top of page

ວິສະວະກອນບໍ່ແຮ່

ນິຍາມອາຊີບ

ວິສະວະກອນບໍ່ແຮ່ ແມ່ນວິຊາການທີ່ສໍາຫຼວດ, ວາງແຜນ, ອອກແບບວິທີການຂຸດເຈາະ ແລະ ດໍາເນີນການຂຸດເຈາະຊັບພະຍາກອນທຳມະຊາດທີ່ຢູ່ໃຕ້ດິນ ເປັນຕົ້ນແມ່ນ: ແຮ່ທາດ, ນ້ຳມັນ ແລະ ກ໊າສທຳມະຊາດຈາກແຫຼ່ງກັກເກັບໃຕ້ຜິວດິນທີ່ສໍາຫຼວດ.

ການເຮັດວຽກ

ລັກສະນະວຽກ

ລັກສະນະວຽກໃນພາບລວມຂອງນັກວິສະວະກອນບໍ່ແຮ່ແມ່ນເຮັດວຽກທີ່ກ່ຽວກັບຂະບວນການຂຸດຄົ້ນ, ໄຈ້ແຍກປະເພດແຮ່ທາດ, ນ້ຳມັນ, ກ໊າສທໍາມະຊາດ ທີ່ຢູ່ໃຕ້ດິນ ເຊິ່ງວ່າຊັບພະຍາກອນທີ່ກ່າວມານັ້ນແມ່ນເຮົາບໍ່ສາມາດເຫັນໄດ້ດ້ວຍຕາເປົ່າຢູ່ເທິງໜ້າດິນ. ​ດັ່ງນັ້ນ, ອາຊີບນີ້ຈຶ່ງຕ້ອງໄດ້ໃຊ້ຈິນຕະນາການ, ການຄິດໄລ່, ການຄາດເດົາ ວ່າພື້ນໃດທີ່ຂຸດເຈາະດິນລົງໄປແລ້ວຈະພົບກັບຊັບພະຍາກອນດັ່ງກ່າວ. ນອກນັ້ນ, ວິສະວະກອນບໍ່ແຮ່ຍັງແມ່ນຜູ້ທີ່ຄິດຄົ້ນວິທີການຂຸດເຈາະ ແລະ ວາງແຜນໃນການຂຸດເຈາະອີກດ້ວຍ.

ໜ້າທີ່ຮັບຜິດຊອບ

  • ເດີນທາງສໍາຫຼວດ ເພື່ອເກັບຂໍ້ມູນ

  • ນໍາເອົາຂໍ້ມູນທີ່ໄດ້ ໄປວິເຄາະຂໍ້ມູນເພື່ອອອກແບບ ແລະ ຂະບວນການຜະລິດບໍ່ແຮ່ຈາກພື້ນທີ່ສໍາຫຼວດ

  • ຄິດຄົ້ນວິທີການສໍາຫຼວດ ໂດຍນໍາໃຊ້ເຕັກໂນໂລຊີ ເພື່ອໃຫ້ຂະບວນການຂຸດຄົ້ນໄດ້ຜົນຜະລິດສູງສຸດ ໂດຍມີການຄິດໄລ່ ແລະ ວິເຄາະຫຼາຍໆດ້ານກ່ຽວກັບປະລິມານ, ຄວາມສາມາດໃນການຂຸດເຈາະ ເພື່ອໃຫ້ຮັບປະກັນວ່າການຂຸດຄົ້ນໃນຄັ້ງນັ້ນໆຈະຄຸ້ມຄ່າ ກ່ອນທີ່ຈະມີການຂຸດເຈາະຕົວຈິງ

  • ສໍາຫຼວດແຫຼ່ງບໍ່ແຮ່ໃໝ່ໆ ທັງເທິງແຜ່ນດິນ ແລະ ໃນທະເລ

ສະຖານທີ່ເຮັດວຽກ

  • ບໍລິສັດຜະລິດນ້ຳມັນ

  • ບໍລິສັດຂຸດຄົ້ນບໍ່ແຮ່

ຜູ້ທີ່ຕ້ອງເຮັດວຽກຮ່ວມ

  • ນັກທໍລະນີວິທະຍາ

  • ນັກທໍລະນີເຕັກນິກ

  • ວິສະວະກອນໂຍທາ

  • ວິສະວະກອນບໍ່ແຮ່ຄົນອື່ນໆ

ທາງເລືອກອາຊີບ

ຖ້າເປັນບໍລິສັດໃຫຍ່ໆ ວຽກຂອງວິສະວະກອນບໍ່ແຮ່ແມ່ນຈະແບ່ງອອກເປັນສາຍຍ່ອຍດັ່ງນີ້ຄື: 

  • ວິສະວະກອນແຫຼ່ງຈັດເກັບ

  • ວິສະວະກອນຂຸດເຈາະ

  • ວິສະວະກອນການຜະລິດ 

ເຊິ່ງນັກວິສະວະກອນບໍ່ແຮ່ແມ່ນຈະມີທາງເລືອກໃນສາຍງານທີ່ຍາກໃນການລົງເລິກຄື:

  • ຖ້າຫາກວ່າໃນບໍລິບົດຂອງປະເທດເຮົາ ນັກວິສະວະກອນບໍ່ແຮ່ແມ່ນສາມາດເຮັດວຽກກ່ຽວກັບການຂຸດຄົ້ນກ໊າສທໍາມະຊາດ ຫຼື ບັນດາແຮ່ທາດຕ່າງໆໄດ້

  • ສາມາດເປັນວິຊາການທີ່ບໍລິຫານກ່ຽວກັບນ້ຳມັນໃນບໍລິສັດຕ່າງໆ

ຄວາມກ້າວໜ້າທາງດ້ານອາຊີບ

ການເຕີບໂຕທາງດ້ານອາຊີບ

  • ເສັ້ນທາງການເຕີບໂຕຂອງນັກວິສະວະກອນບໍ່ແຮ່ມີຄື: 

  • ຖ້າຫາກວ່າມີປະສົບການໃນການເຮັດວຽກຫຼາຍປີ ກໍຈະໄດ້ຮັບຄ່າຈ້າງທີ່ເພີ່ມຂຶ້ນ ແລະ ມີລາຍໄດ້ຫຼາຍ

  • ມີໂອກາດໃນກາດໄດ້ເຮັດວຽກຮ່ວມກັບວິຊາການທີ່ເກັ່ງໆຂອງຕ່າງປະເທດ

ຂັ້ນລາຍໄດ້

(ບໍ່ມີຂໍ້ມູນ)

ເງິນເດືອນພື້ນຖານ

(ບໍ່ມີຂໍ້ມູນ)

ແຂ່ງຂັນ ແລະ ຄວາມຕ້ອງການຂອງຕະຫຼາດແຮງງານ

ການແຂ່ງຂັນຂອງຕະຫຼາດແຮງງານໃນສາຍອາຊີບນີ້ແມ່ນຍັງບໍ່ສູງ ເນື່ອງຈາກຫຼາຍສາເຫດ ເຊັ່ນ: ຕະຫຼາດຮອງຮັບທີ່ເຮັດວຽກກ່ຽວກັບການຂຸດເຈາະນໍ້າມັນໃນປະເທດເຮົາແມ່ນຍັງບໍ່ມີ ອາດພົບເຫັນມີການຂຸດເຈາະກ່ຽວກັບທໍາມະຊາດ ແຕ່ຂະໜາດນ້ອຍ. ຢ່າງໃດກໍຕາມ, ຜູ້ທີ່ເຮັດວຽກໃນຂະແໜງການນີ້ກໍຈະມີລາຍໄດ້ຂ້ອນຂ້າງສູງ ເນື່ອງຈາກວ່າມີຜູ້ປະກອບອາຊີບນີ້ໜ້ອຍ.

ຂໍ້ດີ ແລະ ຂໍ້ເສຍ

ຂໍ້ດີ

  • ລາຍໄດ້ຂ້ອນຂ້າງສູງ

  • ເປັນອາຊີບທີ່ຄົນລາວຍັງບໍ່ປະກອບຫຼາຍ

  • ມີໂອກາດເຮັດວຽກກັບວິສະວະກອນ ຫຼື ຊ່ຽວຊານທີ່ມາຈາກຕ່າງປະເທດ

ຂໍ້ເສຍ

  • ຢູ່ປະເທດເຮົາບໍ່ຄ່ອຍພົບເຫັນການຂຸດຄົ້ນນໍ້າມັນ ແລະ ກ໊າສທໍາມະຊາດຫຼາຍ ເຊິ່ງເຮັດໃຫ້ຕະຫຼາດແຮງງານໃນສາຍອາຊີບນີ້ແມ່ນຍັງມີໜ້ອຍ

ຄຸນສົມບັດທີ່ເໝາະສົມກັບອາຊີບ

  • ມີໃຈຮັກໃນວຽກທີ່ທ້າທາຍ ແລະ ສາມາດເຮັດວຽກກາງແຈ້ງ, ກາງຄືນ ແລະ ກາງເວັນໄດ້ ເວົ້າໄດ້ວ່າ ສາມາດປັບໂຕເຂົ້າກັບທຸກສະຖານທີ່ໃນການເຮັດວຽກ

