top of page

ນັກພູມີສະຖາປະນິກ

ນິຍາມອາຊີບ

ນັກພູມີສະຖາປະນິກ ແມ່ນຜູ້ທີ່ມີຄວາມຮູ້ ແລະ ຊຳນານດ້ານການອອກແບບ, ຈັດການພື້ນທີ່ພາຍນອກ ຂອງຕຶກ, ອາຄານ, ສວນຂະໜາດນ້ອຍ, ສວນສາທາລະນະ, ສວນສັດ, ສະໜາມກິລາ, ຟາມ ແລະ ການຕົກແຕ່ງພາຍນອກອື່ນໆ. ນອກນັ້ນ, ຍັງລວມເຖິງພື້ນທີ່ຂະໜາດໃຫຍ່ ເຊັ່ນ: ການວາງແຜນຜັງເມືອງ ເປັນຕົ້ນ. ເຊິ່ງນັກພູມີສະຖາປະນິກແມ່ນຈະຄຳນຶງເຖິງທຳມະຊາດ ເພື່ອສາມາດອອກແບບໃຫ້ເໝາະສົມກັບບໍລິບົດ ແລະ ສະພາບສະເພາະຂອງພື້ນທີ່ຕາມຍຸກສະໄໝຂອງປັດຈຸບັນ ເຮັດໃຫ້ມີການພົວພັນລະຫວ່າງທໍາມະຊາດ ແລະ ຄົນ.

ການເຮັດວຽກ

ລັກສະນະວຽກ

ຫຼາຍຄົນອາດມີຂໍ້ສົງໄສລະຫວ່າງ ນັກສະຖາປະນິກ ແລະ ນັກພູມີສະຖາປະນິກ ເຊິ່ງທັງສອງອາຊີບແມ່ນມີລັກສະນະວຽກທີ່ແຕກຕ່າງກັນຄື: 

  •  ນັກສະຖາປະນິກ ແມ່ນຜູ້ທີ່ອອກແບບອາຄານປະເພດຕ່າງໆໃຫ້ສວຍງາມ ເຊິ່ງຈະອອກແບບສະເພາະຕຶກອາຄານເປັນສ່ວນໃຫຍ່ ວ່າອາຄານແບບໃດຈຶ່ງງາມ, ແປກໃໝ່ ແລະ ມີເອກະລັກເປັນຂອງຕົນເອງ ເຊັ່ນ: ເຮືອນ, ໂຮງແຮມ, ໂຮງໝໍ, ຮ້ານຄ້າ ແລະ ອື່ນໆ

  • ນັກພູມີສະພາປະນິກ ແມ່ນເຮັດວຽກກ່ຽວກັບການອອກແບບ, ວາງແຜນຜັງ ແລະ  ຕົກແຕ່ງພື້ນທີ່ຕ່າງໆທີ່ຢູ່ອ້ອມຮອບອາຄານ ເປັນຕົ້ນແມ່ນບັນດາສວນຕ່າງໆໃຫ້ມີຄວາມສວຍງາມ, ນໍາໃຊ້ພື້ນທີ່ໃຫ້ເກີດປະໂຫຍດ, ເປັນມິດກັບສິ່ງແວດລ້ອມ ແລະ ເໝາະສົມກັບສັງຄົມ. ນອກນັ້ນ, ນັກພູມີສະຖາປະນິກແມ່ນຈະມີຄວາມຮູ້ກ່ຽວກັບທຳມະຊາດຂ້ອນຂ້າງຫຼາຍເນື່ອງຈາກວ່າເວລາອອກແບບແມ່ນຈະຕ້ອງຮູ້ກ່ຽວກັບດິນ, ຕົ້ນໄມ້,​ ລົມ ແລະ ການລະບາຍຂອງນ້ຳ ເປັນຕົ້ນ

ໜ້າທີ່ຮັບຜິດຊອບ

  • ອອກໄປພົບລູກຄ້າເພື່ອຮັບຟັງຄວາມຕ້ອງການ ແລະ ນໍາເອົາຂໍ້ມູນມາວິເຄາະ

  • ຫຼັງຈາກທີ່ໄດ້ຮັບໂຈດຈາກລູກຄ້າແລ້ວ ນັກພູມີສະຖາປະນິກຈະຕ້ອງມີການລົງສໍາຫຼວດພື້ນທີ່ ແລະ ເຮັດບົດນໍາສະເໜີຕ່າງໆໂດຍຜ່ານໂປຣແກຣມ ເພື່ອໄປສະເໜີໃຫ້ກັບລູກຄ້າ ພ້ອມບອກຄວາມສຳຄັນຂອງອົງປະກອບຕ່າງໆ

