top of page
ໂປຣແກຣມເມີ
ນິຍາມອາຊີບ
ໂປຣແກຣມເມີ ແມ່ນຜູ້ທີ່ມີຄວາມຊ່ຽວຊານທາງດ້ານທັກສະຄອມພິວເຕີເປັນຕົ້ນເຊັ່ນ: ການຂຽນໂຄ້ດ, ທົດສອບລະບົບ ແລະ ແກ້ໄຂບັນຫາຕ່າງໆທີ່ເກີດຂຶ້ນໃນໂປຣແກຣມ ຜ່ານການຂຽນໂປຣແກຣມອອນລາຍດ້ວຍພາສາຄອມພິວເຕີເຊັ່ນ: ພາສາຊີ, ພາສາຈາວາ, ພາສາDart, Go, PHP, HTML, CSS ແລະ ອື່ນໆເປັນຕົ້ນ. ເພື່ອໃຫ້ຄອມພິວເຕີ ແລະ Software ໃຊ້ງານໄດ້ ລວມເຖິງການກວດສອບຂໍ້ຜິດພາດ ແລະ ແກ້ໄຂລະບົບທີ່ມີບັນຫາ. ອາຊີບນີ້ສ່ວນໃຫຍ່ຢູ່ລາວແມ່ນ ເຮັດກ່ຽວກັບ Web Application ແລະ Mobile Application.
ການເຮັດວຽກ
ລັກສະນະວຽກ
ນັກພັດທະນາໂປຣແກຣມ ແມ່ນອາຊີບທີ່ຂ້ອນຂ້າງມີລາຍລະອຽດປີກຍ່ອຍຫຼາຍ ແລະ ເປັນວຽກທີ່ຈໍາເປັນຕ້ອງໄດ້ໃຊ້ຄວາມຮູ້ສະເພາະທາງເປັນຕົ້ນແມ່ນ: ການຂຽນໂປຣແກຣມດ້ວຍພາສາຕ່າງໆ ແລະ ຍັງມີການພັດທະນາໂປຣແກຣມຕ່າງໆເພື່ອໃຫ້ອອກມາໃຊ້ງານໄດ້.
ໜ້າທີ່ຮັບຜິດຊອບ
-
ທຳຄວາມເຂົ້າໃຈຈຸດປະສົງໃນການໃຊ້ງານຂອງໂປຣແກຣມ ແລະ ວາງແຜນໂດຍການຂຽນແຜນພາບ(Flowchart), ຂັ້ນຕອນຂອງໂປຣແກຣມໂດຍລະອຽດ
-
ຂຽນໂປຣແກຣມດ້ວຍພາສາຄອມພິວເຕີຕ່າງໆ ເຊັ່ນ: ພາສາ C++, ພາສາ Java, Go, HTML, CSS ແລະ ອື່ນໆ
-
ອັບເດດລະບົບ ແລະ ພັດທະນາໂປຣແກຣມ ໃຫ້ມີຄວາມທັນສະໄໝ ແລະ ມີຄວາມປອດໄພ
-
ທົດສອບໂປຣແກຣມ ແລະ ແກ້ໄຂບັນຫາ, ຂໍ້ຜິດພາດທີ່ເກີດຂຶ້ນ
-
ສ້າງ ແລະ ທົດສອບລະຫັດໃນການພັດທະນາຄອມພິວເຕີ
-
ປະຊຸມ ແລະ ອັບເດດຄວາມຄືບໜ້າ ຫຼື ບັນຫາຂອງໜ້າວຽກ
ສະຖານທີ່ເຮັດວຽກ
-
ບໍລິສັດສື່ມີເດຍ ຫຼື ສື່ໂຄສະນາ
-
ເຮັດວຽກໃຫ້ກັບບໍລິສັດຕ່າງໆທີ່ມີການນໍາໃຊ້ເວັບໄຊ້ ຫຼື ແອັບພຣິເຄຊັ່ນເຊັ່ນ: ທະນາຄານເປັນຕົ້ນ
-
