top of page

ນັກເຄມີ

ນິຍາມອາຊີບ

ນັກເຄມີ ແມ່ນນັກວິທະຍາສາດປະເພດໜຶ່ງທີ່ມີຄວາມສາມາດໃນການວິໄຈ, ພັດທະນາ, ທົດສອບ, ວິເຄາະສ່ວນປະກອບ, ຄຸນສົມບັດ ແລະ ການເກີດຂຶ້ນໄດ້ຂອງສານເຄມີ, ການປ່ຽນແປງຂອງທາດ ແລະ ສານປະເພດຕ່າງໆ ໃຫ້ກັບຂະແໜງການອຸດສາຫະກໍາປະເພດຕ່າງໆໃນການດໍາເນີນການຜະລິດ. 

ການເຮັດວຽກ

ລັກສະນະວຽກ

ລັກສະນະວຽກຂອງນັກເຄມີສ່ວນໃຫຍ່ແມ່ນເຮັດວຽກກ່ຽວກັບການຄົ້ນຄວ້າ, ວິໄຈ ໃນຫ້ອງປະຕິບັດການ (ຫ້ອງແລ໋ບ) ເພື່ອທົດລອງບັນດາຄຸນສົມບັດຂອງສານເຄມີ ໃຫ້ກັບບັນດາຂະແໜງການອຸດສາກະກໍາອື່ນໆ ເພື່ອນໍາໄປຜະລິດ ເຊັ່ນ: ຂະແໜງການຜະລິດເຄື່ອງອຸປະໂພກບໍລິໂພກ, ການຜະລິດເຄື່ອງສໍາອາງ, ຂະແໜງການຜະລິດຢາ ແລະ ອື່ນໆ.

ໜ້າທີ່ຮັບຜິດຊອບ

  • ອອກໄປພົບລູກຄ້າ ເພື່ອຮັບຟັງຄວາມຕ້ອງການຂອງລູກຄ້າ ຫຼື ຜູ້ຈ້າງງານ (ກໍລະນີທີ່ເຮັດວຽກໃນສູນຄົ້ນຄວ້າວິໄຈ ແລະ ຮັບໂຄງການຄົ້ນຄວ້າ)

  • ວິເຄາະກ່ຽວກັບຂະແໜງການທີ່ຕົນເອງເຮັດວຽກຢູ່ ເຊັ່ນ: ນັກເຄມີບາງຄົນໄດ້ມີການວິເຄາະກ່ຽວກັບນໍ້າ ເນື່ອງຈາກວ່າເຮັດວຽກຢູ່ເຂື່ອນ ເປັນຕົ້ນ

  • ຄົ້ນຄວ້າ, ວິໄຈ, ພັດທະນາກ່ຽວກັບບັນດາທາດ, ຄຸນລັກສະນະ ແລະ ຄຸນສົມບັດຂອງທາດເຄມີປະເພດອື່ນໆ

  • ສຶກສາກ່ຽວກັບໂຄງສ້າງທາງດ້ານຈຸລັງ, ອາໂຕມ, ໂມເລກຸນຂອງບັນດາທາດຕ່າງໆ

  • ນັກເຄມີບາງຄົນມີໜ້າທີ່ໃນການຄວບຄຸມການຜະລິດຂອງໂຮງງານການຜະລິດ

  • ເມື່ອສາມາດຄົ້ນຄວ້າ-ວິໄຈຜົນງານທີ່ແປກໃໝ່ ກໍນໍາເອົາຜົນທີ່ຕົນເອງວິໄຈໄດ້ມາເຜີຍແຜ່ໃຫ້ກັບຄົນໃນສັງຄົມໄດ້ຮັບຮູ້

