top of page
ພະນັກງານຮັກສາຄວາມປອດໄພ
ພະນັກງານຮັກສາຄວາມປອດໄພ (ລປພ) ແມ່ນຜູ້ທີ່ເບິ່ງແຍງ, ປົກປ້ອງ, ຮັກສາຄວາມປອດໄພກ່ຽວກັບຊີວິດ, ຊັບສິນຂອງບຸກຄົນທີ່ເຮັດວຽກໃນບັນດາຕຶກອາຄານຕ່າງໆ ເຊັ່ນ: ບໍລິສັດ, ສໍານັກງານ ແລະ ບັນດາບ້ານເຮືອນ ເພື່ອບໍ່ໃຫ້ເກີດຄວາມເສຍຫາຍທາງດ້ານຊັບສິນ, ເພື່ອບໍ່ໃຫ້ບຸກຄົນທີ່ບໍ່ໄດ້ຮັບອະນຸຍາດເຂົ້າໄປບຸກລຸກສະຖານປະກອບການ, ປ້ອງກັນການເກີດອັກຄີໄພ ແລະ ອື່ນໆທີ່ຈະສ້າງຄວາມເສຍຫາຍກ່ຽວກັບອົງກອນຂອງຕົນເອງ.
ນິຍາມອາຊີບ
ການເຮັດວຽກ
ລັກສະນະວຽກ
ລັກສະນະວຽກຂອງພະນັກງານຮັກສາຄວາມປອດໄພ ແມ່ນຈະມີບ່ອນປະຈໍາສະເພາະໃນສະຖານທີ່ປະກອບການໃດໜຶ່ງ ເຊິ່ງຈະເຮັດວຽກກ່ຽວກັບການຮັກສາຄວາມປອດໄພ ໂດຍການສອບຖາມຜູ້ທີ່ເຂົ້າອອກ, ກວດເບິ່ງຄວາມເປັນລະບຽບຮຽບຮ້ອຍຂອງບັນດາຕຶກອາຄານຕ່າງໆ.
ໜ້າທີ່ຮັບຜິດຊອບ
-
ເຮັດໜ້າທີ່ໃນການເບິ່ງແຍງຄວາມຮຽບຮ້ອຍຢູ່ບັນດາຕຶກອາຄານຕ່າງໆ ເຊັ່ນ: ກວດກາເບິ່ງການປິດ-ເປີດໄຟ, ການໃສ່ກະແຈເພື່ອລັອກຫ້ອງການບາງຫ້ອງທີ່ມີຄວາມລັບ ຫຼື ຫ້ອງທີ່ສຳຄັນ ຫຼັງຈາກໂມງເລີກວຽກ
-
ຮັກສາຄວາມປອດໄພ ໂດຍສະເພາະແມ່ນຄົນເຂົ້າຄົນອອກ, ບາງຫ້ອງການທີ່ມີການຮັກສາຄວາມປອດໄພສູງແມ່ນບໍ່ອະນຸຍາດໃຫ້ຄົນເຂົ້າ ພະນັກງານຮັກສາຄວາມປອດໄພກໍຕ້ອງເຮັດໜ້າທີ່ນີ້ຢ່າງເຄັ່ງຄັດ
-
ເມື່ອເກີດບັນຫາຕ່າງໆຂຶ້ນ ກໍມີໜ້າທີ່ແຈ້ງໃຫ້ກັບຜູ້ທີ່ເຮັດວຽກກ່ຽວຂ້ອງ ເຊັ່ນ: ໄຟຟ້າບາງສ່ວນບໍ່ໄດ້ ຫຼື ມີສ່ວນໃດໃນບໍລິສັດທີ່ເປ່ເພ
-
