ປູກຝັງ-ລ້ຽງສັດ
ນິຍາມ ແລະ ຄວາມສຳຄັນ
ສາຂາ ປູກຝັງ ແລະ ລ້ຽງສັດ ແມ່ນເປັນອີກໜຶ່ງຫຼັກສູດທີ່ມີຄວາມຈຳເປັນທີ່ຕ້ອງໄດ້ຮັບການພັດທະນາ ເພື່ອສະໜອງບຸກຄະລາກອນ ແລະ ມີຄວາມສອດຄ່ອງກັບຕາໜ່າງຂອງສາຂາຮຽນໃນ ສປປ ລາວ ເຊິ່ງຫຼັກສູດປູກຝັງ ແລະ ລ້ຽງສັດຈະສາມາດຕອບສະໜອງໜ້າທີ່ ແລະ ວຽກທີ່ຈຳເປັນທີ່ປູກຝັງ ແລະ ລ້ຽງສັດຄວນມີ ເຊິ່ງລວມໜ້າທີ່ໃນການຮັບປະກັນຄວາມປອດໄພໃນການຮັກສາຄວາມປອດໄພ, ການຮັກສາຄວາມປອດໄພໃນອາຊີບ, ການນຳໃຊ້ອຸປະກອນກະສິກຳ, ເຕັກນິກການລ້ຽງສັດ, ເຕັກນິກການປູກພືດ ແລະ ເຕັກນິກການຝຶກປະສົບການກ່ຽວກັບກົນຈັກ ເປັນຕົ້ນ.

-
ວິທີການປູກພືດຜັກ, ການບຳລຸງຮັກສາພືດ, ຜັກ, ຕົ້ນໄມ້ ແລະ ການບຳລຸງຮັກສາດິນ, ຮຽນຮູ້ກ່ຽວກັບການວາງແຜນພັດທະນາ ແລະ ປົກປັກຮັກສາສິ່ງຕ່າງໆໃຫ້ມີຊີວິດທີ່ຍາວນານ
-
ສາມາດຈັດການບໍລິຫານຟາມໄດ້, ການວາງແຜນ-ການຈັດການຟາມສັດ, ການແປຮູບຜະລິດຕະພັນກະສິກຳ, ການລ້ຽງແມງໄມ້ເສດຖະກິດ ແລະ ການປັບປຸງພັນສັດ, ການກວດກາຜະລິດຕະພັນສັດ, ການປ້ອງກັນ ແລະ ປິ່ນປົວພະຍາດລັດລ້ຽງ, ການຂະຫຍາຍພັນສັດ ເປັນຕົ້ນ
ຮຽນກ່ຽວກັບຫຍັງ?
ທັກສະ ແລະ ຄວາມສົນໃຈ
-
ຄວາມຮູ້ພື້ນຖານສົນໃຈດ້ານປູກຝັງ ແລະ ລ້ຽງສັດ
-
ຮັກມັກໃນສາຂາປູກຝັງ ແລະ ລ້ຽງສັດ
-
ມະນຸດສຳພັນດີ
-
ໄຫວພິບ, ແກ້ໄຂບັນຫາສະເພາະໜ້າ
ຮຽນແລ້ວໄດ້ຫຍັງ?
-
ມີຄວາມສາມາດວາງແຜນງານ ຂຽນໂຄງການ ແລະ ຈັດການຝຶກອົບຮົມໄດ້
-
ມີຄວາມສາມາດໄປພັດທະນາຊຸມຊົນທີ່ຫ່າງໄກຈາກຕົວເມືອງ
-
ມີຄວາມສາມາດເປັນນັກສົ່ງເສີມປະຊາຊົນໃນບົດນະບົດໄດ້
-
ມີຄວາມສາມາດປະກອບອາຊີບດ້ວຍຕົນເອງໄດ້
-
ມີຄວາມສາມາດປະກອບອາຊີບນຳພາກລັດ ແລະ ເອກະຊົນ ຫຼື ອົງການຕ່າງໆ
-
ມີຄວາມສາມາດປະກອບອາຊີບເປັນຄູຕາມໂຮງຮຽນຕ່າງໆໄດ້
ຈົບແລ້ວປະກອບອາຊີບຫຍັງໄດ້ແດ່?
-
ເປັນນັກວິຊາການ
-
ປະກອບອາຊີບດ້ວຍ ຕົນເອງ ຫຼື ທຸລະກິດຄອບຄົວ
-
ເປັນທີ່ປຶກສາຕາມໂຄງການ, ສະຖານປະກອບການແຫ່ງຕ່າງໆ
-
ຄູສອນພາກທິດສະດີ ແລະ ພາກປະຕິບັດຕາມສະຖານປະກອບການ
ສາມາດຮຽນໄດ້ຢູ່ໃສ?
-
ວິທະຍາໄລ ເຕັກນິກກະສິກຳ ດົງຄໍາຊ້າງ
- ພາກວິຊາ ລ້ຽງສັດ
- ຫຼັກສູດຊັ້ນກາງ (12+2), ຮຽນ 2 ປີ ແລະ ຮຽນເຕັມເວລາ