ເຮັດວຽກຢູ່ກະຊວງ ຫຼື ອົງການຕ່າງໆທີ່ມີການເຜີຍແຜ່ຂໍ້ມູນຂ່າວສານຜ່ານເວັບໄຊ້ ແລະ ແອັບພຣິເຄຊັ່ນ
ຜູ້ທີ່ຕ້ອງເຮັດວຽກຮ່ວມ
-
ໂປຣແກຣມເມີຄົນອື່ນໆໃນທີມ: ການເປັນໂປຣແກຣມເມີ ແມ່ນບໍ່ສາມາດເຮັດວຽກຄົນດຽວໄດ້; ດັ່ງນັ້ນ, ຈຶ່ງຕ້ອງມີທີມໃນການສະໜັບສະໜູນ ແລະ ເຮັດວຽກຮ່ວມກັນ
-
ຜູ້ວິເຄາະທຸລະກິດ (Business Analyst) ຫຼື ລູກຄ້າ: ຜູ້ວິເຄາະທຸລະກິດ ແມ່ນຈະຮັບໂຈດງານ ຫຼື ແບບທີ່ລູກຄ້າຢາກໄດ້ ຫຼັງຈາກນັ້ນກໍຈະສົ່ງຕໍ່ໃຫ້ໂປຣແກຣມເມີໃນການດໍາເນີນການເຮັດວຽກ ເພື່ອໃຫ້ໄດ້ຕາມແບບທີ່ລູກຄ້າຢາກໄດ້
-
ຜູ້ວິເຄາະລະບົບ (System Analyst): ດັ່ງທີ່ກ່າວມາ, ໂປຣແກຣມເມີບໍ່ສາມາດເຮັດວຽກຄົນດຽວໄດ້ ເນື່ອງຈາກມີຫຼາຍໜ້າວຽກ. ດັ່ງນ້ນ, ຜູ້ວິເຄາະລະບົບຈຶ່ງເຮັດໜ້າທີ່ໃນການແບ່ງໜ້າວຽກຕ່າງໆໃຫ້ກັບໂປຣແກຣມເມີ
-
ຜູ້ອອກແບບກຣາຟຟິກ (Graphic Designer): ໂປຣແກຣມໃດໜຶ່ງຈະບໍ່ສາມາດອອກມາມີໜ້າຕາທີ່ງາມ ເພື່ອໃຫ້ລູກຄ້າ ຫຼື ຜູ້ຈ້າງເພິ່ງພໍໃຈໄດ້ ຖ້າຫາກຂາດຜູ້ອອກແບບກຣາຟຟິກ ເພາະວ່າການຂຽນໂຄ້ດແມ່ນບໍ່ພຽງພໍ ແລະ ບໍ່ສາມາດເຮັດໃຫ້ແອັບ ຫຼື ເວັບໄຊ້ອອກມາງາມໄດ້
ທາງເລືອກອາຊີບ
-
ເປັນໂປຣແກຣມເມີອິດສະຫຼະ
-
ເຮັດວຽກກັບອົງກອນ ຫຼື ບໍລິສັດ
-
ໂປຣແກຣມເມີສາມາດຜັນໂຕເຮັດອາຊີບຕ່າງໆໄດ້ໃນສາຍຄອມພິວເຕີງ່າຍກວ່າອາຊີບອື່ນໆ ເພາະໂປຣແກຣມເມີມີພື້ນຖານທາງດ້ານຄອມພິວເຕີຢູ່ແລ້ວ
ຄວາມກ້າວໜ້າທາງດ້ານອາຊີບ
ການເຕີບໂຕທາງດ້ານອາຊີບ
ນັກຄອມພິວເຕີ ຫຼື ໂປຣແກຣມເມີ ທີ່ມີຄວາມຮູ້ພື້ນຖານ ແລະ ປະສົບການ ສາມາດພັດທະນາຕໍ່ໄປເປັນນັກວິເຄາະລະບົບຄອມພິວເຕີ ແລະ ຫາກມີປະສົບກ ານເພີ່ມຂຶ້ນ ບາງຄົນສາມາດພັດທະນາເປັນນັກພັດທະນາ software ແລະ ໄດ້ຮັບການເລື່ອນຕຳແໜ່ງຂຶ້ນເປັນຜູ້ບໍລິຫານໄດ້.