ສັງເກດເບິ່ງສິ່ງທີ່ຜິດປົກກະຕິ ຖ້າຫາກວ່າມີເຫດການບໍ່ປົກກະຕິ ກໍຕ້ອງໄດ້ແຈ້ງໃຫ້ພາກສ່ວນທີ່ກ່ຽວຂ້ອງໄດ້ຮັບຮູ້
ສະຖານທີ່ເຮັດວຽກ
-
ບໍລິສັດ ຫຼື ອົງກອນ
-
ໂຮງງານ, ໂຮງຮຽນ, ໂຮງແຮມ
-
ບ້ານຈັດສັນ ເປັນຕົ້ນ
ຜູ້ທີ່ຕ້ອງເຮັດວຽກຮ່ວມ
-
ພະນັກງານບໍລິສັດຄົນອື່ນໆ
-
ແອັດມິນ
-
ຊ່າງສ້ອມແປງ (ກໍລະນີທີ່ມີບັນຫາກ່ຽວກັບຕຶກອາຄານ)
-
ຄົນອື່ນໆທີ່ມາພົວພັນວຽກກັບອົງກອນທີ່ຕົນເອງເຮັດວຽກຢູ່
ທາງເລືອກອາຊີບ
ພະນັກງານຮັກສາຄວາມປອດໄພ ແມ່ນມີທາງເລືອກທາງດ້ານອາຊີບທີ່ໜ້າສົນໃຈຄື:
-
ສາມາດເຮັດອາຊີບນີ້ເປັນອາຊີບຫຼັກທີ່ຫາລາຍໄດ້ໄດ້
-
ຖ້າຫາກວ່າເຮົາມີວຽກເຮັດປະຈໍາ ແລະ ຕ້ອງການຫາລາຍໄດ້ເພີ່ມ ເຮົາສາມາດເຮັດວຽກເປັນພະນັກງານຮັກສາຄວາມປອດໄພເປັນວຽກເສີມໄດ້ ໂດຍການເຮັດເປັນກະ ເຊັ່ນ: ເຮັດວຽກກາງເວັນ ຫຼື ກາງຄືນ
ຄວາມກ້າວໜ້າທາງດ້ານອາຊີບ
ການເຕີບໂຕທາງດ້ານອາຊີບ
ຫຼາຍຄົນອາດຄິດວ່າອາຊີບພະນັກງານຮັກສາຄວາມປອດໄພບໍ່ສາມາດເຕີບໂຕທາງດ້ານສາຍອາຊີບໄດ້ ແຕ່ຄວາມເປັນຈິງແລ້ວແມ່ນມີເສັ້ນທາງເຕີບໂຕທາງດ້ານສາຍອາຊີບ ໂດຍສະເພາະແມ່ນສະຖານປະກອບການ ເຊັ່ນ: ຖ້າຫາກວ່າທັກສະທາງດ້ານພາສາທີ່ໂດດເດັ່ນ ກໍສາມາດເຮັດວຽກໃນສະຖານປະກອບການທີ່ໄດ້ນໍາໃຊ້ພາສາອັງກິດ ຫຼື ພາສາຕ່າງປະເທດໄດ້ ເຊິ່ງລາຍໄດ້ກໍຈະສູງຂຶ້ນ. ເຊິ່ງທຸລະກິດກ່ຽວກັບການຮັກສາຄວາມປອດໄພແມ່ນຍັງບໍ່ປາກົດເຫັນຫຼາຍໃນປະເທດເຮົາ ຖ້າຫາກວ່າຜູ້ທີ່ປະກອບອາຊີບນີ້ເຫັນບັນຫາ ແລະ ມີຄວາມຄິດໃນການເຮັດທຸລະກິດ ກໍສາມາດເຮັດກ່ຽວກັບບໍລິສັດຮັກສາຄວາມປອດໄພໄດ້.
