ການເງິນ ແລະ ການທະນາຄາ ນ
ນິຍາມ ແລະ ຄວາມສຳຄັນ
ສາຂາການເງິນ ແລະ ການທະນາຄານ ແມ່ນຈະເນັ້ນສອນກ່ຽວກັບການມີແນວຄິດລິເລີ່ມ, ປະເມີນການວາງແຜນ ແລະ ແກ້ໄຂບັນຫາຕົວຈິງໃນດ້ານການເງິນ ແລະ ການທະນາຄານແບບມືອາຊີບ, ມີຄວາມຮູ້ທີ່ເປັນເລີດໃນການປະກອບອາຊີບໃນດ້ານການບໍລິຫານການເງິນ, ການບໍລິຫານການເງິນຂອງໂຄງການ, ການລົງທຶນ, ການບໍລິຫານທະນາຄານ ແລະ ສາຂາວິຊາສະເພາະອື່ນໆທີ່ກ່ຽວຂ້ອງທັງພາກລັດ, ເອກະຊົນ ແລະ ອົງການສາກົນ, ການປະກອບສ່ວນວຽກງານດ້ວຍຈັນຍາບັນວິຊາຊີບຂອງຕົນເອງຕໍ່ສັງຄົມຢ່າງມີຄວາມຮັບຜິດຊອບໃນການພັດທະນາເສດຖະກິດທັງພາຍໃນ, ພາກພື້ນ ແລະ ສາກົນ.

-
ຮຽນຮູ້ກ່ຽວກັບການວິເຄາະ, ວິໄຈ, ສັງລວມ ແລະ ປະເມີນຄວາມຮູ້ທາງດ້ານການເງິນ ແລະ ການທະນາຄານຢ່າງມີວິທະຍາສາດ
ຮຽນກ່ຽວກັບຫຍັງ?
ທັກສະ ແລະ ຄວາມສົນໃຈ
-
ການວາງແຜນ, ວິເຄາະ, ວິໄຈ, ການປະເມີນ
-
ທັກສະໃນການຄິດລິເລີ່ມ
-
ສົນໃຈດ້ານການບໍລິຫານ
-
ການແກ້ໄຂບັນຫາ
ຮຽນແລ້ວໄດ້ຫຍັງ?
-
ສາມາດຈຳແນກທິດສະດີ, ຫຼັກການ, ເຄື່ອງມືທາງດ້ານການເງິນ ແລະ ການທະນາຄານ
-
ສາມາດສັງລວມຄວາມຮູ້ດ້ານວິຊາການ, ແນວຄິດ ແລະ ທັກສະໃນການເຮັດວຽກ
-
ສາມາດນຳໃຊ້ເຕັກນິກທາງປະລິມານ ແລະ ຄຸນນະພາບ ເພື່ອແກ້ໄຂບັນຫາທາງດ້ານການເງິນ ແລະ ການທະນາຄານ
-
ສາມາດຄາດຄະເນຄວາມເປັນໄປໄດ້ທາງດ້ານການເງິນ ແລະ ການລົງທຶນທັງພາຍໃນ ແລະ ຕ່າງປະເທດ
ຈົບແລ້ວປະກອບອາຊີບຫຍັງໄດ້ແດ່?
-
ຄູ-ອາຈານ, ນັກວິຊາການ
-
ນາຍໜ້າຊື້-ຂາຍຫຼັກຊັບ
-
ນັກວິໄຈ, ທີ່ປຶກສາ
-
ພະນັກງານໃນສະຖາບັນ ຫຼື ທະນາຄານ
-
ຜູ້ປະກອບການ ແລະ ນັກລົງທຶນ
-
ນັກວິເຄາະການເງິນ, ຜູ້ບໍລິຫານກອງທຶນ
ສາມາດຮຽນໄດ້ຢູ່ໃສ?
-
ມະຫາວິທະຍາໄລແຫ່ງຊາດ
- ຄະນະ ເສດຖະສາດ ແລະ ບໍລິຫານທຸລະກິດ
- ພາກວິຊາ ການເງິນ ແລະ ການທະນາຄານ
- ຮຽນ 4 ປີ