  • ປະເມີນຜົນກະທົບທາງສິ່ງແວດລ້ອມ

  • ເອົາຄວາມຄິດທີ່ອອກແບບໄວ້ໄປລົງລາຍລະອຽດ (Design development) ເພື່ອໃຫ້ໝັ້ນໃຈວ່າສິ່ງທີ່ຕົນເອງ ແລະ ທີມອອກແບບມານັ້ນ ສາມາດເກີດຂຶ້ນໄດ້ຈິງ

  • ກວດສອບໜ້າງານ ຫຼັງຈາກທີ່ມີຄົນຮັບເໝົາກໍ່ສ້າງ

  • ນັກພູມີສະຖາປະນິກບາງຄົນກໍມີໜ້າທີ່ວາງແຜນຜັງເມືອງ  ຂຶ້ນກັບການຈ້າງງານ ແລະ ປະສົບການເຮັດວຽກທີ່ກ່ຽວຂ້ອງ

  • ເຮັດວຽກຮ່ວມກັບນັກສະຖາປະນິກໃນການອອກແບບ

ສະຖານທີ່ເຮັດວຽກ

  • ບໍລິສັດອອກແບບສະຖາປັດຕະຍະກຳ ແລະ ພູມີສະຖາປັດຕະຍະກໍາ

  • ບໍລິສັດຕົກແຕ່ງສວນ

  • ບໍລິສັດທີ່ປຶກສາ

  • ອາຊີບອິດສະຫຼະ

  • ມະຫາວິທະຍາໄລ

  • ບໍລິສັດອະສັງຫາລິມະຊັບ

ຜູ້ທີ່ຕ້ອງເຮັດວຽກຮ່ວມ

  • ນັກສະຖາປະນິກ

  • ວິສະວະກອນໂທາ

  • ລູກຄ້າ

  • ທີມຮັບເໝົາກໍ່ສ້າງ

  • ການເງິນ

ທາງເລືອກອາຊີບ

ອາຊີບນັກພູມີສະຖາປະນິກ ແມ່ນມີທາງເລືອກທາງດ້ານອາຊີບທີ່ມີຄວາມໜ້າສົນໃຈດັ່ງນີ້:​

  • ເມື່ອມີປະສົບການ, ຮູ້ທິດທາງໃນການປະກອບທຸລະກິດ ສາມາດເປີດເປັນບໍລິສັດກ່ຽວກັບການຈັດສວນໄດ້, ຂາຍຕົ້ນໄມ້ປະດັບ ຫຼື ອື່ນໆທີ່ກ່ຽວກັບການຕົກແຕ່ງສວນ

  • ສາມາດປະກອບອາຊີບເປັນນັກພູມີສະຖາປະນິກອິດສະຫຼະໄດ້ ເຊິ່ງເຮັດກ່ຽວກັບການໃຫ້ຄໍາປຶກສາ

ຄວາມກ້າວໜ້າທາງດ້ານອາຊີບ

ການເຕີບໂຕທາງດ້ານອາຊີບ

ເສັ້ນທາງການເຕີບໂຕຂອງອາຊີບນັກພູມີສະຖາປະນິກ ແມ່ນມີດັ່ງນີ້: 

  • ເມື່ອມີປະສົບການໃນການເຮັດວຽກກ່ຽວກັບສາຍນີ້ໂດຍກົງ ແລະ ມີຜົນງານໂດດເດັ່ນ ກໍມີໂອກາດໃນການເດີນທາງໄປເຮັດວຽກໃນຕ່າງປະເທດ ແລະ ໄດ້ຮັບໂຄງການຈາກປະເທດຫຼາຍ

  • ສາມາດເປີດເປັນບໍລິສັດທີ່ເຮັດກ່ຽວກັບພູມີສະຖາປັດຕະຍະກໍາໄດ້

  • ສາມາດເປີດເປັນບໍລິສັດທີ່ປຶກສາກ່ຽວກັບການຈັດ-ຕົກແຕ່ງກ່ຽວກັບສວນ

ຂັ້ນລາຍໄດ້

(ບໍ່ມີຂໍ້ມູນ)

ເງິນເດືອນພື້ນຖານ

(ບໍ່ມີຂໍ້ມູນ)

