນທີ່ໜ້າເຊື່ອຖື
-
ພັດທະນາຕົນເອງໃນດ້ານທັດສະນະຄະຕິເພື່ອໃຫ້ກາຍເປັນຄົນຄິດບວກ
-
ເຝິກວິທີການເຊື່ອໝັ້ນຕົນເອງ ແລະ ມີຄວາມກ້າຫານໃນການຕັດສິນໃຈ
ຊ່ວງເວລາໃນການເຮັດວຽກ
-
ແຕ່ລະອົງກອນມີເວລາໃນການເຮັດວຽກທີ່ແຕກຕ່າງກັນ ບາງອົງກອນເຮັດວຽກຮອດວັນເສົາ ແລະ ບາງອົງກອນໃຫ້ອິດສະຫຼະດ້ານເວລາ
bottom of page




