top of page

ການຕະຫຼາດ

ນິຍາມ ແລະ ຄວາມສຳຄັນ

ສາຂາການຕະຫຼາດ ແມ່ນເນັ້ນສົ່ງເສີມຄວາມສາມາດໃນການວາງແຜນ ແລະ ກຳນົດກົນລະຍຸດທາງການຕະຫຼາດ, ໄດ້ຮຽນຮູ້ແນວຄິດທາງດ້ານການຕະຫຼາດທີ່ທັນສະໄໝ ແລະ ເຝິກຝົນທັກສະທາງດ້ານການວິໄຈຕະຫຼາດ, ການວິເຄາະພຶດຕິກຳຜູ້ບໍລິໂພກ, ການບໍລິຫານການຕະຫຼາດ, ການແຂ່ງຂັນທາງທຸລະກິດ ແລະ ເຮັດໃຫ້ການຕະຫຼາດເປັນປັດໄຈທີ່ສຳຄັນຂອງຄວາມສຳເລັດໃນທາງທຸລະກິດ.

4.png
  • ການບໍລິຫານການຕະຫຼາດ ແລະ ກິດຈະກຳຕ່າງໆທີ່ກ່ຽວຂ້ອງກັບການຕະຫຼາດ ເຊັ່ນ: ຜະລິດຕະພັນ, ລາຄາ, ຊ່ອງທາງການຈັດຈຳໜ່າຍ, ການສົ່ງເສີມການຕະຫຼາດ ເປັນຕົ້ນ.

ຮຽນກ່ຽວກັບຫຍັງ?

ທັກສະ ແລະ ຄວາມສົນໃຈ

  • ສົນໃຈວຽກງານບໍລິຫານ ແລະ ກິດຈະກຳຕ່າງໆ

  • ການຄິດວິເຄາະ, ການວາງແຜນ

  • ທັກສະການຄິດໄລ່, ການຄຳນວນ

  • ຄວາມຄິດສ້າງສັນ ແລະ ມັກສັງເກດ

ຮຽນແລ້ວໄດ້ຫຍັງ?

  • ຄວາມຮູ້, ຄວາມສາມາດໃນການສ້າງສື່ໂຄສະນາ ເພື່ອເຮັດໃຫ້ຜູ້ບໍລິໂພກຢາກຊື້ ແລະ ຢາກໃຊ້ສິນຄ້າ

  • ຄວາມສາມາດໃນການສື່ສານທາງການຕະຫຼາດ ເພື່ອນ້າວໂນ້ມຈິດໃຈຂອງລູກຄ້າ

  • ສາມາດວິໄຈການຕະຫຼາດ, ເກັບກຳຂໍ້ມູນ, ຄິດໄລ່, ປະເມີນສະຖານະການທາງດ້ານການຕະຫຼາດ ແລະ ຍັງສາມາດບໍລິຫານກິດຈະກຳທັງໝົດທາງການຕະຫຼາດໄດ້

ຈົບແລ້ວປະກອບອາຊີບຫຍັງໄດ້ແດ່?

  • ນັກວາງແຜນກົນລະຍຸດທາງການຕະຫຼາດ

  • ນັກວິຊາການ, ນັກຈັດກິດຈະກຳທາງການຕະຫຼາດ

  • ນັກໂຄສະນາ

  • ນັກປະຊາສຳພັນ

  • ນັກວິເຄາະທາງການຕະຫຼາດ

  • ທີ່ປຶກສາ, ນັກການຕະຫຼາດລະຫວ່າງປະເທດ

ສາມາດຮຽນໄດ້ຢູ່ໃສ?

  • ວິທະຍາໄລ ເຕັກນິກປາກປ່າສັກ

- ພາກວິຊາ ບໍລິຫານທຸລະກິດ

- ຫຼັກສູດ ຊັ້ນສູງ (12+3 ),​ ຮຽນ 4 ປີ ແລະ ເປັນພາກ ເຊັ່ນ: ພາກເຊົ້າ ແລະ ພາກບ່າຍ

5.png

ທ່ານສາມາດຕິດຕໍ່ເພື່ອສອບຖາມຂໍ້ມູນຂ່າວສານ ຫຼື ລາຍລະອຽດກ່ຽວກັບການບໍລິການເພີ່ມເຕີມ

ທີ່ຢູ່

ຖະໜົນດົງປາຍນາ
ບ້ານສະພານທອງເໜືອ 
ເມືອງສີສັດຕະນາກ 
ນະຄອນຫຼວງວຽງຈັນ

ເບີໂທຕິດຕໍ່: 020 54129234
Khemthitcareer@gmail.com

Learning4lee@gmail.com

ໂມງລັດຖະການ

ຈັນ-ສຸກ : 8:00-​17:00

  • Whatsapp
  • Facebook
  • Youtube
  • TikTok

ສົນໃຈຕິດຕໍ່ເພື່ອສອບຖາມລາຍລະອຽດ

ຂອບໃຈທີ່ສົ່ງຂໍ້ຄວາມຫາພວກເຮົາ

ໂຄຄູນ ໂດຍ ເຂັມທິດອາຊີບ

bottom of page