ແຂ່ງຂັນ ແລະ ຄວາມຕ້ອງການຂອງຕະຫຼາດແຮງງານ

ອາດມີຫຼາຍຄົນໃນສັງຄົມເຮົາທີ່ຍັງບໍ່ຮູ້ຈັກອາຊີບນີ້ເທື່ອ ແຕ່ຄວາມເປັນຈິງແລ້ວ ອາຊີບນີ້ແມ່ນເປັນທີ່ຕ້ອງການຂອງຕະຫຼາດແຮງງານໃນໂລກ ເພາະໃນຂະບວນການພັດທະນາ, ການກໍ່ສ້າງບັນດາຕຶກອາຄານກໍລ້ວນແລ້ວແຕ່ມີການທຳລາຍທໍາມະຊາດ ຄົນໃນຕົວເມືອງຫ່າງໄກຈາກທໍາມະຊາດຫຼາຍຂຶ້ນ ເພາະທຳມະຊາດຖືກທໍາລາຍຈາກຂະບວນການພັດທະນາ. ດັ່ງນັ້ນ, ອາຊີບນີ້ຈຶ່ງຕອບໂຈດໃຫ້ກັບຊີວິດຂອງຄົນທີ່ອາໄສຕົວເມືອງ ແລະ ບັນດາໂຄງການຕ່າງໆໃນຕົວເມືອງ ເຊັ່ນ: ໂຮງໝໍ, ໂຮງຮຽນ, ໂຮງແຮມ ເພື່ອໃຫ້ມີທໍາມະຊາດຢູ່ອ້ອມຮອບຕຶກອາຄານຫຼາຍຂຶ້ນ.

ຂໍ້ດີ ແລະ ຂໍ້ເສຍ

ຂໍ້ດີ

  • ເປັນສ່ວນໜຶ່ງໃນການສ້າງສະພາບແວດລ້ອມທີ່ດີ ໂດຍສະເພາະແມ່ນການສ້າງພື້ນທີ່ສີຂຽວໃຫ້ກັບຄົນໃນສັງຄົມ 

  • ເປັນອາຊີບທີ່ລາຍໄດ້ຂ້ອນຂ້າງສູງ

  • ເປັນອາຊີບໜຶ່ງທີ່ສໍາຄັນ ແລະ ເປັນທີ່ຕ້ອງການຂອງຕະຫຼາດແຮງງານ ແຕ່ຄົນລາວສ່ວນໜຶ່ງກໍຍັງບໍ່ຮູ້ຈັກເທື່ອ. ດັ່ງນັ້ນ, ຈຶ່ງເປັນໂອກາດດີ ຖ້າຫາກວ່າເຮົາມີຜົນງານທີ່ເດັ່ນໆ ຫຼາຍຄົນກໍຈະຮູ້ຈັກເຮົາຫຼາຍຂຶ້ນ

ຂໍ້ເສຍ

  • ຢູ່ປະເທດເຮົາແມ່ນຍັງບໍ່ປາກົດເຫັນຄົນປະກອບອາຊີບນີ້ຫຼາຍ. ດັ່ງນັ້ນ, ຫຼາຍຄົນອາດຄິດວ່າອາຊີບນີ້ກັບອາຊີບສະຖາປັດແມ່ນອັນດຽວກັນ

  • ຍັງບໍ່ມີສາຍການຮຽນກ່ຽວກັບອາຊີບນີ້ໂດຍກົງຢູ່ໃນ ສ.ປ.ປ ລາວ ເຊິ່ງມີແຕ່ສາຍທີ່ໃກ້ຄຽງ ເຊັ່ນ: ສະຖາປັດຕະຍະກຳ, ອອກແບບແຜນຜັງເມືອງ

ຄຸນສົມບັດທີ່ເໝາະສົມກັບອາຊີບ

  • ມີຄວາມອົດທົນ

  • ມີໃຈຮັກໃນການສ້າງພື້ນທີ່ສີຂຽວ ແລະ ມີໃຈຮັກໃນການອອກແບບ

  • ມີຄວາມຄິດສ້າງສັນ

  • ມີມະນຸດສໍາພັນດີ

  • ມີວິໄນໃນການເຮັດວຽກ ແລະ ມີຄວາມຮັບຜິດຊອບສູງ

ທັກສະທີ່ເໝາະສົມກັບອາຊີບ

  • ຕ້ອງຈົບຫຼັກສູດປະລິນຍາຕີສາຍສະເພາະດ້ານ ກໍຄືພູມີສະຖາປັດຕະຍະກໍາ ຫຼື ສາຍທີ່ກ່ຽວຂ້ອງ ເຊັ່ນ: ອອກແບບແຜນຜັງເມືອງ ຫຼື ສະຖາປັດຕະຍະກໍາ ໂດຍສະເພາະແມ່ນຄວາມຮູ້ກ່ຽວກັບຕົ້ນໄມ້, ອາກາດ, ດິນ ແລະ ຄວາມຮູ້ດ້ານການອອກແບບສະຖາປັດຕະຍະກຳບາງສ່ວນ

  • ມີທັກສະດ້ານການນໍາໃຊ້ຄອມພິວເຕີ ເຊັ່ນ: ໂປຣແກຣມໃນການອອກແບບອື່ນໆ

  • ທັກສະການເຮັດວຽກເປັນທີມ

  • ຖ້າມີທັກສະທາງດ້ານພາສາ ກໍຈະສາມາດຕໍ່ຍອດໃນການເຮັດວຽກໄດ້ດີ ເປັນຕົ້ນແມ່ນມີໂອກາດທີ່ໄດ້ເຮັດວຽກ ຫຼື ອອກແບບໂຄງການຂອງຕ່າງປະເທດທີ່ມາລົງທຶນໃນປະເທດເຮົາ