ຂັ້ນລາຍໄດ້
(ບໍ່ມີຂໍ້ມູນ)
ເງິນເດືອນພື້ນຖານ
ເນື່ອງຈາກວ່າອາຊີບນີ້ເປັນອາຊີບທີ່ມີຄວາມນິຍົມ ແລະ ເປັນທີ່ຕ້ອງການໃນຕະຫຼາດຢ່າງຕໍ່ເນື່ອງ ເຊິ່ງເງິນເດືອນນັກສຶກສາຈົບໃໝ່ປະມານ 2,500,000 -5,500,000 ກີບ ຂຶ້ນໄປ. ໃນນັ້ນກໍອີງໃສ່ປະສົບການ ແລະ ໜ້າວຽກນັ້ນໆ (ເຊິ່ງໃນນີ້ເງິນເດືອນອາດຈະມີການປັບປ່ຽນໃນແຕ່ລະປີ)
ແຂ່ງຂັນ ແລະ ຄວາມຕ້ອງການຂອງຕະຫຼາດແຮງງານ
ອາຊີບນີ້ມີໂອກາດຕໍ່ຍອດໄປໄກຫຼາຍ ເພາະຍຸກປັດຈຸບັນໄດ້ນໍາໃຊ້ເຕັກໂນໂລຊີເຂົ້າ ໃນການດໍາລົງຊີວິດ ແລະ ມີຫຼາຍໆບໍລິສັດ, ຫຼາຍອົງກອນທີ່ກໍາລັງຜັນປ່ຽນໄປສູ່ລະບົບອອນລາຍຫຼາຍຂຶ້ນ ເຮັດໃຫ້ໂປຣແກຣມເມີມີວຽກເຮັດຢູ່ເລື້ອຍໆ.
ຂໍ້ດີ ແລະ ຂໍ້ເສຍ
ຂໍ້ດີ
-
ເປັນອາຊີບທີ່ເປັນທີ່ຕ້ອງການໃນສັງຄົມ ເວົ້າງ່າຍໆວ່າເຮັດອາຊີບນີ້ບໍ່ຕົກວຽກແນ່ນອນ
-
ເປັນອາຊີບທີ່ມີລາຍໄດ້ຂ້ອນຂ້າງສູງ ຖ້າຫາກວ່າມີຄວາມຮູ້, ຄວາມສາມາດ, ສາມາດຂຽນໂປຣແກຣມໄດ້
-
ໄດ້ນໍາທັນເຕັກໂນໂລຊີທີ່ປ່ຽນໄປເລື້ອຍໆ
-
ເປັນອາຊີບທີ່ສາມາດຮຽນຮູ້ຜ່ານອິນເຕີເນັດໄດ້
ຂໍ້ເສຍ
-
ຢູ່ໜ້າຈໍຄອມເປັນເວລາດົນ ຫຼື ບາງຄັ້ງຕ້ອງໄດ້ເຮັດວຽກກາງຄືນ ອາດສົ່ງຜົນເສຍຕໍ່ດ້ານສຸຂະພາບ
-
ບາງຄັ້ງກິນເຂົ້າບໍ່ເປັນເວລາ
ຄຸນສົມບັດທີ່ເໝາະສົມກັບອາຊີບ
-
ມີຄວາມຮູ້ ແລະ ຄວາມສົນໃຈໃນດ້ານຄອມພິວເຕີ ແລະ ການຂຽນໂປຣແກຣມ
-
ມັກການຮຽນຮູ້ສິ່ງໃໝ່ໆ: ການຂຽນໂປຣແກຣມຈໍາເປັນຕ້ອງໄດ້ຮຽນຮູ້ຕະຫຼອດເວລາ ເພາະໂລກຂອງເຕັກໂນໂລຊີພັດທະນາໄປໄວຫຼາຍ
-
