top of page

ຊ່າງໄມ້ເຟີນິເຈີ

ນິຍາມອາຊີບ

ຊ່າງໄມ້ເຟີນິເຈີ ແມ່ນຜູ້ທີ່ມີຄວາມເຂົ້າໃຈໃນສ່ວນຕ່າງໆຂອງໄມ້ ແລະ ມີຄວາມຮູ້ກ່ຽວກັບໄມ້ເປັນຢ່າງດີ. ນອກຈາກນັ້ນ, ຊ່າງໄມ້ຍັງໄດ້ໃຊ້ຄວາມຄິດສ້າງສັນເຂົ້າໃນການເຮັດວຽກ ເຊັ່ນ: ການອອກແບບ, ການແກະສະຫຼັກຜະລິດຕະພັນ ເພື່ອຕອບໂຈດກັບຄວາມຕ້ອງການຂອງລູກຄ້າ ແລະ ໃຫ້ເໝາະສົມກັບການໃຊ້ງານ.

ການເຮັດວຽກ

ລັກສະນະວຽກ

ລັກສະນະໜ້າວຽກຂອງຊ່າງໄມ້ເຟີນິເຈີ ແມ່ນກ່ຽວກັບການອອກແບບ ແລະ ຜະລິດເຄື່ອງໃຊ້ເຟີນິເຈີເປັນຕົ້ນ ເຊັ່ນ: ໂຕະ, ຕັ່ງ, ຕູ້ ແລະ ອື່ນໆ ອີງຕາມການຮ້ອງຂໍຂອງລູກຄ້າ ຫຼື ຕາມການອອກແບບຂອງຊ່າງໄມ້ ທີ່ຄິດວ່າສິນຄ້າຂອງຕົນເອງຈະສາມາດຊ່ວຍແກ້ບັນຫາ ແລະ ຕອບໂຈດຄວາມຕ້ອງການລູກຄ້າ.

ໜ້າທີ່ຮັບຜິດຊອບ

  • ໂອ້ລົມ ແລະ ສອບຖາມລູກຄ້າກ່ຽວກັບຄວາມຕ້ອງການຂອງພວກເຂົາ

  • ວິເຄາະຂໍ້ມູນທີ່ໄດ້ຮັບ ເພື່ອນໍາໄປອອກແບບ

  • ອອກແບບຮູບຊົງຜະລິດຕະພັນໄມ້ ທັ້ງໃນຮູບແບບທັນສະໄໝ ຫຼື ບູຮານຕາມຄວາມຕ້ອງການຂອງລູກຄ້າ

  • ຜະລິດເຟີນິເຈີ ເຊັ່ນ: ມີການຕັດ, ເລື່ອຍ, ກົບໄມ້, ແກະລວດລາຍ, ປະກອບໄມ້ ແລະ ອື່ນໆ 

ສະຖານທີ່ເຮັດວຽກ

  • ໂຮງງານເຟີນິເຈີ

  • ໂຮງໄມ້

  • ຖ້າເຮັດອາຊີບອິດສະຫຼະ ກໍສາມາດຮັບຈ້າງເຮັດເຟີນິເຈີໄດ້ ຂໍພຽງແຕ່ມີພື້ນທີ່, ມີອຸປະກອນ ແລະ ມີຄວາມສາມາດ

ຜູ້ທີ່ຕ້ອງເຮັດວຽກຮ່ວມ

  • ລູກຄ້າ

  • ຫົວໜ້າ ຫຼື ຜູ້ອອກແບບໄມ້ໂດຍສະເພາະ (ໃນກໍລະນີທີ່ຊ່າງໄມ້ບາງຄົນບໍ່ໄດ້ອອກແບບເອງ)

  • ຊ່າງໄມ້ຄົນອື່ນໆ

ທາງເລືອກອາຊີບ

  • ຊ່າງໄມ້ສາມາດປະກອບອາຊີບເປັນອາຊີບຫຼັກໄດ້

  • ຖ້າຫາກວ່າບາງຄົນມີໃຈມັກໃນດ້ານນີ້ ກໍສາມາດປະກອບເປັນອາຊີບເສີມໄດ້ ຖ້າຫາກວ່າມີອຸປະກອນ

ຄວາມກ້າວໜ້າທາງດ້ານອາຊີບ

ການເຕີບໂຕທາງດ້ານອາຊີບ

  • ເມື່ອມີປະສົບການຫຼາຍຂຶ້ນສາມາດອອກແບບຜະລິດຕະພັນອື່ນໆທີ່ໜ້າສົນໃຈໄດ້

  • ເມື່ອສາມາດຮັບຮູ້ແນວທາງ, ສາມາດວິເຄາະການຕະຫຼາດ, ມີທຶນຮອນ ສາມາດເປີດຮ້ານເຟີນິເຈີເປັນຂອງຕົນເອງ ໂດຍມີການສ້າງເວັບໄຊ້ ຫຼື ຊ່ອງທາງໃນການວາງຂາຍສິນຄ້າຂອງຕົນເອງເພີ່ມຕື່ມ 