  • ສາມາດເຮັດວຽກພາຍໃຕ້ຄວາມກົດດັນໄດ້

  • ມີຄວາມຮັບຜິດຊອບຕໍ່ໜ້າວຽກສູງ

ທັກສະທີ່ເໝາະສົມກັບອາຊີບ

  • ຄວາມຮູ້ດ້ານວິຊາການທີ່ກ່ຽວຂ້ອງກັບນໍ້າມັນ ແລະ ກ໊າສທໍາມະຊາດ

  • ທັກສະດ້ານການຄິດວິເຄາະເຖິງຄວາມເປັນໄປໄດ້, ການດໍາເນີນການຂຸດເຈາະ, ຄວາມຄຸ້ມຄ່າກັບການຂຸດເຈາະຕ່າງໆ ລວມໄປເຖິງການຄໍານຶງເຖິງອຸປະກອນ ແລະ ເຄື່ອງມືດ້ານເຕັກໂນໂລຊີທີ່ໃຊ້ໃນກາຂຸດເຈາະ

  • ທັກສະດ້ານຄະນິດສາດ ເພາະຕ້ອງມີການຄິດໄລ່, ການຄໍານວນຕ່າງໆ ກ່ອນທີ່ຈະມີການຂຸດເຈາະ

  • ທັກສະດ້ານການແກ້ໄຂບັນຫາສະເພາະໜ້າ

  • ຄວາມຮູ້ກ່ຽວກັບລະບົບຄອມພິວເຕີ ເພາະຈະໃຊ້ໃນການຄິດວິເຄາະ, ການຄໍານວນ

  • ຖ້າມີທັກສະດ້ານພາສາຕ່າງປະເທດ ກໍຈະສາມາດຕໍ່ຍອດຕົນເອງ ໃຫ້ເຮັດວຽກໃນຕະຫຼາດແຮງງານຂອງສາກົນໄດ້

ຄຸນຄ່າຂອງອາຊີບ

ອາຊີບວິສະວະກອນບໍ່ແຮ່ແມ່ນມີຄວາມສໍາຄັນຕໍ່ກັບສັງຄົມເຮົາຫຼາຍ  ເນື່ອງຈາກວ່າກ່ອນທີ່ເຮົາຈະມີນ້ຳມັນລົດໃນການເດີນທາງແຕ່ລະມື້, ໂຮງງານມີກໍາລັງໃນການຜະລິດ ແລະ ກ່ອນທີ່ເຮົາຈະມີກ໊າສໃນການປຸງແຕ່ງອາຫານ ກໍເກີດມາຈາກການຂຸດຄົ້ນຂອງບັນດາວິສະວະກອນຕ່າງໆ.

ຊ່ອງທາງການສຶກສາເພີ່ມເຕີມ

ສະຖາບັນທີ່ສຶກສາໂດຍກົງກ່ຽວກັບສາຍອາຊີບນີ້ ເຊັ່ນ: 

  • ວິສະວະກໍາບໍ່ແຮ່ ຄະນະວິສະວະກໍາສາດ ມະຫາວິທະຍາໄລແຫ່ງຊາດ

ອາຊີບທີ່ໃກ້ຄຽງ

  • ວິສະວະກອນປີໂຕຣລ່ຽມ

  • ວິສິວະກອນປີໂຕຣເຄມີ

ຄໍາແນະນໍາການພັດທະນາຕົນເອງ

  • ເຝິກຝົນທັກສະດ້ານຄະນິດສາດ ແລະ ການຄິດວິເຄາະ

  • ຖ້າຫາກວ່າເຮົາມີທັກສະດ້ານພາສາຕ່າງປະເທດ ເຮົາກໍສາມາດໄປເຮັດວຽກໃນຕະຫຼາດແຮງງານສາກົນໄດ້ເຊັ່ນກັນ

  • ສຶກສາກ່ຽວກັບແຮ່ທາດ, ກ໊າສທໍາມະຊາດ ແລະ ບັນດານ້ຳມັນດິບຕ່າງໆ

ຊ່ວງເວລາໃນການເຮັດວຽກ

  • ໂມງໃນການເຮັດວຽກແມ່ນຂຶ້ນກັບອົງກອນເປັນຄົນກໍານົດ

ທ່ານສາມາດຕິດຕໍ່ເພື່ອສອບຖາມຂໍ້ມູນຂ່າວສານ ຫຼື ລາຍລະອຽດກ່ຽວກັບການບໍລິການເພີ່ມເຕີມ

ທີ່ຢູ່

ຖະໜົນດົງປາຍນາ
ບ້ານສະພານທອງເໜືອ 
ເມືອງສີສັດຕະນາກ 
ນະຄອນຫຼວງວຽງຈັນ

ເບີໂທຕິດຕໍ່: 020 54129234
Khemthitcareer@gmail.com

Learning4lee@gmail.com

ໂມງລັດຖະການ

ຈັນ-ສຸກ : 8:00-​17:00

  • Whatsapp
  • Facebook
  • Youtube
  • TikTok

ສົນໃຈຕິດຕໍ່ເພື່ອສອບຖາມລາຍລະອຽດ

ຂອບໃຈທີ່ສົ່ງຂໍ້ຄວາມຫາພວກເຮົາ

ໂຄຄູນ ໂດຍ ເຂັມທິດອາຊີບ

bottom of page