ຂັ້ນລາຍໄດ້
(ບໍ່ມີຂໍ້ມູນ)
ເງິນເດືອນພື້ນຖານ
(ບໍ່ມີຂໍ້ມູນ)
ແຂ່ງຂັນ ແລະ ຄວາມຕ້ອງການຂອງຕະຫຼາດແຮງງານ
ອາຊີບພະນັກງານຮັກສາຄວາມປອດໄພແມ່ນອາຊີບໜຶ່ງທີ່ຫຼາຍບໍລິສັດ, ຫຼາຍອົງກອນຕ້ອງການ ເພາະທຸກໆອົງກອນກໍລ້ວນແລ້ວແຕ່ຕ້ອງການຄວາມປອດໄພໃຫ້ກັບພະນັກງານ ແລະ ອົງກອນຕົນເອງ ບໍ່ວ່າຈະເປັນວັດຖຸ, ຊັບສິນທີ່ມີມູນຄ່າ ແລະ ຊີວິດພະນັກງານຂອງຕົນເອງ. ດັ່ງນັ້ນ, ອາຊີບນີ້ຈຶ່ງເປັນທີ່ຕ້ອງການຂອງຫຼາຍໆບໍລິສັດ ແລະ ຫຼາຍໆອົງກອນ. ຢ່າງໃດກໍຕາມ, ບັນດາສະຖານປະກອບການອື່ນໆທີ່ໄດ້ໃຊ້ພາສາຕ່າງປະເທດ ແລະ ມີຄົນຕ່າງປະເທດເຮັດວຽກເປັນຫຼັກ ກໍລ້ວນແລ້ວຕ້ອງການພະນັກງານຮັກສາຄວາມປອດໄພທີ່ໄດ້ພາສາຕ່າງປະເທດເຊັ່ນດຽວກັນ ເຊັ່ນ: ສະຖານທູດ, ສໍານັກງານ, ອົງການທີ່ບໍ່ຂຶ້ນກັບລັດຖະບານ ແລະ ອື່ນໆ. ເພາະສະນັ້ນ, ຜູ້ທີ່ປະກອບອາຊີບນີ້ຈຶ່ງຈໍາເປັນຕ້ອງໄດ້ພັດທະນາຕົນເອງຢູ່ສະເໝີ.
ຂໍ້ດີ ແລະ ຂໍ້ເສຍ
ຂໍ້ດີ
-
ອາຊີບນີ້ບໍ່ໄດ້ຮຽກຮ້ອງວຸດທິການສຶກສາທີ່ສູງ; ແຕ່ຢ່າງໃດກໍຕາມ, ຜູ້ທີ່ປະກອບອາຊີບນີ້ຈະຕ້ອງອ່ານອອກ ແລະ ຂຽນເປັນ
-
ເປັນອາຊີບທີ່ສາມາດປະກອບເປັນອາຊີບຫຼັກ ແລະ ອາຊີບເສີມໄດ້
-
ເປັນວຽກທີ່ຫຼາຍໆອົງກອນຕ້ອງການ
-
ໂດຍສ່ວນໃຫຍ່ຢູ່ປະເທດເຮົາແມ່ນຍັງສົ່ງເສີມໃຫ້ໄວກາງຄົນທີ່ວ່າງງານໄດ້ມາປະກອບອາຊີບນີ້
ຂໍ້ເສຍ
-
ລາຍໄດ້ອາດບໍ່ສູງ ຖ້າທຽບໃສ່ອາຊີບອື່ນ
-
ຖ້າເປັນພະນັກງານຮັກສາຄວາມປອດໄພໃນຕອນກາງຄືນ ແມ່ນອາດສົ່ງຜົນເສຍຕໍ່ສຸຂະພາບໄດ້
-
ອາດເກີດມີຄວາມໜ້າເບື່ອໃນການເຮັດວຽກ
ຄຸນສົມບັດທີ່ເໝາະສົມກັບອາຊີບ
-
ມັກ-ຮັກໃນການແບ່ງປັນ
-
ມີຄວາມລະອຽດຮອບຄອບ
-