  • ຖ້າຫາກວ່າຜູ້ທີ່ປະກອບອາຊີບດັ່ງກ່າວມີຄວາມຄິດສ້າງສັນ ກໍສາມາດຜະລິດເສດໄມ້ມາເປັນຜະລິດຕະພັນໃດໜຶ່ງໄດ້

ຂັ້ນລາຍໄດ້

(ບໍ່ມີຂໍ້ມູນ)

ເງິນເດືອນພື້ນຖານ

(ບໍ່ມີຂໍ້ມູນ)

ແຂ່ງຂັນ ແລະ ຄວາມຕ້ອງການຂອງຕະຫຼາດແຮງງານ

ອາຊີບຊ່າງໄມ້ເຟີນິເຈີ ແມ່ນເປັນອາຊີບທີ່ຕ້ອງການຂອງຕະຫຼາດແຮງງານ ເຊິ່ງສະແດງອອກຄື: ​ໃນປັດຈຸບັນມີຫຼາຍຄົນທີ່ຫັນມາຕົກແຕ່ງ, ສ້ອມແປງ ແລະ ປົວແປງບ້ານ ສິ່ງໜຶ່ງທີ່ທຸກໆຄົວເຮືອນຂາດບໍ່ໄດ້ເລີຍກໍແມ່ນເຟີນິເຈີໄມ້ ເປັນຕົ້ນແມ່ນ: ໂຕະ, ຕຽງ, ຕັ່ງ, ຕູ້ ແລະ ອື່ນໆ. ດັ່ງນັ້ນ, ອາຊີບນີ້ຈຶ່ງເປັນອາຊີບທີ່ຍາກຫຼາຍທີ່ຈະຕົກວຽກ.

ຂໍ້ດີ ແລະ ຂໍ້ເສຍ

ຂໍ້ດີ

  • ຊ່າງໄມ້ເປັນອາຊີບທີ່ໃຊ້ທັກສະທາງວິຊາຊີບ. ຢ່າງໃດກໍຕາມ, ທັກສະດັ່ງກ່າວບໍ່ພຽງແຕ່ໃຊ້ໃນການເຮັດວຽກ ແຕ່ຍັງສາມາດນໍາໃຊ້ເຂົ້າໃນຊີວິດປະຈຳວັນເຊັ່ນ: ສາມາດສ້ອມແປງ,​ ແກ້ໄຂຕັ່ງ ຫຼື ໂຕະ ແລະ ສິ່ງອື່ນໆທີ່ເປ່ເພໄດ້

  • ອາຊີບນີ້ສາມາດຕໍ່ຍອດໄດ້ຫຼາຍ

  • ໄດ້ຮັບຮູ້ ແລະ ເຂົ້າໃຈຄວາມຕ້ອງການຂອງລູກຄ້າ ວ່າລູກຄ້າຕ້ອງການເຟີນິເຈີແບບໃດ ແລະ ສິນຄ້າຂອງຕົນເອງໄດ້ເຂົ້າໄປຊ່ວຍແກ້ໄຂບັນຫາໃຫ້ກັບລູກຄ້າຄືແນວໃດ

ຂໍ້ເສຍ

  • ເລື່ອງຂອງຄວາມປອດໄພ, ບາງຄັ້ງອາດກໍ່ໃຫ້ເກີດການບາດເຈັບໄດ້ ເນື່ອງຈາກວ່າມີອຸປະກອນໃນການໃຊ້ງານຫຼາຍ

  • ການຜະລິດຕ້ອງໄດ້ຕາມການກໍານົດທີ່ໄດ້ຕົກລົງກັບລູກຄ້າໄວ້ ເຊິ່ງບາງຄັ້ງກໍເຮັດໃຫ້ຊ່າງກົດດັນ

ຄຸນສົມບັດທີ່ເໝາະສົມກັບອາຊີບ

  • ມີຄວາມດຸໝັ່ນອົດທົນ

  • ມີຄວາມລະອຽດ ແລະ ປານີດໃນການຜະລິດສິນຄ້າ

  • ມີໃຈຮັກໃນດ້ານງານໄມ້

  • ມີຮ່າງກາຍທີ່ແຂງແຮງດີ

  • ມີຄວາມຊຳນານດ້ານງານໄມ້

  • ມີຈິນຕະນາການ

ທັກສະທີ່ເໝາະສົມກັບອາຊີບ

  • ທັກສະໃນການຜະລິດເຟີນິເຈີໄມ້ ໂດຍສະເພາະເຊັ່ນ: ວິທີການຕັດ, ສິ່ວ, ເຂົ້າຮູບ ຫຼື ປະກອບໄມ້ເປັນຕົ້ນ