ສະຖານທີ່ເຮັດວຽກ

  • ສູນຄົ້ນຄວ້າ

  • ໂຮງງານອຸດສາຫະກໍາການຜະລິດອື່ນໆ

  • ເຂື່ອນໄຟຟ້າ

  • ໂຮງໝໍ

  • ໂຮງຮຽນ

ຜູ້ທີ່ຕ້ອງເຮັດວຽກຮ່ວມ

  • ຜູ້ວິໄຈຄົນອື່ນໆ ຫຼື ທີມຄົ້ນຄວ້າ

  • ຜູ້ຈັດການ ຫຼືື ຫົວໜ້າພະແນກ

  • ລູກຄ້າ

  • ວິສະວະກອນຄົນອື່ນໆ (ໃນກໍລະນີທີ່ເຮັດວຽກໃນຂະແໜງອຸດສາຫະກໍາ)

ທາງເລືອກອາຊີບ

ອາຊີບນັກເຄມີແມ່ນມີທາງເລືອກດ້ານອາຊີບທີ່ມີຄວາມໜ້າສົນໃຈດັ່ງນີ້:​

  • ສາມາດເຮັດວຽກໃນຂະແໜງການໂດຍກົງ ເຊິ່ງເຮັດວຽກກ່ຽວກັບການຄົ້ນ-ວິໄຈກ່ຽວກັບເຄມີເປັນຫຼັກ

  • ການເປັນນັກເຄມີແມ່ນມີສະຖານທີ່ປະກອບການທີ່ຫຼາກຫຼາຍ ແລະ ມີຫຼາຍຂະແໜງການທີ່ສາມາດຄົ້ນຄວ້າ, ລົງເລິກໄດ້ ເຊັ່ນ: ເຮັດວຽກໃນຂະແໜງການຜະລິດຜະລິດຕະພັນຄວາມງາມ, ເຂື່ອນ, ຜະລິດອາຫານ ເປັນຕົ້ນ

  • ສາມາດເຮັດວຽກທີ່ບໍ່ກ່ຽວກັບການຄົ້ນຄວ້າໄດ້ ເຊັ່ນ: ເປັນຄູສອນວິຊາເຄມີ

ຄວາມກ້າວໜ້າທາງດ້ານອາຊີບ

ການເຕີບໂຕທາງດ້ານອາຊີບ

ນັກເຄມີແມ່ນມີເສັ້ນທາງການເຕີບໂຕທາງດ້ານອາຊີບທີ່ໜ້າສົນໃຈ ເຊັ່ນ:

  • ເມື່ອມີປະສົບການໃນການເຮັດວຽກແມ່ນສາມາດເດີນທາງໄປຄົ້ນຄວ້າ, ໄປແລກປ່ຽນ ແລະ ຍົກສູງລະດັບການສຶກສາໃນຕ່າງປະເທດໄດ້

  • ມີໂອກາດໃນການເຮັດວຽກກັບວິຊາການຕ່າງປະເທດທີ່ເກັ່ງ

  • ເມື່ອມີຄວາມຮູ້ໃນການປະກອບອາຊີບນີ້ ແມ່ນສາມາດເຮັດວຽກໃນຫຼາຍຂະແໜງການທີ່ເຮັດການຄົ້ນຄວ້າກ່ຽວກັບເຄມີໄດ້

ຂັ້ນລາຍໄດ້

(ບໍ່ມີຂໍ້ມູນ)

ເງິນເດືອນພື້ນຖານ

(ບໍ່ມີຂໍ້ມູນ)

ແຂ່ງຂັນ ແລະ ຄວາມຕ້ອງການຂອງຕະຫຼາດແຮງງານ

ອາຊີບນັກເຄມີ ຄວາມຈິງແລ້ວແມ່ນເປັນທີ່ຕ້ອງການຂອງບັນດາໂຮງຈັກໂຮງງານ ເພາະຈະເປັນຜູ້ຄວບຄຸມ, ເຮັດການຄົ້ນຄວ້າໃຫ້ກັບບັນດາໂຮງຈັກໂຮງງານໃນການຜະລິດ ເພື່ອໃຫ້ຜະລິດຕະພັນອອກມາມີຄຸນນະພາບ ແລະ ສາມາດຕອບສະໜອງໃຫ້ກັບຄົນໃນສັງຄົມໄດ້. ຕົວຢ່າງເຊັ່ນ: ໃນເຂື່ອນໄຟຟ້າພະລັງງານນໍ້າຕົກ ກໍຕ້ອງການນັກເຄມີເພື່ອກວດສອບຄຸນນະພາບນໍ້າ ເພື່ອໃຫ້ການຜະລິດພະລັງງານໄຟຟ້າມີປະສິດທິພາບ.