  • ທັກສະດ້ານການຄິດວິເຄາະ ແລະ ການແກ້ໄຂບັນຫາສະເພາະໜ້າ

ຄຸນຄ່າຂອງອາຊີບ

ນັກພູມີສະຖາປະນິກ ແມ່ນສ່ວນໜຶ່ງທີ່ເຮັດໃຫ້ບັນດາສະຖານທີ່ຕ່າງໆ ເຊັ່ນ: ໂຮງໝໍ, ຫ້າງສິນຄ້າ ແລະ ສະຖານທີ່ອື່ນໆມີສີຂຽວຫຼາຍຂຶ້ນ ເຮັດໃຫ້ຄົນໃນຕົວເມືອງໄດ້ສໍາພັດໃກ້ຊິດກັບທໍາມະຊາດ ແລະ ອາຊີບນີ້ຍັງເປັນສ່ວນໜຶ່ງໃນການຊ່ວຍໃຫ້ການອອກແບບຂອງບັນດາໂຄງການຕ່າງໆບໍ່ທຳລາຍສິ່ງແວດລ້ອມ ແລະ ມີສິ່ງແວດລ້ອມທີ່ດີຫຼາຍຂຶ້ນ.

ຊ່ອງທາງການສຶກສາເພີ່ມເຕີມ

ສາຍການຮຽນທີ່ກ່ຽວກັບອາຊີບນີ້ໂດຍກົງແມ່ນຍັງບໍ່ມີເທື່ອ. ຢ່າງໃດກໍຕາມ, ສາຍການຮຽນທີ່ກ່ຽວຂ້ອງ ຫຼື ໃກ້ຄຽງກັບສາຍອາຊີບນີ້ປະກອບມີ: 

  • ຄະນະສະຖາປັດຕະຍະກໍາສາດ, ມະຫາວິທະຍາໄລແຫ່ງຊາດ ເຊິ່ງມີ 2 ສາຍຄື: ສາຍສະຖາປັດຕະຍະກໍາ ແລະ ສາຍສະພາບແວດລ້ອມຜັງເມືອງ

ຄໍາແນະນໍາການພັດທະນາຕົນເອງ

  • ສຶກສາກ່ຽວກັບດິນ, ລົມ, ຊະນິດຂອງຕົ້ນໄມ້ ແລະ ການໄຫຼຂອງສາຍນໍ້າ ເປັນຕົ້ນ

  • ສຶກສາກ່ຽວກັບການຈັດວາງໂຄງສ້າງຂອງສວນ ແລະ ການອອກແບບທີ່ຢູ່ພາຍນອກຕຶກອາຄານ

  • ຖ້າຫາກວ່າມີຄວາມຮູ້ທາງດ້ານພາສາກໍຈະຍິ່ງຊ່ວຍຕໍ່ຍອດອາຊີບໄດ້ດີ

ອາຊີບທີ່ໃກ້ຄຽງ

  • ສະຖາປະນິກ

  • ນັກອອກແບບແຜນຜັງເມືອງ

  • ວິສະວະກອນໂຍທາ

ຊ່ວງເວລາໃນການເຮັດວຽກ

  • ບໍ່ມີໂມງໃນການເຮັດວຽກຕາຍຕົວ ຂຶ້ນກັບສະຖານປະກອບການເປັນຄົນກໍານົດ

ທ່ານສາມາດຕິດຕໍ່ເພື່ອສອບຖາມຂໍ້ມູນຂ່າວສານ ຫຼື ລາຍລະອຽດກ່ຽວກັບການບໍລິການເພີ່ມເຕີມ

ທີ່ຢູ່

ຖະໜົນດົງປາຍນາ
ບ້ານສະພານທອງເໜືອ 
ເມືອງສີສັດຕະນາກ 
ນະຄອນຫຼວງວຽງຈັນ

ເບີໂທຕິດຕໍ່: 020 54129234
Khemthitcareer@gmail.com

Learning4lee@gmail.com

ໂມງລັດຖະການ

ຈັນ-ສຸກ : 8:00-​17:00

  • Whatsapp
  • Facebook
  • Youtube
  • TikTok

ສົນໃຈຕິດຕໍ່ເພື່ອສອບຖາມລາຍລະອຽດ

ຂອບໃຈທີ່ສົ່ງຂໍ້ຄວາມຫາພວກເຮົາ

ໂຄຄູນ ໂດຍ ເຂັມທິດອາຊີບ

bottom of page