ມີສະມາທິສູງ ແລະ ມຸ່ງໝັ້ນ: ອາຊີບນີ້ເປັນອາຊີບທີ່ຕ້ອງຢູ່ກັບໜ້າຈໍຄອມເປັນເວລາດົນ. ເພາະສະນັ້ນ, ຜູ້ທີ່ປະກອບອາຊີບເປັນໂປຣແກຣມເມີຈຶ່ງຈຳເປັນຕ້ອງມີຄວາມອົດທົນ ແລະ ມີສະມາທິ
-
ມີຄວາມຄິດສ້າງສັນ: ຄວາມຄິດສ້າງສັນກໍມີສ່ວນສໍາຄັນ ເພາະຈະສາມາດປະຍຸກໃຊ້ຄວາມຮູ້ທີ່ມີດ້ານໂປຣແກຣມເມີໄປໃຊ້ໃນທາງທີ່ດີ ແລະ ທາງສ້າງສັນ
-
ມີຄວາມລະອຽດຖີ່ຖ້ວນ: ການຂຽນໂປຣແກຣມແມ່ນຈະຕ້ອງໃຊ້ຄວາມລະອຽດຫຼາຍ ເຊັ່ນ: ການຂຽນໂຄ້ດຕ່າໆ. ດັ່ງນັ້ນ, ຜູ້ທີ່ປະກອບອາຊີບນີ້ຈຶ່ງເປັນຜູ້ທີ່ໃສ່ໃຈໃນລາຍລະອຽດ
ທັກສະທີ່ເໝາະສົມກັບອາຊີບ
-
ທັກສະດ້ານຄອມພິວເຕີ: ຮູ້ກ່ຽວກັບລະບົບພື້ນຖານຂອງຄອມພິວເຕີ ແລະ ສາມາດແກ້ໄຂບັນຫາທີ່ເກີດຂຶ້ນກັບຄອມພິວເຕີຂັ້ນພື້ນຖານໄດ້
-
ທັກສະສະເພາະທາງໃນການຂຽນໂປຣແກຣມ: ເປັນຄວາມຮູ້ສະເພາະທາງທີ່ຈະໃຊ້ໃນການເຮັດວຽກເຊັ່ນ: ການຂຽນໂປຣແກຣມດ້ວຍພາສາຕ່າງໆ
-
ທັກສະການວິເຄາະ: ສາມາດວິເຄາະລະບົບຄອມພິວເຕີ ຫຼື ລະບົບການໃຊ້ງານຂອງຄອມພິວເຕີໄດ້
-
ທັກສະການແກ້ໄຂບັນຫາ ຫຼື ສາມາດແກ້ໄຂບັນຫາສະເພາະໜ້າໄດ້: ການຂຽນໂປຣແກຣມກໍມີຂໍ້ຜິດພາດ ແລະ ເມື່ອເກີດບັນຫາ ໂປຣແກຣມເມີຕ້ອງສາມາດແກ້ໄຂບັນຫາສະເພາະໜ້າໄດ້ຢ່າງເລັ່ງດ່ວນ ແລະ ທັນການ
ຄຸນຄ່າຂອງອາຊີບ
ນັກຄອມພິວເຕີ ຫຼື ໂປຣແກຣມເມີ ແມ່ນມີຊ່ວຍໃຫ້ເຮົາໄດ້ມີແອັບພຣິເຄຊັ່ນທີ່ສາມາດຕິດຕາມຂໍ້ມູນຂ່າວສານດີໆໄດ້, ຖ້າຫາກວ່າບໍ່ມີໂປຣແກຣມເມີ ເຮົາອາດຈະບໍ່ໄດ້ຮູ້ຈັກແອັບຕ່າງໆໃນໂລກອິນເຕີເນັດ.