ຂໍ້ດີ ແລະ ຂໍ້ເສຍ

ຂໍ້ດີ

  • ຖ້າເປັນນັກເຄມີທີ່ເຮັດວຽກກ່ຽວກັບການວິໄຈ, ການຄົ້ນຄວ້າ, ການທົດລອງຕ່າງໆ ແມ່ນມີລາຍໄດ້ຂ້ອນຂ້າງສູງ

  • ມີໂອກາດໃນການເຮັດວຽກກັບຕ່າງປະເທດ ແລະ ມີໂອກາດໃນການເດີນທາງໄປສຶກສາ, ເຮັດບົດຄົ້ນຄວ້າໃນຕ່າງປະເທດ ເພື່ອພັດທະນາທັກສະ

  • ເປັນອາຊີບທີ່ຍັງບໍ່ມີການແຂ່ງຂັນກັນສູງ ແຕ່ເປັນທີ່ຕ້ອງການຂອງຕະຫຼາດແຮງງານ 

  • ລາຍໄດ້ຂ້ອນຂ້າງສູງ ໂດຍສະເພາະແມ່ນຖ້າມີໂຄງການຄົ້ນຄວ້າວິໄຈໃດໜຶ່ງ

  • ສາມາດຂໍທຶນ ເພື່ອມາເຮັດໂຄງການຄົ້ນຄວ້າໄດ້

ຂໍ້ເສຍ

  • ການເຮັດວຽກແມ່ນຂ້ອນຂ້າງໜັກ ເນື່ອງຈາກວ່າຕ້ອງເຮັດວຽກໃນຫ້ອງປະຕິບັດການເປັນສ່ວນໃຫຍ່ ເຊິ່ງຫ້ອງນັ້ນຕ້ອງມີການຂ້າເຊື້ອ ແລະ ຫຼີກລ້ຽງຈາກແສງແດດ 

ຄຸນສົມບັດທີ່ເໝາະສົມກັບອາຊີບ

  • ມັກໃນການເຮັດວຽກຄົ້ນຄວ້າ, ວິໄຈ

  • ມີຄວາມອົດທົນ

  • ມີຄວາມຮັບຜິດຊອບຕໍ່ໜ້າທີ່ສູງ

  • ສົນໃຈໃນວິຊາວິທະຍາສາດທໍາມະຊາດ

  • ມີຄວາມກ້າຫານໃນການຕັດສິນໃຈ ແລະ ກ້າທີ່ຈະລອງຜິດລອງຖືກ

  • ມັກສົງໄສ ແລະ ຊ່າງສັງເກດ

ທັກສະທີ່ເໝາະສົມກັບອາຊີບ

  • ຄວາມຮູ້ສະເພາະດ້ານກ່ຽວກັບເຄມີ

  • ຕ້ອງຈົບການສຶກສາສະເພາະດ້ານ ແລະ ຕ້ອງຈົບຫຼັກສູດປະລິນຍາຕີໂດຍສະເພາະ ເຊັ່ນ: ສາຍວິຊາເຄມີ

  • ທັກສະການແກ້ໄຂບັນຫາສະເພາະໜ້າ

  • ທັກສະທາງດ້ານພາສາອັງກິດ ແມ່ນຈະຊ່ວຍຕໍ່ຍອດໃນການເຮັດບົດຄົ້ນຄວ້າ, ການຂໍທຶນ ແລະ ການເຜີຍແຜ່ບົດຄົ້ນຄວ້າ ຫຼັງຈາກທີ່ສໍາເລັດການວິໄຈ

