ໄຟຟ້າພະລັງງານນ້ຳ
ນິຍາມ ແລະ ຄວາມສຳຄັນ
ສາຂາໄຟຟ້າພະລັງງານນ້ຳ ຫຼັກສູດນີ້ແມ່ນເນັ້ນໃສ່ພັດທະນາຜູ້ຮຽນ ເຊັ່ນ: ທາງດ້ານຄວາມຮູ້, ທັກສະ ແລະ ຄຸນສົມບັດໃນການຮຽນຮູ້ກ່ຽວກັບອາຊີບນາຍຊ່າງ, ໄຟຟ້າກົນຈັກພະລັງງານນໍ້າ, ສ້ອມແປງ-ບຳລຸງຮັກສາອຸປະກອນເຂື່ອນໄຟຟ້າເພື່ອໃຫ້ມີສີມືເດັ່ນ ເຊິ່ງເນັ້ນທາງດ້ານຄຸນນະພາບໃນການປະກອບອາຊີບ. ນອກນັ້ນ, ຍັງເນັ້ນໃສ່ທາງດ້ານຄຸນນະພາບໃນການປະກອບອາຊີບ, ໃຫ້ມີສິນທຳ, ຈະລິຍະທຳ, ມີຄວາມຊຳນານງານ ແລະ ພຽບພ້ອມໄປດ້ວຍຄຸນສົມບັດ, ພ້ອມທັງນຳເອົາຄວາມຮູ້ທີ່ໄດ້ຮຽນມາໄປປະຍຸກໃຊ້ໃນພາກປະຕິບັດຕົວຈິງໃຫ້ເກີດຜົນປະໂຫຍດສູງສຸດແກ່ສັງຄົມ ແລະ ປະເທດຊາດ.

ຮຽນກ່ຽວກັບຫຍັງ?
-
ໄຟຟ້າພະລັງງານນໍ້າ ເຊັ່ນ: ການຄຸ້ມຄອງລະບົບການຜະລິດ ແລະ ຈຳໜ່າຍພະລັງງານໄຟຟ້າ, ການບໍລິຫານຈັດການນໍ້າ, ການບຳລຸງຮັກສາອຸປະກອນເຂື່ອນ ເປັນຕົ້ນ
ທັກສະ ແລະ ຄວາມສົນໃຈ
-
ສົນໃຈກ່ຽວກັບພະລັງງານໄຟຟ້າ
-
ສົນໃຈກ່ຽວກັບໂຄງສ້າງຂອງເຂື່ອນ
-
ຄວາມຮູ້ກ່ຽວກັບຄະນິດສາດ
-
ຄວາມຮູ້ກ່ຽວກັບຟີຊິກ
ຮຽນແລ້ວໄດ້ຫຍັງ?
-
ໄດ້ຄວາມຮູ້ດ້ານໄຟຟ້າພະລັງງານນໍ້າ, ຮູ້ກ່ຽວກັບໂຄງສ້າງຂອງເຂື່ອນ
-
ສາມາດເຂົ້າໃຈຫຼັກການເຮັດວຽກຂອງໜ່ວຍປັ່ນກະແສ, ເຂົ້າໃຈໜ້າທີ່ຂອງອຸປະກອນຫຼັກໃນເຂື່ອນໄຟຟ້າ ແລະ ສາມາດອະທິບາຍບົດບາດຄວາມສຳຄັນຂອງການບໍລິຫານຈັດການນ້ຳໄດ້
-
ສາມາດເຂົ້າໃຈຫຼັກການ, ຂັ້ນຕອນການຄຸ້ມຄອງ ແລະ ຜະລິດພະລັງງານໄຟຟ້າໄດ້
-
ສາມາດເຮັດວຽກໃນຫ້ອງຄວບຄຸມຂອງເຂື່ອນໄຟຟ້າໄດ້ ແລະ ສາມາດກວດສອບການເຮັດວຽກຂອງອຸປະກອນເຂື່ອນໄດ້
ຈົບແລ້ວປະກອບອາຊີບຫຍັງໄດ້ແດ່?
-
ສະໝັກເຂົ້າເປັນພະນັກງານບໍລິສັດຜະລິດໄຟຟ້າລາວມະຫາຊົນ
-
ເປັນພະນັກງານບໍລິສັດ, ລັດວິຊາຫະກິດໄຟຟ້າລາວ
-
ສາມາດເປັນຜູ້ຮັບເໝົາໂຄງການກໍ່ສ້າງ ແລະ ຕິດຕັ້ງໄຟຟ້າໄດ້
-
ເປັນພະນັກງານຂອງບໍລິສັດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າໄດ້
-
ເປັນພະນັກງານຂາຍອຸປະກອນກໍ່ສ້າງ ແລະ ເຄື່ອງໃຊ້ໄຟຟ້າໄດ້
-
ເຮັດທຸລະກິດສ່ວນຕົວກ່ຽວກັບການກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ
ສາມາດຮຽນໄດ້ຢູ່ໃສ?
-
ວິທະຍາໄລ ສັບພະວິຊາ
- ພາກວິຊາ ໄຟຟ້າ
- ຫຼັກສູດຊັ້ນສູງ (12+3) ແລະ ຮຽນ 2 ປີ