ມີຄວາມຮັບຜິດຊອບຕໍ່ໜ້າວຽກ ແລະ ປະຕິບັດຕາມກົດລະບຽບຂອງບໍລິສັດ
ທັກສະທີ່ເໝາະສົມກັບອາຊີບ
-
ບາງອົງການແມ່ນບໍ່ຈໍາກັດວຸດທິການສຶກສາ ແຕ່ຢ່າງໜ້ອຍແມ່ນຕ້ອງສາມາດອ່ານອອກ,ຂຽນເປັນກ່ຽວກັບພາສາລາວ
-
ບາງອົງກອນທີ່ມີຄົນຕ່າງປະເທດ ແມ່ນຮຽກຮ້ອງໃຫ້ມີທັກສະທາງພາສາທີ່ພໍສື່ສານເຂົ້າໃຈ
-
ທັກສະກ່ຽວກັບການປ້ອງກັນໂຕ, ມີໄຫວພິບ
-
ທັກສະດ້ານການສື່ສານ
-
ທັກສະດ້ານການແກ້ໄຂບັນຫາສະເພາະໜ້າ
ຄຸນຄ່າຂອງອາຊີບ
ພະນັກງານຮັກສາຄວາມປອດໄພແມ່ນເຮັດໃຫ້ການເຮັດວຽກຂອງເຮົາງ່າຍຂຶ້ນ ເພາະບໍ່ຕ້ອງກັງວົນກັບວັດຖຸສິ່ງຂອງຂອງເຮົາ ວ່າຈະເສຍ ຫຼື ມີໂຈນມາລັກ. ພະນັກງານຮັກສາຄວາມປອດໄພຍັງເຮັດໃຫ້ບັນດາຕຶກອາຄານທີ່ເຮົາເຮັດວຽກຢູ່ນັ້ນມີຄວາມປອດໄພ ແລະ ບຸກຄົນບໍ່ຫວັງດີສາມາດມາທໍາລາຍໄດ້ ເພາະພະນັກງານຮັກສາຄວາມປອດໄພກໍປຽບເໝືອນ ປະຕູໜ້າຂອງເຮືອນທີ່ພ້ອມປ້ອງກັນ ແລະ ເບິ່ງແຍງເຮົາ.
ຊ່ອງທາງການສຶກສາເພີ່ມເຕີມ
ອາຊີບນີ້ແມ່ນບໍ່ໄດ້ຈົບການສຶກສາສະຖາບັນໃດໜຶ່ງກໍສາມາດປະກອບໄດ້. ຢ່າງໃດກໍຕາມ, ຫຼາຍໆບໍລິສັດກໍຮຽກຮ້ອງຜູ້ທີ່ຈົບມັດທະຍົມຕອນຕົ້ນ ຫຼື ຕອນປາຍໃນການປະກອບອາຊີບນີ້ ເພື່ອຈະມີວຸດທິພຽງພໍໃນການເຮັດວຽກ.
ອາຊີບທີ່ໃກ້ຄຽງ
-
ທະຫານ
-
ຕໍາຫຼວດ
-
ຜູ້ຮັກສາຄວາມປອດໄພສ່ວນຕົວ (Body guard)
ຄໍາແນະນໍາການພັດທະນາຕົນເອງ
-
ເຝິກການມີຄວາມອົດທົນໃນການເຮັດວຽກ
-
ເຝິກໃນດ້ານການມີຄວາມຮັບຜິດຊອບໃນໜ້າວຽກຂອງຕົນເອງ
-
ເຝິກຕົນເອງໃຫ້ເປັນຄົນທີ່ມັກສັງເກດ ແລະ ມີໄຫວພິບ
ຊ່ວງເວລາໃນການເຮັດວຽກ
-
ບໍ່ມີຊ່ວງເວລາໃນການເຮັດວຽກຕາຍຕົວ ຂຶ້ນກັບອົງກອນ ຫຼື ຕົນເອງເປັນຜູ້ກໍານົດເວລາ
bottom of page