ຄຸນຄ່າຂອງອາຊີບ

ນັກເຄມີແມ່ນຜູ້ທີ່ມີສ່ວນສໍາຄັນໃນຊີວິດປະຈໍາວັນຂອງເຮົາ ເນື່ອງຈາກວ່າທຸກໆສິນຄ້າທີ່ເຮົານໍາໃຊ້ທຸກມື້ລ້ວນແລ້ວແຕ່ມາຈາກການຄົ້ນຄວ້າຂອງນັກເຄມີ ເຊັ່ນ: ແຟ໋ບ, ສະບູ, ນໍ້າຫອມ, ອາຫານສໍາເລັດຮູບ, ເຄື່ອງນຸ່ງຫົ່ມ ແລະ ອື່ນໆ. ຍ້ອນມີອາຊີບນັກເຄມີ ເຮົາຈຶ່ງໄດ້ມີເຄື່ອງໃຊ້, ອາຫານການກິນ ແລະ ສິ່ງອໍານວຍຄວາມສະດວກຕ່າງໆໃນຊີວິດຂອງເຮົາ ເພື່ອໃຫ້ເຮົາໄດ້ໃຊ້ຊີວິດສະດວກສະບາຍຂຶ້ນ.

ຊ່ອງທາງການສຶກສາເພີ່ມເຕີມ

ສາຂາທີ່ກ່ຽວຂ້ອງກັບສາຍອາຊີບນີ້ໂດຍກົງປະກອບມີ: 

  • ຄະນະວິທະຍາສາດທໍາມະຊາດ, ມະຫາວິທະຍາໄລແຫ່ງຊາດ

  • ມະຫາວິທະຍາໄລສຸຂະພາບ

ນອກນັ້ນ, ເຮົາຍັງສາມາດສຶກສາກ່ຽວກັບອາຊີບນີ້ໄດ້ເພີ່ມເຕີມຜ່ານຈາກການສຶກສາບົດຄົ້ນຄວ້າຂອງນັກເຄມີຄົນອື່ນໆ, ສາມາດສຶກສາຜ່ານອິນເຕເນັດໄດ້ ເຊັ່ນ: Youtube, google ແລະ ອື່ນໆ

ອາຊີບທີ່ໃກ້ຄຽງ

  • ນັກວິທະຍາສາດ

  • ນັກຊີວະ

  • ນັກຟີຊິກ

  • ນັກປຸງແຕ່ງຢາ

ຄໍາແນະນໍາການພັດທະນາຕົນເອງ

  • ໝັ່ນສຶກສາຄົ້ນຄວ້າກ່ຽວກັບວິຊາເຄມີ

  • ເຝິກທັກສະພາສາຕ່າງປະເທດ ເຊັ່ນ: ພາສາອັງກິດ ແມ່ນຈະຊ່ວຍຕໍ່ຍອດໃນການເຮັດວຽກ ແລະ ການສຶກສາ

  • ເຝິກທັກສະດ້ານການຄິດ, ການສັງເກດ ແລະ ຮຽນຮູ້ຢູ່ຕະຫຼອດເວລາ

ຊ່ວງເວລາໃນການເຮັດວຽກ

  • ບໍ່ມີໂມງໃນການເຮັດວຽກຕາຍໂຕ ຂຶ້ນກັບແຕ່ລະອົງກອນເປັນຄົນກໍານົດ

ທ່ານສາມາດຕິດຕໍ່ເພື່ອສອບຖາມຂໍ້ມູນຂ່າວສານ ຫຼື ລາຍລະອຽດກ່ຽວກັບການບໍລິການເພີ່ມເຕີມ

ທີ່ຢູ່

ຖະໜົນດົງປາຍນາ
ບ້ານສະພານທອງເໜືອ 
ເມືອງສີສັດຕະນາກ 
ນະຄອນຫຼວງວຽງຈັນ

ເບີໂທຕິດຕໍ່: 020 54129234
Khemthitcareer@gmail.com

Learning4lee@gmail.com

ໂມງລັດຖະການ

ຈັນ-ສຸກ : 8:00-​17:00

  • Whatsapp
  • Facebook
  • Youtube
  • TikTok

ສົນໃຈຕິດຕໍ່ເພື່ອສອບຖາມລາຍລະອຽດ

ຂອບໃຈທີ່ສົ່ງຂໍ້ຄວາມຫາພວກເຮົາ

ໂຄຄູນ ໂດຍ ເຂັມທິດອາຊີບ

bottom of page