ຊ່ອງທາງການສຶກສາເພີ່ມເຕີມ
ເພື່ອເປັນໂປຣແກຣມເມີ ເຮົາສາມາດຫາຄວາມຮູ້ເພື່ອຕໍ່ຍອດໃນການປະກອບອາຊີບນີ້ໄດ້ຜ່ານ Youtube, Google, Internet, online community(stack overflow)... ອາດເປັນການດີຫາກໄດ້ຈົບການສຶກສາລະດັບມັດທະຍົມປາຍ ແລ້ວສຶກສາຕໍ່ໃນສາຂາທີ່ກ່ຽວຂ້ອງໂດຍກົງເຊັ່ນ ສະຖາບັນການສຶກສາທີ່ສາມາດໄປສຶກສາໄດ້ ປະກອບມີ:
-
ມະຫາວິທະຍາໄລແຫ່ງຊາດ
- ຄະນະວິສະວະກໍາສາດ
- ຄະນະວິທະຍາສາດທຳມະຊາດ
-
ວິທະຍາໄລ ສຸດສະກະ
-
ສະຖາບັນເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ
-
ວິທະຍາໄລອື່ນໆ
ອາຊີບທີ່ໃກ້ຄຽງ
-
ເວັບໄຊ້ໂປຣແກຣມເມີ ຫຼື ຜູ້ພັດທະນາເວັບໄຊ້ (Website Programmer/ website developer)
-
ນັກພັດທະນາແອັບພຣິເຄຊັ່ນ (Application Developer)
-
ນັກວິເຄາະລະບົບ (System Analyst)
-
ວິສະວະກອນຊອບແວ (Software Engineer)
ຄໍາແນະນໍາການພັດທະນາຕົນເອງ
-
ເຝີກການຂຽນໂປຣແກຣມໃນອິນເຕີເນັດ, ຢູທູບດ້ວຍຕົນເອງ
-
ສຶກສາລະບົບຄອມພິວເຕີຂັ້ນພື້ນຖານ
-
ຫາຄວາມຮູ້ໃໝ່ໆກ່ຽວກັບຄອມພິວເຕີໃນອິນເຕີເນັດເລື້ອຍໆ ທັງພາຍໃນ ແລະ ຕ່າງປະເທດ
-
ເຂົ້າຮ່ວມເຝິກອົບຮົມ ຫຼື ກິດຈະກໍາຕ່າງໆທີ່ເຮັດກ່ຽວກັບການຂຽນໂປຣແກຣມ ຫຼື ລະບົບຄອມພິວເຕີ
-
ລອງແຂ່ງຂັນຖ້າຫາກມີໂອກາດ
ຊ່ວງເວລາໃນການເຮັດວຽກ
-
ຖ້າໃນບັນດາບໍລິສັດເອກະຊົນ ຫຼື ລັດ ຊ່ວງເວລາໃນການເຮັດວຽກແມ່ນ ຈັນ- ເສົາ ຫຼື ຈັນ- ສຸກ ບາງຄັ້ງກໍອາດຈະໄດ້ຜັນປ່ຽນກັນເຮັດວຽກກະເດິກ , ກະເຊົ້າ ເປັນຕົ້ນ. ໃນນັ້ນກໍອີງຕາມຄວາມເລັ່ງດ່ວນຂອງໜ້າວຽກ ຫຼື ໂມງທີ່ໄດ້ຮັບມອບໝາຍຈາກບໍລິສັດ ຫຼື ອົງກອນນັ້ນເອງ
bottom of page