  • ທັກສະດ້ານການຄິດວິເຄາະ

  • ທັກສະການສື່ສານ

  • ທັກສະດ້ານການອອກແບບ 

  • ຄວາມຮູ້ກ່ຽວກັບອຸປະກອນ, ເຄື່ອງມື ແລະ ວິທີການນໍາໃຊ້ເປັນຢ່າງດີ

  • ທັກສະການຄໍານວນເຖິງສັດສ່ວນຕ່າງໆ

  • ຄວາມຮູ້ກ່ຽວກັບໄມ້ແຕ່ລະປະເພດ ແລະ ຈຸດພິເສດຂອງໄມ້

ຄຸນຄ່າຂອງອາຊີບ

ເຟີນິເຈີໄມ້ ແມ່ນເຄື່ອງໃຊ້ພາຍໃນບ້ານທີ່ຫຼາຍຄົນຂາດບໍ່ໄດ້ ເຊັ່ນ: ຕຽງນອນ, ຕູ້, ຕັ່ງ ແລະ ອື່ນໆ. ຊ່າງໄມ້ເຟີນີເຈີເປັນຜູ້ທີ່ອອກແບບ ແລະ ຜະລິດເຄື່ອງໃຊ້ເຫຼົ່ານັ້ນຂຶ້ນມາ ເພື່ອໃຫ້ເຮົາໄດ້ມີຕົວເລືອກໃຊ້ງານຕາມຈຸດປະສົງ. ນອກຈາກນັ້ນ, ສະຖານທີ່ຕ່າງໆກໍຍັງຕ້ອງການເຟີນິເຈີໄມ້ເຂົ້າໃນການຕົກແຕ່ງ ເປັນຕົ້ນແມ່ນຮ້ານກາເຟ, ບ້ານພັກ, ໂຮງແຮມ, ຣີສອດ ແລະ ສະຖານທີ່ອື່ນໆ.

ຊ່ອງທາງການສຶກສາເພີ່ມເຕີມ

ສະຖາບັນການສຶກສາທີ່ກ່ຽວຂ້ອງກັບອາຊີບນີ້ປະກອບມີຄື:

  • ໂຮງຮຽນເຕັກນິກ-ວິຊາຊີບ ເວດສະພົງ

  • ໂຮງຮຽນເຕັກນິກປາກປ່າສັກ

​ນອກນັ້ນ, ຍັງສາມາດສຶກສານໍາອິນເຕີເນັດໄດ້ເຊັ່ນ: Youtube, Google ແລະ ຜູ້ທີ່ປະກອບອາຊີບນີ້ໂດຍກົງ.

ອາຊີບທີ່ໃກ້ຄຽງ

  • ນັກອອກແບບຜະລິດຕະພັນ

ຄໍາແນະນໍາການພັດທະນາຕົນເອງ

  • ໝັ່ນສຶກສາປະເພດຂອງໄມ້ ແລະ ຈຸດພິເສດຂອງໄມ້ແຕ່ລະຊະນິດ

  • ສຶກສາອຸປະກອນໃນການເຮັດວຽກ

  • ຖ້າຫາກວ່າສົນໃຈອາຊີບນີ້ ບໍ່ຈໍາເປັນຕ້ອງຈົບມັດທະຍົມປາຍ, ຖ້າຫາກວ່າຈົບມັດທະຍົມຕົ້ນ ແລ້ວສົນໃຈຢາກປະກອບອາຊີບນີ້ກໍສາມາດໄປຮຽນໄດ້

ຊ່ວງເວລາໃນການເຮັດວຽກ

  • ຂຶ້ນກັບສະຖານປະກອບການເປັນຄົນກໍານົດ

  • ຖ້າຫາກວ່າເຮັດວຽກອິດສະຫຼະ ແມ່ນຂຶ້ນກັບຕົນເອງເປັນຄົນກໍານົດ

ທ່ານສາມາດຕິດຕໍ່ເພື່ອສອບຖາມຂໍ້ມູນຂ່າວສານ ຫຼື ລາຍລະອຽດກ່ຽວກັບການບໍລິການເພີ່ມເຕີມ

ທີ່ຢູ່

ຖະໜົນດົງປາຍນາ
ບ້ານສະພານທອງເໜືອ 
ເມືອງສີສັດຕະນາກ 
ນະຄອນຫຼວງວຽງຈັນ

ເບີໂທຕິດຕໍ່: 020 54129234
Khemthitcareer@gmail.com

Learning4lee@gmail.com

ໂມງລັດຖະການ

ຈັນ-ສຸກ : 8:00-​17:00

  • Whatsapp
  • Facebook
  • Youtube
  • TikTok

ສົນໃຈຕິດຕໍ່ເພື່ອສອບຖາມລາຍລະອຽດ

ຂອບໃຈທີ່ສົ່ງຂໍ້ຄວາມຫາພວກເຮົາ

ໂຄຄູນ ໂດຍ ເຂັມທິດອາຊີບ

bottom of page