ໄຟຟ້າເຕັກນິກ
ນິຍາມ ແລະ ຄວາມສຳຄັນ
ສາຂາໄຟຟ້າເຕັກນິກ ເປັນຫຼັກສູດທີ່ສ້າງບຸກຄະລາກອນໃຫ້ມີຄວາມຮູ້ກ່ຽວກັບວິຊາສະເພາະ ທີ່ມີລະດັບຄວາມຮູ້ພື້ນຖານຕ່ຳ ແລະ ບຸກຄະລາກອນທີ່ຈົບວິຊາສະເພາະຊັ້ນກາງມາແລ້ວ ໃຫ້ມີຄວາມຮູ້ຄວາມສາມາດສູງຂຶ້ນ, ຊ່ວຍສ້າງບຸກຄະລາກອນໃຫ້ມີຄວາມຮູ້ຄວາມສາມາດໃນວິຊາສະເພາະ ຫຼື ວິຊາຊີບໃນການປະດິດສ້າງ ເພື່ອການປະກອບອາຊີບດ້ວຍຄວາມສັດຊື່, ມີຈາລິຍະທຳ, ມີຄຸນນະທຳອັນປະເສີດ ແລະ ມີຄວາມຮັບຜິດຊອບຕໍ່ສັງຄົມ. ນອກນັ້ນ, ຍັງສ້າງໃຫ້ມີນ້ຳໃຈຮັກຊາດ, ຮູ້ກ່ຽວກັບການປົກປັກຮັກສາ-ຄຸ້ມຄອງພະລັງງານຂອງຊາດ ແລະ ສ້າງໃຫ້ເປັນຜູ້ຊ່ວຍວິສະວະກອນໃນຂະແໜງໄຟຟ້າ ຫຼື ສາມາດອອກແບບຄິດໄລ່ໃນການຂະຫຍາຍຕາຂ່າຍ ແລະ ຕິດຕັ້ງໄຟຟ້າ.

ຮຽນກ່ຽວກັບຫຍັງ?
-
ການຕິດຕັ້ງໄຟຟ້າໃນອາຄານ, ໂມເຕີ, ໝໍ້ແປງໄຟຟ້າ, ຕາຂ່າຍໄຟຟ້າ 0,4 kV, ສະຖານີໄຟຟ້າຄຸ້ມຄອງລະບົບຈຳໜ່າຍພະລັງງານໄຟຟ້າ, ການບໍລິຫານຈັດການນໍ້າ, ການບຳລຸງຮັກສາອຸປະກອນໄຟຟ້າ, ການສ້ອມແປງ ແລະ ບຳລຸງຮັກສາອຸປະກອນໄຟຟ້າ ເປັນຕົ້ນ
ທັກສະ ແລະ ຄວາມສົນໃຈ
-
ສົນໃຈກ່ຽວກັບໄຟຟ້າ
-
ຄວາມຮູ້ກ່ຽວກັບຄະນິດສາດ
-
ຄວາມຮູ້ກ່ຽວກັບຟີຊິກ
-
ທັກສະການຕິດຕັ້ງໄຟຟ້າ
ຮຽນແລ້ວໄດ້ຫຍັງ?
-
ສາມາດຕິດຕັ້ງໄຟຟ້າອຸປະກອນໄຟຟ້າໃນອາຄານໄດ້
-
ຕິດຕັ້ງ, ສ້ອມແປງ ແລະ ບຳລຸງຮັກສາໂມເຕີ 01 ເຟສ ແລະ 03 ເຟສໄດ້
-
ສາມາດຕິດຕັ້ງ ແລະ ບຳລຸງຮັກສາໝໍ້ແປງໄຟຟ້າໄດ້
-
ສາມາດຕິດຕັ້ງຕາຂ່າຍໄຟຟ້າ 22 Kv
-
ສາມາດສ້ອມແປງ ແລະ ບຳລຸງຮັກສາ ອຸປະກອນໄຟຟ້າພາຍໃນອາຄານໄດ້
ຈົບແລ້ວປະກອບອາຊີບຫຍັງໄດ້ແດ່?
-
ເປັນພະນັກງານບໍລິສັດຜະລິດໄຟຟ້າລາວມາຫາຊົນ
-
ເປັນພະນັກງານບໍລິສັດລັດວິຊາຫະກິດໄຟຟ້າລາວ
-
ເປັນພະນັກງານຂອງບໍລິສັດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າໄດ້
-
ເປັນພະນັກງານຂາຍອຸປະກອນກໍ່ສ້າງ ແລະ ເຄື່ອງໃຊ້ໄຟຟ້າໄດ້
-
ເຮັດທຸລະກິດສ່ວນຕົວກ່ຽວກັບການກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ
ສາມາດຮຽນໄດ້ຢູ່ໃສ?
-
ວິທະຍາໄລ ສັບພະວິຊາ
- ພາກວິຊາ ໄຟຟ້າ
- ຫຼັກສູດຊັ້ນກາງ (12+2) ແລະ ຮຽນ 2 ປີ





